ຂປລ
ຂປລ.ຕາມການໃຫ້ສຳພາດຂອງ ທ່ານ ແສງເພັດ ວາດສະຫງ່າ ຮອງຫົວໜ້າຄະນະດ່ານສາກົນດາກຕະອອກ ໃຫ້ຮູ້ວ່າ: ໃນປີ 2025 ດ່ານສາກົນດາກຕະອອກ, ໄດ້ເປັນເຈົ້າ ການຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິຄຳສັ່ງ, ນິຕິກຳຕ່າງໆ
ຂປລ.ຕາມການໃຫ້ສຳພາດຂອງ ທ່ານ ແສງເພັດ ວາດສະຫງ່າ ຮອງຫົວໜ້າຄະນະດ່ານສາກົນດາກຕະອອກ ໃຫ້ຮູ້ວ່າ: ໃນປີ 2025 ດ່ານສາກົນດາກຕະອອກ, ໄດ້ເປັນເຈົ້າ ການຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິຄຳສັ່ງ, ນິຕິກຳຕ່າງໆ ຂອງຂັ້ນເທິງໃຫ້ແກ່ຖັນແຖວ ສະມາຊິກພັກ-ພະນັກງານເປັນປະຈຳ, ເອົາໃຈໃສ່ຊຸກຍູ້ການຈັດຕັ້ງ ປະຕິບັດໜ້າທີ່ການເມືອງ ແລະວິຊາສະເພາະຢ່າງຕັ້ງໜ້າ ເຮັດໃຫ້ວຽກງານທີ່ຕົນຮັບຜິດຊອບ ມີຜົນສຳເລັດເປັນຢ່າງສູງ ຊຶ່ງດ່ານສາກົນດາກຕະອອກ ໄດ້ຮັບຕົວເລກຈັດເກັບ ລາຍຮັບທັງໝົດ 95 ຕື້ກີບເຊິ່ງຜ່ານການຈັດເກັບລາຍຮັບ ເຂົ້າງົບປະມານໃນ 6 ເດືອນຕົ້ນປີ, ສາມາດປະຕິບັດໄດ້ທັງໝົດ 61 ຕື້ 627 ລ້ານ 5 ແສນກວ່າກີບ, ທຽບໃສ່ແຜນປີປະຕິບັດໄດ້ 64,87% ເຊິ່ງລາຍຮັບຕົ້ນຕໍໄດ້ຈາກ ການເກັບຄ່າທຳນຽມພາຫານະຂົນສົ່ງແຮ່ທາດ ແລະ ສິນຄ້າອື່ນໆ; ໃນນີ້ ມີພາຫະນະເຂົ້າ 32.406 ເທື່ອຄັນ, ພາຫະນະອອກ 33.540 ເທື່ອຄັນ, ຄົນເຂົ້າເມືອງ 35.458 ເທື່ອຄົນ, ຍິງ 1.708 ເທື່ອຄົນ, ຄົນອອກເມືອງ 33.584 ເທື່ອຄົນ, ຍິງ 1.733 ເທື່ອຄົນ, ວຽກງານກັກກັ້ນສັດ ໄດ້ນຳສັດ ປະເພດໝູ ເຂົ້າຈາກ ສສ ຫວຽດນາມ ຈຳນວນ 8 ໂຕ, ແນວພັນງົວ 10 ໂຕ, ວຽກງານກັກກັ້ນພຶດ ສາມາດສົ່ງອອກໄມ້ເຄິ່ງສຳເລັດຮູບ ແລະໄມ້ຕີຕັບ ຈຳນວນ 3.957.552 ແມັດກ້ອນ, ສົ່ງອອກແປ້ງມັນຕົ້ນ 380 ໂຕນ, ຖ່ານຂາວ 40 ໂຕນ, ໝາກຈອງ 42 ໂຕນ.
ທ່ານ ແສງເພັດ ວາດສະຫງ່າ ໃຫ້ຮູ້ຕື່ມວ່າ: ສາເຫດພາໃຫ້ການເກັບລາຍຮັບ ເຂົ້າງົບປະມານໄດ້ລື່ນແຜນການ ໃນ 6 ເດືອນຕົ້ນປີ, ຍ້ອນມີການປະສານສົມທົບກັບ ບັນດາຂະແໜງ ການພາຍໃນຢ່າງກົມກຽວ, ມີລະບຽບກົດໝາຍເປັນເຄື່ອງມື ໃນການຈັດຕັ້ງປະຕິບັດວຽກງານ, ເຄື່ອງມືທີ່ທັນສະໄໝ່ປະກອບເຂົ້າໃນ ການຄຸ້ມຄອງບໍລິການ, ມີຄວາມ ສະດວກວ່ອງໄວ ແລະ ທັນເວລາ; ພ້ອມນີ້ຄະນະນໍາຂອງດ່ານ, ຕະຫລອດຮອດພະນັກງານ-ລັດຖະກອນ ກໍມີຄວາມຫ້າວຫັນແລະ ເປັນເຈົ້າການໃນການ ປະຕິບັດໜ້າທີ່ຂອງຕົນຢ່າງ ມີຄວາມຮັບຜິດຊອບສູງ ມີແນວຄິດອຸ່ນອ່ຽງທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາ ຂອງພັກໂດຍຕະຫລອດມາ.
ດ່ານສາກົນດາກຕະອອກຕັ້ງຢູ່ ບ້ານ ຕາອອກນ້ອຍ ເມືອງດາກຈຶງ ແຂວເຊກອງ ຫ່າງຈາກຕົວເມືອງປະມານ 21 ກິໂລແມັດ ມີຊາຍແດນຕິດຈອດກັບ ດ່ານສາກົນນາມຢາງ ແຂວງກວາງນາມ ສສ ຫວຽດນາມ ເປັນກົງຈັກລັດຂະແໜງການໜຶ່ງ ທີ່ຄະນະປະຈຳພັກແຂວງ ຮັບຮອງຂຶ້ນກັບອຳນາດປົກຄອງແຂວງ ປະກອບມີກົງຈັກຊ່ວຍວຽກ 4 ຂະແໜງ ຄື ຫ້ອງການບໍລິຫານດ່ານ, ຂະແໜງພາສີ, ຂະແໜງຕຳຫລວດກວດ ຄົນເຂົ້າ-ອອກເມືອງ ແລະ ຂະແໜງກັກກັ້ນພຶດ, ສັດ ແລະ ກວດກາປ່າໄມ້ ມີພະນັກງານປະຈຳການ ທັງໝົດ 63 ທ່ານ , ຍິງ 9 ທ່ານ ມີສະມາຊິກພັກ ທັງໝົດ 48 ສະຫາຍ, ຍິງ 5 ສະຫາຍ.
KPL