ສື່ມວນຊົນລາວ ມີຄວາມບຸກໜ້າບືນຕົວ ແລະ ພັດທະນາແບບກ້າວກະໂດດ

07/08/2025 11:40
Email Print 859
ຂປລ ຂປລ. ໃນໂອກາດກຽມສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ໃນວັນທີ 13 ສິງຫາ 2025 ທີ່ຈະມາເຖິງນີ້, ທ່ານ ບຸ່ຍ ຊວັນ ຕູ໊ ຫົວໜ້າຫ້ອງການຜູ້ຕາງໜ້າ ຂ່າວສານຫວຽດນາມ ປະຈຳ ລາວ ໄດ້ຍົກໃຫ້ບາງທັດສະນະ ຕໍ່ສື່ມວນຊົນລາວ



ຂປລ. ໃນໂອກາດກຽມສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ໃນວັນທີ 13 ສິງຫາ 2025 ທີ່ຈະມາເຖິງນີ້
, ທ່ານ ບຸ່ຍ ຊວັນ ຕູ໊ ຫົວໜ້າຫ້ອງການຜູ້ຕາງໜ້າ ຂ່າວສານຫວຽດນາມ ປະຈຳ ລາວ ໄດ້ຍົກໃຫ້ບາງທັດສະນະ ຕໍ່ສື່ມວນຊົນລາວ ໃນວັນທີ 5 ສິງຫາ 2025 ນີ້ວ່າ: ຕະຫລອດໄລຍະຜ່ານມາ ເຖິງປັດຈຸບັນ, ສື່ມວນຊົນລາວ ມີຄວາມບຸກໜ້າບືນຕົວ, ດຸໜັ່ນຫ້າວຫັນ ແລະ ໄດ້ມີການພັດທະນາ ຢ່າງກ້າວກະໂດດ, ເປັນກະບອກສຽງອັນແຫລມຄົມ ໃນການໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ກົດໝາຍຂອງລັດຖະບານ, ລວມເຖິງການສ້າງສາພັດທະນາປະເທດຊາດ, ພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດ ໃຫ້ຊາວໂລກໄດ້ຮັບຮູ້ ຢ່າງທົ່ວເຖິງ, ທັງເປັນກະບອກສຽງ ໃນການຕອບໂຕ້ ຫລື ຊີ້ແຈງຕໍ່ຂ່າວທີ່ບໍ່ມີມູນຄວາມຈິງ, ຂ່າວທີ່ບິດເບືອນຄວາມຈິງ, ໃສ່ຮ້າຍປ້າຍສີ ຫລື ໂຈມຕີຕໍ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໄດ້ຢ່າງວ່ອງໄວ. ສື່ມວນຊົນລາວ ຍັງເປັນຜູ້ສ່ອງແສງທຸກການເຄື່ອນໄຫວຂອງສັງຄົມ, ເປັນແຮງຂັບເຄື່ອນການພັດທະນາ ເສດຖະກິດ-ສັງຄົມ, ເປັນຜູ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆ ທີ່ເກີດຂຶ້ນຢ່າງຖືກຕ້ອງ. ພ້ອມນີ້, ສື່ມວນຊົນລາວ ຍັງມີຄວາມສຳຄັນຕໍ່ ການພັດທະນາປະເທດຊາດ, ພັດທະນາເສດຖະກິດ-ສັງຄົມ ກໍຄື ການເປັນກະບອກ ສຽງອັນແຫລມຄົມ ໃຫ້ແກ່ ພັກ ແລະ ລັດຖະບານ ໃນການໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານສຳຄັນຕ່າງໆ, ໂຄສະນາເຜີຍແຜ່ນະໂຍບາຍດ້ານຕ່າງໆ ໃນແຕ່ລະໄລຍະ ເປັນຕົ້ນ ດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ຢູ່ພາຍໃນປະເທດ ຜ່ານຊ່ອງທາງຕ່າງໆ ອອກໄປບັນດາປະເທດໃນທົ່ວໂລກ ໄດ້ຮັບຮູ້ຢ່າງທົ່ວເຖິງ. 

ພ້ອມນີ້, ທ່ານ ບຸ່ຍ ຊວັນ ຕູ໊ ຍັງໄດ້ຍົກໃຫ້ເຫັນຜົນງານ ແລະ ຜົນສຳເລັດ ໃນການເຄື່ອນໄຫວວຽກງານ ຂອງສຳນັກຂ່າວສານຫວຽດນາມ ຢູ່ ສປປ ລາວ ໃນໄລຍະຜ່ານມາ ໂດຍໄດ້ເຄື່ອນໄຫວ ເກັບກຳຂ່າວເຫດ ການສຳຄັນຕ່າງໆ ຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ເປັນຕົ້ນ ດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ, ວັດທະນະທຳ-ສັງຄົມ ໂດຍສະເພາະ ການເຄື່ອນໄຫວຢ້ຽມຢາມ ຂອງບັນດາການນຳຂັ້ນສູງ ຂອງຫວຽດນາມ ຢູ່ ສປປ ລາວ. ທັງໄດ້ໂຄສະນາເຜີຍແຜ່ ວັດທະນະທຳ, ຮີດຄອງປະເພນີ ອັນດີງາມ ຂອງ ສປປ ລາວ ລວມເຖິງສະຖານທີ່ທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ທົ່ວໂລກ ກໍຄື ປະຊາຊົນຫວຽດນາມ ໄດ້ຮັບຮູ້ຢ່າງທົ່ວເຖິງ ເຊິ່ງໄລຍະ 1 ປີຜ່ານມາ, ຂ່າວສານຫວຽດນາມ ປະຈຳລາວ ສາມາດຜະລິດຂ່າວ, ວິດີໂອ ແລະ ຮູບພາບ ເຫດການສຳຄັນຕ່າງໆ ຢູ່ ສປປ ລາວ ສົ່ງໄປອອກຂ່າວຢູ່ຫວຽດນາມ ໄດ້ທັງໝົດ 900 ກວ່າຂ່າວ. ສຳລັບ 6 ເດືອນຕົ້ນປີ 2025 ນີ້, ສາມາດຜະລິດຂ່າວ, ວີດີໂອ ແລະ ຮູບພາບ ສົ່ງໄປອອກຂ່າວຢູ່ຫວຽດນາມ ໄດ້ປະມານ 400-500 ຂ່າວ.

ພ້ອມນີ້, ຂ່າວສານຫວຽດນາມ ຍັງໄດ້ຄຽງບ່າຄຽງໄຫລ່ ກັບສຳນັກຂ່າວສານປະເທດລາວ ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ, ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ຕະຫລອດມາ ນັບແຕ່ອະດີດ ຈົນຮອດປັດຈຸບັນ ສອງສຳນັກຂ່າວສານ ລາວ-ຫວຽດນາມ ໄດ້ຕິດພັນສະໜິດແໜ້ນທຸກບາດກ້າວ, ທຸກຂະບວນການ ຂອງການນຳພາຕໍ່ສູ້ປົດປ່ອຍປະເທດຊາດ ຂອງຜູ້ນຳປະຕິວັດໃນເມື່ອກ່ອນ ເພື່ອໂຄສະນາ ເຜີຍແຜ່ຜົນສຳເລັດໃນໄລຍະຕໍ່ສູ້ກູ້ຊາດ ຕ້ານຈັກກະພັກຜູ້ຮຸກຮານ ກໍຄື ໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຊາວໂລກໄດ້ຮັບຮູ້, ທັງໄດ້ເປັນກະບອກສຽງສໍາຄັນ ໃນການໂຄສະນາ ປຸກລະດົມມວນຊົນເຂົ້າຮ່ວມ ຂະບວນການປະຕິວັດປົດປ່ອຍຊາດ ອອກຈາກແອກປົກຄອງຂອງ ພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່, ພ້ອມທັງຮ່ວມກັນໂຄສະນາເຜີຍແຜ່ ສາຍພົວພັນ ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ-ຫວຽດນາມ-ລາວ ເປັນປົກກະຕິ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

    • ການນຳຂັ້ນສູງພັກ-ລັດ ຮ່ວມໃສບ່ບາດຫໍ່ເຂົ້າປະດັບດິນການເມືອງ

      ການນຳຂັ້ນສູງພັກ-ລັດ ຮ່ວມໃສບ່ບາດຫໍ່ເຂົ້າປະດັບດິນ

      8/25/2025 2:41:01 PM

      ໃນວັນທີ 23 ສິງຫາ 2025, ຄົນລາວຊາວພຸດທັງຫລາຍ ໃນທົ່ວປະເທດໄດ້ພ້ອມກັນຕື່ນເດີກລຸກເຊົ້າເພື່ອຫ້າງຫາກະກຽມອາຫານ, ເຂົ້າໜົມ, ເຂົ້າຕົ້ມຕ່າງໆເພື່ອໃສ່ບາດຖວາຍສັງຄະທານແດ່ພະສົງສາມະເນນໃນມື້ບຸນຫໍ່ເຂົ້າປະດັບດິນຢູ່ຕາມວັດວາອາຮາມຕ່າງໆຢ່າງຟົດຟື້ນ ແລະ ຖືກຕ້ອງຕາມຮີດຄອງປະເພນີອັນຈົບງາມຂອງຊາດລາວ.

    • ກະຊວງ ວທ ທາບທາມບຸກຄະລາກອນ ສະໜັກ ເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ Iການເມືອງ

      ກະຊວງ ວທ ທາບທາມບຸກຄະລາກອນ ສະໜັກ ເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ I

      8/20/2025 12:09:53 PM

      ຂປລ. ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມທາບທາມບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກະຊວງ ວທ ສະໄໝທີ VI ຮອບທີ I ໃນວັນທີ 20 ສິງຫາ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງ ວທ

    • ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສິງກະໂປການເມືອງ

      ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສິງກະໂປ

      8/13/2025 11:28:40 AM

      ຂປລ. ໃນວັນທີ 12 ສິງຫາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ລໍເຣນ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການໃນວັນທີ 11-12 ສິງຫາ 2025.

    • ກະຊວງປ້ອງກັນປະເທດ ຫວນຄືນມູນເຊືິ້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີການເມືອງ

      ກະຊວງປ້ອງກັນປະເທດ ຫວນຄືນມູນເຊືິ້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

      8/13/2025 9:48:15 AM

      ຂປລ. ກະຊວງປ້ອງກັນປະເທດ ປະຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 12 ສິງຫາ 2025 ທີ່ກະຊວງປ້ອງກັນປະເທດ ໂດຍໃຫ້ກຽດປະຖະກະຖາ ຂອງທ່ານ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານເຂົ້າຮ່ວມ.

    • ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີການເມືອງ

      ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

      8/13/2025 9:43:27 AM

      ຂປລ. ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາ 2025 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ, ການນໍາ, ອະດີດການນໍາ, ຜູ້ປະກອບການດ້ານການພິມຈຳໜ່າຍ, ພ້ອມດ້ວຍບັນດາສື່ມວນຊົນ ຈາກທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

ads
ads

Top