ຈຳນວນຜູ້ເສຍຊີວິດ-ບາດເຈັບຢູ່ເຂດກາຊາ ມີຫລາຍກວ່າ 220.000 ຄົນ

26/08/2025 15:26
Email Print 142
ຂປລ ອົງການ ສາທາລະນະສຸກ ເຂດກາຊາ ໃຫ້ຮູ້ວ່າ ຍອດຈຳນວນ ຜູ້ເສຍຊີວິດ ແລະ ຮັບບາດເຈັບ ໃນການປະທະກັນ ລະຫວ່າງ ອິດສະລາແອັນ ແລະ ຂະບວນການ ອິດສະລາມ ຮາມາດ ຢູ່ເຂດກາຊາ ໃນເກືອບ 23 ເດືອນຜ່ານມາ ມີຫລາຍກວ່າ 220.000 ຄົນ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ອົງການ ສາທາລະນະສຸກ ເຂດກາຊາ ໃຫ້ຮູ້ວ່າ ຍອດຈຳນວນ ຜູ້ເສຍຊີວິດ ແລະ ຮັບບາດເຈັບ ໃນການປະທະກັນ ລະຫວ່າງ ອິດສະລາແອັນ ແລະ ຂະບວນການ ອິດສະລາມ ຮາມາດ ຢູ່ເຂດກາຊາ ໃນເກືອບ 23 ເດືອນຜ່ານມາ ມີຫລາຍກວ່າ 220.000 ຄົນ. ໃນນັ້ນ ມີຜູ້ເສຍຊີວິດ ຫລາຍກວ່າ 62.600 ຄົນ ແລະ ຜູ້ຮັບບາດເຈັບເກືອບ 157.700 ຄົນ. ສ່ວນຫລາຍແມ່ນສາມັນຊົນ, ໃນນັ້ນ ມີເດັກນ້ອຍ ແລະ ແມ່ຍິງ ກວມເອົາສ່ວນຫລາຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top