7092

ວັນ ໄດ້ສະແດງທັດສະນະຕໍ່ສື່ມວນ ຂປລ. ງານສຳມະນາວິທະຍາ ສາດ ເນື່ອງໃນໂອກາດສະເຫລີມ ສະຫລອງວັນສື່ມວນຊົນ ແລະ ການ ພິມຈຳໜ່າຍ ຄົບຮອບ 75 ປີ ຈັດ ຂປລ. ກະຊວງສຶກສາທິການ ແລະ ກິລາ ໄດ້ສະໜັບສະໜູນຈາກ ລັດຖະບານອົດສະຕາລີ ໂດຍຜ່ານ ແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການ ສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ຈັດຝຶກອົບຮົມ ກ່ຽວກັບການປົກປ້ອງ ແລະ ຮັກສາ ຄວາມປອດໄພສຳລັບເດັກໃນຂັ້ນ ປະຖົມສຶກສາເມື່ອບໍ່ດົນມານີ້ ໃຫ້ ຄູສອນຊັ້ນປະຖົມສຶກສາ 737 ຄົນ ທີ່ມາຈາກວິທະຍາໄລຄູຄັງໄຂ, ວິ ທະຍາໄລຄູສະຫວັນນະເຂດ ແລະ ວິທະຍາໄລຄູຫລວງນໍ້າທາ. ທ່ານ ນາງ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ໄດ້ກ່າວວ່າ: ຄູ ມີບົດບາດສຳຄັນໃນການປົກປ້ອງ ເດັກ ໂດຍການເປັນຜູ້ນຳ, ໃຫ້ການ ສະໜັບສະໜູນ ແລະ ເຂົ້າໃຈພາລະ ບົດບາດຂອງຕົນ, ເຊິ່ງສະພາບ ແວດລ້ອມການຮຽນຮູ້ທີ່ພວກເຂົາ ສ້າງຂຶ້ນມີຜົນກະທົບໂດຍກົງຕໍ່ ຄວາມປອດໄພ ແລະ ສະຫວັດດີພາບ ຂອງນັກຮຽນ ເມື່ອເດັກຮູ້ສຶກປອດ ໄພ, ພວກເຂົາຈະມີໂອກາດສຳເລັດ ຫລາຍຂຶ້ນໃນການຮຽນ. ການຝຶກ ອົບຮົມຄັ້ງນີ້ ຈະຊ່ວຍໃຫ້ຄູເຂົ້າໃຈ ຢ່າງຊັດເຈນກ່ຽວກັບບົດບາດຂອງ ຕົນໃນການຮັບປະກັນຄວາມປອດ ໄພ ແລະ ໃຫ້ຂໍ້ມູນຈຳເປັນກ່ຽວກັບ ວິທີລາຍງານຂໍ້ກັງວົນ ແລະ ເຂົ້າ ເຖິງການຂໍຄວາມຊ່ວຍເຫລືອ. ນອກຈາກນີ້, ຍັງເປັນໂອກາດທີ່ດີ ໃນການທົດລອງໃຊ້ຄູ່ມືຄູຝຶກ, ເຊິ່ງ ພວກເຮົາຈະນຳເອົາຄຳເຫັນທີ່ໄດ້ xtdkfdko9a f8A 'de,tdko 7tot[= ]y sko'kora dc0;';P'9a o xtdkfdkoc8j '8A 'g]0k 7tot[= ]y sko'kora dF sq ;|h k 78r le,tok;y mtpklkf lts]v';a olnj ,;o-q o c]t dkory ,9e|j kp 7q [Iv[ 75 xu ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 14.08.2025 ປີທີ 24 ສະບັບທີ 6.247 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2 dt-;'xh v'da oxtgmf s;o7n o,6 og-N v ;a olh k'8A 'co;]k;lh k'-kf 7q [Iv[ 75 xu 22] lts]5 [dko9a f8A ' xt8y [a f;Pd'ko 6 gfn vo8Q oxu lh k'7;k,g0A ,c0'dkoxq dxh v' c]t Ia dlk7;k,xvfwrle]a [gfa d.o0A oxt4q ,lb dlk 3I,-5 ,o5 ,lts]v';a olh k'8A 'co;]k;lh k'-kf 7q [Iv[ 75 xu ຂປລ. ພິທີປະກາດການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກ, ຫົວ ໜ້າຄະນະພົວພັນຕ່າງປະເທດສູນ ຂປລ. ພິທີປະກາດການຈັດຕັ້ງ ກຳມະການຄະນະບໍລິຫານງານພັກ, ກຳມະການປະຈຳພັກ ແລະ ຮອງ ເລຂາຄະນະບໍລິຫານງານພັກ ຂອງ ແຂວງວຽງຈັນ ໄດ້ຈັດຂຶ້ນໃນວັນ ທີ 12 ສິງຫາ 2025 ທີ່ຫ້ອງວ່າ ການແຂວງໂດຍການໃຫ້ກຽດເຂົ້າ ຮ່ວມຂອງທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນ ກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ ຮອງປະ ທານປະເທດ ແຫ່ງ ສປປ ລາວ, ຂປລ. ກະຊວງປ້ອງກັນປະເທດ ປາຖະກະຖາຫວນຄືນມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ75ປີ(13ສິງຫາ 195013 ສິງຫາ 2025) ໃນວັນທີ 12 ສິງຫາ 2025 ທີ່ກະຊວງປ້ອງກັນ ປະເທດ ໂດຍໃຫ້ກຽດປາຖະກະຖາ ຂອງທ່ານ ພົນໂທ ທອງລອຍ ສີ ລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານເຂົ້າຮ່ວມ. ທ່ານ ພົນໂທ ທອງລອຍ ສີລິວົງ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ( ຊ້າຍມື ) ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ( ຜູ້ທີເຈັດ ນັບຈາກຂວາຫາຊ້າຍ ) ທ່ານ ພົນໂທ ທອງລອຍ ສີລິວົງ ທ່ານ ສີເຮັງ ຫອມສົມບັດ -q ,g-u p;a olh k'8A 'co;]k;lh k'-kf 7q [Iv[ 75 xu 1j k'l5 f.9K ຂປລ. ສື່ມວນຊົນລາວ ເປັນ ກອງກຳລັງປະຈັນບານຂອງພັກ, ລັດ ຕໍ່ສູ້ໃນສະໜາມຮົບການເມືອງ ແນວຄິດ, ເປັນອາວຸດອັນແຫລມ ຄົມ ແລະ ເປັນກະບອກສຽງຂອງ ພັກ-ລັດ ເພື່ອປຸກລະດົມທົ່ວປວງ ຊົນເຂົ້າຮ່ວມໃນຂະບວນການຕໍ່ສູ້ ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ການ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດໃນປັດຈຸບັນ. ທ່ານ ສີເຮັງ ຫອມສົມບັດ ປະ ທານສະພາປະຊາຊົນ ແຂວງສາລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ( ຂວາມື ) ໄດ້ຍົກໃຫ້ເຫັນມູນເຊື້ອການກໍາເນີດ lnj ,;o-q o gxa ode]a 'xt9a o[ko 0v'ra d{]a f 8l6h .olt|k,Iq [dkog,n v'co;7y f + ຂຶ້ນໃນວັນທີ 12 ສິງຫາ 2025 ທີ່ຫໍວັດທະນະທຳແຫ່ງຊາດ ນະ ຄອນຫລວງວຽງຈັນ ໂດຍມີທ່ານ ລາວປາວຊົ່ງ ນະວົງໄຊ ຮອງຫົວ ໜ້າຄະນະໂຄສະນາອົບຮົມສູນກາງ ພັກ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ, ການນໍາ, ອະດີດການນໍາ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ສື່ມວນຊົນຈາກທຸກຂະ ແໜງການທັງສູນກາງ ແລະ ທ້ອງ ຖິ່ນເຂົ້າຮ່ວມ.

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 14/08/2025 xtgmf]k; ປະກາດການແຕ່ງຕັ້ງເລຂາ... ໂຮມຊຸມນຸມ... ປະກາດການຈັດຕັ້ງ ... ຂປລ. ພິທີໂຮມຊຸມນຸມສະເຫລີມ ສະຫລອງວັນສ້າງຕັ້ງແນວລາວ ສ້າງຊາດ ຄົບຮອບ 75 ປີ ໄດ້ຈັດ ຂຶ້ນວັນທີ 13 ສິງຫາ 2025 ໂດຍ ການເປັນປະທານຂອງສະຫາຍ ສິນລະວົງ ຄຸດໄພທູນ ປະທານສູນ ກາງແນວລາວສ້າງຊາດ, ໃຫ້ກຽດ ເຂົ້າຮ່ວມໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ, ມີບັນດາການນຳຂັ້ນສູງ ຂອງພັກ, ລັດ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ຄອບຄົວການ ນຳ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ສິນລະ ວົງ ຄຸດໄພທູນ ໄດ້ຫວນຄືນການ ກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ແນວລາວສ້າງຊາດ ຕະຫລອດ ໄລຍະ 75 ປີຜ່ານມາ, ຜົນສຳເລັດ ທີ່ສາມາດຍາດໄດ້ໃນແຕ່ລະໄລຍະ ຂ ອ ງ ແ ນ ວ ລ າ ວ ອິ ດ ສ ະ ຫ ລ ະ (ໄລຍະ1950-1956), ແນວ ລາວຮັກຊາດ (1956-1979) ແລະ ແນວລາວສ້າງຊາດ 1979 ມາເຖິງປັດຈຸບັນ ເຊິ່ງເປັນໄລຍະ ແຫ່ງການປົກປັກຮັກສາ ແລະ ສ້າງ ສາປະເທດຊາດ ແລະ ພາຍໃຕ້ ແນວທາງປ່ຽນແປງໃໝ່ຮອບດ້ານ ຂອງພັກ, ແນວລາວສ້າງຊາດ ໄດ້ ປັບປຸງປ່ຽນແປງພາລະບົດບາດ ແລະ ວິທີການເຄື່ອນໄຫວຂອງຕົນ ໃຫ້ສອດຄ່ອງກັບສະພາບການ ແລະ ໜ້າທີ່ການເມືອງໃໝ່. ຕະຫລອດ 46 ປີ ແນວລາວສ້າງຊາດ ໄດ້ ສ້າງຜົນງານໃຫຍ່ຫລວງສະແດງ ອອກໃນຜົນງານລວມຂອງພັກລັດ ແລະ ປະຊາຊົນສາມາດປົກ ປັກຮັກສາໝາກຜົນຂອງການ ປະຕິວັດທີ່ຍາດມາໄດ້, ບູລະນະ ແລະ ສ້າງລະບອບປະຊາທິປະໄຕ ປະຊາຊົນ, ຮັບປະກັນຄວາມໝັ້ນ ຄົງດ້ານການເມືອງ, ຄວາມເປັນ ລະບຽບຮຽບຮ້ອຍໃນສັງຄົມໂດຍ ພື້ນຖານ, ການສ້າງສາປະເທດ ຊາດ ນັບມື້ເຕີບໃຫຍ່ເຂັ້ມແຂງຢ່າງ ບໍ່ຢຸດຢັ້ງ. ແນວລາວສ້າງຊາດ ເປັນ ອົງກອນໜຶ່ງທີ່ເປັນຫລັກແຫລ່ງ ໃນການສຶກສາອົບຮົມພູນສ້າງມູນ ເຊື້ອປະຕິວັດ, ປຸກລຸກນໍ້າໃຈຮັກ ຊາດ, ຮັກລະບອບໃໝ່, ເຕົ້າໂຮມ ຄວາມສາມັກຄີປອງດອງຊົນເຜົ່າ, ສາສະໜາ, ຊັ້ນຄົນ-ເພດໄວ, ພີ່ນ້ອງ ລາວຢູ່ຕ່າງປະເທດແລະ ເຄື່ອນໄຫວ ການທູດປະຊາຊົນຕາມແນວທາງ ນະໂຍບາຍຂອງພັກ-ລັດ. ໂອກາດນີ້ດຽວກັນ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຍ້ອງຍໍສັນລະເສີນຕໍ່ຜົນງານອັນ ໃຫຍ່ຫລວງທີ່ແນວລາວສ້າງຊາດ ຍາດມາໄດ້ ເຖິງຢ່າງໃດກໍຕາມອົງ ການແນວລາວສ້າງຊາດ ຕ້ອງສືບ ຕໍ່ຍົກສູງຄັນທຸງເຕົ້າໂຮມຄວາມ ສາມັກຄີ, ຄວາມເປັນປຶກແຜ່ນ ແໜ້ນໜາຂອງປວງຊົນທັງຊາດ, ສືບທອດ ແລະ ເສີມຂະຫຍາຍມູນ ເຊື້ອອັນດີງາມຂອງແນວລາວອິດ ສະຫລະ, ແນວລາວຮັກຊາດ, ໂດຍ ສະເພາະມູນເຊື້ອໃກ້ຊິດຕິດແທດກັບ ປະຊາຊົນ ແລະ ເປັນຫລັກແຫລ່ງ ]k; c]t ly 'dt3x sk]n Ia fc|h odkorq ;ra oIj ;,,n lv'/j kp ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງທ່ານ ດຣ ວິວຽນ ບາລາຄຣິສນານ (Dr. Vivian Ba-lakrishnan) ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະ ຍາ ແລະ ຄະນະໄດ້ເດີນທາງຢ້ຽມ ຢາມ ສ ສິງກະໂປ ຢ່າງເປັນທາງ ການໃນລະຫວ່າງວັນທີ 11-12 ສິງຫາ 2025 ເພື່ອສືບຕໍ່ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະ ຫວ່າງສອງປະເທດ ກໍຄື ລະຫວ່າງ ສອງກະຊວງການຕ່າງປະເທດລາວ ແລະ ສິງກະໂປ ໃຫ້ໄດ້ຮັບການພັດ ທະນາຍິ່ງໆຂຶ້ນ. ໃນວັນທີ 11 ສິງຫາ 2025 ທີ່ ກະຊວງການຕ່າງປະເທດສິງກະ ໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ພົບປະ ສອງຝ່າຍກັບທ່ານ ດຣ ວິວຽນ ບາລາຄຣິສນານ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສ ສິງກະໂປ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ທົບທວນຄືນການ ພົວພັນຮ່ວມມືທັງໃນຂອບສອງ ຝ່າຍ ແລະ ຫລາຍຝ່າຍໃນໄລຍະ ຜ່ານມາພ້ອມທັງວາງທິດທາງ ແຜນການຮ່ວມມືໃນຕໍ່ໜ້າ. ສອງ ຝ່າຍໄດ້ເຫັນດີເປັນເອກະພາບ ແລະ ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ຕະຫລອດໄລຍະ 51 ປີ ຜ່ານ ມາທີ່ໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນເປັນກ້າວໆ, ເຊິ່ງສະແດງອອກໃນການພົບປະ ແລກປ່ຽນການຢ້ຽມຢາມລະຫ່ວາງ ການນຳຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິລວມເຖິງການ ໄປ-ມາຫາສູ່ກັນລະຫວ່າງປະຊາຊົນ ສອງຊາດນັບມື້ນັບເພີ່ມຂຶ້ນ. ສອງ ຝ່າຍໄດ້ຊຸກຍູ້ສົ່ງເສີມການຮ່ວມມື ທາງດ້ານການຄ້າ-ການລົງທຶນ, ການພັດທະນາຊັບພະຍາກອນ ມະນຸດ, ການສະໜອງສະບຽງອາ ຫານ, ພະລັງງານສະອາດ, ສິນ ເຊື່ອກາກບອນ, ການສົ່ງອາສາສະ ໝັກສິງກະໂປມາລາວ ແລະ ອື່ນໆ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ. ພິເສດ, ສອງຝ່າຍໄດ້ຕີລາຄາສູງ ຕໍ່ ການສະເຫລີມສະຫລອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍ ພົວພັນການທູດລະຫວ່າງສອງ ປະເທດ ໃນປີ 2024 ຜ່ານມາ ທີ່ ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ມີເນື້ອໃນ. ພ້ອມນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະ ພາບການພາກພື້ນ ແລະ ສາກົນ ຈຳນວນໜຶ່ງ. ໃນໂອກາດດຽວກັນນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງ ໜ້າໃຫ້ລັດຖະບານ ແລະ ປະຊາຊົນ ລາວ ສະແດງຄວາມຂອບໃຈຕໍ່ລັດ ຖະບານ ແລະ ປະຊາຊົນສິງກະໂປ ທີ່ໄດ້ໃຫ້ການຮ່ວມມື ແລະ ການ ຊ່ວຍເຫລືອແກ່ ສປປ ລາວ ຕະ ຫລອດໄລຍະຜ່ານມາເປັນຕົ້ນການ ພັດທະນາຊັບພະຍາກອນມະນຸດ ຜ່ານທຶນຝຶກອົບຮົມຕ່າງໆ. ພ້ອມນີ້, ຍັງໄດ້ຖືໂອກາດນີ້ສະແດງຄວາມ ຊົມເຊີຍ ແລະ ອວຍພອນໃຫ້ປະຊາ ຊົນສິງກະໂປ ຈົ່ງມີຄວາມຈະເລີນ ຮຸ່ງເຮືອງ ແລະ ວັດທະນະຖາວອນ ໃນໂອກາດວັນຊາດສິງກະໂປ ຄົບຮອບ 60 ປີ ໃນວັນທີ 9 ສິງຫາ 2025 ຜ່ານມາ. ສຳມະນາວິທະຍາສາດ... ຂປລ.ໃນວັນທີ11ສິງຫາ2025 ນີ້, ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະໄດ້ເຂົ້າຮ່ວມພິທີເຊັນ ປຶ້ມໄວ້ອາໄລຢູ່ສະຖານເອກອັກຄະ ລັດຖະທູດ ແຫ່ງ ສສ ມຽນມາ ປະ ຈໍາ ສປປ ລາວ ຕໍ່ການເສຍຊີວິດ ຂອງທ່ານ ອູ ມິນ ສະເວ ອະດີດ ຮັກສາການປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນ ມາ ໃນວັນທີ 7 ສິງຫາ 2025 ທີ່ ຜ່ານມາ. ເນື້ອໃນປຶ້ມໄວ້ອາໄລໄດ້ລະບຸ ວ່າ: ໃນນາມລັດຖະບານ ແລະ ປະ ຊາຊົນລາວ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະ ແດງຄວາມເສົ້າສະຫລົດໃຈເປັນ ຢ່າງຍິ່ງຕໍ່ການຈາກໄປຂອງທ່ານ ອູ ມິນ ສະເວ ອະດີດຮັກສາການປະ ທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ. ທ່ານ ອູ ມິນ ສະເວ ເປັນຜູ້ນຳ ຄົນສຳຄັນທີ່ໄດ້ອຸທິດເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດໃນການພັດ ທະນາປະເທດຊາດ ກໍຄື ການພົວພັນ ຮ່ວມມືອັນດີລະຫວ່າງລາວ ແລະ ມຽນມາ ໃນໄລຍະຜ່ານມາ. ຂ້າພະເຈົ້າຂໍແບ່ງເບົາຄວາມເສົ້າ ໂສກເສຍໃຈນີ້ ໄປຍັງຄອບຄົວຂອງ ທ່ານ ອູ ມິນ ສະເວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ. Iv']a f4t,q o8u dt-;'dko8j k'xtgmf g-a oxB ,w;h vkw] 8dkoglp-u ;y f0v'vtfu fIa dlkdkoxtmkokmy [= fu ,Po,k + ມີທ່ານ ຄຳພັນ ສິດທິດຳພາ ເຈົ້າ ແຂວງໆວຽງຈັນ, ພ້ອມດ້ວຍຄະນະ ປະຈຳພັກແຂວງ, ກຳມະການພັກ ແຂວງ, ພະແນກການ, ກົມກອງ, ອົງການພາຍໃນແຂວງ ແລະ ສູນ ກາງເຂົ້າຮ່ວມ. ທ່ານ ຄຳພັນ ສິດທິດຳພາ ໄດ້ ຂຶ້ນລາຍງານຫຍໍ້ກ່ຽວກັບການນຳ ພາ-ຊີ້ນຳໃນການຈັດຕັ້ງປະຕິບັດ ວຽກງານຕ່າງໆຂອງແຂວງໃນ ໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນ ດ້ານດີທີ່ສາມາດປະຕິບັດໄດ້, ດ້ານ ອ່ອນ ແລະ ຂໍ້ຄົງຄ້າງຕ່າງໆທີ່ຈະ ຕ້ອງສືບຕໍ່ແກ້ໄຂໃນຕໍ່ໜ້າເວົ້າລວມ ເວົ້າສະເພາະການຈັດຕັ້ງປະຕິບັດ ວຽກງານໄລຍະ 6 ເດືອນຕົ້ນປີ 2025 ຜ່ານມາ, ເຊິ່ງໄດ້ສຸມໃສ່ ກະຕຸ້ນເສດຖະກິດຂອງແຂວງໃຫ້ ມີການຂະຫຍາຍຕົວເປັນປົກກະຕິ ສະເລ່ຍຢູ່ລະດັບ 3,8%(ແຜນການ 6,5%), ຄິດເປັນມູນຄ່າລາຄາໃນ ປີ 9,06 ຕື້ກີບ ເທົ່າກັບ 68,18% ຂອງແຜນການ (ແຜນການ 13.294 ຕື້ກີບ), ລາຍໄດ້ສະເລ່ຍ ຕໍ່ຫົວຄົນໄດ້ 836 ໂດລາສະຫະລັດ, ຈັດເກັບລາຍຮັບເຂົ້າງົບປະມານ ໄດ້ 617,33 ຕື້ກີບ ເທົ່າກັບ 56,43% ຂອງແຜນການ (ແຜນ 1.094 ຕື້ ກີບ), ດ້ານລາຍຈ່າຍປະຕິບັດໄດ້ 504,21 ຕື້ກີບ (ລວມລາຍຈ່າຍ ການລົງທຶນຂອງລັດ) ເທົ່າກັບ 55,81% ຂອງແຜນການ. ພ້ອມ ນີ້, ໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົນ ສຸມໃສ່ການຜະລິດກະສິກຳ ໂດຍ ສະເພາະການປູກ-ການລ້ຽງເພື່ອ ຄ້ຳປະກັນສະບຽງອາຫານພາຍໃນ ທົດແທນການນຳເຂົ້າ ພ້ອມທັງຫັນ ໄປສູ່ຜະລິດເປັນສິນຄ້າເທື່ອລະກ້າວ. ສຳລັບການຈັດຫາວຽກເຮັດງານ ທໍາໃຫ້ແຮງງານພາຍໃນແຂວງ ໄດ້ 144 ຄົນ, ໄປຕ່າງປະເທດໄດ້ 384 ຄົນ, ເອົາໃຈໃສ່ແກ້ໄຂບັນຫາ ຫລຸດຜ່ອນຄວາມທຸກຍາກໃຫ້ແກ່ ປະຊາຊົນ, ປັດຈຸບັນທົ່ວແຂວງຍັງມີ ຄອບຄົວທຸກຍາກ 3.479 ຄອບຄົວ, ເທົ່າກັບ 3,53% ຂອງຄອບຄົວ ທັງໝົດ, ໄດ້ເພີ່ມທະວີເອົາໃຈໃສ່ ປະຕິບັດແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບ ທົ່ວປວງ ຊົນຮອບດ້ານຂອງພັກ ກໍຄື ການ ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນບັນຫາຢາເສບຕິດ, ອຸບັດ ເຫດ, ການລັກຊັບ, ສໍ້ໂກງຊັບ ແລະ ອື່ນໆ ເພື່ອເຮັດໃຫ້ທົ່ວແຂວງມີສະ ຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ, ປັດຈຸບັນ ໂ ອ ກ າ ດ ດັ່ ງ ກ່ າ ວ , ທ່ າ ນ ລາວປາວຊົ່ງ ນະວົງໄຊ ໃຫ້ຮູ້ວ່າ: ການສຳມະນາໃນຄັ້ງນີ້, ໄດ້ຮ່ວມກັນ ສົນທະນາ ແລະ ແລກປ່ຽນຄວາມ ຄິດເຫັນກ່ຽວກັບການພັດທະນາ ຂອງສື່ມວນຊົນຈາກອະດີດສູ່ປັດ ຈຸບັນ, ບົດບາດຂອງປັນຍາປະດິດ (AI) ໃນຍຸກອຸດສາຫະກຳ 4.0, ຄວາມສຳຄັນຂອງຈັນຍາບັນສື່ ແລະ ທິດທາງໃນອະນາຄົດ. ພ້ອມ ນີ້, ທ່ານ ລາວປາວຊົ່ງ ນະວົງໄຊ ຍັງໄດ້ຍົກໃຫ້ເຫັນການເຕີບໃຫຍ່ ຂະຫຍາຍຕົວຂອງສື່ມວນຊົນລາວ ໃນໄລຍະຜ່ານມາຈົນຮອດປັດຈຸບັນ ກໍຄື ຍຸກແຫ່ງການຂະຫຍາຍຕົວ ທາງດ້ານດີຈິຕອນ ສື່ມວນຊົນລາວ ໄດ້ມີການພັດທະນາຕົນເອງຢ່າງ ກ້າວກະໂດດທາງດ້ານປະລິມານ ແລະ ຄຸນນະພາບ, ໄດ້ນຳໃຊ້ເຕັກ ນິກ, ເຄື່ອງມື, ວັດຖຸອຸປະກອນທີ່ທັນ ສະໄໝເຂົ້າໃນການຈັດຕັ້ງປະຕິບັດ ກາງພັກ (ຄຕພ) ຈັດຂຶ້ນໃນວັນທີ 12 ສິງຫາ 2025 ໂດຍການເປັນ ປະທານຂອງສະຫາຍນາງສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ໃນການເຕົ້າໂຮມຄວາມສາມັກຄີ ປອງດອງທົ່ວປວງຊົນລາວທັງ ຊາດ ເພື່ອປຸກລະດົມກຳລັງແຮງ ທົ່ວສັງຄົມເຂົ້າຮ່ວມໃນພາລະກິດ ປົກປັກຮັກສາ ແລະ ພັດທະນາປະ ເທດຊາດ; ເຊີດຊູສະຕິຊາດເອກະ ພາບເປັນອັນໜຶ່ງອັນດຽວ, ຍົກສູງ ຈິດໃຈເອກະລາດ ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ເພີ່ມທະວີຄວາມຮັບ ຜິດຊອບຂອງຄົນລາວຕໍ່ຊາຕາກໍາ ຂອງປະເທດຊາດ, ບໍ່ໃຫ້ອິດທິກຳລັງ ໃດໆມາມ້າງເພ ແລະ ທຳລາຍໄດ້. ຂ່າວ: ກິດຕາ; ພາບ: ເກດສະໜາ ການດຳເນີນການ-ການກະກຽມ ກອງປະຊຸມ 3 ຂັ້ນ ພາຍໃນແຂວງ ວຽງຈັນແມ່ນສຳເລັດ. ສ່ວນການ ກະກຽມດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກແຂວງວຽງຈັນ ຄັ້ງ ທີ VII ໂດຍສະເພາະເນື້ອໃນສຳຄັນ ຕົ້ນຕໍ 3 ບົດໃຫຍ່ແມ່ນໄດ້ສຳເລັດ ຮອບທີ 1. ທ່ານ ນາງ ວິໄລ ພິລາວົງ ຮອງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງ ໄດ້ຜ່ານມະຕິ ຕົກລົງຂອງຄະນະເລຂາທິການ ສູນກາງພັກ ສະບັບເລກທີ 659/ ຄລສພ, ລົງວັນທີ 25 ກໍລະກົດ 2025 ວ່າດ້ວຍການແຕ່ງຕັ້ງທ່ານ ຄຳຜາ ພິມມະສອນ ຮອງເລຂາຄະ ນະພັກຫ້ອງວ່າການສູນກາງພັກ ເປັນກຳມະການຄະນະບໍລິຫານງານ ພັກ, ກຳມະການປະຈຳພັກ ແລະ ຮອງເລຂາຄະນະບໍລິຫານງານພັກ ແຂວງວຽງຈັນ. ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ມີຄຳເຫັນໂອ້ລົມພ້ອມ ເນັ້ນໜັກບາງບັນຫາເປັນຕົ້ນໃຫ້ ບັນດາສະຫາຍການນຳທຸກຂັ້ນຂອງ ແຂວງໃຫ້ມີຄວາມເອກະພາບກັນຕໍ່ ການແຕ່ງຕັ້ງໃນຄັ້ງນີ້ ພ້ອມນີ້ກໍຕ້ອງ ໄດ້ໃຫ້ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ໃຫ້ການຮ່ວມມືແລະ ໃຫ້ການປຶກສາ ບັນຫາຕ່າງໆ ໃຫ້ເປັນເອກະພາບ ເພື່ອເຮັດຫລ້ອນໜ້າທີ່ການເມືອງ ທີ່ ການຈັດຕັ້ງພັກ-ລັດມອບໝາຍໃຫ້, ສືບຕໍ່ປົກປັກຮັກສາ ແລະ ເສີມສ້າງ ຄວາມສາມັກຄີພາຍໃນພັກ, ສືບຕໍ່ສຸມ ໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບໃຫ້ ມີປະສິດທິພາບສູງ, ປັບປຸງກໍາລັງ ປກຊ-ປກສ ຂອງທ້ອງຖິ່ນໃຫ້ເຂັ້ມ ແຂງ, ມີລະບຽບວິໄນເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ຂອງຕົນ, ເປັນເຈົ້າການເຂົ້າຮ່ວມ ປະກອບສ່ວນໃນການປະຕິບັດແນວ ທາງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານ, ສຸມ ໃສ່ວຽກຂະບວນການດ້ານເນື້ອໃນ ແລະ ບຸກຄະລາກອນໃຫ້ມີຄວາມ ສຳເລັດ ເພື່ອຮັບປະກັນໃຫ້ແກ່ການ ກະກຽມ ແລະ ດໍາເນີນກອງປະຊຸມ ໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ແຂວງວຽງຈັນ ທີ່ຈະຈັດຂຶ້ນໃນຕໍ່ ໜ້ານີ້ພ້ອມທັງເອົາໃຈໃສ່ປັບປຸງແບບ ແຜນນໍາພາ ແລະ ວິທີເຮັດວຽກຕ້ອງ ເຄົາລົບ ແລະ ປະຕິບັດຫລັກການ ລວມສູນປະຊາທິປະໄຕຂອງພັກ, ບັນ ຫາສໍາຄັນຕ່າງໆຕ້ອງມີການປຶກສາ ຫາລືເສີມຂະຫຍາຍປະຊາທິປະໄຕ ພາຍໃນຄະນະພັກ, ຄະນະປະຈໍາ ແລະ ຕົກລົງເປັນໝູ່ຄະນະ, ແບ່ງງານ ບຸກຄົນຮັບຜິດຊອບຈະແຈ້ງ, ເຄື່ອນ ໄຫວພາຍໃຕ້ການຊີ້ນໍາ-ບັນຊາຫົວ ໜ້າດຽວ, ຕ້ານພະຍາດອາດຍາສິດ, ເອກະຊົນ-ບົງການອ້າຍດຽວ, ຕ້ອງ ປະຕິບັດລະບອບລາຍງານສ່ອງແສງ ຕໍ່ຂັ້ນເທິງ ແລະ ລົງຕິດຕາມ-ກວດກາ ວຽກງານຕົວຈິງຢູ່ຮາກຖານຢ່າງໃກ້ ຊິດຕິດແທດເປັນປົກກະຕິ. ຮອງປະທານສະພາແຫ່ງຊາດ, ມີ ບັນດາຜູ້ຕາງໜ້າຈາກອົງການຂອງ ພັກ, ກະຊວງການຕ່າງປະເທດ, ບັນ ດາຄະນະພັກ, ຄະນະກົມແລະສະມາ ຊິກພັກພາຍໃນ ຄຕພ ເຂົ້າຮ່ວມ. ໃນພິທີ, ສະຫາຍ ນາງ ກັນຍາ ແສງແກ້ວວົງພະຈັນ ຮອງຫົວໜ້າ ກົມຄຸ້ມຄອງພະນັກງານໄດ້ຕາງໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານ ມະຕິ ເລກທີ 22/ກມສພ, ລົງວັນທີ 4 ສິງຫາ 2025 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການເລຂາຄະນະບໍລິຫານ ງານພັກ, ຮັກສາການຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ເປັນເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ. ໂອກາດນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ມີຄໍາເຫັນ ໂອ້ລົມ ແລະ ສະແດງຄວາມຊົມເຊີຍ ຕໍ່ສະຫາຍ ບຸນເຫລືອ ພັນດານຸວົງ ທີ່ໄດ້ຮັບການແຕ່ງຕັ້ງເປັນເລຂາ ຄະນະບໍລິຫານງານພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງ ພັກ ເຊິ່ງສະແດງໃຫ້ເຫັນເຖິງຄວາມ ເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈ ຂອງກົມການເມືອງສູນກາງພັກ ວຽກງານວິຊາສະເພາະຂອງຕົນ ໄດ້ ຢ່າງວ່ອງໄວ, ທັນເຫດການ ແລະ ອື່ນໆ. ຢ່າງໃດກໍຕາມໃນຍຸກທີ່AI ມີ ບົດບາດຫລາຍຂຶ້ນ, ສື່ມວນຊົນລາວ ຕ້ອງຕື່ນຕົວໃນການນຳໃຊ້ເຕັກໂນ ໂລຊີຢ່າງມີຈັນຍາບັນ, ປ້ອງກັນ ການແຜ່ຂະຫຍາຍຂອງຂ່າວປອມ ແລະ ປົກປ້ອງຄວາມເປັນສ່ວນຕົວ ຂອງຜູ້ຮັບຂໍ້ມູນຂ່າວສານ. ການສຳມະນາໃນຄັ້ງນີ້, ບັນ ດາວິທະນາກອນໄດ້ຍົກໃຫ້ເຫັນ ຄວາມສຳຄັນ, ສິດ, ໜ້າທີ່, ພາລະ ບົດບາດ, ວິໄສທັດ ແລະ ຜົນງານ ການຂີດຂຽນ, ການນຳສະເໜີຂ່າວ, ບົດ, ສາລະຄະດີ ແລະ ອື່ນໆ ຂອງສື່ ມວນຊົນລາວ ໃນຍຸກປັດຈຸບັນລວມ ທັງການຈັດຕັ້ງປະຕິບັດວຽກງານ, ການປະກອບສ່ວນ ແລະ ການເຕີບ ໃຫຍ່ຂະຫຍາຍຕົວຂອງສື່ມວນຊົນ ລາວ ໃນອະດີດຮອດປັດຈຸບັນ. ພ້ອມ ທັງຍົກໃຫ້ເຫັນການພັດທະນາຂອງ ສື່ມວນຊົນໃນຍຸກແຫ່ງການເຕີບ ໃຫຍ່ຂະຫຍາຍຕົວທາງດ້ານດີຈິ ຕອນ ກໍຄື ການນຳໃຊ້ສື່ອອນລາຍ ເຂົ້າໃນການນຳສະເໜີຂ່າວຕ່າງໆ. ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມ ຍັງ ໄດ້ຮັບຟັງ ແລະ ຮຽນຮູ້ປະສົບການ, ຈັນຍາບັນ, ການນຳສະເໜີຂ່າວ ແລະ ອື່ນໆຂອງສື່ຕ່າງປະເທດທີ່ ຈັດຕັ້ງປະຕິບັດວຽກງານຢູ່ ສປປ ລາວ ເປັນຕົ້ນການນຳໃຊ້ສື່ແບບໃໝ່ ກໍຄື AI ເຂົ້າໃນການນຳສະເໜີຂ່າວ, ການຕອບໂຕ້ຂ່າວປອມ, ຂ່າວບິດ ເບືອນຄວາມຈິງ ແລະ ອື່ນໆ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ແລະ ຄະນະເລຂາທິການສູນກາງ ພັກ ຕໍ່ກັບການປະຕິບັດໜ້າທີ່ຂອງ ສະຫາຍ ບຸນເຫລືອ ພັນດານຸວົງ ໃນ ໄລຍະຜ່ານມາ. ໃນຂະນະດຽວກັນ, ສະຫາຍຍັງໄດ້ໃຫ້ທິດເຍືອງທາງ ແລະ ຊີ້ນໍາຕໍ່ການປະຕິບັດໜ້າທີ່ການ ເມືອງໃນຕໍ່ໜ້າລວມທັງການນໍາ ພາ-ຊີ້ນໍາການດໍາເນີນກອງປະຊຸມ ໃຫຍ່ສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ຄຕພ ໃຫ້ບັນລຸຜົນສໍາ ເລັດຢ່າງຈົບງາມ.

