ເສີມຂະຫຍາຍມູນເຊື້ອ 23 ສິງຫາເຫດການສຳຄັນທາງປະຫວັດສາດ (23/8/1945 ແລະ 23/8/1975)

20/08/2025 14:34
Email Print 3090
ຂປລ *ເຫດການປະຫວັດສາດທີ່ເກີດຂຶ້ນ ໃນວັນທີ 23 ສິງຫາປີ1975 ໄດ້ກາຍເປັນເຫດທີ່​ສຳຄັນ​ເຫດ​ການ​ໜຶ່ງ ເປັນວັນທີ່ປວງຊົນລາວທັງຊາດ ໄດ້ພ້ອມກັນ​ລຸກ​ຮື້ຂຶ້ນ​ ເພື່ອ​ລົບ​ລ້າງ​ກົງຈັກກອງ​ບັນຊາ​ການ​ ຂອງ​ລະບອບ​ເກົ່າ​ທີ່​ເປັນ​ເຄື່ອງ​ມື​ຮັບ​ໃຊ້​ໃຫ້​​ແກ່ຈັກກະ​ພັດ​.

*ເຫດການປະຫວັດສາດທີ່ເກີດຂຶ້ນ ໃນວັນທີ 23 ສິງຫາປີ1975 ໄດ້ກາຍເປັນເຫດທີ່ສຳຄັນເຫດການໜຶ່ງ ເປັນວັນທີ່ປວງຊົນລາວທັງຊາດ ໄດ້ພ້ອມກັນລຸກຮື້ຂຶ້ນເພື່ອລົບລ້າງກົງຈັກກອງບັນຊາການຂອງລະບອບເກົ່າທີ່ເປັນເຄື່ອງມືຮັບໃຊ້ໃຫ້​​ແກ່ຈັກກະພັດ. ໃນເຫດການດັ່ງກ່າວນັ້ນໂດຍສະເພາະ ເຫດການທີ່ເກີດຂຶ້ນຢູ່ ນະຄອນຫລວງວຽງຈັນ ຊຶ່ງເປັນ​​ທີ່ຕັ້ງຂອງສູນກາງກົງຈັກ ບັນຊາການຂອງລະບອບເກົ່າ ທີ່ລັດທິຈັກກະພັດໄດ້ສ້າງຕັ້ງຂຶ້ນ, ​ເວລານັ້ນປວງຊົນລາວທົ່ວນະຄອນຫລວງວຽງຈັນ ກໍຄືປວງຊົນທັງຊາດໄດ້ຕົກຢູ່ໃນສະພາບອັດຕະຄັດ, ຖືກກົດຂີ່ຂູດຮີດ, ບໍ່ມີສິດເສລີພາບແລະຖືກຄອບງຳໃນທຸກດ້ານ.

ການລຸກຮືຂຶ້ນຢຶດອຳນາດ​​ ໃນວັນດັ່ງກ່າວຈຶ່ງເປັນຫົນທາງດຽວໃນການຍູ້ແຮງໃຫ້ແກ່ຂະບວນການຕໍ່ສູ້ປົດປ່ອຍຊາດ, ປະກາເອກະລາດໃນທົ່ວປະເທດ. ດ້ວຍເຫດນັ້ນ, ​ເຫດການດັ່ງກ່າວໄດ້ມີຄວາມສຳຄັນຊຶ່ງສ່ອງແສງໃຫ້ເຫັນບາງບັນຫາດັ່ງນີ້:

ອັນທີໜຶ່ງ,ການລຸກຮືຂຶ້ນຂອງປະຊາຊົນລາວບັນດາເຜົ່າ ເພື່ອຢຶດອຳນາດການປົກຄອງທົ່ວປະເທດໃນປີ 1975 ​ໄດ້​​ເປັນການປະກອບສ່ວນ ເຮັດໃຫ້ພາລະກິດແຫ່ງການປະຕິວັດຊາດ-ປະຊາທິປະໄຕໄດ້ສຳເລັດຜົນແລະສາມາດປົດປ່ອຍປະເທດຊາດ ເປັນເອກະລາດໄດ້ຢ່າງສົມບູນ.

ອັນທີສອງ,ການລຸກຮືຂຶ້ນຢຶດອຳນາດ ການປົກຄອງທົ່ວປະເທດໃນປີ 1975 ​ໄດ້ເຮັດໃຫ້ການປະຕິວັດລາວກ້າວເຂົ້າສູ່ໄລຍະໃໝ່ ໄລຍະແຫ່ງການສືບຕໍ່ສ້າງແລະຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈເພື່ອກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ ໃນບາດລ້ຽວໃໝ່ຂອງການປະຕິວັດລາວ.

