lts]5 [4vf4vo[q fIPo;Pd'kodkog]n vd8A ' ll- -5 fmu X c]t ll0 -5 fmu V ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 19.03.2026 ປີທີ 25 ສະບັບທີ 6.399ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ra dxt-k-q oxt8y ;a f]k; ,u dPflts'j k \A opn oK [= ]y la f gva omu ru dko7h koE,a og-N vw2 .sh [= ]y dkooE,a og7nj vomuj -j ;pgs]n vla '7q , F ອ່ານຕໍ່ໜ້າ 4່ າໍ່ ໜ້າ xtmkoltrkcsj '-kf g0Q k1h P,0=j koa [ rt[kflq ,gfa f rit;t-y itgdQ kg9Q k16j sq ; c]t lq ,gfa frtok'g9Q k rit[= iq ,]k-y ou csj ']k-tvkok9a dwm rt[kflq ,gfa f rit;t-y itgdQ kg9Q k16 j sq ; c]t lq ,gfa frtok'g9Q k rit[= iq ,]k-y ou csj ']k-tvkok9a dwm 1h P,1k,l6 ora fmtok c]t [= ]y dkofh kodkodtglfsh ;p-vo{sh ;p-Q ; ທ່ານ ກິແກ້ວ ໄຂຄຳພິທູນ lq j 'glu ,l5 0trk[gfa d.o]k; zj kodko .sh ;a d-y oda ortpkf{glu ,lh k'dko,u lj ;oIj ;, 0v'ln j ,;o-q o c]t 7q o.o-5 ,-q o F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ສອນໄຊ ສີພັນດອນ (ຂວາ) F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ໄຊສົມພອນ ພົມວິຫານ ພ້ອມດ້ວຍພັນລະຍາ (ຊ້າຍ) ເຂົ້າຢ້ຽມຂໍ່ານັບ ພະບາດສົມເດັດພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ຂປລ. ກອງປະຊຸມສະຫລຸບ ຖອດຖອນບົດຮຽນວຽກງານການ ເລືອກຕັ້ງສະມາຊິກສະພາແຫ່ງ ຊາດ (ສສຊ) ຊຸດທີ X ແລະ ສະ ມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຈັດຂຶ້ນໃນວັນທີ 17 ມີນາ 2026 ໂດຍການເປັນ ປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດ, ປະທານຄະນະກຳມະການ ເລືອກຕັ້ງລະດັບຊາດ, ມີຄະນະ ກຳມະການເລືອກຕັ້ງລະດັບຊາດ, ຄະນະກຳມະການເລືອກຕັ້ງຂັ້ນ ແຂວງ, ນະຄອນຫລວງ, ພ້ອມ ດ້ວຍແຂກຖືກເຊີນ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ໄຊສົມພອນພົມວິຫານ ໄດ້ ກ່າວວ່າ: ຄະນະກຳມະການເລືອກ ຕັ້ງລະດັບຊາດ ແລະ ອົງຄະນະພັກ, ອຳນາດການປົກຄອງ ແລະ ຄະນະ ຂປລ. ໃນວັນທີ18ມີນາ 2026 ນີ້, ພະບາດສົມເດັດ ພຣະວະຊິຣະ ເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງ ເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະ ອານາຈັກໄທ ພ້ອມດ້ວຍຄະນະ ໄດ້ ສະເດັດຢ້ຽມຢາມສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ເມືອງນາຊາຍ ຂປລ. ໃນວັນທີ17ມີນາ 2026 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມ ດ້ວຍພັນລະຍາ ໄດ້ເຂົ້າຢ້ຽມຂໍ່າ ນັບ ພະບາດສົມເດັດ ພຣະວະຊິຣະ ເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະ ຂປລ. ໃນວັນທີ 18 ມີນາ 2026 ນີ້, ບໍລິສັດ ເອັນທີພີ ການ ຄ້ານ້ຳມັນເຊື້ອໄຟ ຈຳກັດ (NTP) ໄດ້ໃຫ້ບໍລິການນໍ້າມັນເຊື້ອໄຟແບບ ເຄື່ອນທີ່ ເພື່ອຊ່ວຍເຫລືອສັງຄົມໃນ ໄລຍະທີ່ນໍ້າມັນບໍ່ພຽງພໍ ໃຫ້ແກ່ຊາວ ທອງ ນະຄອນຫລວງວຽງຈັນ ໃຫ້ ກຽດຕ້ອນຮັບໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍ ກຳມະການເລືອກຕັ້ງຂັ້ນຕ່າງໆ ໄດ້ນໍາພາ-ຊີ້ນໍາ ຢ່າງໃກ້ຊິດ ຕໍ່ກັບ ການກະກຽມ ແລະ ດໍາເນີນການ ເລືອກຕັ້ງຄັ້ງນີ້ ຊຶ່ງໄດ້ສ້າງເງື່ອນ ໄຂສະດວກ ແລະ ຮັບປະກັນໃຫ້ແກ່ ການເລືອກຕັ້ງດໍາເນີນໄປຢ່າງຖືກ ຕາມຫລັກການ ແລະ ຂັ້ນຕອນທີ່ໄດ້ ກຳນົດໄວ້ໃນກົດໝາຍວ່າດ້ວຍ ການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ, ເຮັດໃຫ້ຜູ້ມີສິດເລືອກຕັ້ງ ໃນທົ່ວປະເທດ ມີຄວາມຕື່ນຕົວໄປ ໃຊ້ສິດຂອງຕົນຢ່າງຄົບຖ້ວນ ດ້ວຍ ບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເຮັດໃຫ້ການເລືອກຕັ້ງຄັ້ງນີ້ ບັນລຸໄດ້4ຄາດໝາຍໃຫຍ່ຕາມມະຕິ ຂອງກົມການເມືອງສູນກາງພັກ ວາງອອກ. ຜົນສໍາເລັດດັ່ງກ່າວນັ້ນ ນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ໃນໂອກາດ ສະເດັດມາຢ້ຽມຢາມລັດຖະກິດ ສປປ ລາວ ໃນລະຫວ່າງວັນທີ 16-18 ມີນາ 2026. ຂປລ. ຊຸດຝຶກຮົມລະດັບຊາດ ພາຍໃຕ້ຫົວຂໍ້ “ການສົ່ງເສີມສຸຂະ ພາບເດັກໃນ ສປປ ລາວ ຜ່ານການ ໃຫ້ວັກຊິນກັນພະຍາດ ແລະ ການ ເສີມສ້າງການມີສ່ວນຮ່ວມຂອງສື່ ມວນຊົນ ແລະ ຄົນໃນຊຸມຊົນ” ຈັດ ຂຶ້ນໃຍວັນທີ 18 ມີນາ 2026 ຢູ່ນະ ຄອນຫລວງວຽງຈັນ ໂດຍການ ເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວ ນະຄອນຫລວງວຽງຈັນ ຢູ່ເຂດ ເສດຖະກິດພິເສດບຶງທາດຫລວງ Ill xk4tdt4k s;o7n o,6 og-N v 2 ;a ole7a o ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດປາຖະກະຖາວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026) ແລະ ວັນນັກຮົບເສຍ ອົງຄະ ແລະ ເສຍສະລະຊີວິດ ເພື່ອ ປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026) ໃນວັນທີ 17 ມີນາ 2026 ໂດຍ ໃຫ້ກຽດປາຖະກະຖາຂອງ ສະຫາຍ ໂພໄຊ ໄຊຍະສອນ ເລຂາຄະນະພັກ, ລັດຖະມົນຕີກະຊວງ ຮສສ, ມີຮອງ ລັດຖະມົນຕີ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ເຂົ້າຮ່ວມ ຮັບຟັງ. ໂອກາດນີ້, ສະຫາຍ ໂພໄຊ ໄຊຍະສອນ ໄດ້ຍົກໃຫ້ເຫັນຂະບວນ ການປະຕິວັດແຫ່ງການກໍາເນີດ, 71 ປີ ແຫ່ງການນໍາພາ-ຊີ້ນໍາຂອງ ພັກປະຊາຊົນລາວ ໃນແຕ່ລະໄລຍະ ຜ່ານມາ; ເສີມຂະຫຍາຍມູນເຊື້ອ ທາດແທ້ຂອງພັກປະຊາຊົນປະຕິວັດ ລາວ ພັກເຮົາມີຄວາມຈົ່ງຮັກພັກດີ ແລະ ຍຶດໝັ້ນໃນແນວຄິດ, ທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ກໍຄື ຈຸດໝາຍສັງຄົມນິ ຍົມຢ່າງໜັກແໜ້ນ; ຍຶດໝັ້ນ ແລະ F ອ່ານຕໍ່ໜ້າ 4່ າໍ່ ໜ້າ lv'vq 'dkodkcf' ]k;{ly 'dt3x Ia fc|h odkoIj ;,,n lv'/j kp ຂປລ. ພິທີພົບປະສອງຝ່າຍ ລະຫວ່າງ ອົງການກາແດງແຫ່ງ ຊາດລາວ ແລະ ອົງການກາແດງ ສິງກະໂປ ຈັດຂຶ້ນໃນວັນທີ 16 ມີນາ 2026 ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາ ແດງແຫ່ງຊາດລາວ, ທ່ານ ເບັນ ຈາມິນ ວິນລຽມ (Benjamin William) ເລຂາທິການອົງການ ກາແດງສິງກະໂປ ພ້ອມດ້ວຍ ຄະນະ. ໂອກາດນີ້, ທ່ານ ຄຳລາວັນ ຈັນທະລາວັນ ໄດ້ຍົກໃຫ້ເຫັນການ ເຄື່ອນໄຫວວຽກງານກາແດງ ຂອງ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງ ແມ່ນຂະບວນການຈັດຕັ້ງປະຕິບັດ ວຽກງານມະນຸດສະທຳ ທີ່ມີການ ເຂົ້າຮ່ວມຂອງສັງຄົມ ຊຶ່ງປະກອບ ມີ 9 ໜ້າວຽກຫລັກ ຄື: ການຊ່ວຍ ເຫລືອບັນເທົາທຸກເບື້ອງຕົ້ນ, ການ ປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດ ໄພ, ການສົ່ງເສີມສຸຂະພາບຂັ້ນ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ]k;{vq flt8ik]u lh k'g7n j v',n .\j lq j 'glu ,dko-j ;pgs]n voa dIPory dko F ອ່ານຕໍ່ໜ້າ 4່ າໍ່ ໜ້າ okpq d]a f4t,q o8u 8h voIa [ g]0kmy dkovq 'dkodkcf' ly 'dt3x ຂປລ. ໃນຕອນບ່າຍວັນທີ 18 ມີນາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ
@ 0j k; c]t gsfdko j 19/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ທ່ານ ໄຊສົມພອນ ພົມວິຫານ ພະບາດສົມເດັດ...ົັ ສະຫລຸບຖອດຖອນ...ຸ ສົ່ງເສີມສຸຂະພາບ...ົ່ີຸ ປະທານສະພາແຫ່ງຊາດ...