ຂປລ
ສປຈີນ ຈະອອກວິຊ່າ ປະເພດໃໝ່ ສຳລັບເຍົາວະຊົນ ຜູ້ມີຄວາມຮູ້ ຄວາມສາມາດ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ຫລັງຈາກ ທ່ານ ຫລີ ສຽງ ນາຍົກ ລັດຖະມົນຕີ ຈີນ ໄດ້ລົງນາມ ຄຳສັ່ງ ຄະນະ ລັດຖະມົນຕີ ຈີນ ເພື່ອປະກາດ ມະຕິ ແກ້ໄຂ ລະບຽບ ການ ບໍລິຫານຈັດການ ເດີນທາງເຂົ້າ ແລະ ອອກນອກ ປະເທດ ຂອງ ຊາວຕ່າງປະເທດ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 14 ສິງຫາ, ສປຈີນ ຈະອອກວິຊ່າ ປະເພດໃໝ່ ສຳລັບເຍົາວະຊົນ ຜູ້ມີຄວາມຮູ້ ຄວາມສາມາດ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ, ຫລັງຈາກ ທ່ານ ຫລີ ສຽງ ນາຍົກ ລັດຖະມົນຕີ ຈີນ ໄດ້ລົງນາມ ຄຳສັ່ງ ຄະນະ ລັດຖະມົນຕີ ຈີນ ເພື່ອປະກາດ ມະຕິ ແກ້ໄຂ ລະບຽບ ການ ບໍລິຫານຈັດການ ເດີນທາງເຂົ້າ ແລະ ອອກນອກ ປະເທດ ຂອງ ຊາວຕ່າງປະເທດ.
ໂດຍຈີນ ຈະເພີ່ມວິຊ່າ ປະເພດເຄ (k) ໃນວິຊ່າ ທຳມະດາ ສຳລັບ ເຍົາວະຊົນ, ຜູ້ຊຽວຊານ ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ທີ່ມີ ຄຸນສົມບັດ ຜ່ານເກນ, ໂດຍຜູ້ມີຈຸດປະສົງ ຂໍວິຊ່າ ຕ້ອງມີຄຸນສົມບັດ ແລະ ປະຕິບັດ ຕາມຂໍ້ກຳນົດ ຂອງ ທາງການຈີນ ທີ່ກ່ຽວຂ້ອງ, ລວມເຖິງ ການຍື່ນ ເອກະສານ ປະກອບຕາມທີ່ກຳນົດ. /
KPL