ໂຮງໝໍເມືອງໂພນໄຊ ແຂວງຫລວງພະບາງ ຖືເອົາວຽກງານສຸຂະສຶກສາເປັນປາຍແຫລມ

26/08/2025 11:24
Email Print 175
ຂປລ *ໂດຍປະຕິບັດຍຸດທະສາດພັດທະນາຄົນ ໃນດ້ານສຸຂະພາບ ແລະ ຮ່າງກາຍຢ່າງຕໍ່ເນື່ອງດ້ວຍ ນະໂຍບາຍສາທາລະນະສຸກ ທົ່ວປວງຊົນຮອບດ້ານ ໂດຍຖືເອົາການອະນາໄມ-ກັນພະຍາດ ແລະ ສົ່ງເສີມຟື້ນຟູສຸຂະພາບ ທາງກາຍ ແລະ ຈິດໃຈເປັນຕົ້ນຕໍ, ຖືເອົາການປິ່ນປົວ-ຟື້ນຟູໜ້າທີ່ການ ແລະ ສະໜອງ ການບໍລິການສຸຂະພາບຢ່າງທົ່ວເຖິງ

     *ໂດຍປະຕິບັດຍຸດທະສາດພັດທະນາຄົນ ໃນດ້ານສຸຂະພາບ ແລະ ຮ່າງກາຍຢ່າງຕໍ່ເນື່ອງດ້ວຍ ນະໂຍບາຍສາທາລະນະສຸກ ທົ່ວປວງຊົນຮອບດ້ານ ໂດຍຖືເອົາການອະນາໄມ-ກັນພະຍາດ ແລະ ສົ່ງເສີມຟື້ນຟູສຸຂະພາບ ທາງກາຍ ແລະ ຈິດໃຈເປັນຕົ້ນຕໍ, ຖືເອົາການປິ່ນປົວ-ຟື້ນຟູໜ້າທີ່ການ ແລະ ສະໜອງ ການບໍລິການສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ,ຍຸຕິທໍາ ແລະ ສະເໝີພາບເປັນສຳຄັນ, ປະຕິຮູບລະບົບສາທາລະນະສຸກ ໃຫ້ທັນສະໄໝຢ່າງຮອບດ້ານ, ສ້າງລະບົບບໍລິການ ສຸຂະພາບທີ່ມີຄຸນນະພາບ ທັງມີມາດຕະຖານຮັບປະກັນ ຈັນຍາທຳຂອງແພດໝໍ, ສ້າງລະບົບການປົກປ້ອງສັງຄົມ ດ້ານສຸຂະພາບທີ່ທົ່ວເຖິງ ແລະ ເຂັ້ມແຂງດ້ວຍຫລັກປະກັນ ສຸຂະພາບທົ່ວປວງຊົນ ທີ່ປົກປ້ອງທຸກຄົນທັງໃນດ້ານກັນພະຍາດ, ສົ່ງເສີມສຸຂະພາບ ແລະ ດ້ານການປິ່ນປົວພ້ອມກັນນັ້ນ, ໄດ້ເອົາໃຈໃສ່ເຄື່ອນໄຫວ ດ້ານສຸຂະອະນາໄມ, ປູກຈິດສຳນຶກຂອງປະຊາຊົນ ໃຫ້ຕື່ນຕົວເປັນເຈົ້າການ ໃນການຮັສາສຸຂະພາບຂອງຕົນເອງ, ຂອງຄອບຄົວ ແລະຊຸມຊົນ.

ທ່ານ  ຄໍາຫລ້າ ວ່າງ ​ໃຫ້​ຮູ້​ວ່າ: ເມືອງໂພນໄຊ ຕັ້ງຢູ່ທາງທິດເໜືອຂອງ ແຂວງຫລວງພະບາງ, ຫ່າງຈາກເທສະບານແຂວງ 64 ກິໂລແມັດ, ທົ່ວເມືອງແບ່ງເປັນ 9 ກຸ່ມບ້ານ, 1 ບ້ານໃຫຍ່, ມີ 57 ບ້ານ, 75 ຈຸດສັກຢາ, ມີ 6.079 ຄອບຄົວ, ມີພົນລະເມືອງທັງໝົດ 36.065 ຄົນ,ຍິງ 17.350 ຄົນ, ເຜົ່າລາວລຸ່ມ 786 ຄອບຄົວ ກວມເອົາ(12%), ເຜົ່າກຶມມຸ 3.973 ຄອບຄົວ ກວມເອົາ (65,36%), ເຜົ່າມົ້ງ 1.320 ຄອບຄົວກວມເອົາ(21,71%);  ຫ້ອງການສາທາລະນະສຸກເມືອງມີ 4 ໜ່ວຍງານຄື: ໜ່ວຍງານບໍລິຫານ, ໜ່ວຍງານ ອະນາໄມ-ສົ່ງເສີມ ສຸຂະພາບ; ໜ່ວຍງານອາຫານ-ຢາ ແລະ ໜ່ວຍງານປະກັນສຸຂະພາບ; ໂຮງໝໍເມືອງ 1 ແຫ່ງ, ສຸກສາລາ 9 ແຫ່ງ, ມີແພດບ້ານ 3 ບ້ານ (ບ້ານວຽງຈະເລີນ, ລັງກອງຜາແຕ້ມ ແລະ ບ້ານປາກວັງ), ມີຄະນະກໍາມາທິການເພື່ອແມ່-ເດັກຂັ້ນເມືອງ (ຄສມ) 19 ທ່ານ, ຄະນະກຳມາທິການເພື່ອສຸຂະພາບຂັ້ນບ້ານ (ຄສບ) ບ້ານລະ 5 ທ່ານ, ລວມ 285 ທ່ານ, ມີອາສາສະໝັກ (ອສບ) ບ້ານລະ 2 ທ່ານ ລວມ 114ທ່ານ,ຂົງເຂດສາທາລະນະສຸກ ມີພະນັກງານທັງໝົດ 86  ຄົນ, ຍິງ 48 ຄົນ, ລັດຖະກອນສົມບູນ 59 ຄົນ, ຍິງ 33ຄົນ, ລັດຖະກອນ 95% 2 ຄົນ, ແພດບ້ານ3ຄົນ, ຍິງ2ຄົນ,ອາສາສະໝັກ 22ຄົນ, ຍິງ13 ຄົນ, ສັນຍາຈ້າງ 3 ຄົນ, ຍິງ2ຄົນ.

ການຈັດຕັ້ງປະຕິບັດວຽກງານ ສຸຂະພາບຈະເລີນພັນ ໄດ້ກໍານົດວຽກງານເຊື່ອມສານ ໃນສະຖານທີ່ ແລະ ນອກສະຖານທີ່, ນັບແຕ່ປີ 2016-2025ໄດ້ສຸມໃສ່ 5 ແຜນງານຄື: ການວາງແຜນຄອບຄົວ, ໂພຊະນາການ, ໃຫ້ວັກຊິນ, ສຸຂະສຶກສາຮ່ວມກັບຫົວໜ້າຄອບຄົວ ແລະ ໄວໜຸ່ມ; ອີງໃສ່ສະຖິຕິການວາງ ແຜນຄອບຄົວປະຕິບັດໄດ້ 49% (ໃນແຜນ 70%).ເພື່ອເຮັດໃຫ້ສະຖານທີ່ ບໍລິການສາມາດຮັບຮອງ ການບໍລິການຢ່າງມີປະສິດທິພາບ ຄຽງຄູ່ກັບການບໍລິການ ຄົງທີ່ ຍັງໄດ້ເອົາໃຈໃສ່ບໍລິການເຄື່ອນທີ່ ເຊື່ອມສານວຽກງານຈະເລີນພັນ ແມ່ ແລະ ເດັກ ໃນເຂດຫ່າງໄກສອກຫລີກເປັນຕົ້ນ ການຈັດຊື້ແນວກວດນໍ້າຍ່ຽວ ແລະ ຢາຄຸມກໍາເນີດໃຫ້ບໍ່ເສຍຄ່າ (ຟຣີ);  ອີງໃສ່ສະຖິຕິການເພີ່ມຂຶ້ນ ຂອງຈໍານວນເດັກນ້ອຍເກີດໃໝ່ແມ່ນເພີ່ມຂຶ້ນ, ແຕ່ການເຂົ້າມາໃຊ້ບໍລິການພັດຫລຸດລົງ. ສ່ວນວຽກງານຈຸດສຸມໃນປີ 2025ນີ້ ແມ່ນສຸມໃສ່ 7 ແຜນງານຂອງກະຊວງ ສາທາລະນະສຸກ ແລະ 11 ຕົວຊີ້ບອກຂອງສະພາແຫ່ງຊາດວາງອອກ.

ເຖິງແນວໃດກໍດີ, ຍັງມີຂໍ້ສະດວກ ແລະ ຫຍຸ້ງຍາກຄື: ຂໍ້ສະດວກຕາໜ່າງການບໍລິການ ສາທາລະນະສຸກ ໄດ້ຂະຫຍາຍໄປສູ່ທຸກກຸ່ມບ້ານ, ປະຊາຊົນໄດ້ເຂົ້າເຖິງ ການບໍລິການປົກຄຸມ 100% ລວມທັງວຽກງານການປິ່ນປົວ ກໍຄືການປ້ອງກັນພະຍາດ ເຮັດໃຫ້ປະຊາຊົນມີຄວາມຮັບຮູ້ ເຂົ້າໃຈໃນການປ້ອງກັນພະຍາດ ແລະ ມີສ່ວນຮ່ວມຫລາຍຂຶ້ນ, ພ້ອມນັ້ນ ສາກົນ ຍັງໃຫ້ ບູລິມະສິດຕໍ່ຂົງເຂດ ສາທາລະນະສຸກ ຍັງສືບຕໍ່ໃຫ້ການສະໜັບສະໜູນ ທຶນຮອນເຂົ້າໃນການປັບປຸງ ພັດທະນາວຽກງານ ສາທາລະນະສຸກ ເຊິ່ງເລັ່ງໃສ່ສະຖານທີ່ບໍລິການຂັ້ນເມືອງ, ສຸກສາລາ, ສ້າງຂີດຄວາມສາມາດ ໃຫ້ແກ່ພະນັກງານ ໃນການຍົກລະດັບຄວາມຮູ້ດ້ານວິຊາສະເພາະ, ການສະໜອງອຸປະກອນການແພດ ແລະ ສົ່ງເສີມວຽກງານອະນາໄມສິ່ງ ແວດລ້ອມ ອີກຈໍານວນໜຶ່ງ. ຂໍ້ຫຍຸ້ງຍາກດ້ານບຸກຄະລາກອນ, ດ້ານງົບປະມານທີ່ອະນຸມັດປະຈໍາປີ ບໍ່ໄປຕາມເວລາທີ່ກໍານົດໄວ້ເຮັດໃຫ້ວຽກງານ, ກິດຈະກໍາສ່ວນຫລາຍ ຍັງບໍ່ໄດ້ຖືກ ຈັດຕັ້ງປະຕິບັດ ຕາມແຜນການ ທີ່ວາງໄວ້ເປັນຕົ້ນ ແມ່ນງົບປະມານພາກ 62, 63 ໄດ້ຮັບອະນຸມັດບໍ່ໄປຕາມແຜນ ການທີ່ກໍານົດສ່ວນຫລາຍ ຈະໄດ້ຢູ່ໃນທ້າຍງວດ, ການຄຸ້ມຄອງປະກັນສຸຂະພາບ ຢູ່ຂັ້ນສຸກສາລາຫລາຍແຫ່ງ ແມ່ນຂາດດູນ, ບວກກັບການສະໜອງງົບປະມານ ໃຫ້ແຕ່ລະສະຖານທີ່ຍັງຊັກຊ້າຫລາຍ ບໍ່ທ່ວງທັນກັບເວລາ, ຄວາມເຂົ້າໃຈຂອງປະຊາຊົນ ຕໍ່ວຽກ ສາທາລະນະສຸກ ບໍ່ທັນກວ້າງຂວາງ ເຮັດໃຫ້ການຈັດຕັ້ງປະຕິບັດ ບາງກິດຈະກໍາມີທ່າອ່ຽງເກືອບ ຈະບໍ່ບັນລຸໄດ້ຕາມແຜນທີ່ກໍານົດໄວ້ ແລະ ອັດຕາວາງແຜນຄອບຄົວຫລຸດລົງ, ການເກີດລູກ ຢູ່ບ້ານມີຈໍານວນເພີ່ມຂຶ້ນ.

          ທ່ານ  ຄໍາຫລ້າ ຍັງໄດ້ຝາກເຖິງປະຊາຊົນ ກໍຄືແມ່ຍິງຖືພາ ທັງຢູ່ໃກ້ ແລະ ໄກຖ້າວ່າພ້ອມທີ່ຈະສ້າງຄອບຄົວ, ຈະເອົາລູກແນະນໍາໃຫ້ເຂົ້າມາໂຮງໝໍ ເພື່ອຈະໄດ້ຮັບຄໍາແນະນໍາ ແລະ ຄວາມຮູ້ຕ່າງໆໃນການຈັດຕັ້ງປະຕິບັດຕົນເອງ ເພື່ອໃຫ້ແມ່ສຸຂະພາບດີ ແລະ ລູກເກີດມາມີຄວາມປອດໄພ, ສຸຂະພາບແຂງແຮງໄດ້ຮັບ ໂພຊະນາການທີ່ດີ ແລະ ໄດ້ຮັບການ ບໍລິການສຸຂະພາບອື່ນໆ.

KPL

ຂ່າວອື່ນໆ

    • 6 ເດືອນ ຕົ້ນປີ ດ່ານສາກົນດາກຕະອອກ ເກັບລາຍຮັບໄດ້ 61 ຕື້ກວ່າກີບ ໂດຍ:ອັດສະວິນ ແຂວງເຊກອງບົດ-ສາລະຄະດີ

      6 ເດືອນ ຕົ້ນປີ ດ່ານສາກົນດາກຕະອອກ ເກັບລາຍຮັບໄດ້ 61 ຕື້ກວ່າກີບ ໂດຍ:ອັດສະວິນ ແຂວງເຊກອງ

      8/26/2025 12:21:05 PM

      ຂປລ.ຕາມການໃຫ້ສຳພາດຂອງ ທ່ານ ແສງເພັດ ວາດສະຫງ່າ ຮອງຫົວໜ້າຄະນະດ່ານສາກົນດາກຕະອອກ ໃຫ້ຮູ້ວ່າ: ໃນປີ 2025 ດ່ານສາກົນດາກຕະອອກ, ໄດ້ເປັນເຈົ້າ ການຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິຄຳສັ່ງ, ນິຕິກຳຕ່າງໆ

    • ເພີ່ມທະວີການປົກປັກຮັກສາສັດນ້ຳ-ສັດປ່າບົດ-ສາລະຄະດີ

      ເພີ່ມທະວີການປົກປັກຮັກສາສັດນ້ຳ-ສັດປ່າ

      8/25/2025 11:00:13 AM

      *ການປົກປັກຮັກສາສັດນ້ຳ-ສັດປ່າ ມັນຮຽກຮ້ອງເຖິງທຸກຊັ້ນຄົນໃນສັງຄົມ ຕ້ອງໄດ້ມີສ່ວນຮ່ວມໃນການຮັກສາ ໂດຍບໍ່ຕ້ອງລ່າ, ທຳລາຍປ່າໄມ້ ເຊິ່ງເປັນບ່ອນຢູ່ອາໄສຂອງສັດປ່າ. ພ້ອມນີ້, ຕ້ອງຢຸດການຊື້-ຂາຍສັດປ່າ, ຢຸດບໍລິໂພກສັດປ່າ ແລະ ອື່ນໆ.