່ ສະຫາຍ ໂພໄຊ ໄຊຍະສອນ ພັນລະຍາ ແລະ ຄະນະຜູ້ແທນທີ່ ກ່ຽວຂ້ອງຂອງທັງສອງຝ່າຍ. ໃນໂອກາດດັ່ງກ່າວ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດ ລ້ອມ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຂຶ້ນກ່າວລາຍງານ ໂດຍຫຍໍ້ ກ່ຽວກັບປະຫວັດຄວາມ ເປັນມາ ແລະ ຜົນສຳເລັດທີ່ພົ້ນເດັ່ນ ຂອງສູນພັດທະນາ ແລະ ບໍລິການ ດ້ານການກະເສດຫ້ວຍຊອນ-ຫ້ວຍ ຊົ້ວ ຊຶ່ງໄດ້ສ້າງຕັ້ງຂຶ້ນຢ່າງເປັນ ທາງການ ໃນວັນທີ 8 ເມສາ 1994 ໃນໂອກາດພະບາດສົມເດັດ ພຣະ ມະຫາພູມິພົນ ອະດຸນຍະເດດມະຫາ ຣາດ ບໍຣົມມະນາດບໍພິດ ສະເດັດ ມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ເປັນຄັ້ງທໍາອິດ. ຕະຫລອດ ໄລຍະ 32 ປີຜ່ານມາ, ສູນດັ່ງ ກ່າວເປັນສູນພັດທະນາກະສິກໍາຄົບ ວົງຈອນ ຊຶ່ງເປັນໂຄງການພະລາ ຊະດຳລິ ທີ່ໄດ້ຮັບຜົນສໍາເລັດຫລາຍ ດ້ານ ເຊັ່ນ: ການກໍ່ສ້າງອ່າງເກັບ ນໍ້າຫ້ວຍຊອນ ກໍຄື ໂຄງການພະ ລາດຊະດຳລິ ໄດ້ສ້າງພື້ນຖານໂຄງ ລ່າງອ່າງເກັບນໍ້າຫ້ວຍຊອນ ຊຶ່ງ ສາມາດເກັບນໍ້າໄດ້ປະມານ 2 ລ້ານ ກວ່າແມັດກ້ອນຕໍ່ປີ, ສາມາດສະ ໜອງນໍ້າໃຫ້ເນື້ອທີ່ການຜະລິດຂອງ ຊາວກະສິກອນ ພາຍໃນ 8 ບ້ານ ອ້ອມຂ້າງ ປະມານ 580 ເຮັກຕາ ຕໍ່ປີ; ວຽກງານການພັດທະນາທີ່ດິນ ໄດ້ມີການຈັດການດູແລປັບປຸງດິນ ໃນພື້ນທີ່ການຜະລິດ, ມີການປູກ ແລະ ຂະຫຍາຍເບ້ຍຫຍ້າແຝກເພື່ອ ປ້ອງກັນດິນເຈື່ອນ, ຜະລິດຝຸ່ນບົ່ມຊີ ວະພາບ, ນໍ້າໝັກສະໝຸນໄພຕ່າງໆ; ວຽກງານປູກຝັງ ໄດ້ຂະຫຍາຍແນວ ພັນເຂົ້າ, ແນວພັນໄມ້ໃຫ້ໝາກ, ເຫັດ ແລະ ພືດ-ຜັກຕ່າງໆ; ວຽກງານ ລ້ຽງສັດແລະການປະມົງໃນແຕ່ລະ ປີ, ສູນສາມາດຜະລິດລູກປາ, ລູກ ສັດນໍ້າ ແລະ ລູກສັດຕ່າງໆ ເພື່ອ ສະໜອງໃຫ້ແກ່ຊາວກະສິກອນໃນ ເຂດໂຄງການ, ບັນດາແຂວງຕ່າງໆ ແລະ ໄດ້ມີການຕອບຮັບຈາກສັງຄົມ ເປັນຢ່າງດີ; ວຽກງານການຊຸກຍູ້ ສົ່ງເສີມຊາວກະສິກອນ ໄດ້ເອົາໃຈ ໃສ່ໃນການສ້າງຄອບຄົວຕົວແບບ ດ້ານການປູກຝັງ-ລ້ຽງສັດ ແລະ ດ້ານການຜະລິດກະສິກຳແບບປະ ສົມປະສານ ຊຶ່ງເຮັດໃຫ້ເຂົາເຈົ້າ ສາມາດສ້າງລາຍຮັບໃຫ້ແກ່ຄອບ ຄົວໄດ້ສູງສົມຄວນ; ວຽກງານພັດ ທະນາບຸກຄະລາກອນ ໄດ້ເອົາໃຈ ໃສ່ຈັດຝຶກອົບຮົມໄລຍະສັ້ນ-ໄລຍະ ຍາວ, ການສາທິດທົດລອງ, ການ ຖ່າຍທອດເຕັກນິກ-ເຕັກໂນໂລຊີ ທາງດ້ານວິຊາການຕ່າງໆພ້ອມທັງ ການຈັດທັດສະນະສຶກສາແລກ ປ່ຽນບົດຮຽນໃຫ້ແກ່ພະນັກງານ ປະຈໍາສູນ, ສະຖານີ, ນັກຮຽນ-ນັກ ສຶກສາ ແລະ ຊາວກະສິກອນ ໃນ ຂອບເຂດທົ່ວປະເທດໃນແຕ່ລະປີ ບໍ່ຫລຸດ 1.500 ກວ່າຄົນ. ນອກ ຈາກນີ້, ຍັງໄດ້ສົ່ງພະນັກງານວິຊາ ການຂອງສູນ ໄປຍົກລະດັບວິຊາ ສະເພາະໃນລະດັບຕ່າງໆ ທັງພາຍ ໃນ ແລະ ຕ່າງປະເທດ. ຜົນສໍາເລັດຂອງໂຄງການຮ່ວມ ມືດັ່ງກ່າວ, ໄດ້ຢັ້ງຢືນໃຫ້ເຫັນໝາກ ຜົນຂອງການພົວພັນຮ່ວມມື ລາວໄທ ຊຶ່ງແມ່ນ ປະທານ ໄກສອນ ພົມວິຫານ ແລະ ພະບາດສົມເດັດ ພຣະມະຫາພູມິພົນ ອະດຸນຍະເດດ ມະຫາຣາດ ບໍຣົມມະນາດບໍພິດ ໄດ້ຮ່ວມກັນວາງຮາກຖານອັນ ແໜ້ນໜາ ແລະ ມີວິໄສທັດອັນສະ ຫລາດສ່ອງໄສໃຫ້ການຊ່ວຍເຫລືອ ສ້າງຕັ້ງສູນທີ່ສຳຄັນແຫ່ງນີ້ຂຶ້ນ ມາ. ຕະຫລອດໄລຍະ 32 ປີ ແຫ່ງ ການຈັດຕັ້ງປະຕິບັດວຽກງານຂອງ ສູນ, ທຸກພາກສ່ວນທີ່ກ່ຽວຂ້ອງທັງ ຝ່າຍລາວ ແລະ ຝ່າຍໄທ ໄດ້ສຸມກໍາ ລັງແຮງ ແລະ ຮ່ວມຈິດຮ່ວມໃຈ ໃນການປະກອບສ່ວນດ້ານສະຕິ ປັນຍາ ແລະ ທຶນຮອນ ເຂົ້າໃນການ ພັດທະນາສູນແຫ່ງນີ້ ດ້ວຍໄມຕີ ຈິດມິດຕະພາບ ແລະ ຄວາມຮັບ ຜິດຊອບສູງ. ສໍາລັບທິດທາງແຜນການພັດ ທະນາຂອງສູນໃນຕໍ່ໜ້າ ຈະສືບ ຕໍ່ສຸມໃສ່ພັດທະນາສູນແຫ່ງນີ້ໃຫ້ ເປັນບ່ອນຮຽນຮູ້, ເປັນສູນຕົ້ນແບບ ທີ່ດີໃນການຜະລິດກະສິກໍາ ເພື່ອ ເປັນບ່ອນຖ່າຍທອດຄວາມຮູ້ທາງ ວິຊາການ ແລະ ເຕັກໂນໂລຊີທີ່ທັນ ສະໄໝ ໃຫ້ແກ່ຊາວກະສິກອນ, ກຸ່ມ ຜູ້ຜະລິດ, ນັກຮຽນຮູ້, ນັກສຶກສາ ແລະ ຜູ້ອື່ນໆ ໃນທົ່ວປະເທດ; ສືບຕໍ່ ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ເພື່ອປະກອບສ່ວນເຂົ້າໃນການເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານ ບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ດົນ ນານ ແລະ ການເປັນຄູ່ຮ່ວມຍຸດທະ ສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະ ຫວ່າງ ສອງຊາດ ລາວ-ໄທ ໂດຍ ສະເພາະການພົວພັນຮ່ວມມືໃນ ດ້ານກະສິກໍາ ໃຫ້ແໜ້ນແຟ້ນຍິ່ງໆ ຂຶ້ນ ເພື່ອໃຫ້ເປັນສັນຍະລັກແຫ່ງ ການຮ່ວມມືທີ່ດີ ລະຫວ່າງ ສອງ ປະເທດ ລາວ-ໄທ. ໃນໂອກາດແຫ່ງຄວາມເປັນສິລິ ມຸງຄຸນນີ້, ທ່ານ ລິນຄໍາ ດວງສະ ຫວັນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກໍຄື ສູນພັດທະ ນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນ ຢ່າງຍິ່ງ ຕໍ່ໂຄງການຊ່ວຍເຫລືອ ຊຶ່ງ ເປັນໂຄງການພະລາຊະດໍາລິ ທີ່ໄດ້ ສ້າງປະໂຫຍດແລະບົດຮຽນອັນລໍ້າ ຄ່າ ໃນການພັດທະນາສູນແຫ່ງນີ້ ແລະ ຊ່ວຍປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ. ຫລັງຈາກນັ້ນ, ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາ ຊິນີ ແຫ່ງ ລາຊະອານາຈັກໄທ ແລະ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປລາວ ພ້ອມດ້ວຍ ພັນລະຍາ ໄດ້ຢ້ຽມຊົມງານວາງ ສະແດງຜົນງານຂອງສູນແລະ ໂຄງ ການການກະເສດທິດສະດີແບບ ໃໝ່ ພ້ອມທັງໄດ້ຮ່ວມກັນປູກຕົ້ນໄມ້ ເພື່ອເປັນທີ່ລະນຶກໃຫ້ແກ່ສູນດັ່ງ ກ່າວ ອີກດ້ວຍ. ພາບ: ເກດສະໜາ ພະບາດສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ແຫ່ງ ລາຊະອານາຈັກໄທ ປູກຕົ້ນໄມ້ ເພື່ອເປັນທີ່ລະນຶກໃຫ້ແກ່ສູນພັດທະນາ ແລະ ບໍລິການ ດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ປູກຕົ້ນໄມ້ ເພື່ອເປັນທີ່ລະນຶກໃຫ້ແກ່ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເປັນຂີດໝາຍອັນສໍາຄັນໃນການສືບ ຕໍ່ປັບປຸງບູລະນະລັດປະຊາທິປະໄຕ ປະຊາຊົນ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ເຮັດໃຫ້ອໍານາດລັດ ຂອງພວກເຮົາ ກາຍເປັນລັດຂອງ ປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ. ໃນກອງປະຊຸມສະຫລຸບຖອດ ຖອນບົດຮຽນ ກ່ຽວກັບການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດ ທີ X ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ V ຄັ້ງນີ້, ພວກເຮົາ ໄດ້ພ້ອມກັນຮັບຟັງການລາຍງານ ກ່ຽວກັບການກະກຽມແລະດໍາເນີນ ການເລືອກຕັ້ງ, ການປະກອບຄໍາ ເຫັນຈາກຜູ້ຕາງໜ້າອະນຸກຳມະ ການຢູ່ສູນກາງ ແລະ ທ້ອງຖິ່ນ ຈໍາ ນວນໜຶ່ງ ແລະ ມີການອະທິບາຍ ຊີ້ແຈງຕໍ່ຄວາມສົນໃຈ ຊຶ່ງມີເນື້ອ ໃນຄື: ຮັບຟັງການລາຍງານຂອງ ຄະນະກຳມະການເລືອກຕັ້ງລະດັບ ຊາດ ກ່ຽວກັບສະພາບການກະ ກຽມ ແລະ ດໍາເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ V; ຮັບຟັງການປະກອບຄໍາ ເຫັນຂອງບັນດາອະນຸກໍາມະການ ຂອງຄະນະກໍາມະການເລືອກຕັ້ງ ລະດັບຊາດ; ຮັບຟັງການປະກອບ ຄໍາເຫັນ ຂອງຄະນະກໍາມະການ ເລືອກຕັ້ງຂັ້ນແຂວງ ຈໍານວນ 8 ແຂວງຄື: ນະຄອນຫລວງວຽງຈັນ, ແຂວງຜົ້ງສາລີ, ໄຊຍະບູລີ, ແຂວງ ຫົວພັນ, ສະຫວັນນະເຂດ, ຈໍາ ປາສັກ, ເຊກອງ ແລະ ແຂວງໄຊ ສົມບູນ. ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ກ່າວອີກວ່າ: ບັນດາເນື້ອໃນ ທີ່ກອງປະຊຸມຂອງພວກເຮົາໄດ້ ນໍາມາພິຈາລະນາໃນຄັ້ງນີ້ ແມ່ນມີ ຄວາມສໍາຄັນຫລາຍ. ສະນັ້ນ, ຈຶ່ງ ສະເໜີໃຫ້ຜູ້ແທນກອງປະຊຸມ ຈົ່ງ ໄດ້ຍົກສູງຄວາມຮັບຜິດຊອບການ ເມືອງຂອງຕົນ ເຂົ້າໃນການຄົ້ນ ຄວ້າ ແລະ ປະກອບຄວາມເຫັນ ຢ່າງກົງໄປກົງມາ ເພື່ອຊອກໃຫ້ ເຫັນດ້ານດີ, ຂໍ້ຄົງຄ້າງ ກໍຄືບັນ ດາສາເຫດທີ່ພາໃຫ້ມີດ້ານດີ, ຂໍ້ຄົງ ຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງສະເໜີມາດຕະການ ແລະ ວິທີການແກ້ໄຂ ເພື່ອເປັນບົດຮຽນ ທີ່ດີໃຫ້ແກ່ການກະກຽມການເລືອກ ຕັ້ງໃນຊຸດຕໍ່ໄປ. ຂ່າວ: ສົມຫວັງ ໃນໂອກາດດັ່ງກ່າວ, ທ່ານປະ ທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມປິຕິ ຍິນດີ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ ມີໂອກາດເຂົ້າຢ້ຽມຂໍ່ານັບ ພະບາດ ສົມເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍ ຣົມລາຊິນີ ໃນໂອກາດທີ່ມາຢ້ຽມ ຢາມລັດຖະກິດຢູ່ ສປປ ລາວ ໃນ ຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ຊາບ ວ່າ ປະຊາຊົນລາວບັນດາເຜົ່າ ມີ ຄວາມປິຕິຍິນດີເປັນຢ່າງຍິ່ງ ແລະ ຄອງຄອຍໂອກາດອັນເປັນມົງຄຸນ ໃນການຕ້ອນຮັບການສະເດັດມາ ຢ້ຽມຢາມ ສປປ ລາວ ຂອງພະ ບາດສົມເດັດ ພຣະວະຊິຣະເກົ້າເຈົ້າ ຢູ່ຫົວ ແລະ ສົມເດັດພະນາງເຈົ້າ ພຣະບໍຣົມລາຊິນີ ໃນຄັ້ງນີ້. ໂອກາດອັນເປັນສິລິມົງຄຸນນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນໃກ້ຊິດ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ທີ່ໄດ້ຮັບ ການເສີມຂະຫຍາຍ ແລະ ພັດທະນາ ຢ່າງຕໍ່ເນື່ອງຕະຫລອດມາ ຊຶ່ງໄດ້ ສະແດງອອກ ໃນການແລກປ່ຽນ ການຢ້ຽມຢາມ ຂອງປະມຸກລັດ ທັງສອງປະເທດ ກໍຄື ການນຳໃນ ລະດັບຕ່າງໆ. ໃນໂອກາດດັ່ງກ່າວ, ທ່ານປະ ທານສະພາແຫ່ງຊາດ ໄດ້ສະແດງ ຄວາມຂອບໃຈຢ່າງສູງຕໍ່ການ ຊ່ວຍເຫລືອອັນໃຫຍ່ຫລວງ ຜ່ານ ໂຄງການພະລາຊະດໍາລິຕ່າງໆ ທີ່ ໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ ການພັດທະນາ ສປປ ລາວ ແລະ ນໍາ ເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາ ຊົນລາວ. ປະທານສະພາແຫ່ງຊາດ ລາວ ຍັງໄດ້ແຈ້ງໃຫ້ພະບາດສົມ ເດັດ ພຣະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງລາຊະອານາຈັກໄທຊາບກ່ຽວ ກັບຜົນສໍາເລັດຂອງການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ການເລືອກຕັ້ງສະມາຊິກ ສະພາປະຊາຊົນແຂວງ ຊຸດທີ V ແລະ ການກະກຽມກອງປະຊຸມຄັ້ງ ປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະມີຂຶ້ນໃນອາທິດໜ້ານີ້. ພະບາດສົມເດັດ ພຣະວະຊິຣະ ເກົ້າເຈົ້າຢູ່ຫົວແຫ່ງລາຊະອານາຈັກ ໄທ ກໍໄດ້ສະແດງຄວາມຂອບໃຈຕໍ່ ການຕ້ອນຮັບອັນອົບອຸ່ນ ແລະ ສະ ແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ ໄດ້ສະເດັດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ພ້ອມທັງໄດ້ອວຍພອນໃຫ້ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ທີ່ມີມູນເຊື້ອອັນດີງາມ ລະ ຫວ່າງສອງປະເທດໄທ-ລາວກໍຄືລະ ຫວ່າງອົງການນິຕິບັນຍັດຂອງສອງ ປະເທດ ຈົ່ງຈະເລີນຮຸ່ງເຮືອງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນເພື່ອ ຜົນປະໂຫຍດຂອງປະຊາຊົນສອງ ຊາດ ໄທ-ລາວ. ພາບ: ເກດສະໜາ ລາວສ້າງຊາດ, ມີຜູ້ຕາງໜ້າຈາກ ສູນກາງແນວລາວສ້າງຊາດ, ຄະ ນະໂຄສະນາອົບຮົມສູນກາງພັກ, ກະຊວງສາທາລະນະສຸກ, ສະຫະ ພັນແມ່ຍິງ, ອົງການອຸຍນີເຊບ ແລະ ຄູ່ຮ່ວມງານພາກສ່ວນອື່ນໆ ເຂົ້າ ຮ່ວມ. ການຝຶກອົບຮົມຄັ້ງນີ້, ໄດ້ສຸມ ໃສ່ຄວາມສໍາຄັນຂອງການສື່ສານ, ການລະດົມຊຸມຊົນ ແລະ ການຮ່ວມ ມືລະຫວ່າງພາກສ່ວນຕ່າງໆໃນ ການປັບປຸງຜົນໄດ້ຮັບສຸຂະພາບ ເດັກໃນທົ່ວປະເທດ ໂດຍຜູ້ເຂົ້າຮ່ວມ ໄດ້ທົບທວນຄືນຂໍ້ມູນກ່ຽວກັບສຸຂະ ພາບ ແລະ ການປ້ອງກັນພະຍາດ ຂອງເດັກ ໃນ ສປປ ລາວ, ພ້ອມ ທັງຊອກຫາວິທີເພື່ອແກ້ໄຂຂ່າວທີ່ ບໍ່ຖືກຕ້ອງ ແລະ ຄົ້ນຄວ້າເບິ່ງວ່າ ຜູ້ນຳຊຸມຊົນ ແລະ ອົງການຈັດຕັ້ງ ມະຫາຊົນ ສາມາດຊ່ວຍເພີ່ມຄວາມ ເຊື່ອໝັ້ນໃນບໍລິການສຸຂະພາບ ແລະ ວັກຊິນ ໄດ້ແນວໃດ. ໂອກາດນີ້, ທ່ານ ກິແກ້ວ ໄຂຄຳ ພິທູນ ໄດ້ເນັ້ນໃຫ້ເຫັນເຖິງຄວາມ ສໍາຄັນຂອງການຮ່ວມມືກັນຂອງ ທຸກພາກສ່ວນ ລວມເຖິງຊຸມຊົນ ເພື່ອປົກປ້ອງສຸຂະພາບຂອງເດັກ. “ການປົກປ້ອງສຸຂະພາບເດັກ ຮຽກຮ້ອງໃຫ້ມີການຮ່ວມມືຈາກ ທຸກຂະແໜງການ ແລະ ທຸກລະດັບ ຂອງສັງຄົມ, ຜ່ານເຄືອຂ່າຍຂອງ ສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ຜູ້ນຳ ຊຸມຊົນ ສາມາດມີບົດບາດສໍາຄັນ ໃນການປຸກລະດົມຄອບຄົວ, ແກ້ໄຂ ຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ເສີມສ້າງ ຄວາມໝັ້ນໃຈໃນການບໍລິການ ສຸຂະພາບ ເພື່ອໃຫ້ເດັກທຸກໆຄົນໄດ້ ຮັບວັກຊິນປ້ອງກັນຊີວິດ.” ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ ໄດ້ກ່າວວ່າ: ການໃຫ້ ວັກຊິນ ແມ່ນວິທີທາງໃນການປົກ ປ້ອງເດັກທີ່ມີປະສິດທິພາບທີ່ສຸດ ຈາກພະຍາດທີ່ອັນຕະລາຍຕໍ່ຊີວິດ, ກະຊວງສາທາລະນະສຸກ ໃຫ້ຄວາມ ສໍາຄັນຕໍ່ການສ້າງຄວາມເຂັ້ມແຂງ ດ້ານການບໍລິການສັກຢາວັກຊິນ ແລະ ເພື່ອຮັບປະກັນວ່າເດັກນ້ອຍ ປະຕິບັດຢ່າງຖືກຕ້ອງບັນດາຫລັກ ການພື້ນຖານດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ ນັ້ນກໍຄື ຫລັກການລວມສູນປະຊາທິປະໄຕ, ເວລາໃດກໍຖືສໍາຄັນການເສີມຂະ ຫຍາຍຄວາມສາມັກຄີ ເປັນເອກະ ພາບ ບົນພື້ນຖານແນວທາງແຜນ ນະໂຍບາຍຂອງພັກ. ພັກໄດ້ເປັນ ເຈົ້າການປັບປຸງປ່ຽນແປງຕົນເອງ ຢູ່ສະເໝີ, ເອົາໃຈໃສ່ບຳລຸງສ້າງ ຖັນແຖວສະມາຊິກພັກ ໃຫ້ມີຄວາມ ເປັນແບບຢ່າງນໍາໜ້າ, ເປັນກໍາລັງ ແຮງສູ້ຮົບໃນທຸກຂົງເຂດວຽກງານ ສໍາຄັນທີ່ສຸດຢູ່ໃນລາວ, ມັນບໍ່ພຽງ ແຕ່ເປັນ “ວັນຄຽດແຄ້ນ” ຂອງ ປະຊາຊົນລາວເທົ່ານັ້ນ ແຕ່ມັນຍັງ ສະແດງໃຫ້ເຫັນຄວາມສາມັກຄີຕໍ່ສູ້ ດ້ວຍເລືອດເນື້ອ ເປັນຕາຍນໍາກັນ ລະຫວ່າງ 2 ຊາດ ລາວ-ຫວຽດ ນາມ ອ້າຍນ້ອງທີ່ເປັນແວ່ນແຍງ ອັນເຫລື້ອມໃສຂອງນໍ້າໃຈສູ້ຮົບ ຢ່າງພິລະອາດຫານ ບໍ່ຍອມຈໍານົນ ຂອງກອງທັບ ແລະ ປະຊາຊົນ ເມືອງທ່າແຂກ ກໍຄື ການບັນຊາທີ່ ເດັດດ່ຽວໜຽວແໜ້ນຂອງປະທານ ສຸພານຸວົງ ເປັນຜູ້ນໍາໜ້າ ໄດ້ຝັງເລິກ ຢູ່ໃນດວງໃຈຂອງປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວ ທີ່ຮັກຊາດຊົ່ວກາລະນານ. ພາບ: ວັນເພັງ ຮສສ... ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຮາກຖານ, ຖືຄວາມສາມາດເປັນ ສິ່ງສໍາຄັນ ແລະ ຖືຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິວັດ ເປັນສິ່ງຕັດສິນໃນການເລືອກເຟັ້ນ ແລະ ນໍາໃຊ້ພະນັກງານ. ພ້ອມນີ້, ສະຫາຍ ໂພໄຊ ໄຊຍະ ສອນ ຍັງໄດ້ຍົກໃຫ້ເຫັນປະຫວັດ ຄວາມເປັນມາການກຳເນີດບັ້ນຮົບ ປ້ອງກັນຕົວເມືອງທ່າແຂກ; ສະພາບ ແລະ ການກະກຽມການຕໍ່ສູ້ຕ້ານ ພວກລ່າເມືອງຂຶ້ນແບບເກົ່າຂອງ ໜ່ວຍພັກເມືອງທ່າແຂກ; ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານ ຂອງທະຫານ ແລະ ປະຊາຊົນຢູ່ ເມືອງທ່າແຂກ ຍ້ອນການກະທໍາທີ່ ໄຮ້ມະນຸດສະທໍາ ແລະ ໂຫດຮ້າຍ ປ່າເຖື່ອນຂອງພວກລ່າເມືອງຂຶ້ນ ແບບເກົ່າຜູ້ຮຸກຮານ ວັນທີ 21 ມີນາ ຈຶ່ງກາຍເປັນວັນຄຽດແຄ້ນຂອງ ປະຊາຊົນລາວ. ໃນນັ້ນ, ສະຫາຍ ຍັງຍົກໃຫ້ເຫັນຄວາມໝາຍຄວາມ ສໍາຄັນ ຂອງບັ້ນຮົບປ້ອງກັນຕົວ ເມືອງທ່າແຂກ ຊຶ່ງເປັນບັ້ນຮົບໜຶ່ງ ທຸກໆຄົນໃນ ສປປ ລາວ, ລວມທັງ ໃນເຂດຫ່າງໄກສອກຫລີກ ໄດ້ຮັບ ວັກຊິນຊ່ວຍຊີວິດ.
ການຕໍ່ສູ້ຍິ່ງດຸເດືອດຂຶ້ນສູ່ລະດັບ ສູງ, ທະຫານລ່າເມືອງຂຶ້ນແບບເກົ່າ ກໍຍິ່ງພະຍາຍາມຈະຜ່າຂ້າມແນວ ປ້ອງກັນເຂົ້າໄປໃຫ້ໄດ້ ຊຶ່ງພວກເຂົາ ໄດ້ໃຊ້ລົດລາດຕະເວນຕິດອາວຸດ, ລົດຫຸ້ມເກາະແລ່ນຕາມທາງເລກທີ 13 ບຸກເຂົ້າຕົວເມືອງ, ແຕ່ການບຸກ ໂຈມຕີຂອງທະຫານສັດຕູແຕ່ລະປີກ ລ້ວນແຕ່ຖືກກຳລັງທະຫານຂອງ ພວກເຮົາຕີຕ້ານ, ສະກັດກັ້ນຢ່າງ ເດັດດ່ຽວ ແລະ ອາດຫານ. ທະຫານ ສັດຕູປີກໜຶ່ງໄດ້ຕີເຂົ້າທາງທິດຕາ ເວັນອອກຂອງຕົວເມືອງ, ແຕ່ກໍ່ຖືກ ທະຫານພວກເຮົາທໍາລາຍຈໍາຕ້ອງ ຖອຍຄົນເພື່ອຈັດຕັ້ງກໍາລັງໂຈມຕີ ຄັ້ງໃໝ່. ສ່ວນທະຫານຂອງພວກ ເຮົາແມ່ນຍາດໂອກາດປົວແປງ ຂຸມຄອງປ່ອນໝັ້ນ. ຫລັງຈາກນັ້ນ, ສັດຕູກໍບຸກໂຈມຕີຄັ້ງໃໝ່, ຕີຢຶດເອົາ ຫ້ອງການຂົວທາງ, ທັງປິດລ້ອມ ທິດເໜືອເຂດເຮືອນ ເລວັນຢູ ຢ່າງ ແໜ້ນໜາ ແລະ ໃຊ້ລົດຫຸ້ມເກາະ ບຸກໂຈມຕີເບື້ອງທາງເລກທີ 12, ເມື່ອຮອດເຂດຫ້ອງການຂົວທາງ ທະຫານສັດຕູຖືກທະຫານເຮົາຕີ ສະກັດກັ້ນໄວ້ຢ່າງແຂງແຮງ, ຈຸ ລົດລາດຕະເວນຕິດອາວຸດກໍຈຳ ຕ້ອງໄດ້ຢຸດສະງັດເພາະບຸກເຂົ້າ ບໍ່ໄດ້, ສ່ວນທະຫານຫຸ່ນລາວ 1 ໝວດຢ້ານກົວຈຶ່ງລ່າຖອຍໄປເບື້ອງ ເສັ້ນທາງເລກທີ 12. ທະຫານສັດຕູ ທີ່ຢູ່ປີກສາຍທາງເລກທີ 13 ຈະບຸກ ເຂົ້າຕົວເມືອງກໍຖືກທະຫານເຮົາ ລັດຕີ, ຈຳຕ້ອງຢຸດຫ່າງຈາກເຂດ ປ້ອງກັນປະມານ 400 ແມັດ, ຈົນ ຮອດເວລາ 9 ໂມງ ພວກເຂົາຈຶ່ງ ຜ່ານເຂົ້າມາໄດ້, ແຕ່ມາຮອດ 4 ແຍກຕາເວັນຕົກຊ້ຳພັດຖືກກອງ ກຳລັງໄຟທະຫານພວກເຮົາສະກັດ ກັ້ນໄວ້. ປີກທະຫານສັດຕູຢູ່ທາງທິດ ໃຕ້ໄດ້ບຸກແຕ່ເມືອງເກົ່າຂຶ້ນມາຕາມ ແຄມແມ່ນ້ຳຂອງເຂົ້າຕົວເມືອງກໍ ຖືກທະຫານພວກເຮົາສະກັດກັ້ນໄວ້ ເຊ່ັນດຽວກັນ, ສັດຕູຈຳນວນໜຶ່ງ ທີ່ຖືກບາດເຈັບຕ້ອງນອນຢູ່ທີ່ນັ້ນ 10 