ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂອ້ລົມທາງໂທລະສັບກັບ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ

01/08/2025 18:31
Email Print 2320
ຂປລ ຂປລ. ໃນວັນທີ 1 ສິງຫາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ປະທານອາຊຽນ ປີ 2025, ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບສະ​ພາບ​ການ​ໃນ​ພາກ​ພື້ນ ແລະ ການ​ຮ່ວມ​ມື 2 ຝ່າຍ​ລະ​ຫວ່າງ ລາວ-ມາ​ເລ​ເຊຍ.


ຂປລ. ໃນວັນທີ 1 ສິງຫາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ປະທານອາຊຽນ ປີ 2025, ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບສະ​ພາບ​ການ​ໃນ​ພາກ​ພື້ນ ແລະ ການ​ຮ່ວມ​ມື 2 ຝ່າຍ​ລະ​ຫວ່າງ ລາວ-ມາ​ເລ​ເຊຍ. ໃນ​ໂອ​ກາດນີ້ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ມາ​ເລ​ເຊຍ ໄດ້​ແຈ້ງຈຸດປະສົງຂອງການໂອ້ລົມທາງໂທລະສັບດັ່ງກ່າວ ແມ່ນເພື່ອແລກປ່ຽນຂໍ້ມູນ ແລະ ແຈ້ງກ່ຽວກັບຜົນຂອງການພົບປະປຶກສາຫາລືລະ​ຫວ່າງ ກຳປູເຈຍ ແລະ ໄທ ເພື່ອ​ແກ້​ໄຂສະພາບການທີ່ເກີດຂຶ້ນຕາມບໍລິເວນຊາຍແດນ ກຳປູເຈຍ-ໄທ ໃນກອງປະຊຸມສະໄໝພິເສດ ໂດຍມີ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ເປັນຜູ້​ລິ​ເລີ້ມ ແລະ ອໍານວຍຄວາມສະດວກໃນການຈັດກອງປະຊຸມດັ່ງກ່າວ ເຊິ່ງໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2025 ຜ່ານມາ ທີ່ ປູ​ຕາ​ຈາ​ຢາ, ມາເລເຊຍ.
ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນ​ດີ ທີ່ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ​ ມາ​ເລ​ເຊຍ ໄດ້ມີຂໍ້ລິເລີ່ມທີ່ສ້າງສັນ ໃນນາມປະທານອາຊຽນ ເພື່ອອຳນວຍຄວາມສະດວກໃຫ້ທັງສອງຝ່າຍ ກຳປູເຈຍ ແລະ ໄທ ໄດ້ປຶກສາຫາລືກັນ ເພື່ອຊອກຫາການແກ້ໄຂບັນຫາຮ່ວມກັນ ດ້ວຍສັນຕິວິທີ ໂດຍຜ່ານການເຈລະຈາ ແລະ ການທູດ. ສປປ ລາວ, ໃນຖານະທີ່ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີຊາຍແດນຕິດຈອດກັນ ແລະ ມີສາຍພົວພັນ ທີ່ດີກັບກຳປູເຈຍ ແລະ ໄທ, ສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ສະພາບການທີ່ເກີດຂຶ້ນ ຕາມບໍລິເວນຊາຍແດນ ກຳປູເຈຍ-ໄທ ແລະ ຫວັງວ່າ ທັງສອງຝ່າຍ ຈະເພີ່ມທະວີຄວາມອົດກັ້ນ ແລະ ຢຸດຕິການໃຊ້ຄວາມຮຸນແຮງ, ເຈລະຈາແກ້ໄຂຂໍ້ຂັດແຍ່ງດັ່ງກ່າວ ດ້ວຍສັນຕິວິທີ ໂດຍຜ່ານກົນໄກທີ່ເໝາະສົມ ເພື່ອສັນຕິພາບທີ່ຍາວນານ ແລະ ໝັ້ນຄົງຂອງທັງສອງປະເທດ ກໍຄື ຂອງພາກພື້ນອາຊຽນ.
ນອກຈາກນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ແລະ ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ຍັງໄດ້ປຶກສາຫາລືການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ມາເລເຊຍ, ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ໂດຍ​ສະ​ເພາະ ການຮ່ວມມືທາງດ້ານການຄ້າ ແລະ ນະໂຍ ບາຍດ້ານພາສີ ຕໍ່ບັນດາປະເທດຕ່າງໆ.
ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຢໍ້າຄືນຄວາມໝາຍໝັ້ນຂອງ ສປປ ລາວ ໃນການສືບຕໍ່ສະໜັບສະໜູນ ແລະ ຮ່ວມມືກັບ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ບັນດາປະເທດສະມາຊິກອາຊຽນ ເພື່ອຮັດແໜ້ນປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ກໍຄື ເພື່ອພາລະກິດລວມ ແຫ່ງ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.
KPL

ຂ່າວອື່ນໆ

    • ໂທລະເລກສະແດງຄວາມເສົ້າສະຫລົດໃຈການເມືອງ

      ໂທລະເລກສະແດງຄວາມເສົ້າສະຫລົດໃຈ

      8/17/2026 11:29:29 AM

      ເມື່ອບໍ່ດົນມານີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສ່ົງໂທລະເລກສະແດງຄວາມເສົ້າສະຫລົດໃຈເຖິງ ສະຫາຍ ຫລີ ສຽງ ນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ຕ່ໍກັບການຈາກໄປຂອງສະຫາຍ ຈູ່ ຢົງຈີ່ ອະດີດກຳມະການກົມການເມືອງສູນກາງ ພັກກອມມູນິດຈີນ ຊຸດທີ 14 ແລະ 15, ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ.

    • ໂທລະເລກສະແດງຄວາມເສຍໃຈ ຈາກການນຳຂອງບຣູໄນ ດາຣູຊາລາມການເມືອງ

      ໂທລະເລກສະແດງຄວາມເສຍໃຈ ຈາກການນຳຂອງບຣູໄນ ດາຣູຊາລາມ

      8/17/2026 9:27:13 AM

      ອາທິດຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບສານສະແດງຄວາມເຫັນໃຈຈາກສົມເດັດ ຊຸນຕານ ຮາຈິ ຮັດຊະນານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ ຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

    • ສະແດງຄວາມເສົ້າສະຫລົດໃຈ ຈາກການນຳຂັ້ນສູງມຽນມາການເມືອງ

      ສະແດງຄວາມເສົ້າສະຫລົດໃຈ ຈາກການນຳຂັ້ນສູງມຽນມາ

      8/17/2026 9:20:35 AM

      ອາທິດຜ່ານມາ, ທ່ານ ມິນ ອອງລາຍ ປະທານາ ທິບໍດີແຫ່ງ ສາທາລະນະລັດ ສະຫະພາບມຽນມາ ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈເຖິງທ່ານ ທອງລຸນ ສີສຸລິດປະ ທານປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ່ໍການຈາກໄປຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ.

    • ການນຳພັກ-ລັດ ຮ່ວມໃສ່ບາດຖວາຍສັງຂະທານ ອຸທິດເຖິງສະຫາຍ ໄຊສົມພອນ ພົມວິຫານການເມືອງ

      ການນຳພັກ-ລັດ ຮ່ວມໃສ່ບາດຖວາຍສັງຂະທານ ອຸທິດເຖິງສະຫາຍ ໄຊສົມພອນ ພົມວິຫານ

      8/17/2026 9:15:54 AM

      ໃນວັນທີ 14 ສິງຫາ 2026 ນີ້ ການນຳ, ອະດີດການນຳພັກ-ລັດ ພ້ອມດ້ວຍມວນຊົນໃນນະຄອນຫລວງວຽງຈັນ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະຫາຍ ສອນໄຊ ສີພັນດອນ ກຳມະ ການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ຮ່ວມໃສ່ບາດຖວາຍສັງຄະທານແດ່ພະສົງ.

    • ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານການເມືອງ

      ຜູ້ປະຈຳຄະນະເລຂາທິການສູນກາງພັກຄອມມູນິດຫວຽດນາມວາງພວງມາລາໄວ້ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ

      8/14/2026 8:07:24 AM

      ໃນວັນທີ 12 ສິງຫາ 2026 ນີ້, ສະຫາຍ ເຈີ່ນ ເກີມ ຕູ໊ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິ ການສູນກາງພັກກອມມູນິດຫວຽດ ນາມ ພ້ອມດ້ວຍຄະນະໄດ້ເຂົ້າ ວາງພວງມາລາ ແລະ ເຊັນປຶ້ມໄວ້ ອາໄລຕໍ່ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ກຳມະ ການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານ ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 8 ສິງຫາ 2026 ຜ່ານມາ.

ads
ads

Top