ຂປລ
ໃນໄລຍະປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14, ການຈັດສັນດ່ານເຂົ້າ-ອອກເມືອງ ສືບຕໍ່ດີຂຶ້ນ ແລະ ການກໍ່ສ້າງ ດ່ານເຂົ້າ-ອອກເມືອງ ແບບອັດສະລິຍະ ໄດ້ຮັບການເລັ່ງລັດ ຊຸກຍູ້ໃຫ້ກ້າວໄປໜ້າ.

ຂປລ.ວິທະຍຸສາກົນ ແຫ່ງ ສປ ຈີນ, ວັນທີ 25 ສິງຫານີ້, ຫ້ອງການ ຖະແຫລງຂ່າວ ຂອງຄະນະ ລັດຖະບານຈີນ ໄດ້ຈັດ ກອງປະຊຸມ ຖະແຫລງຂ່າວ,ເຈົ້າໜ້າທີ່ ຮັບຜິດຊອບ ທີ່ກ່ຽວຂ້ອງ ຈາກອົງການ ພາສີ ແຫ່ງຊາດຈີນ ໃຫ້ຮູ້ວ່າ: ໃນໄລຍະປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14, ການຈັດສັນດ່ານເຂົ້າ-ອອກເມືອງ ສືບຕໍ່ດີຂຶ້ນ ແລະ ການກໍ່ສ້າງ ດ່ານເຂົ້າ-ອອກເມືອງ ແບບອັດສະລິຍະ ໄດ້ຮັບການເລັ່ງລັດ ຊຸກຍູ້ໃຫ້ກ້າວໄປໜ້າ.ໃນໄລຍະປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14,ດ່ານເຂົ້າ-ອອກເມືອງ ທີ່ເປີດປະຕູ ຕໍ່ຕ່າງປະເທດ ເພີ່ມຂຶ້ນ ໃໝ່ ແລະ ເປີດກວ້າງ ການເປີດປະຕູ່ ຕໍ່ຕ່າງປະເທດມີ 40 ແຫ່ງ,ນັບມາຮອດ ປັດຈຸບັນ,ດ່ານເຂົ້າ-ອອກ ເມືອງທີ່ເປີດປະຕູ ຕໍ່ຕ່າງປະເທດ ໃນທົ່ວປະເທດຈີນ ມີເຖິງ 311 ແຫ່ງ.ປີ 2024, ປະລິມານ ການຂົນ ສົ່ງສິນຄ້າຂາເຂົ້າ ແລະ ສົ່ງອອກ ຜ່ານດ່່ານເຂົ້າອອກເມືອງ ຂົນສົ່ງທາງນ້ຳ ໃນທົ່ວປະເທດ ບັນລຸຫລາຍກວ່າ 4 ຕື້ໂຕນ, ເພີ່ມຂຶ້ນ 10%ເມື່ອ ທຽບໃສ່ໄລຍະທ້າຍ ຂອງການປະຕິບັດ ແຜນພັດທະນາ ເສດຖະ ກິດ-ສັງຄົມແຫ່ງ ຊາດ 5 ປີຄັ້ງທີ 13,ດ່ານເຂົ້າ-ອອກເມືອງ ທາງອາກາດເພີ່ມຂຶ້ນ ຫລາຍກວ່າ 17%, ດ່ານເຂົ້າ-ອອກເມືອງ ທາງບົກເພີ່ມຂຶ້ນ ຫລາຍກວ່າ 19%. ຊ່ອງທາງຜ່ານ ດ່ານ ເຂົ້າ-ອອກເມືອງ ທີ່ໂລ່ງລ່ຽນ ສະດວກເຮັດໃຫ້ສິນຄ້າທີ່ ສປ ຈີນ ຜະລິດ ເລັ່ງລັດກ້າວໄປສູ່ໂລກ ໃຫ້ຫລາຍກວ່າເກົ່າ, ທັງເຮັດໃຫ້ສິນຄ້າ ຄຸນນະພາບດີ ຂອງໂລກເລັ່ງລັດເຂົ້າສູ່ ຕະຫລາດຈີນ ໃຫ້ ຫລາຍກວ່າເກົ່າ ເພື່ອຕອບ ສະໜອງ ຕາມຄວາມຮຽກຮ້ອງ ຕ້ອງການ ຂອງປະຊາຊົນ ໃຫ້ດີກວ່າເກົ່າ. ເຈົ້າໜ້າທີ່ຮັບຜິດຊອບ ທີ່ກ່ຽວຂ້ອງ ຈາກອົງການພາສີ ແຫ່ງຊາດຈີນ ໃຫ້ຮູ້ຕື່ມວ່າ: ນັບຕັ້ງແຕ່ ປະຕິບັດ ແຜນພັດທະນາ ເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 14 ເປັນຕົ້ນມາ, ດ່ານພາສີໄດ້ຮັດແໜ້ນ ໃນການກັກກັນ ແລະ ປ້ອງກັນພະຍາດລະດັບຊາດ, ໄດ້ສ້າງຕັ້ງຕາໜ່າງ ຕິດຕາມສະພາບ ການລະບາດຂອງພະຍາດ ໃນເບື້ອງ ຕົ້ນເຊິ່ງ ໄດ້ປົກຄຸມ 220 ກວ່າປະເທດ ແລະ ເຂດແຄວ້ນທົ່ວໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL