ຕາມຫາຮ່ອງຮອຍອານາຈັກເກົ່າທີ່ ວັດໂຕະໂມະ

25/08/2025 10:35
ຂປລ *“ວັດໂຕະໂມະ”ຕັ້ງຢູ່ໃນ ບ້ານ ໂຕະໂໝະທ່າ ເມືອງ ປະທຸມພອນ ໃກ້ຄຽງກັບແມ່ນໍ້າຂອງ ແລະ ຫ່າງຈາກວັດພູບໍ່ເຖິງ 11 ກິໂລແມັດ, ສະຖານທີ່ແຫ່ງນີ້ ໄດ້ຖືກນໍາໃຊ້ໃຫ້ເປັນບ່ອນ ສັກກາລະບູຊາຕັ້ງແຕ່ ສະຕະວັດ ທີ 7 ຫາທີ 9 ໃນໄລຍະທຳອິດຂອງການມາຕັ້ງຖິ່ນຖານ ຂອງຊາວຂະແມຢູ່ໃນເຂດນີ້.

   *ວັດໂຕະໂມະຕັ້ງຢູ່ໃນ ບ້ານ ໂຕະໂໝະທ່າ ເມືອງ ປະທຸມພອນ ໃກ້ຄຽງກັບແມ່ນໍ້າຂອງ ແລະ ຫ່າງຈາກວັດພູບໍ່ເຖິງ 11 ກິໂລແມັດ, ສະຖານທີ່ແຫ່ງນີ້ ໄດ້ຖືກນໍາໃຊ້ໃຫ້ເປັນບ່ອນ ສັກກາລະບູຊາຕັ້ງແຕ່ ສະຕະວັດ ທີ 7 ຫາທີ 9 ໃນໄລຍະທຳອິດຂອງການມາຕັ້ງຖິ່ນຖານ ຂອງຊາວຂະແມຢູ່ໃນເຂດນີ້. ສະຖານບູຮານສ່ວນທີ່ຍັງເຫັນຕັ້ງຢູ່ນີ້ ແມ່ນໄດ້ຮັບການປະຕິສັງ ຂອນຄືນມາໃໝ່ໃນລະຫວ່າງ ສະຕະວັດ ທີ 11 ຫາ ທີ 12, ໃນໄລຍະດຽວກັນນີ້ ວັດພູກໍ່ໄດ້ຮັບການກໍ່ສ້າງຂຶ້ນມາໃໝ່, ຢູ່ໃນແຄວ້ນທີ່ຂຶ້ນກັບ ອັງກໍ. ຕາມຫລັກຖານຈາກຫິນຈາລຶກ ໄດ້ລະບຸວ່າ ວັດໂຕະໂມະເຄີຍເປັນໜຶ່ງໃນ 102 ສະຖານທີ່ສັກກາລະບູຊາ ທີ່ພະເຈົ້າຍະວໍລະມັນ ອົງທີ I ຕັ້ງຂຶ້ນໃນອານາຈັກຂະແມ ເພື່ອສັກກາລະບູຊາພະສີວະ. ພາຍໃນວັດນີ້ ຄືບ່ອນທີ່ມີຄວາມເຊື່ອມໂຍງ ກັບຕຳນານພະແມ່ອູມາ ແລະ ພະສີວະທີ່ອຸທິດສ້າງຂຶ້ນ ເພື່ອຂໍພອນ ໃນການຄຸ້ມຄອງຊາວຂະແມໃນພື້ນທີ່ນັ້ນ.
   ຂະນະທີ່ໂຄງສ້າງທີ່ຍັງດີກວ່າໝູ່ແມ່ນ ໂຕທີ່ຕັ້ງຢູ່ດ້ານທິດຕາເວັນຕົກສ່ຽງໃຕ້ຂອງວັດ ເອີ້ນວ່າ ໂກປູຣະ (ຊຸ້ມປະຕູທາງເຂົ້າສູ່ສະຖານບູຮານ) ສັງເກດເຫັນໄດ້ຈາກກ້ອນຫີນດິນຈີ່ ທີ່ຕົກຊະຊາຍຢູ່ໃນທີ່ນັ້ນ. ຂອບປະຕູ ແລະ ປ່ອງຢ້ຽມແມ່ນເປັນຫີນຊາຍ. ໂກປູຣະ ແລະ ຝາຜະໜັງອ້ອມຮອບທີ່ເປັນ ຫີນຈີ່ມີອາຍຸເກົ່າແກ່ ຕັ້ງແຕ່ສະຕະວັດທີ 12. ມຸກຄະລຶງຄະ (ລຶງຄະທີ່ມີໃບໜ້າມະນຸດ) ເຮັດດ້ວຍຫີນຊາຍ, ໄດ້ຖືກ ຄົ້ນພົບຢູ່ໃກ້ກັບ ຈຸດນັ້ນອາດສ້າງຂຶ້ນ ໃນສະຕະວັດທີ 7 ແລະ ເປັນຕົວແທນໃຫ້ແກ່ພະສີວະ ແລະ ປັດຈຸບັນວາງສະແດງຢູ່ ທີ່ຫໍພິພິທະພັນວັດພູ. ວັດດັ້ງເດີມນັ້ນ, ສ້າງດ້ວຍດິນຈີ່, ອາດຈະຢູ່ ໃນໄລຍະຍຸກ ກ່ອນອັງກໍວັດ ເຊິ່ງປັດຈຸບັນແມ່ນ ຍຸບພັງລົງທັງໝົດແລ້ວ, ສ່ວນທີ່ ເປັນໃຈກາງຂອງຫໍໄຫວ້ໄດ້ທັບຖົມ ໄປດ້ວຍຊາກສະຫລັກຮັກພັງ ຂອງຫໍໂຮງທີ່ກໍ່ດ້ວຍດິນຈີ່. ສີລາຈາລຶກ ໃນວັດນີ້, ປີ 889 ໄດ້ບອກໃຫ້ຮູ້ວ່າ ມີສະຖານທີ່ບ່ອນ ສັກກາລະບູຊາພະສີວະ ຕັ້ງຢູ່ໃກ້ກັບສະຖານທີ່ແຫ່ງນີ້, ຢູ່ທາງເບື້ອງທິດຕາເວັນອອກຂອງວັດ ຍັງມີເສັ້ນທາງບູຮານ ທີ່ປ້ອງດວ້ຍຂອບຫີນດິນຈີ່ ຍັງເຫລືອຢູ່ປະມານ 200-300ແມັດ ແລະ ໜອງສະນໍ້າທີ່ຂຸດໄວ້ກໍມີສ່ວນກ່ຽວພັນ ກັບສະຖານທີ່ແຫ່ງນີ້ເຊັ່ນດຽວກັນ.
   ປັດຈຸບັນ ສະຖານທີ່ດັ່ງກ່າວ ໄດ້ກາຍເປັນແຫລ່ງທ່ອງທ່ຽວ ທີ່ດຶງດູດນັກທ່ອງທ່ຽວ ທັງໃນປະເທດ ແລະ ຕ່າງປະເທດ ໃຫ້ໄປຢ້ຽມຊົມເປັນຈຳນວນຫລາຍ. ເອົາເປັນວ່າຖ້າທ່ານໃດຫາກ ທ່ານມີແຜນ ທ່ອງທ່ຽວ ໃນແຂວງຈຳປາສັກ ຢ່າພາດໂອກາດ ທີ່ຈະໄປຊົມຄວາມງົດງາມ ແລະ ບູຮານສະຫງ່າງາມ ຂອງວັດໂຕະໂມະ ສະຖານທີ່ທ່ອງທ່ຽວ ທີ່ສະທ້ອນໃຫ້ເຫັນອະດີດອັນລຳຄ່າ ແລະ ວັດທະນະທຳອັນລ້ຳລຶກ ຂອງຊາວຂະແມ.

KPL

ຂ່າວອື່ນໆ

    • ເພີ່ມທະວີການປົກປັກຮັກສາສັດນ້ຳ-ສັດປ່າບົດ-ສາລະຄະດີ

      ເພີ່ມທະວີການປົກປັກຮັກສາສັດນ້ຳ-ສັດປ່າ

      8/25/2025 11:00:13 AM

      *ການປົກປັກຮັກສາສັດນ້ຳ-ສັດປ່າ ມັນຮຽກຮ້ອງເຖິງທຸກຊັ້ນຄົນໃນສັງຄົມ ຕ້ອງໄດ້ມີສ່ວນຮ່ວມໃນການຮັກສາ ໂດຍບໍ່ຕ້ອງລ່າ, ທຳລາຍປ່າໄມ້ ເຊິ່ງເປັນບ່ອນຢູ່ອາໄສຂອງສັດປ່າ. ພ້ອມນີ້, ຕ້ອງຢຸດການຊື້-ຂາຍສັດປ່າ, ຢຸດບໍລິໂພກສັດປ່າ ແລະ ອື່ນໆ.

    • ຄອບຄົວຕົວແບບໃນການຜະລິດເບ້ຍຢາງພາລາເປັນສິນຄ້າບົດ-ສາລະຄະດີ

      ຄອບຄົວຕົວແບບໃນການຜະລິດເບ້ຍຢາງພາລາເປັນສິນຄ້າ

      8/25/2025 10:51:08 AM

      *ບໍ່ວ່າອາຊີບໃດໆ, ຖ້າມີຄວາມດຸໝັ່ນ, ອົດທົນ, ຫ້າວຫັນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ລວມທັງວຽກພັກ-ວຽກລັດ ແລະ ວຽກຄອບຄົວ ກໍສາມາດປະສົບຜົນສຳເລັດໄດ້. ເໝືອນດັ່ງຄອບຄົວ ທ່ານ ສະເຫລີມພອນ ແສງທະວີ ອາຍຸ 41 ປີ ຢູ່ບ້ານນາແດງ ເມືອງໄຊບູລີ ແຂວງສະຫວັນນະເຂດ ໄດ້ກາຍເປັນຄອບຄົວຕົວແບບ

    • ເມືອງໄຊພົ້ນທຸກແລ້ວບົດ-ສາລະຄະດີ

      ເມືອງໄຊພົ້ນທຸກແລ້ວ

      8/25/2025 10:48:56 AM

      *ນັບວ່າເປັນອີກໜຶ່ງຜົນງານອັນໃຫຍ່ຫລວງ ຂອງການນຳເມືອງໄຊ ແຂວງ ອຸດົມໄຊ ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳປະຊາຊົນບັນດາເຜົ່າ ພາຍໃນເມືອງຈັດຕັ້ງປະຕິບັດ ແນວທາງ ນະໂຍບາຍ, ແຜນພັດທະນາເສດຖະກິດ-ສັງຄົມ ທີ່ພັກ-ລັດວາງອອກມາໂດຍຕະຫລອດ ຈົນໃນທີ່ສຸດກໍສາມາດບັນລຸໄດ້ຕາມຄາດໝາຍ ແລະ ປະກາດຮັບຮອງ ເປັນເມືອງພົ້ນທຸກເຊິ່ງເປັນ ເມືອງທຳອິດຂອງ ແຂວງ ອຸດົມໄຊ.

    • ເສີມຂະຫຍາຍມູນເຊື້ອ 23 ສິງຫາເຫດການສຳຄັນທາງປະຫວັດສາດ (23/8/1945 ແລະ 23/8/1975)ບົດ-ສາລະຄະດີ

      ເສີມຂະຫຍາຍມູນເຊື້ອ 23 ສິງຫາເຫດການສຳຄັນທາງປະຫວັດສາດ (23/8/1945 ແລະ 23/8/1975)

      8/20/2025 2:34:08 PM

      *ເຫດການປະຫວັດສາດທີ່ເກີດຂຶ້ນ ໃນວັນທີ 23 ສິງຫາປີ1975 ໄດ້ກາຍເປັນເຫດທີ່​ສຳຄັນ​ເຫດ​ການ​ໜຶ່ງ ເປັນວັນທີ່ປວງຊົນລາວທັງຊາດ ໄດ້ພ້ອມກັນ​ລຸກ​ຮື້ຂຶ້ນ​ ເພື່ອ​ລົບ​ລ້າງ​ກົງຈັກກອງ​ບັນຊາ​ການ​ ຂອງ​ລະບອບ​ເກົ່າ​ທີ່​ເປັນ​ເຄື່ອງ​ມື​ຮັບ​ໃຊ້​ໃຫ້​​ແກ່ຈັກກະ​ພັດ​.

    • ຫວນຄືນວັນມູນເຊື້ອວັນຢຶດອຳນາດ 23 ສິງຫາ ບົດ-ສາລະຄະດີ

      ຫວນຄືນວັນມູນເຊື້ອວັນຢຶດອຳນາດ 23 ສິງຫາ

      8/20/2025 2:29:55 PM

      * ການຢຶດອໍານາດ ເດືອນ ສິງຫາ ປີ 1945: ທ້າຍສະຕະວັດທີ XIX ປະເທດລາວ ຖືກຈັກກະພັດລ່າເມືອງຂຶ້ນແບບເກົ່າເຂົ້າມາຮຸກຮານ, ປຸ້ນສະດົມຢ່າງໂຫດຮ້າຍປ່າເຖື່ອນ, ປະຊາຊົນລາວບັນດາເຜົ່າ ໄດ້ຈົມຢູ່ໃນຄວາມເປັນຂ້ອຍຂ້າຂອງພວກລ່າເມືອງຂຶ້ນ ແລະ ຖືກຂູດຮີດຢ່າງແສນສາຫັດ.

ads
ads

Top