ຂປລ
ລັດຖະບານ ໄທ ແລະ ກຳປູເຈຍ ໄດ້ເພີ່ມທະວີບັນດາ ມາດຕະການ ຄວບຄຸມ ເຂດຊາຍແດນ ຢູ່ທຸກດ່ານ ຊາຍແດນ ເຮັດໃຫ້ ການກັບຄືນ ປະເທດ ຂອງ ຜູ້ອອກແຮງງານ ຊາວກຳປູເຈຍ ໄດ້ປະສົບກັບ ຄວາມຫຍຸ້ງຍາກ.
ຂປລ.ຕາມຂ່າວ ວິທະຍຸກະຈາຍສຽງ ແຫ່ງຊາດ ຫວຽດນາມ, ລັດຖະບານ ໄທ ແລະ ກຳປູເຈຍ ໄດ້ເພີ່ມທະວີບັນດາ ມາດຕະການ ຄວບຄຸມ ເຂດຊາຍແດນ ຢູ່ທຸກດ່ານ ຊາຍແດນ ເຮັດໃຫ້ ການກັບຄືນ ປະເທດ ຂອງ ຜູ້ອອກແຮງງານ ຊາວກຳປູເຈຍ ໄດ້ປະສົບກັບ ຄວາມຫຍຸ້ງຍາກ.
ໄທ ໄດ້ຂະຫຍາຍເວລາ ກ່ຽວກັບ ໜັງສືອະນຸຍາດ ແຮງງານ 6 ເດືອນ ໃຫ້ແກ່ ພົນລະເມືອງ ກຳປູເຈຍ ທີ່ຖືກຜົນສະທ້ອນ ຈາກ ບັນດາ ມາດຕະການ ຄວບຄຸມ ເຂດຊາຍແດນ ໂດຍອະນຸຍາດ ໃຫ້ພວກເຂົາເຈົ້າ ສືບຕໍ່ ເຮັດວຽກຢູ່ ໄທ ຍ້ອນເຫດຜົນທາງດ້ານມະນຸດສະທຳ. ກະຊວງ ພາຍໃນໄທ ໄດ້ອອກ ຂໍ້ກຳນົດ ຈຳນວນໜຶ່ງ ວ່າດ້ວຍການ ຍົກເວັ້ນ, ອະນຸຍາດໃຫ້ແກ່ ພົນລະເມືອງ ກຳປູເຈຍ ອາໄສ ແລະ ເຮັດວຽກຢູ່ໄທ ໃນບາງກໍລະນີ ພິເສດ. ເລື່ອງຍົກເວັ້ນນີ້ ໄດ້ນຳໃຊ້ສຳລັບ ບຸກຄົນ ທີ່ ກ່ອນໜ້ານີ້ ໄດ້ຮັບໜັງສື ອະນຸຍາດແຮງງານ ຕາມມາດຕາ 64 ຂອງ ກົດໝາຍວ່າດ້ວຍ ການຄຸ້ມຄອງແຮງງານ ຕ່າງປະເທດ ໃນປີ 2017, ແຕ່ຍັງ ບໍ່ສາມາດ ກັບເມືອ ກຳປູເຈຍ ຍ້ອນບັນດາ ມາດຕະການ ຄວບຄຸມເຂດຊາຍແດນ ທີ່ ພວມດຳເນີນ ລະຫວ່າງ ສອງປະເທດ ໄທ ແລະ ກຳປູເຈຍ. /
KPL