zq o'korQ ogfa j o0v'co;]k;lh k'-kf w]pt xu 2009 gxa o8Q o,k xtgmf]k; 3 14/08/2025 0j k; c]t gsfdko (ຂໍ້ມູນແຂວງຄ¦ມ່ວນ) (ເນ່ືອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ວັນທີ 13/8/1950-13/8/2025) dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ອ່ານຕໍ່ສະບັບໜ້າ lnj ,;o-q o oa [,N pyj ',u [q f[kfle7a o .odkogIa f|h kmu j gxa odt[vdlP'.sh cdj ra d{]a f ເມື່ອບໍ່ດົນຜ່ານມານີ້ວ່າ: ໃນນາມ ພະນັກງານອາວຸໂສບຳນານ ທີ່ເຄີຍ ຊີ້ນຳຂົງເຂດວຽກງານສື່ມວນຊົນ ຂອງແຂວງຄໍາມ່ວນ ມີຄວາມຮູ້ສຶກ ດີໃຈ ແລະ ເອກອ້າງທະນົງໃຈ ຕໍ່ກັບ ການສ້າງຕັ້ງວັນສໍາຄັນດັ່ງກ່າວ ທີ່ໄດ້ໝູນວຽນມາຮອດອີກວາລະ ໜຶ່ງ, ເຊິ່ງວຽກງານສື່ມວນຊົນ ແມ່ນວຽກງານທີ່ສຳຄັນໃນການ ເຮັດໜ້າທີ່ເປັນກະບອກສຽງໂຄສະ ນາແນວທາງນະໂຍບາຍຂອງ ພັກລັດ, ຊຸກຍູ້ປຸກລະດົມ ກຳລັງແຮງ ຂອງມະຫາຊົນ, ປະຊາຊົນບັນດາ ເຜົ່າ, ພະນັກງານ-ສະມາຊິກພັກ ເຂົ້າຮ່ວມໃນທຸກໆຂະບວນການ ຂອງການສ້າງສາ ແລະ ພັດທະນາ ປະເທດຊາດ ໃຫ້ມີຄວາມເຕີບໃຫຍ່ ເຂັ້ມແຂງ ແລະ ສີວິໄລ. ວຽກງານສື່ມວນຊົນ ເມື່ອມາ ສົມທຽບໃສ່ກັບໄລຍະປັດຈຸບັນ ແມ່ນເຫັນວ່າມີບາດກ້າວຂະຫຍາຍ ຕົວຢ່າງໄວວາ, ມີເຄື່ອງມືທີ່ທັນສະ ໄໝ, ການເກັບກຳຂ່າວ ແລະ ເຜີຍ ແຜ່ຂໍ້ມູນຂ່າວສານໄດ້ທັນກັບເຫດ ການ, ມີຄວາມຊັດເຈນ ແລະ ຖືກ ຕ້ອງຕາມແນວທາງ ນະໂຍບາຍ ຂອງພັກ-ລັດ, ຕາໜ່າງຂ່າວມີການ ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ລົງທົ່ວເຖິງປະຊາຊົນ, ເຊິ່ງ ວຽກງານສື່ມວນຊົນນັບມື້ຍິງມີ ບົດບາດຄວາມສຳຄັນ ໃນການໂຄ ສະນາແນວທາງທີ່ຖືກຕ້ອງ, ໂຄ ສະນາຕໍ່ສູ້ ແລະ ຕ້ານ ກັບກຸ່ມຄົນ ທີ່ບໍ່ຫວັງດີ ໃນການໂຄສະນາຊວນ ເຊື່ອ, ບິດເບືອນກັບຄວາມເປັນຈິງ, ຕົວະຍົວະຫລອກລວງ ທີ່ປະກົດຂຶ້ນ ຈໍານວນບໍ່ໜ້ອຍ ໃນສື່ອອນລາຍໃນ ປັດຈຸບັນ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງ ນັກຮົບສື່ມວນຊົນທຸກທ່ານ ຈົ່ງໄດ້ ເພີ່ມທະວີໃນການພັດທະນາວຽກ ງານສື່ມວນຊົນ ພ້ອມທັງເພີ່ມທະວີ ເອົາໃຈໃສ່ໃນການຕອບໂຕ້ ທຸກໆ ຖ້ອຍທຳນອງ ທີ່ໂຄສະນາໃສ່ຮ້າຍ ປ້າຍສີຕໍ່ແນວທາງນະໂຍບາຍຂອງ ພັກ-ລັດ ແລະ ຮຽກຮ້ອງມາຍັງທຸກ ພາກສ່ວນ ຈົ່ງພ້ອມກັນເອກອ້າງ ທະນົງໃຈ ແລະ ໃຫ້ຄວາມສຳຄັນ ໂດຍຖືເອົາການສ້າງຜົນງານທີ່ດີ ງາມ ເນື່ອງໃນໂອກາດຂໍ່ານັບຮັບ ຕ້ອນ ແລະ ສະເຫລີມສະຫລອງ ວັນ ສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ. ໃນໂອກາດ ວັນສ້າງຕັ້ງສື່ ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໃນຖານະທີ່ສື່ມວນ ຊົນເປັນກະບອກສຽງ ໃຫ້ແກ່ພັກລັດຖະບານ ແລະ ປະຊາຊົນ, ເປັນ ຜູ້ນຳສະເໜີຂໍ້ມູນຂ່າວສານທີ່ຖືກ ຕ້ອງ, ວ່ອງໄວ ແລະ ທັນເຫດການ. ທ່ານ ບຸນທວາຍ ສິລິປັນຍາທອງ ພະນັກງານອາວຸໂສບຳນານ ໃນ ນາມທີ່ເຄີຍດຳລົງຕໍາແໜ່ງ ແລະ ຊີ້ນໍາໃນຂົງເຂດສື່ມວນຊົນ ແຂວງ ຄຳມ່ວນ ໄດ້ສະແດງຄວາມຮູ້ສຶກຕໍ່ ວັນສ້າງຕັ້ງສື່ມວນຊົນ ແລະ ການ ພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຜ່ານສື່ມວນຊົນແຂວງຄໍາມ່ວນ ໃນໂອກາດວັນສ້າງຕັ້ງສູນ ກາງແນວລາວສ້າງຊາດຄົບຮອບ 75 ປີ ໄດ້ໝູນວຽນມາອີກວາລະ ໜຶ່ງ ເຊິ່ງໜັງສືພິມປະເທດລາວສະ ບັບນີ້ ຂໍນຳສະເໜີຜົນງານພົ້ນເດັ່ນ ຂອງແນວລາວສ້າງຊາດ ເຊິ່ງສະ ບັບກ່ອນກໍໄດ້ນຳສະເໜີມາແດ່ ແລ້ວ, ມື້ນີ້ຈຶ່ງຂໍສືບຕໍ່ນຳເອົາຜົນ ງານພົ້ນເດັ່ນໂດຍຫຍໍ້ມີດັ່ງນີ້. ກອງປະຊຸມພົບປະຜູ້ຊົງຄຸນວຸດ ທິບັນດາເຜົ່າ ຄັ້ງທີ II ແລະ ຄັ້ງ ທີ III, ໄດ້ປັບປຸງກົດໝາຍວ່າດ້ວຍ ແນວລາວສ້າງຊາດ ປີ 2008, ປະ ກອບສ່ວນຄົ້ນຄວ້າ ແລະ ສະເໜີ ສະພາແຫ່ງຊາດຮັບຮອງເອົາຊົນ ເຜົ່າບຣູ ເປັນເຜົ່າທີ 50. ສ້າງມະ ຕິຄະນະເລຂາທິການວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ສູນກາງແນວລາວສ້າງຊາດ ປີ 2012 ແລະ ມະຕິກົມການເມືອງວ່າ ດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງສູນກາງແນວລາວສ້າງ ຊາດປີ2017, ສ້າງຄໍາສັ່ງແນະນໍາ ຂອງຄະນະເລຂາທິການສູນກາງ ພັກ ວ່າດ້ວຍບຸກຄະລາກອນແນວ ລາວສ້າງຊາດຂັ້ນທ້ອງຖິ່ນ ເລກທີ 19/ຄລສພ(30/6/2015) ແລະ ປັບປຸງມະຕິ 05/ກມສພ ກ່ຽວກັບ ວຽກງານມະຫາຊົນຂອງພັກໃນໄລ ຍະໃໝ່ ມາເປັນ ມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນ ໄລຍະໃໝ່ ປີ 2020; ຄົ້ນຄວ້າ ແລະ ປະກາດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເປັນ ຂະບວນການຂອງແນວລາວສ້າງ ຊາດ ໃນປີ 2017 ຈົນເຖິງປັດຈຸບັນ; ຂົນຂວາຍພີ່ນ້ອງຄົນລາວຢູ່ຕ່າງ ປະເທດ ມາເຮັດບຸນກະຖິ່ນ ຈໍານວນ 200 ກວ່າທ່ານ ເປັນຄັ້ງທໍາອິດ; ປະກອບສ່ວນສ້າງດຳລັດ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ປົກ ປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ; ປະກອບສ່ວນແກ້ໄຂ ໄພພິບັດຈາກເຂື່ອນໄຟຟ້າເຊປຽນ ເຊນ້ຳນ້ອຍແຕກຢູ່ແຂວງອັດຕະປື. ມາປີ 2020 ເປັນຕົ້ນມາ ເຊິ່ງ ເປັນໄລຍະທີ່ສະພາບສາກົນ, ພາກ ພື້ນມີຄວາມສັບສົນແລະພາຍໃນປະ ເທດມີຄວາມຫຍຸ້ງຍາກດ້ານເສດ ຖະກິດ, ການເງິນ, ເງິນຕາ, ການ ລະບາດຂອງພະຍາດໂຄວິດ-19 ແລະ ປະສົບກັບໄພພິບັດທໍາມະ ຊາດຢ່າງໜັກໜ່ວງ ໄດ້ສົ່ງຜົນກະ ທົບຕໍ່ຊີວິດການເປັນຢູ່ ຂອງພະນັກ ງານ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າ. ແຕ່ພາຍ ໃຕ້ການນໍາພາຂອງພັກ, ລັດຖະ ບານ, ແນວລາວສ້າງຊາດ, ຄະນະ ພັກ-ອົງການປົກຄອງ ແຕ່ລະຂັ້ນ ພວກເຮົາຍັງຮັກສາໄດ້ຄວາມສາ ມັກຄີເປັນປຶກແຜ່ນພາຍໃນຊາດ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າຍັງ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງ ພັກ ພ້ອມກັນບຸກບືນຜ່ານຜ່າຄວາມ ຫຍຸ້ງຍາກຕ່າງໆ. ມະຕິກອງປະຊຸມໃຫຍ່ຜູ້ແທນ ແນວລາວສ້າງຊາດທົ່ວປະເທດ ຄັ້ງ ທີ9I ໄດ້ກໍານົດ4ການຫັນປ່ຽນ ໃນ ວຽກຂອງງານແນວລາວສ້າງຊາດ: 1). ສ້າງຄວາມຮັບຮູ້ຄວາມ ເຂົ້າໃຈຕໍ່ວຽກງານແນວໂຮມໃນ ໄລຍະໃໝ່ຢ່າງເລິກເຊິ່ງ. 2). ຍົກສູງຄຸນນະພາບການ ເຄື່ອນໄຫວຂອງແນວລາວສ້າງ ຊາດແຕ່ລະຂັ້ນ ໂດຍການສ້າງລາຍ ຮັບເພີ່ມເຕີມທີ່ຖືກກົດໝາຍ. 3). ຫັນປ່ຽນໃໝ່ດ້ານຮູບການ ແລະ ວິທີການປຸກລະດົມຂົນຂວາຍ ປະຊາຊົນຊັ້ນຄົນຕ່າງໆເຂົ້າຮ່ວມ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ຈັດຕັ້ງປະຕິບັດ ໂຄງການຕ່າງໆຮ່ວມກັບກະຊວງອົງການ ອັນພົ້ນເດັ່ນແມ່ນການໂຄ ສະນາປຸກລະດົມການມອບພັນທະ ພາສີ-ອາກອນ ຮ່ວມກັບກະຊວງ ການເງິນ ເຮັດໃຫ້ການເກັບລາຍ ຮັບປີ 2024 ສາມາດປະຕິບັດໄດ້ ເກີນແຜນໃນທົ່ວປະເທດ. 4). ຫັນປ່ຽນດ້ານຮູບແບບ ການຮ່ວມສໍາພັນລະຫວ່າງອົງການ ພາຄີດ້ວຍກັນໃນການເຄື່ອນໄຫວ ວຽກງານມະຫາຊົນ ໃຫ້ໄປຕາມ ທິດລວງດຽວກັນ ແລະ ແຜນພັດ ທະນາອົງການແນວລາວສ້າງຊາດ 5 ປີ(2021-2025), ໄດ້ອອກ ຄໍາແນະນໍາ ເລກທີ 009/ຄປຈ ກ່ຽວກັບການຈັດຕັ້ງປະຕິບັດ 2 ວາ ລະແຫ່ງຊາດ ໃນຂົງເຂດແນວລາວ ສ້າງຊາດ, ມະຕິ 55/ຄປຈ ວ່າດ້ວຍ ການສ້າງລາຍຮັບເພີ່ມເຕີມ ຂອງ ແນວລາວສ້າງຊາດໃນໄລຍະໃໝ່, ມະຕິ 12/ຄປຈ ວ່າດ້ວຍການຈັດ ຕັ້ງປະຕິບັດ ມະຕິ 04/ກມສພ ແລະ ມະຕິ 05/ລບ ວ່າດ້ວຍການສ້າງ ເສດຖະກິດ ເອກະລາດ ເປັນເຈົ້າຕົນ ເອງ ໃນຂົງເຂດແນວລາວສ້າງຊາດ. ພ້ອມນັ້ນກໍໄດ້ກໍານົດ 4 ເສີມ ສ້າງ (ເສີມສ້າງຄວາມສາມັກຄີ, ຄຸນງາມຄວາມດີ,ຄຸນວຸດທິແລະຄຸນ ນະທໍາ) ແລະ ປະຕິບັດ 9 ເນື້ອໃນ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງແນວລາວສ້າງຊາດ; ຈັດຕັ້ງ ປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ມາ ຮອດປີ 2024 ໄດ້ 771.079 ຄອບ ຄົວ, 5.439 ບ້ານ ແລະ 82 ເມືອງ, ກໍາມະການແນວລາວສ້າງຊາດ, ທີ່ ປືກສາ,ຄູ່ຮ່ວມງານແລະພີ່ນ້ອງຄົນ ລາວຢູ່ຕ່າງປະເທດ ປະຕິບັດໂຄງ ການສ້າງຄຸນງາມຄວາມດີແລະຮັກ ບ້ານເກີດ ເພື່ອສ້າງຜົນປະໂຫຍດ ຕໍ່ສັງຄົມເປັນມູນຄ່າ 58 ຕື້ກີບ. [q f4tcs]'0j k; 0v'mj ko 9tg]u o gppxk;gIu dj P;da [ dkovvd,t8y c]t 7ecotoe 0v'7totxt9eltrkcsj '-kf ເນື່ອງໃນໂອກາດວັນລັດຖະ ທຳມະນູນແຫ່ງຊາດໄດ້ໝູນວຽນ ມາ ຄົບຮອບ 34 ປີ (15 ສິງຫາ 1991 - 15 ສິງຫາ 2025) ທີ່ຈະ ມາເຖິງນີ້, ໜັງສືພິມປະເທດລາວ ຂໍນຳເອົາບົດຖະແຫລງຂ່າວຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງ ປະທານສະພາແຫ່ງຊາດ ຜູ້ຊີ້ນຳ ວຽກງານກົດໝາຍ ແລະ ວຽກງານ ຄົ້ນຄວ້ານິຕິກຳຂອງສະພາແຫ່ງ ຊາດ ກ່ຽວກັບການອອກມະຕິ ແລະ ຄຳແນະນຳຂອງຄະນະປະຈຳສະ (ເນື່ອງໃນໂອກາດວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ) ບົດສະເໜີ ພາແຫ່ງຊາດມາສະເໜີໃຫ້ພວກ ເຮົາໄດ້ຮັບຮູ້ໄປພ້ອມໆກັນ. ໃນນັ້ນ, ມີມະຕິ ສະບັບເລກທີ 197/ຄປຈ; ມະຕິ ສະບັບເລກທີ 203/ຄປຈ; ມະຕິ ສະບັບເລກທີ 204/ຄປຈ ແລະ ຄຳແນະນຳ ສະບັບເລກທີ 16/ຄປຈ ທັງນີ້ກໍເພື່ອໃຫ້ທຸກ ການຈັດຕັ້ງໃນລະບົບການເມືອງ ປະຊາທິປະໄຕປະຊາຊົນ ແລະ ສັງ ຄົມໄດ້ຮັບຊາບຢ່າງທົ່ວເຖິງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດຜົນ ເປັນຈິງ. ສຳລັບສະບັບນີ້ ຂໍສະເໜີ ກ່ຽວກັບ ມະຕິສະບັບເລກທີ 197/ ຄປຈ ກ່ອນ ແລະ ສະບັບໜ້າຈຶ່ງຈະ ມາສະເໜີມະຕິຕາມລຳດັບຕື່ມ. ທ່ານ ຈະເລີນ ເຍຍປາວເຮີ ໄດ້ ກ່າວວ່າ: ກ່ຽວກັບເຫດຜົນແລະເນື້ອ ໃນການອອກມະຕິ ຄະນະປະຈຳ ສະພາແຫ່ງຊາດ ສະບັບເລກທີ 197/ຄປຈ, ລົງວັນທີ 22 ກໍລະກົດ 2025 ວ່າດ້ວຍການຂຽນມາດຕາ ຂອງກົດໝາຍໃສ່ເອກະສານທາງ ລັດຖະການ ຫລື ການຂຽນບ່ອນ ອີງຂອງກົດໝາຍໃສ່ເອກະສານ ທາງລັດຖະການ. ເປັນຫຍັງຄະນະ ປະຈຳສະພາແຫ່ງຊາດ ຈຶ່ງອອກ ມະຕິປ່ຽນແປງບ່ອນອີງທາງດ້ານ ກົດໝາຍໃນການຂຽນເອກະສານ ທາງລັດຖະການ ຈາກຂຽນຊື່ກົດ ໝາຍກ່ອນການຂຽນມາດຕາຂອງ ກົດໝາຍ ມາເປັນຂຽນມາດຕາ ຂອງກົດໝາຍກ່ອນ ການຂຽນຊື່ ກົດໝາຍຕາມຫລັງນັ້ນ, ຈຸດປະສົງ ຕົ້ນຕໍການອອກມະຕິສະບັບນີ້ ແມ່ນ ແນໃສ່ໃຫ້ມີຄວາມຮັດກຸມ ແລະ ຈະ ແຈ້ງໃນການຂຽນບ່ອນອີງທາງ ດ້ານກົດໝາຍ ໃສ່ເອກະສານທາງ ລັດຖະການ. ຄວາມເປັນຈິງໃນການ ຂຽນຊື່ກົດໝາຍກ່ອນມາດຕາ ຫລື ຂຽນມາດຕາກ່ອນຂຽນຊື່ກົດໝາຍ ລ້ວນແຕ່ມີຄຸນປະໂຫຍດ ແລະ ໃຊ້ ໄດ້ທັງນັ້ນ, ແຕ່ກໍມີຄວາມແຕກຕ່າງ ກັນຄື: ການຂຽນຊື່ກົດໝາຍກ່ອນ ມາດຕາ ແມ່ນການເລີ່ມຈາກການ ຂຽນອັນລວມໄປສູ່ອັນສະເພາະ, ສ່ວນການຂຽນມາດຕາຂອງກົດ ໝາຍຂຶ້ນກ່ອນການຂຽນຊື່ກົດໝາຍ ນັ້ນ ແມ່ນການເລີ່ມຈາກການຂຽນ ອັນສະເພາະໄປສູ່ອັນລວມ (ຕາມ ມາດຕະເກນທາງປັດຊະຍາ). ແຕ່ ເຫັນວ່າ ການຂຽນມາດຕາຂອງກົດ ໝາຍຂຶ້ນກ່ອນຊື່ກົດໝາຍ ຈະມີ ຄວາມໝາຍເຈາະຈົງສະເພາະ ແລະ ມີຄວາມຊັດເຈນກ່ຽວກັບການຂຽນ ບ່ອນອີງທາງກົດໝາຍ ຂອງເອກະ ສານທາງລັດຖະການ. ສະນັ້ນ, ຄະ ນະປະຈຳສະພາແຫ່ງຊາດ ຈຶ່ງອອກ ມະຕິຕົກລົງໃຫ້ຂຽນບ່ອນອີງທາງ ກົດໝາຍ ໂດຍຂຽນມາດຕາຂຶ້ນ ກ່ອນຊື່ກົດໝາຍ. ນອກຈາກເຫດຜົນດັ່ງກ່າວນີ້ ແລ້ວ, ຄະນະປະຈຳສະພາແຫ່ງຊາດ ຍັງອີງໃສ່ສະພາບການຈັດຕັ້ງປະຕິ ບັດກົດໝາຍວ່າດ້ວຍເອກະສານ ແລະຄຳແນະນຳຂອງກະຊວງພາຍ ໃນ ກ່ຽວກັບການປະຕິບັດກົດໝາຍ ວ່າດ້ວຍເອກະສານ. ພ້ອມກັນນັ້ນ,

RkJQdWJsaXNoZXIy MTc3MTYxMQ==