ປະທານປະເທດ ແຫ່ງ ສປປ ລາວ ສໍາເລັດ ການຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ

01/08/2025 18:28
Email Print 249
ຂປລ ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ - 1 ສິງຫາ 2025.


ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ - 1 ສິງຫາ 2025.


ການຢ້ຽມຢາມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນການຢ້ຽມຢາມ ສະຫະພັນຣັດເຊຍ ຢ່າງເປັນທາງການ ຄັ້ງທຳອິດ ພາຍຫລັງທີ່ ທ່ານ ທອງລຸນ ສີສຸລິດ ໄດ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສປປ ລາວ. ການຢ້ຽມຢ້ຽມຄັ້ງນີ້, ຖືເປັນນິມິດໝາຍສຳຄັນໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ.
ໃນໂອກາດການຢ້ຽມຢາມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ. ໃນການພົບປະດັ່ງກ່າວ, ສອງຝ່າຍ ໄດ້ທົບທວນຄືນ ແລະ ຕິີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ ເຊິ່ງໄດ້ຮັບການຮັດເເໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງບົນພື້ນຖານຄວາມເຂົ້າອົກເຂົ້າໃຈ, ການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ການພົວພັນມິດຕະພາບ ແລະ ການຮ່ວມມື ອັນເປັນມູນເຊື້ອມາແຕ່ດົນນານ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງໃນຂົງເຂດອາຊີ-ປາຊີຟິກ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ.


ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສະ​ແດງ​ຄວາມ​ຂອບ​ໃຈ​ ຕໍ່​ການ​ຊ່ວຍ​ເຫລືອຂອງ ຣັດເຊຍ ​ໃນ​ໄລຍະ​ຜ່ານ​ມາ ​ໂດຍ​ສະ​​ເພາະ​ແມ່ນ​ການ​ຊ່ວຍ​ພັດທະນາ​ຊັບ​ພະຍາກອນ​ມະນຸດ ກໍຄື ການ​ໃຫ້​ທຶນ​ການ​ສຶກສາ​ແກ່​ນັກ​ສຶກສາລາ​ວ ເພື່ອໄປຮຽນຕໍ່ທີ່ ຣັດເຊຍ ເພີ່ມຂຶ້ນໃນແຕ່ລະປີ, ລວມທັງສະແດງຄວາມຂອບໃຈ ຣັດເຊຍ ທີ່ຈະຊ່ວຍສ້າງໂຮງຮຽນສາມັນສຶກສາ ລາວ-ຣັດເຊຍ ທີ່ ນະຄອນຫລວງວຽງຈັນ. ນອກຈາກນັ້ນ, ຍັງໄດ້ຕີລາຄາສູງການ​ຊ່ວຍເຫລືອ​ດ້ານ​ອື່ນໆ ທີ່ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະ ກິດ ແລະ ສັງຄົມຂອງ ສປປ ລາວ. ບົນຈິດໃຈດັ່ງກ່າວ, ສອງຝ່າຍ ໄດ້ເຫັນດີເປັນເອກະພາບໃນການເພີ່ມທະວີ ແລະ ຊຸກຍູ້ການພົວພັນສອງຝ່າຍໃນຫລາຍຂົງເຂດໃນອະນາຄົດ ເປັນຕົ້ນ ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວ ແລະ ອື່ນໆ ທີ່ສອງຝ່າຍມີທ່າແຮງ ເພື່ອນຳມາຊຶ່ງຜົນປະໂຫຍດຮ່ວມກັນ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່​ຕ່າງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.


ສອງຝ່າຍ ໄດ້ຕີລາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ ບົນພື້ນຖານການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງຢູ່ໃນພາກພື້ນ ອາຊີ-ປາຊີຟິກ ໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ອັນໄດ້ນໍາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ຣັດເຊຍ, ພ້ອມທັງຢືນຢັນຈະສືບຕໍ່ຮ່ວມກັນຊຸກຍູ້ສົ່ງເສີມ ການພົວພັນການຮ່ວມມື ທີ່ມີມາແລ້ວນັ້ນ ໃຫ້ໝັ້ນຄົງໜັກແໜ້ນ ແລະ ຂະຫຍາຍການຮ່ວມມືໃນຂົງເຂດທ່າແຮງຂອງສອງປະເທດ ໃຫ້ມີໝາກຜົນຕົວຈິງຂຶ້ນຕື່ມ.
ນອກຈາກນັ້ນ, ທ່ານປະທານປະເທດ ຍັງໄດ້ສະແດງຄວາມຊົມເຊີຍມາຍັງ ຣັດເຊຍ ທີ່ປະສົບຜົນສໍາເລັດຢ່າງຈົບງາມ ພິທີສະເຫລີມສະຫລອງວັນຄົບຮອບ 80 ປີ ແຫ່ງ ໄຊຊະນະມະຫາສົງຄາມປົກປ້ອງປິຕຸພູມຂອງ ສະຫະພາບ ໂຊວຽດ ທີ່ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ຜ່ານມາ. ພ້ອມນັ້ນ, ຍັງໄດ້ກ່າວວ່າ: ໃນໄລຍະທ້າຍປີ 2025 ນີ້, ສອງປະເທດ ລາວ-ຣັດເຊຍ ຈະໄດ້ມີການຈັດກິດຈະກໍາຮ່ວມກັນ ເພື່ອສະເຫລີມສະຫລອງເນື່ອງໃນໂອກາດຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ.
ການປຶກສາຫາລືຂອງທັງສອງຝ່າຍ ດຳເນີນໄປດ້ວຍບັນຍາກາດອັນສ້າງສັນ ບົນພື້ນຖານແຫ່ງສາຍພົວພັນມິດຕະພາບອັນເປັນມູນເຊື້ອມາແຕ່ດົນນານ ລະຫວ່າງ ສອງປະເທດ. ພ້ອມນັ້ນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນ ທ່ານ ວະລາດີເມຍ ປູຕິນ ເດີນທາງໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ.


ໃນໂອກາດເຄື່ອນໄຫວຢ້ຽມຢາມທາງການ ສ ຣັດເຊຍ ຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງສາຍພັກ ທ່ານ ເດີມິຕຣີ ເມັດເວເດັບ ປະທານພັກຣັດເຊຍເອກະພາບ ແລະ ໄດ້ຕ້ອນຮັບການເຂົົ້າຢ້ຽມຂໍ່ານັບຂອງ ປະທານສະມາຄົມມິດຕະພາບ ຣັດເຊຍ-ລາວ. ນອກຈາກນີ້, ທ່ານປະທານປະເທດ ຍັງໄດ້ລົງລາຍເຊັນ ຮູບພາບຂອງເພິ່ນເອງ ເພື່ອນຳໄປວາງສະແດງໄວ້ ທີ່ ມະຫາວິທະຍາໄລສ້າງຄູ ເກຣເຊັນ, ທີ່ນະຄອນຊານປີເຕີສະເບີກ, ສ ຣັດເຊຍ, ເຊິ່ງເປັນມະຫາວິທະຍາໄລທີ່ ທ່ານປະທານປະເທດ ຈົບການສຶກສາ ໃນຍຸກສະຫະພາບໂຊວຽດ. ທ່ານປະທານປະເທດ ຍັງໄດ້ເຂົ້າຢ້ຽມຊົມ ໂບດໂອຕໍດອກ (Danilov Monastery), ໄດ້ຮັບຫລຽນກຽດຕິຍົດ ແລະ ຄຸນງາມຄວາມດີ ຊັ້ນ 1 ຈາກ ທ່ານພະສັງຄະລາດປະທານອົງການສາສະໜາໂອຕໍດັອກ ສ ຣັດເຊຍ ແລະ ຍັງໄດ້ໄປຢ້ຽມຊົມ ຫໍພິພິຕະພັນ ແລະ ໂບດຂອງກອງທັບທະຫານຣັດເຊຍ (Patriot Park) ຫລື ອຸທິຍານຮັກຊາດ.
ການຢ້ຽມຢາມ ສ ຣັດເຊຍ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ດໍາເນີນໄປຢ່າງສົມກຽດ ແລະ ສໍາເລັດຜົນອັນຈົບງາມແຕ່ຕົ້ນຈົນຈົບ, ທັງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.
KPL

ຂ່າວອື່ນໆ

ads
ads

Top