ຂປລ
ຂປລ. ວັນທີ 13 ສິງຫາ ແມ່ນວັນທີ່ມີຄວາມໝາຍສໍາຄັນຍິ່ງສໍາລັບທຸກຄົນໃນວົງການສື່ມວນຊົນ ແລະ ພິມຈໍາໜ່າຍ ເພາະເປັນວັນທີ່ພວກເຮົານັກຮົບສື່ມວນຊົນ ຈະໄດ້ຫວນຄືນເຖິງຜົນງານການເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງການສື່ມວນຊົນ ແລະ ການພິມຈໍາໜ່າຍ ໃນແຕ່ລະໄລຍະ ແລະ ພ້ອມກັນປຶກສາຫາລືບັນຫາປິ່ນອ້ອມວຽກງານສື່ມວນຊົນ.

ຂປລ. ວັນທີ 13 ສິງຫາ ແມ່ນວັນທີ່ມີຄວາມໝາຍສໍາຄັນຍິ່ງ ສໍາລັບທຸກຄົນໃນວົງການສື່ມວນຊົນ ແລະ ພິມຈໍາໜ່າຍ ເພາະເປັນວັນທີ່ພວກເຮົານັກຮົບສື່ມວນຊົນ ຈະໄດ້ຫວນຄືນເຖິງຜົນງານ ການເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງການສື່ມວນຊົນ ແລະ ການພິມຈໍາໜ່າຍ ໃນແຕ່ລະໄລຍະ ແລະ ພ້ອມກັນປຶກສາຫາລື ບັນຫາປິ່ນອ້ອມວຽກງານສື່ມວນຊົນ.
ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 6 ສິງຫາ 2025 ນີ້ວ່າ: ຕະຫລອດໄລຍະຜ່ານມາ, ຫລາຍຄົນເຂົ້າໃຈດີວ່າ ສື່ມວນຊົນ ແມ່ນເຄື່ອງມືອັນແຫລມຄົມຂອງພັກ-ລັດ ມີໜ້າທີ່ເຜີຍແຜ່ແນວທາງ ນະໂຍບາຍທີ່ຖືກຕ້ອງຂອງພັກ-ລັດຖະບານ ກໍຄື ໝາກຜົນຂອງການພັດທະນາ ເສດຖະກິດ-ສັງຄົມຂອງປະເທດຊາດ ອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ, ແຕ່ກໍຍັງມີຫລາຍຄົນທີ່ຍັງບໍ່ທັນເຂົ້າໃຈເລິກເຊິ່ງ ເຖິງບົດບາດຂອງສື່ມວນຊົນ ໃນໄລຍະທີ່ປະເທດຊາດ ຕົກເປັນຫົວເມືອງຂຶ້ນຂອງ ຈັກກະພັດລ່າງເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ຫລາຍທົດສະຫວັດກ່ອນໜ້ານີ້ ນັກສື່ມວນຊົນໄດ້ອາໄສປາກາ, ເຈ້ຍ, ສໍ, ອາໄສສຽງຂີດຂຽນ ແລະ ປ່າວປະກາດຜ່ານເຄື່ອງມືສື່ສານທີ່ມີໃນຍຸກສະໄໝນັ້ນ ໂຈມຕີພວກສັດຕູ, ໄປພ້ອມໆກັບການປຸກລະດົມປະຊາຊົນ ຍົກສູງຄວາມສາມັກຄີພາຍໃນຊາດ ລຸກຂຶ້ນຕໍ່ຕ້ານການຮຸກຮານຂອງພວກຈັກກະພັດ ແລະ ລູກແຫລ່ງຕີນມືຂອງເຂົາ ບໍ່ຕ່າງຫຍັງກັບອ້າຍນ້ອງທະຫານຜູ້ໜຶ່ງ; ທະຫານຈັບປືນຕໍ່ສູ້ ແຕ່ນັກຂ່າວ ຈັບປາກກາຂີດຂຽນຂ່າວປຸກລະດົມ ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເພື່ອປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ.
ທ່ານ ວັນນະສິນ ສິມມະວົງ ຍັງໃຫ້ຮູ້ອີກວ່າ: ໃນໄລຍະໜຶ່ງປີຜ່ານມາ ພັກເຮົາໄດ້ສືບຕໍ່ເອົາໃຈ ໃສ່ນໍາພາ-ຊີ້ນໍາວຽກງານສື່ມວນຊົນຢ່າງເດັດດ່ຽວ ແລະ ມີຫົວຄິດປະດິດສ້າງ, ຖືສໍາຄັນການສຶກສາອົບ ຮົມການເມືອງແນວຄິດ ໃຫ້ຖັນແຖວພະນັກງານສື່ມວນຊົນ, ຮັບປະກັນໃຫ້ມວນຊົນເຮັດສໍາເລັດໜ້າທີ່ ຂອງຕົນຢ່າງຖືກຕ້ອງຕາມແນວທາງຂອງພັກ-ລັດ, ຮັບປະກັນໃຫ້ສື່ມວນຊົນ ເປັນນັກຕໍ່ສູ້ທີ່ມີຄວາມຮູ້ຄວາມສາມາດ, ມີຫົວຄິດປະດິດສ້າງ ສາມາດປະກອບສ່ວນ ແລະ ຜັກດັນການສ້າງສາພັດທະນາ ປະເທດຊາດຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ສ້າງສະພາບເງື່ອນໄຂທີ່ເອື້ອອໍານວຍ ຕໍ່ການເຕີບໃຫຍ່ ຂະຫຍາຍຕົວຂອງສື່ມວນຊົນ. ແຕ່ເຖິງຢ່າງໃດກໍຕາມ, ສື່ມວນຊົນຂອງພວກເຮົາຍັງຜະເຊີນໜ້າ ກັບສິ່ງທ້າທາຍຫລາຍຢ່າງ ບໍ່ວ່າຈະເປັນບຸກຄະລາກອນ ແລະ ງົບປະມານທີ່ຍັງມີຈໍາກັດ. ຂະນະດຽວກັນ, ບັນ ຫາທີ່ກຸ່ມຄົນບໍ່ຫວັງດີ ນໍາໃຊ້ສື່ສັງຄົມອອນລາຍປ່ອຍຂ່າວປອມ, ຂ່າວບິດເບືອນ, ນໍາໃຊ້ເອໄອເສກສັນປັ້ນແຕ່ງເລື່ອງລາວຂຶ້ນ ເພື່ອສ້າງຄວາມປັ່ນປ່ວນໃນບ້ານເມືອງ. ສິ່ງດັ່ງກ່າວ, ມັນຮຽກຮ້ອງໃຫ້ສື່ມວນຊົນ ຕ້ອງຍົກສູງຄວາມຮູ້ ຄວາມສາມາດຂອງຕົນ ໃຫ້ທັນຍຸກ, ທັນສະໄໝ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງມີສະຕິ ແລະ ເຄົາລົບຈັນຍາບັນ, ຈັນຍາທໍາຂອງຕົນ ຮູ້ໝູນໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາ ໃໝ່ໆຢ່າງມີຫົວຄິດປະດິດສ້າງ ເພື່ອໃຫ້ສົມກັບວ່າ ສື່ມວນຊົນເປັນກະບອກສຽງ ແລະ ເຄື່ອງມືອັນແຫລມຄົມ ຂອງພັກ-ລັດຢ່າງແທ້ຈິງ.
ຂ່າວ-ພາບ: ຢ່າຕົ້ງ
KPL