    • ຄອບຄົວຕົວແບບໃນການຜະລິດເບ້ຍຢາງພາລາເປັນສິນຄ້າບົດ-ສາລະຄະດີ

      ຄອບຄົວຕົວແບບໃນການຜະລິດເບ້ຍຢາງພາລາເປັນສິນຄ້າ

      8/25/2025 10:51:08 AM

      *ບໍ່ວ່າອາຊີບໃດໆ, ຖ້າມີຄວາມດຸໝັ່ນ, ອົດທົນ, ຫ້າວຫັນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ລວມທັງວຽກພັກ-ວຽກລັດ ແລະ ວຽກຄອບຄົວ ກໍສາມາດປະສົບຜົນສຳເລັດໄດ້. ເໝືອນດັ່ງຄອບຄົວ ທ່ານ ສະເຫລີມພອນ ແສງທະວີ ອາຍຸ 41 ປີ ຢູ່ບ້ານນາແດງ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ກາຍເປັນຄອບຄົວຕົວແບບ

    • ເມືອງໄຊພົ້ນທຸກແລ້ວບົດ-ສາລະຄະດີ

      ເມືອງໄຊພົ້ນທຸກແລ້ວ

      8/25/2025 10:48:56 AM

      *ນັບວ່າເປັນອີກໜຶ່ງຜົນງານອັນໃຫຍ່ຫລວງ ຂອງການນຳເມືອງໄຊ ແຂວງ ອຸດົມໄຊ ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳປະຊາຊົນບັນດາເຜົ່າ ພາຍໃນເມືອງຈັດຕັ້ງປະຕິບັດ ແນວທາງ ນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມ ທີ່ພັກ-ລັດວາງອອກມາໂດຍຕະຫລອດ ຈົນໃນທີ່ສຸດກໍສາມາດບັນລຸໄດ້ຕາມຄາດໝາຍ ແລະ ປະກາດຮັບຮອງ ເປັນເມືອງພົ້ນທຸກເຊິ່ງເປັນ ເມືອງທຳອິດຂອງ ແຂວງ ອຸດົມໄຊ.

    • ຕາມຫາຮ່ອງຮອຍອານາຈັກເກົ່າທີ່ ວັດໂຕະໂມະບົດ-ສາລະຄະດີ

      ຕາມຫາຮ່ອງຮອຍອານາຈັກເກົ່າທີ່ ວັດໂຕະໂມະ

      8/25/2025 10:35:36 AM

      *“ວັດໂຕະໂມະ”ຕັ້ງຢູ່ໃນ ບ້ານ ໂຕະໂໝະທ່າ ເມືອງ ປະທຸມພອນ ໃກ້ຄຽງກັບແມ່ນໍ້າຂອງ ແລະ ຫ່າງຈາກວັດພູບໍ່ເຖິງ 11 ກິໂລແມັດ, ສະຖານທີ່ແຫ່ງນີ້ ໄດ້ຖືກນໍາໃຊ້ໃຫ້ເປັນບ່ອນ ສັກກາລະບູຊາຕັ້ງແຕ່ ສະຕະວັດ ທີ 7 ຫາທີ 9 ໃນໄລຍະທຳອິດຂອງການມາຕັ້ງຖິ່ນຖານ ຂອງຊາວຂະແມຢູ່ໃນເຂດນີ້.

ads
ads

Top