ຂປລ
ສະພາບ ພະຍຸ ແລະ ຝົນຕົກໜັກ ຈົນເກີດນ້ຳຖ້ວມ ກະທັນຫັນ ໂດຍການເຄື່ອນຕົວ ຂອງພະຍຸ ຄາຈິກິ(Kajiki)ຢູ່ ສສ ຫວຽດນາມ ເຮັດໃຫ້ມີ ຜູ້ເສຍຊີວິດ 3 ຄົນ ແລະ ບາດເຈັບ 10 ຄົນ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ວັນທີ 26 ສິງຫາ, ສະພາບ ພະຍຸ ແລະ ຝົນຕົກໜັກ ຈົນເກີດນ້ຳຖ້ວມ ກະທັນຫັນ ໂດຍການເຄື່ອນຕົວ ຂອງພະຍຸ ຄາຈິກິ(Kajiki)ຢູ່ ສສ ຫວຽດນາມ ເຮັດໃຫ້ມີ ຜູ້ເສຍຊີວິດ 3 ຄົນ ແລະ ບາດເຈັບ 10 ຄົນ. ຝົນຕົກນ້ຳຖ້ວມ ໄດ້ກໍ່ຜົນເສຍຫາຍ ຢ່າງໜັກໜ່ວງ ຕໍ່ການຜະລິດ ກະສິກຳ ແລະ ພື້ນຖານໂຄງລ່າງ ຢູ່ບັນດາ ແຂວງພາກເໜືອ ແລະ ພາກກາງ ຕອນເໜືອ ຫວຽດນາມ. ເຮືອນປະຊາຊົນ 6.800 ຫລັງ ຖືກພັດໄປ ແລະ ເປ່ເພ; ເນື້ອທີ່ປູກເຂົ້າເກືອບ 29.000 ເຮັກຕາ ຖືກນ້ຳຖ້ວມ; ເນື້ອທີ່ປູກຕົ້ນໄມ້ ທັນຍາຫານ ຫລາຍກວ່າ 2.200 ເຮັກຕາ ແລະ ຕົ້ນໄມ້ ເກືອບ 18.000 ຕົ້ນ ຖືກຫັກລົ້ມ.ກາງຄືນ ວັນທີ 25 ສິງຫາ, ໃນໂທລະເລກທາງການ ສະບັບທີ 3 ກ່ຽວກັບ ການແກ້ໄຂ ຜົນຮ້າຍ ຢ້ອນຫລັງ ແລະ ຮັບມື ພາຍຫລັງ ພະຍຸ Kajiki, ທ່ານ ຟ້າມ ມິງຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງໃຫ້ ລັດຖະມົນຕີ, ການນຳບັນດາແຂວງແຕ່ ແທັງຮວ໊າ ເຖິງ ກວ໋າງຈິ ອີງຕາມສະພາບການຕົວຈິງ ຢູ່ແຕ່ລະບໍລິເວນ ເພື່ອຕົກລົງ ແລະ ມີແຜນການໜູນຊ່ວຍ ປະຊາຊົນ. ພ້ອມທັງ ຮຽກຮ້ອງ ໃຫ້ບັນດາກະຊວງ ປ້ອງກັນປະເທດ, ກະຊວງຕຳຫລວດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຊີ້ນຳທະຫານເຂດ 4 ແລະ ບັນດາກົມກອງ ຕັ້ງທັບ ຢູ່ບໍລິເວນ ຜັນຂະ ຫຍາຍ ກຳລັງ, ຍານພາຫະນະ ເຄື່ອງອຸປະກອນ ທີ່ຈຳເປັນ, ກຽມພ້ອມ ໜູນຊ່ວຍ ປະຊາຊົນຮັບມື, ແກ້ໄຂຜົນຮ້າຍ ຈາກພະຍຸ, ຝົນຕົກນ້ຳຖ້ວມ ໂດຍໄວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL