ຂປລ
*ເມືອງປາກຊ່ອງ ແຂວງຈໍາປາສັກ ກໍເປັນອີກເມືອງໜຶ່ງທີ່ມີສະຖານທີ່ທ່ອງທ່ຽວຫລາກຫລາຍເປັນຕົ້ນແຫລ່ງທ່ອງທ່ຽວທຳມະຊາດ

*ເມືອງປາກຊ່ອງ ແຂວງຈໍາປາສັກ ກໍເປັນອີກເມືອງໜຶ່ງທີ່ມີສະຖານທີ່ທ່ອງທ່ຽວຫລາກຫລາຍເປັນຕົ້ນແຫລ່ງທ່ອງທ່ຽວທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳທີ່ສວຍສົດງົດງາມຫລາຍ ໂດຍສະເພາະແມ່ນແຫລ່ງທ່ອງທ່ຽວທາງທຳມະຊາດນ້ຳຕົກຕາດອັນທີ່ໂດດເດັ່ນໄດ້ແກ່ນ້ຳຕົກຕາດເຍືອງ, ນ້ຳຕົກຕາດຟານ, ນ້ຳຕົກຕາມອີຕູ້, ນ້ຳຕົກຕາດຈຳປີ, ນ້ຳຕົກຕາກເຊກະຕາມຕົກ, ຕາດມ່ວນ, ດ່ານສີນໄຊ ແລະ ດ່ານໜອງຫລວງປ່າແປກ ແລະ ພູໄຟເທວະດາ ເຫລົ່ານີ້ເປັນຕົ້ນ. ເມືອງປາກຊ່ອງມີແຫລ່ງທ່ອງທ່ຽວທັງໝົດ 67 ແຫ່ງ ໃນນັ້ນ ແຫລ່ງທ່ອງທ່ຽວທຳມະຊາດ 37 ແຫ່ງ, ວັດທະນະທຳ 22 ແຫ່ງ ແລະ ປະຫວັດສາດ 8 ແຫ່ງ, ໄດ້ກຳນົດເຂດການທ່ອງທ່ຽວຂອງເມືອງປາກຊ່ອງຕິດພັນກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ອອກເປັນ 3 ເຂດ ເຊິ່ງໜຶ່ງໃນນັ້ນກໍແມ່ນບ້ານໜອງຫລວງ ຂຶ້ນກັບກຸ່ມ 1 ຂອງເມືອງປາກຊ່ອງ ແຂວງຈຳປາສັກ.
ບ້ານໜອງຫລວງ ເຊິ່ງເປັນອີກບ້ານໜຶ່ງທີ່ໄດ້ຈັດກິດຈະກຳການທ່ອງທ່ຽວແບບອະນຸລັກທຳມະຊາດ ແລະ ມີຫລາຍກິດຈະກໍາທີ່ໜ້າສົນໃຈ ແລະ ໃຫ້ທ່ຽວຊົມ. ບໍ່ວ່າກິດຈະກໍານອນພັກແຮມກັບປະຊາຊົນ, ໃສ່ບາດຍາມເຊົ້າ, ກິດຈະກໍາຍ່າງປ່າ, ຕັ້ງແຄັ້ມນອນຢູ່ທົ່ງດອກໄມ້ດ່ານໃຫຍ່, ກິດຈະກໍາຕື່ນເຊົ້າແລ້ວລົງທ່ຽວຊົມຕາດເສືອ, ຕາດຂະມຶດ.
ຕາມການເລົ່າໃຫ້ຮູ້ຂອງທ່ານນາງ ສົມພອນ ຫລວງສຸວັນນະວົງ ນາຍບ້ານໜອງຫລວງວ່າ: ການທ່ອງທ່ຽວຂອງບ້ານນີ້ ແມ່ນຂອງພໍ່ແມ່ປະຊາຊົນ ໂດຍມີຄະນະກຸ່ມທ່ອງທ່ຽວຂອງບ້ານທີ່ຮັບຜິດຊອບໃນການບໍລິຫານ ແລະ ໃນບ້ານມີເຮືອນພັກແຮມຂອງປະຊາຊົນຮັບບໍລິການແຂກຈໍານວນ 38 ຫລັງ, ສາມາດຮອງຮັບນັກທ່ອງທ່ຽວປະມານ 500 ຄົນ. ສໍາລັບການທ່ອງທ່ຽວຂອງບ້ານແມ່ນນັກທ່ອງທ່ຽວຈະນິຍົມມາທ່ຽວໃນໄລຍະເດືອນມິຖຸນາຫາເດືອນຕຸລາ (ໄລຍະລະດູຝົນ), ໂດຍໃນປີ 2024 ຜ່ານມາມີນັກທ່ອງທ່ຽວໃຫ້ຄວາມສົນໃຈ ແລະ ເຂົ້າມາທ່ຽວຫລາຍສົມຄວນ. ໃນນັ້ນ, ມີທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວປະ ມານ 3.600 ເທື່ອຄົນ.

ຂະນະທີ່ທ່ານ ໄພທອນ ຮອງນາຍບ້ານທັງຮັບຜິດຊອບພະນັກງານນຳທ່ຽວຂອງບ້ານກ່າວວ່າ: ການທ່ອງທ່ຽວຂອງບ້ານແມ່ນໄດ້ມີການປັບປຸງເສັ້ນທາງຍ່າງປ່າ ເປັນຕົ້ນການສ້າງຂົວອູ່ຂ້າມຫ້ວຍ, ການຝຶກອົບຮົມປະຖົມພະຍາບານເບື້ອງຕົ້ນໃຫ້ທີມງານພະນັກງານນໍາທ່ຽວຂອງບ້ານ, ການບໍລິການເຮືອນພັກແຮມໂຮມສະເຕ, ການປຸງແຕ່ງອາຫານ. ກິດຈະກໍາທ່ອງທ່ຽວບ້ານໜອງຫລວງແມ່ນໃຊ້ເວລາ 2 ຄືນ, 3 ມື້, ພ້ອມນີ້ ກໍຍົກໃຫ້ເຫັນບ້ານໜອງຫລວງໄດ້ຮັບລາງວັນລະດັບອາຊຽນ 3 ລາງວັນ, ໄດ້ຮັບລາງວັນປະຊາຊົນມີສ່ວນຮ່ວມ ແລະ ລາງວັນເຮືອນພັກແຮມປະຊາຊົນ. ແນວໃດກໍດີ ໃນປີ 2025 ນີ້ ເຫັນວ່ານັກທ່ອງທ່ຽວແມ່ນໃຫ້ຄວາມສົນໃຈເຂົ້າມາທ່ຽວ ໂດຍສະເພາະແມ່ນນັກທ່ອງທ່ຽວພາຍໃນທີ່ມີຈໍານວນເພີ່ມຂຶ້ນອັນໄດ້ເຮັດໃຫ້ບັນຍາກາດການທ່ອງທ່ຽວຄຶກຄື້ນຕິດພັນກັບການສ້າງລາຍຮັບໃຫ້ແກ່ປະຊາຊົນໄດ້ເປັນຢ່າງດີ. ພ້ອມນີ້ ກໍຂໍເຊີນຊວນທຸກທ່ານມາສໍາຜັດກັບບັນຍາກາດການທ່ອງທ່ຽວທີ່ບ້ານໜອງຫລວງ ດ້ວຍຕົນເອງ, ທັງນີ້ ທັງນັ້ນ ເມື່ອທ່ານມາທ່ຽວແລ້ວກໍຂໍໃຫ້ທ່ານເປັນເຈົ້າການຮັກສາຄວາມສະອາດຕາມສະຖານທີ່ທ່ອງທ່ຽວຮ່ວມກັບພວກເຮົາດ້ວຍການບໍ່ຖິ້ມຂີ້ເຫຍື້ອຊະຊາຍ.
ສຳລັບບ້ານໜອງຫລວງແມ່ນຂຶ້ນກັບກຸ່ມ 1 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ເພື່ອເປັນການສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຈໍາປາສັກ ທີ່ຈະເປີດຂຶ້ນໃນມໍ່ໆນີ້ ອົງການປົກຄອງບ້ານ ກໍຄື ຄະນະຮັບຜິດຊອບການທ່ອງທ່ຽວແມ່ນຈະໄດ້ສືບຕໍ່ບໍລິການນັກທ່ອງທ່ຽວດ້ວຍຄວາມປະທັບໃຈ, ຮັບປະກັນຄວາມປອດໄພ, ຮັບປະກັນໃນເລື່ອງຄວາມສະອາດສວຍງາມໄປພ້ອມໆກັນ.
ໂດຍ: ຢ່າຕົ່ງ

KPL