ເຈລະຈາ ຮ່າງສັນຍາ ການປະຕິບັດວຽກກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ

07/08/2025 11:45
Email Print 897
ຂປລ ຂປລ. ກອງປະຊຸມເຈລະຈາຮ່າງສັນຍາ ວ່າດ້ວຍການຈັດຕັ້ງປະຕິບັດ ວຽກງານກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ຈັດ​ຂຶ້ນໃນລະຫວ່າງ ວັນທີ 31 ກໍລະກົດ-2 ສິງຫາ 2025 ຢູ່ນະຄອນຫລວງວຽງຈັນ

ຂປລ. ກອງປະຊຸມເຈລະຈາຮ່າງສັນຍາ ວ່າດ້ວຍການຈັດຕັ້ງປະຕິບັດ ວຽກງານກວດກາ "ປະຕູດຽວ, ຄັ້ງດຽວ" ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ຈັດ​ຂຶ້ນໃນລະຫວ່າງ ວັນທີ 31 ກໍລະກົດ-2 ສິງຫາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກຳມະການ ຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຈ້າວ ລີ້ຈ່ຽນ ຮອງຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ມີຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ​ເຂົ້າ​ຮ່ວມ.

ໂດຍເຫັນຄວາມສໍາຄັນຂອງລົດໄຟ ລາວ-ຈີນ ໃນການເສີມຂະຫຍາຍຄູ່ຮ່ວມ ຊາຕາກໍາສອງຊາດ ລາວ-ຈີນ, ຍົກລະດັບການເຊື່ອມໂຍງ-ເຊື່ອມຈອດພື້ນຖານໂຄງລ່າງ ແລະ ການອໍານວຍຄວາມສະ ດວກໃນການຜ່ານດ່ານຂອງຜູ້ໂດຍສານ ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ, ສົົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ, ການໄປ-ມາຫາສູ່ກັນຂອງປະຊາຊົນທັງສອງຊາດ. ສອງຝ່າຍໄດ້ເຫັນດີ ເປັນເອກະພາບກັນ ໃນການຈັດຕັັ້ງປະຕິບັດ ວຽກງານກວດກາ “ປະຕູດຽວ, ຄັັ້ງດຽວ” ສະເພາະຂົນສົົ່ງຜູ້ໂດຍສານ ຢູ່ດ່ານສາກົນທາງລົດໄຟ ລາວ-ຈີນ ໂດຍອີງໃສ່ສົນທິສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ວ່າດ້ວຍ ດ່ານຊາຍແດນ ແລະ ລະບຽບການຄຸ້ມຄອງດ່ານຊາຍແດນ ສະບັບລົງວັນທີ 23ສິງຫາ 2011ແລະ ວ່າດ້ວຍ ການຂົນສົົ່ງທາງລົດໄຟ ຂ້າມຊາຍແດນ ສະບັບລົງວັນທີ 30ພະຈິກ 2021. ທັງສອງຝ່າຍ ຈຶ່ງໄດ້ສ້າງສັນຍາສະບັບດັ່ງກ່າວຂຶ້ນ ໂດຍໄດ້ມີການປຶກສາຫາລື ແລກປ່ຽຄວາມຄິດເຫັນນຳກັນ ກ່ຽວກັບເນື້ອໃນຂອງສັນຍາສະບັບນີ້, ຜ່ານມາຄະນະວິຊາການທັງສອງຝ່າຍ ກໍໄດ້ຈັດກອງປະຊຸມເຈລະຈາກັນຄັ້ງທີ 1 ມາແລ້ວ ໃນວັນທີ 3-4 ມິຖຸນາ 2025 ທີ່ນະຄອນຊຽງຮຸ່ງ, ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ ສປ ຈີນ ​ແລະ ​ໃນ​ກອງ​ປະຊຸມຄັ້ງທີ 2 ນີ້, ສອງຝ່າຍໄດ້ເອກະພາບ ບັນດາເນື້ອໃນຂອງສັນຍາ ແລະ ໄດ້ເຊັນຮ່ວມກັນໃສ່ສັນຍາດັ່ງກ່າວ ເພື່ອກຽມໃຫ້ແກ່ການນໍາ ຂັ້ນສູງຂອງສອງປະເທດລົງນາມ ໃນໂອກາດພົບປະຢ້ຽມຢາມ ຂອງການນໍາ ຂັ້ນສູງຂອງສອງປະເທດ ໃນໄລເວລາອັນໃກ້ນີ້.

ພາຍຫລັງການນໍາຂັ້ນສູງຂອງທັງສອງຝ່າຍ ໄດ້ລົງນາມໃນສັນຍາດັ່ງກ່າວນີ້ແລ້ວ, ຈະເປັນການປະກອບສ່ວນສຳຄັນ ໃນການອໍານວຍຄວາມສະດວກ ໃນການບໍລິການ, ຊຸກຍູ້ສົ່ງເສີມການແລກປ່ຽນ ຊື້-ຂາຍສິນຄ້າ, ການລົງທຶນ, ການທ່ອງທ່ຽວຢູ່ພາຍໃນແຂວງພາກເໜືອ ກໍຄື ໃນ ສປປ ລາວ ໃຫ້ມີການຂະຫຍາຍຕົວ ໂດຍສະເພາະ ເປັນປະເທດເຊື່ອມໂຍງພາກພື້ນ ກັບປະເທດລຸ່ມແມ່ນໍ້າຂອງ, ສ້າງສິ່ງເອື້ອ ອຳນວຍຄວາມສະດວກ ໃຫ້ແກ່ພົນລະເມືອງ ສປປ ລາວ, ສປ ຈີນ ແລະ ພົນລະເມືອງປະເທດທີສາມເດີນທາງ ເຂົ້າ-ອອກ ຜ່ານດ່ານສາກົນທາງລົດໄຟ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ມີຄວາມສະດວກ ແລະ ວ່ອງໄວກວ່າແຕ່ກ່ອນ. ສັນຍາສະບັບນີ້, ມີອາຍຸນໍາໃຊ້ 10 ປີ ແລະ ສາມາດຕໍ່ໄດ້ອີກ ໂດຍອັດ ຕະໂນມັດ. ຖ້າກໍລະນີຝ່າຍໃດຝ່າຍໜຶ່ງຢາກຍົກເລີກສັນຍາ ກໍຕ້ອງໄດ້ແຈ້ງໃຫ້ອີກຝ່າຍ ຊາບກ່ອນລ່ວງໜ້າ 6 ເດືອນກ່ອນ ອາຍຸສັນຍາຈະຊິ້ນສຸດ.

KPL

ຂ່າວອື່ນໆ

    • ການນຳຂັ້ນສູງພັກ-ລັດ ຮ່ວມໃສບ່ບາດຫໍ່ເຂົ້າປະດັບດິນການເມືອງ

      ການນຳຂັ້ນສູງພັກ-ລັດ ຮ່ວມໃສບ່ບາດຫໍ່ເຂົ້າປະດັບດິນ

      8/25/2025 2:41:01 PM

      ໃນວັນທີ 23 ສິງຫາ 2025, ຄົນລາວຊາວພຸດທັງຫລາຍ ໃນທົ່ວປະເທດໄດ້ພ້ອມກັນຕື່ນເດີກລຸກເຊົ້າເພື່ອຫ້າງຫາກະກຽມອາຫານ, ເຂົ້າໜົມ, ເຂົ້າຕົ້ມຕ່າງໆເພື່ອໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນໃນມື້ບຸນຫໍ່ເຂົ້າປະດັບດິນຢູ່ຕາມວັດວາອາຮາມຕ່າງໆຢ່າງຟົດຟື້ນ ແລະ ຖືກຕ້ອງຕາມຮີດຄອງປະເພນີອັນຈົບງາມຂອງຊາດລາວ.

    • ກະຊວງ ວທ ທາບທາມບຸກຄະລາກອນ ສະໜັກ ເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ Iການເມືອງ

      ກະຊວງ ວທ ທາບທາມບຸກຄະລາກອນ ສະໜັກ ເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ I

      8/20/2025 12:09:53 PM

      ຂປລ. ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມທາບທາມບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກະຊວງ ວທ ສະໄໝທີ VI ຮອບທີ I ໃນວັນທີ 20 ສິງຫາ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງ ວທ

    • ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສິງກະໂປການເມືອງ

      ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສິງກະໂປ

      8/13/2025 11:28:40 AM

      ຂປລ. ໃນວັນທີ 12 ສິງຫາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ລໍເຣນ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການໃນວັນທີ 11-12 ສິງຫາ 2025.

    • ກະຊວງປ້ອງກັນປະເທດ ຫວນຄືນມູນເຊືິ້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີການເມືອງ

      ກະຊວງປ້ອງກັນປະເທດ ຫວນຄືນມູນເຊືິ້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

      8/13/2025 9:48:15 AM

      ຂປລ. ກະຊວງປ້ອງກັນປະເທດ ປະຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 12 ສິງຫາ 2025 ທີ່ກະຊວງປ້ອງກັນປະເທດ ໂດຍໃຫ້ກຽດປະຖະກະຖາ ຂອງທ່ານ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານເຂົ້າຮ່ວມ.

    • ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີການເມືອງ

      ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

      8/13/2025 9:43:27 AM

      ຂປລ. ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາ 2025 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ, ການນໍາ, ອະດີດການນໍາ, ຜູ້ປະກອບການດ້ານການພິມຈຳໜ່າຍ, ພ້ອມດ້ວຍບັນດາສື່ມວນຊົນ ຈາກທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ads
ads

Top