ເກີດເຫດນໍ້າຖ້ວມ ອິນເດຍ ເສຍຊີວິດ 50 ກວ່າຄົນ

15/08/2025 16:39
Email Print 142
ຂປລ ສຳນັກງານ ມຸຂະມົນຕີ ລັດຊໍາມູ ແລະ ກັດມີ ຂອງ ອິນເດຍ ລາຍງານວ່າ: ເກີດນໍ້າຖ້ວມ ຢ່າງຮຸນແຮງ ໃນໝູ່ບ້ານໂສສິຕິ ໃນເຂດຄິສ ວາຣ ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 56 ຄົນ ແລະ ໄດ້ຮັບບາດເຈັບ 50 ກວ່າຄົນ.

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ນີວແດນລີ ປະເທດ ອິນເດຍ ເມື່ອວັນທີ 15 ສິງຫາວ່າ: ສຳນັກງານ ມຸຂະມົນຕີ ລັດຊໍາມູ ແລະ ກັດມີ ຂອງ ອິນເດຍ ລາຍງານວ່າ: ເກີດນໍ້າຖ້ວມ ຢ່າງຮຸນແຮງ ໃນໝູ່ບ້ານໂສສິຕິ ໃນເຂດຄິສ ວາຣ ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 56 ຄົນ ແລະ ໄດ້ຮັບບາດເຈັບ 50 ກວ່າຄົນ.ຢ່າງໃດກໍ່ຕາມ ຈຳນວນ ຜູ້ເສຍຊີວິດ ມີທ່າອຽງ ຈະເພີ່ມສູງຂຶ້ນອີກ ເນື່ອງຈາກ ມີລາຍງານ ຜູ້ສູນຫາຍອີກປະມານ 80 ຄົນ , ໃນຂະນະທີ່ ທ່ານ ນະເຣນທຣາ ໂມດີ ນາຍົກ ລັດຖະມົນຕີ ອິນເດຍ ໄດ້ເນັ້ນໜັກ ໃຫ້ເຈົ້າໜ້າທີ່ ມອບຄວາມຊ່ວຍເຫລືອ ໃຫ້ແກ່ ຜູ້ປະສົບໄພ ຢ່າງເລ່ງດ່ວນ ແລະ ທົ່ວເຖິງ ທ່າມກາງ ຄວາມວິກິດ ກັງວົນ ກ່ຽວກັບ ສະພາບອາກາດ ຈະມີຝົນຕົກລົງມາອີກ./

 

KPL

ຂ່າວອື່ນໆ

ads
ads

Top