ອັນທີສາມ,ການລຸກຮືຂຶ້ນຢຶດອຳນາດການປົກຄອງທົ່ວປະເທດໃນປີ 1975 ​ໄດ້​​ເປັນໜຶ່ງໃນ 3​ ບາດຄ້ອນຍຸດທະສາດ ຊຶ່ງໄດ້ປາກົດຜົນເປັນຈິງແລະສາມາດຍາດໄດ້ໄຊຊະນະອັນສະຫງ່າລາສີໂດຍພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ.

ເພື່ອເຮັດໃຫ້ຖັນແຖວຊາວໜຸ່ມ-​ໄວໜຸ່ມ, ນັກຮຽນ, ນັກສຶກສາ, ພະນັກງານ-ລັດຖະກອນ, ສະມາຊິກພັກແລະປະຊາຊົນລາວບັນດາເຜົ່າກຳໄດ້ແລະສືບຕໍ່ເສີມຂະຫຍາຍມູນເຊື້ອ 23 ສິງຫາ ກໍຄືມູນເຊື້ອອັນດີງາມຂອງປວງຊົນລາວບັນດາເຜົ່າ ໃຫ້ເປັນຂະບວນກວ້າງຂວາງໃນສັງຄົມ, ປະກອບສ່ວນເຂົ້າ​​ໃນພາລະກິດ ປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່ຄວນເອົາໃຈໃສ່ບາງບັນຫາດັ່ງນີ້: ທຸກຂົງເຂດວຽກງານເວົ້າລວມ, ​ເວົ້າສະເພາະຢູ່ຕາມສະຖາບັນການສຶກສາ, ​ໂຮງຮຽນຕ່າງໆໃນທົ່ວປະເທດຕ້ອງໄດ້ເອົາໃຈໃສ່ຕໍ່ການປັບປຸງກົນໄກການໂຄສະນາເຜີຍແຜ່ດ້ວຍຮູບການຕ່າງໆ ຢ່າງປະດິດສ້າງເປັນຕົ້ນຖື ເອົາການສິດສອນວິຊາປະຫວັດສາດເພື່ອຊີ້ແຈງ, ອະທິບາຍເຖິງສະພາບເຫດການຕ່າງໆທາງປະຫວັດສາດ. ເອົາໃຈໃສ່ຕໍ່ການປູກຝັງແນວຄິດມັກອ່ານ, ມັກຄົ້ນຄວ້າ, ສະແຫວງຫາຄວາມຮູ້, ມັກສະຫລຸບສັງລວມ ບັນຫາທີ່ໄດ້ຜ່ານການອ່ານ, ຜ່ານການຮຽນຮູ້ໃຫ້ແກ່ຖັນແຖວ ຊາວໜຸ່ມ-​ໄວໜຸ່ມ, ນັກຮຽນ, ນັກສຶກສາ, ພະນັກງານ-ລັດຖະກອນ, ສະມາຊິກພັກແລະປະຊາຊົນລາວ ບັນດາເຜົ່າພ້ອມນັ້ນ ກໍສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ມີ​​ໂອກາດ ໄດ້ລົງເບິ່ງຕົວຈິງສະພາບຮ່ອງຮອຍທາງປະຫວັດສາດເພື່ອໃຫ້ເຂົາເຈົ້າສາມາດກຳໄດ້ທາງດ້ານຂໍ້ມູນແລະຮ່ອງຮອຍທີ່ເກີດຂຶ້ນໃນປະຫວັດສາດ.ຖືເອົາການເຜີຍແຜ່ ຜ່ານສື່ໂທລະພາບ ໂດຍສະເພາະລາຍການ ເຫດການປະຫວັດສາດ ໃຫ້ນັບມື້ນັບຫລາຍຂຶ້ນ, ທັງກຳນົດ ແລະ ຈັດສັນເວລາລາຍການດັ່ງກ່າວ ໃຫ້ເໝາະສົມ ເພື່ອດຶງດູດຊາວໜຸ່ມ-ໄວໜຸ່ມ ໄດ້ຫັນມາສົນໃຈໃນການສຶກສາ, ຮຽນຮູ້ກ່ຽວກັບປະຫວັດສາດລາວ.

KPL

ຂ່າວອື່ນໆ

    • ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດບົດ-ສາລະຄະດີ

      ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ

      4/7/2026 11:56:25 AM

      ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

    • ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງບົດ-ສາລະຄະດີ

      ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງ

      4/7/2026 11:53:56 AM

      ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

    • ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນບົດ-ສາລະຄະດີ

      ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນ

      4/7/2026 11:46:49 AM

      ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ

    •  ຫວນຄືນມູນເຊື້ອການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/7/2026 11:43:28 AM

      ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.

    • ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນບົດ-ສາລະຄະດີ

      ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນ

      4/7/2026 11:38:24 AM

      ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.

ads
ads

Top