ສປຈີນ ຈັດໂຄງການໂຊລາຣເຊລ ເທິງຫລັງຄາ ແຈກໄຟຟ້າແບບບໍ່ເສຍເງິນ 20 ປີ

15/08/2025 16:38
Email Print 134
ຂປລ ໂຄງການຜະລິດ ໄຟຟ້າ ພະລັງງານ ແສງຕາເວັນ ຈາກ ແຜງໂຊລາຣເຊລ ເທິງຫລັງຄາເຮືອນ ຂອງ ເຂດຊຸມຊົນ ແຫ່ງອະນາຄົດ ເຖິງໂຖວ ໃນເຂດ ເຟິ່ງຮວາທີ່ ເມືອງຫນິງໂປ ແຂວງເຈີຈຽງ ທາງພາກ ຕາເວັນອອກ ຂອງ ຈີນ

ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກເມືອງ ຫນິງໂປ ປະເທດຈີນ ເມື່ອວັນທີ 14 ສິງຫາວ່າ: ໂຄງການຜະລິດ ໄຟຟ້າ ພະລັງງານ ແສງຕາເວັນ ຈາກ ແຜງໂຊລາຣເຊລ ເທິງຫລັງຄາເຮືອນ ຂອງ ເຂດຊຸມຊົນ ແຫ່ງອະນາຄົດ ເຖິງໂຖວ ໃນເຂດ ເຟິ່ງຮວາທີ່ ເມືອງຫນິງໂປ ແຂວງເຈີຈຽງ ທາງພາກ ຕາເວັນອອກ ຂອງ ຈີນ ເພື່ອເຊື່ອມຕໍ່ກັບ ເຄືອຂ່າຍໄຟຟ້າ ແລະ ຈະເປີດໃຊ້ງານ ຢ່າງເປັນທາງການ.

ກຳລັງ ການຜະລິດ ຕິດຕັ້ງ ທັງໝົດ ຂອງ ໂຄງການນີ້ ລວມມີ 1.959 ກິໂລວັດ ແລະ ຄາດວ່າ ຈະຜະລິດໄຟຟ້າໄດ້ປະມານ 1,93 ລ້ານກິໂລວັດ ຕໍ່ຊົ່ວໂມງຕໍ່ປີ ໂດຍໃຊ້ໂມເດລ ຜະລິດເອງໃຊ້ເອງ ສ່ວນເກີນສົ່ງເຄືອຂ່າຍ , ຊຶ່ງຈັດເປັນໂຄງການ ພະລັງງານ ແສງຕາເວັນ ເທິງຫລັງຄາ ຂະໜາດໃຫຍ່ທີ່ສຸດ ໃນພື້ນທີ່ ຊົນນະບົດ ຂອງ ເມືອງຫນິງໂປ.

ໃນຂະນະທີ່ ເຂດຊຸມຊົນ ໝູ່ບ້ານເຖິງໂຖວ ເປັນຜູ້ຮັບຜິດຊອບ ຄ່າໃຊ້ຈ່າຍ ໃນການຕິດຕັ້ງ ແລະ ແລ່ນເຄື່ອງລະບົບ ພະລັງງານ ແສງຕາເວັນ ເທິງຫລັງຄາ, ສ່ວນຊາວບ້ານ ພຽງແຕ່ ຈັດສັນພື້ນທີ່ ເທິງຫລັງຄາ ຂອງ ຕົນເອງເທົ່ານັ້ນ.  ແຕ່ລະຄົວເຮືອນ ຈະໄດ້ໄຟຟ້າ ແບບບໍ່ເສຍຄ່າ 100 ກິໂລວັດ ຕໍ່ຊົ່ວໂມງຕໍ່ເດືອນ ໃນໄລຍະ 10 ປີທຳອິດ ແລະ ເພີ່ມຂຶ້ນເປັນ 300 ກິໂລວັດ ຕໍ່ຊົ່ວໂມງຕໍ່ເດືອນ ໃນໄລຍະ 10 ປີຕໍ່ໄປ, ເຮັດໃຫ້ຊາວບ້ານ ເຂົ້າຮ່ວມ ໄດ້ຮັບ ຜົນປະໂຫຍດ ໃນໂຄງການນີ້./.

KPL

ຂ່າວອື່ນໆ

ads
ads

Top