ຂປລ
ອົງການ ພະລັງງານ ສາກົນ ໄອອີເອ(IEA) ໄດ້ຍົກ ການຄາດຄະເນ ການເຕິບໂຕ ແຫລ່ງສະໜອງ ນ້ຳມັນ ໃນປີນີ້, ແຕ່ຄວາມຕ້ອງການຫລຸດລົງ ຍ້ອນສະພາບ ການພັດທະນາ ທີ່ ຊັກຊ້າຂອງ ບັນດາພື້ນຖານ ເສດຖະກິດຂະໜາດໃຫຍ່.

ຂປລ. ວິທະຍຸກະຈາຍສຽງ ແຫ່ງຊາດ ຫວຽດນາມ: ວັນທີ 13 ສິງຫາ, ອົງການ ພະລັງງານ ສາກົນ ໄອອີເອ(IEA) ໄດ້ຍົກ ການຄາດຄະເນ ການເຕິບໂຕ ແຫລ່ງສະໜອງ ນ້ຳມັນ ໃນປີນີ້, ແຕ່ຄວາມຕ້ອງການຫລຸດລົງ ຍ້ອນສະພາບ ການພັດທະນາ ທີ່ ຊັກຊ້າຂອງ ບັນດາພື້ນຖານ ເສດຖະກິດຂະໜາດໃຫຍ່. ພາຍຫລັງ ອົງການ ບັນດາ ປະເທດ ນຳເຂົ້າ ນ້ຳມັນ ແລະ ບັນດາ ຄູ່ຮ່ວມມື ໄດ້ຕັດສິນໃຈ ເພີ່ມປະລິມານ ການຜະລິດ.
ບົດລາຍງານ ປະຈຳເດືອນ, ໄອອີເອ ຄາດວ່າ ການສະໜອງ ນ້ຳມັນ ທົ່ວໂລກ ຈະເພີ່ມຂຶ້ນ 2,5 ລ້ານຖັງ ຕໍ່ວັນ ໃນປີນີ້, ເປັນຕົວເລກ ສູງກ່ວາ ລະດັບ 2,1 ລ້ານຖັງຕໍ່ວັນ ທີ່ໄດ້ກຳນົດໄວ໊ ເມື່ອກ່ອນ. ກ່ຽວກັບຄວາມຕ້ອງການນ້ຳມັນໃນທົ່ວໂລກ, ໄອອີເອ ຫລຸດການຄາດການ ຈາກລະດັບເພີ່ມຂຶ້ນ 700.000 ຖັງຕໍ່ວັນ ລົງລະດັບ 680.000 ຖັງຕໍ່ວັນໃນປີນີ້ ແລະ ບັນລຸ 103,7 ລ້ານຖັງຕໍ່ວັນ ໃນທ້າຍປີ.
ນອກຈາກນັ້ນ, ໄອອີເອ ຍັງຄາດວ່າ ຄວາມຕ້ອງການ ນ້ຳມັນ ຈະເພີ່ມຂຶ້ນ 700.000ຖັງຕໍ່ວັນ ໃນປີ 2026, ບັນລຸ 104,4 ລ້ານຖັງຕໍ່ວັນ. ອົງການນີ້ ຄາດວ່າ ປະລິມານ ການກັ່ນຕອງ ນ້ຳມັນ ທົ່ວໂລກ ຈະບັນລຸ ລະດັບ ຕົວເລກສະຖິຕິເຖິງ 85,6 ລ້ານຖັງຕໍ່ວັນ ໃນເດືອນສິງຫາ./
KPL