ກວ່າຊົ່ວໂມງ. ພາຍຫລັງທີ່ໄດ້ ໃຊ້ກຳລັງປືນໃຫຍ່ຍິງທຳລາຍ 2 ຊົ່ວໂມງແລ້ວ, ປີກທະຫານສັດຕູທີ່ ຢູ່ທາງຕາເວັນອອກກໍບຸກເຂົ້າຕົວ ເມືອງໄດ້ 500 ກວ່າແມັດ. ພວກ ເຂົາໃຫ້ກອງຮ້ອຍຕີພິເສດຢຶດເອົາ ທິດເໜືອຂອງຕົວເມືອງແລ້ວຕິດຕໍ່ ພົວພັນກັບກອງຮ້ອຍທະຫານລ່າ ເມືອງຂຶ້ນຝຣັ່ງ ແລະ ທະຫານຫຸ່ນ ລາວຢູ່ຫີນບູນໃຫ້ມາຊ່ວຍ. ສ່ວນ 19/03/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ຈາກສະບັບກ່ອນ*** ່ າໍ່ ຈັ ບ່ ອ ບົດສະເໜີົີ s;o7n o,6 og-N v;a omu 21 ,u ok ;a oglpvq '7t c]t ;a oglp-u ;y fgrnj vxtgmf-kf s;o7n o,6 og-N vdkodegou fra dxt-k-q oxt8y ;a f]k; ໂດຍ: ຄະນະ ບກ ພວກທີ່ຢູ່ທິດໃຕ້ ພ້ອມກັບລົດລາດ ຕະເວນຕິດອາວຸດຈຳນວນໜຶ່ງ ບຸກເຂົ້າມໍ່ເຂດຕະຫລາດ, ພວກ ຢູ່ປີກທາງເລກທີ 13 ໄດ້ບຸກເຂົ້າ ໂຮງຮຽນປະຖົມຊາວຫວຽດນາມ ຕ່າງດ້າວ, ຢຶດເອົາເຮືອນແດງ ແລະ ເຂດວັດຄຸນພໍ່ ແຕ່ຖືກທຳລາຍໜັກ, ໜ່ວຍໜຶ່ງທີ່ລອດເຂົ້າໄປຖືກກອງ ທະຫານພວກເຮົາອ້ອມຕີດັບກ້ຽງ. ສັດຕູກອງຮ້ອຍໜຶ່ງຈາກຫີນບູນ ເຄື່ອນເຂົ້າມາສົມທົບຊ້ຳຖືກທະຫານ ເຮົາລັດຕີ, ຍິງນາຍຮ້ອຍໂທ ຣາເມີ ເສຍຊີວິດ ແລະ ທະຫານຈຳນວນ ໜຶ່ງຖືກບາດເຈັບ.ໃນເວລານັ້ນ ຢູ່ ກາງຕະຫລາດພະນັກງານ-ນັກຮົບ ຂອງພວກເຮົາ 20 ກວ່າຄົນ ໄດ້ໃຊ້ ປືນ ແລະ ປາຍກະບີ່ຕໍ່ສູ້ຕ້ານສັດຕູໂຕ ຕໍ່ໂຕຢ່າງກ້າຫານ, ໄດ້ຍິງຮ້ອຍເອກ ຊາດໄຊ ຕາຍຄາທີ່ ແລະ ຈຳນວນ ໜຶ່ງຕາຍຄາສະໜາມຮົບ. ຮອດ 17 ໂມງຂອງວັນ 21 ມີນາ 1946, ທະຫານປີກຕ່າງໆ ຂອງສັດຕູ ໄດ້ເຄື່ອນເຂົ້າມາຕົວ ເມືອງໝົດ ຊຶ່ງເຮັດໃຫ້ພວກເຮົາບໍ່ ສາມາດຮັກສາຕົວເມືອງທ່າແຂກ ໄວ້ໄດ້ເພາະ “ເຫລັກຫລາຍກວ່າ ຖ່ານ”, ທະຫານຂອງພວກເຮົາ ທັງ ຕ້ານ ແລະ ຖອຍໄປທາງແຄມແມ່ ນ້ຳຂອງພ້ອມກັບປະຊາຊົນໃຊ້ເຮືອ ພາຍ, ເຮືອຈັກ, ໄມ້ທ່ອນ ເພື່ອລອຍ ຂ້າມແມ່ນ້ຳຂອງໄປແຂວງນະຄອນ ພະນົມ ປະເທດໄທ. ພວກສັດຕູໄດ້ ໃຊ້ເຮືອບິນ, ປືນໃຫຍ່, ປືນກົນຈັກ ແລະ ປືນອື່ນໆ ຍິງໃສ່ປະຊາຊົນ ແລະ ທະຫານຂອງພວກເຮົາທີ່ພວມ ຂ້າມແມ່ນ້ຳຂອງຢ່າງໂຫດຮ້າຍ ສາມານທີ່ສຸດເຮັດໃຫ້ພະນັກງານນັກຮົບ ແລະ ປະຊາຊົນຖືກບາດ ເຈັບລົ້ມຕາຍຢ່າງຫລວງຫລາຍ; ເຮືອຈັກທີ່ປະທານ ສຸະພານຸວົງ ແລະ ພະນັກງານຈຳນວນໜຶ່ງໄດ້ ຖືກເຮືອບິນສັດຕູຍິ່ງຢູ່ກາງແມ່ນ້ຳ ຂອງ, ນັກຮົບປະຕິວັດລາວຜູ້ໜຶ່ງ ແລະ ຊາວຫວຽດນາມຕ່າງດ້າວ 2 ຄົນ ໄດ້ເອົາຮ່າງຄີງບັງລູກປືນໃຫ້ ປະທານ ສຸພານຸວົງ ນັ້ນ ຖືກເສຍຊີ ວິດທັນທີ. ທ້າວທອງລາຍ“ສາຍຍາ ນົກຮົບໜັງໜຽວ”. ຟ້າວລຸກຂຶ້ນຢືນ ກົງໂກະກວມບັງປະທານ ສຸພານຸວົງ ເອົາໄວ້, ໃນຂະນະດຽວກັນເຄື່ອງ ຈັກເຮືອເພນັກຮົບທີ່ເຫລືອ 2 ຄົນ ຟ້າວໂຕນລົງນ້ຳລອຍຊວ້ານຊູ ເອົາເຮືອໄປເຖິງຝັ່ງໄທ, ປະທານ ສຸພານຸວົງ ຖືກບາດເຈັບສາຫັດ ແລະ ໄດ້ນຳເອົາເພິ່ນໄປປິ່ນໄປຢູ່ໂຮງໝໍ ປະເທດໄທ. ພາຍຫລັງພວກລ່າເມືອງຂຶ້ນ ແບບເກົ່າ ແລະ ລູກແຫລ້ງຕີນມື ຂອງພວກເຂົາຢຶດຄອງຕົວເມືອງ ທ່າແຂກໄດ້ແລ້ວ, ພວກເຂົາໄດ້ ສ້າງໂທດກຳທີ່ບໍ່ມີວັນຈະລືມໄດ້ ໃຫ້ປະຊາຊົນລາວ ໂດຍພວກເຂົາ ໄດ້ເຂັ່ນຂ້າປະຊາຊົນລາວ ແລະ ຊາວຫວຽດນາມຕ່າງດ້າວຜູ້ບໍລິສຸດ ດ້ວຍວິທີທີ່ໂຫດຫ້ຽມ, ເຂັ່ນຂ້າແມ່ ມານດ້ວຍການເອົາກະບີ່ແທງທ້ອງ, ຈັບເອົາເດັກນ້ອຍຍັດໃສ່ກະເປົາ ປ່ານມັດປາກ ແລ້ວຖິ້ມລົງນ້ຳຂອງ ແລະ ໃສ່ຄົກມອງຕຳຈົນຕາຍ, ເອົາ ປືນຍິງກວາດໃສ່ຝູງຄົນແລ້ວໂຍນ ລົງນ້ຳຂອງ ຊຶ່ງເຮັດໃຫ້ນ້ຳຂອງ ເວລານັ້ນເຕັມໄປດ້ວຍເລືອດ ແລະ ຊາກສົບ. ປະຊາຊົນຜູ້ບໍລິສຸດ ລວມ ທັງແມ່ຍິງ ແລະ ເດັກນ້ອຍ ຈຳນວນ 3.000 ກວ່າຄົນ ຖືກຂ້າຕາຍ, ເຮືອນຊານບ້ານຊ່ອງ ແລະ ພື້ນຖານ ໂຄງລ່າງຖືກທຳລາຍເປັນຈຳນວນ ຫລວງຫລາຍ, ຄອບຄົວ, ຜົວ-ເມຍ, ພໍ່, ແມ່, ລູກ ຖືກພັດພາກຈາກກັນ, ລູກກາຍເປັນກໍ່າພ້າ-ກໍ່າພອຍ. ເພື່ອເປັນການລະນຶກວັນຄຽດ ແຄ້ນວັນທີ 21 ມີນາ 1946 ນັ້ນ, ກໍໄດ້ດຳເນີນການລະນຶກດ້ວຍ ຫລາຍຮູບການເຊັ່ນ: ໂຮມຊຸມນຸມ, ປາຖະກະຖາ, ວາງພວງມາລາຢູ່ ສຸສານແຫ່ງຊາດ ແລະ ອະນຸສາວະລີ ນັກຮົບນິລະນາມແຫ່ງຕ່າງໆ. ສູນ ເສຍອົງຄະ, ໂຄສະນາສຶກສາອົບ ຮົມຜ່ານສື່ຕ່າງໆ. ພ້ອມນີ້, ພວກ ເຮົາຄວນຈົດຈຳ ແລະ ຮັບຮູ້ເຂົ້າໃຈ ຄວາມໝາຍສຳຄັນຂອງບັ້ນຮົບ ປ້ອງກັນຕົວເມືອງທ່າແຂກ ຊຶ່ງ ບັ້ນຮົບດັ່ງກ່າວ ແມ່ນໜຶ່ງໃນບັ້ນ ຮົບຕໍ່ສູ້ທີ່ສຳຄັນທີ່ສຸດໃນລາວ ຊຶ່ງ ບໍ່ພຽງແຕ່ເປັນ “ວັນຄຽດແຄ້ນ” ຂອງປະຊາຊົນລາວ ຕໍ່ພວກລ່າ ເມືອງຂຶ້ນແບບເກົ່າຜູ້ຮຸກຮານເທົ່າ ນັ້ນ, ແຕ່ຫາກຍັງເປັນວັນສາມັກຄີ ຕໍ່ສູ້ດ້ວຍເລືອດເນື້ອເປັນຕາຍນຳ ກັນລະຫວ່າງສອງຊາດ ລາວຫວຽດນາມອ້າຍນ້ອງທີ່ເປັນແວ່ນ ແຍງອັນເຫລື້ອມໃສຂອງນ້ຳໃຈສູ້ ຮົບຢ່າງພິລະອາດຫານບໍ່ຍອມ ຈຳນົນຂອງກອງທັບ ແລະ ປະຊາ ຊົນເມືອງທ່າແຂກ ກໍຄື ການບັນຊາ ທີ່ເດັດດ່ຽວໜຽວແໜ້ນຂອງຄະນະ ກອງບັນຊາການກຳລັງປະກອບ ອາວຸດຂອງພວກເຮົາ ໂດຍແມ່ນ ປະທານ ສຸພານຸວົງ ເປັນຜູ້ນຳໜ້າ, ມັນໄດ້ຝັງເລິກໃນດວງໃຈຂອງປະ ຊາຊົນລາວ ແລະ ຫວຽດນາມຕ່າງ ດ້າວທີ່ຮັກຊາດຈົນຊົ່ວກາລະນານ. ພາບປະກອບ ພາບປະກອບ ຂປລ. ຊາດລາວເປັນຊາດໜຶ່ງ ທີ່ມີປະຫວັດແຫ່ງການກຳເນີດ, ຄົງ ຕົວ ແລະ ຂະຫຍາຍຕົວຍາວນານ ມາຫລາຍພັນປີ, ມີປະຫວັດສາດ ອັນເກົ່າແກ່, ມີມູນເຊື້ອທີ່ສະຫງ່າ ອົງອາດ ແລະ ຈົບງາມມາແຕ່ ບູຮານນະການ ໂດຍສະເພາະ ແມ່ນມູນເຊື້ອດຸໝັ່ນໃນການອອກ ແຮງງານ, ມູນເຊື້ອສາມັກຄີຮັກ ປອງດອງ, ມູນເຊື້ອຮັກເຊື້ອແພງ ຊາດ, ມູນເຊື້ອວັດທະນະທຳທີ່ເປັນ ເອກະລັກອັນດີງາມ ແລະ ອັນພົ້ນ ເດັ່ນກວ່າໝູ່ແມ່ນມູນເຊື້ອແຫ່ງການ ຕໍ່ສູ້ບໍ່ຍອມຈຳນົນຕ້ານການຮຸນຮານ ຂອງສັດຕູຢ່າງເດັດດ່ຽວໜຽວແໜ້ນ ຂອງບັນດາບັນພະບູລຸດລາວເຮົາໃນ ການທ້ອນໂຮມ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອຄວາມ ຢູ່ເຢັນເປັນສຸກຂອງປະຊາຊົນລາວ ບັນດາເຜົ່າໃນແຕ່ລະຍຸກ ແຕ່ລະ ສະໄໝສືບທອດກັນມາຈົນເຖິງທຸກ ວັນນີ້. ໃນທ້າຍສະຕະວັດທີ XIX 3 ປະເທດອິນດູຈີນ ໄດ້ຖືກພວກລ່າ ເມືອງຂຶ້ນເຂົ້າມາຮຸກຮານ, ປະຊາ ຊົນອິນດູຈີນຖືກກົດຂີ່ຂູດຮີດຢ່າງ ແສນສາຫັດ. ດັ່ງນັ້ນ ສາມປະເທດ ອິນດູຈີນ ຈຶ່ງໄດ້ຕໍ່ສູ້ຢ່າງພິລະອາດ (ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ວັນທີ 22 ມີນາ 1955-22 ມີນາ 2026)ື່ັ້ັ້ັົິັົີັີີີ ຫານ, ເດັດຂາດບໍ່ຍອມເປັນຂ້ອຍ ຂ້າ, ບໍ່ຍອມເສຍບ້ານເມືອງ, ແຕ່ ລະປະເທດໄດ້ພ້ອມກັນຕໍ່ສູ້ຢ່າງທໍລະ ຫົດອົດທົນ. ຢູ່ປະເທດລາວເຮົາກໍມີ ຫລາຍຂະບວນການຕໍ່ສູ້ນັບແຕ່ນ້ອຍ ຫາໃຫຍ່ ແລະ ບາງຂະບວນການກໍ ຍືດເຍື້ອຍາວນານຫລາຍປີ, ແຕ່ລະ ຂະບວນການເຫລົ່ານັ້ນລ້ວນແຕ່ ຖືກປາບປາມຍ້ອນຫລາຍສາເຫດ ນັບທັງສະພາບແວດລ້ອມບໍ່ເອື້ອ ອຳນວຍ. ປີ 1930 ກອງປະຊຸມໃຫຍ່ ຜູ້ແທນຈາກບັນດາພັກກອມມູນິດ ໄດ້ໄຂຂຶ້ນຢູ່ທີ່ຈິວລົງ (ຮົງກາລີ) ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນອາຍກວັກ, ກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງ, ແນວທາງຍຸດທະສາດ ແລະ ຍຸດໂທ ບາຍຂອງພັກ, ກົດລະບຽບພັກ ແລະ ມະຕິອື່ນໆ. ກອງປະຊຸມໄດ້ອັດລົງ ໃນວັນທີ 7 ກຸມພາປີ 1930 ດ້ວຍ ຜົນສຳເລັດອັນສະຫງ່າງາມ. ນັບ ແຕ່ນັ້ນເປັນຕົ້ນມາຂະບວນການ ປະຕິວັດໃນອິນດູຈີນ ໄດ້ຂະຫຍາຍ ຕົວຢ່າງແຮງແຂງ. ນັບແຕ່ພັກ ກອມມູນິດອິນດູຈີນໄດ້ສ້າງຕັ້ງ ຂຶ້ນ, ພັກກອມມູນິດອິນດູຈີນ ໄດ້ ວາງແນວທາງຍຸດທະສາດ, ຍຸດໂທ ບາຍການປະຕິວັດອິນດູຈີນອອກ ຢ່າງສອດຄ່ອງ ແລະ ນໍາພາການ ປະຕິວັດຢູ່ອິນດູຈີນຕໍ່ສູ້ຕ້ານການ ຮຸກຮານຂອງພວກລ່າເມືອງຂຶ້ນ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ ຢ່າງບໍ່ຢຸດຢັ້ງ ໂດຍພາຍໃຕ້ການນໍາ ພາຂອງພັກກອມມູນິດອິນດູຈີນ, ການປະຕິວັດຂອງປະເທດເຮົາກໍ ໄດ້ກໍ່ຕັ້ງເຕີບໃຫຍ່ຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງອັນເປັນເງື່ອນໄຂສໍາຄັນ ໃຫ້ແກ່ການສ້າງຕັ້ງພັກມາກຊິດຢູ່ ປະເທດເຮົາໃນໄລຍະຕໍ່ມາ. ໃນຕົ້ນ ເດືອນຕຸລາ ປີ 1930 ກອງປະຊຸມ ສູນກາງພັກຄັ້ງທີໜຶ່ງ ໄດ້ໄຂຂຶ້ນ ເພື່ອສັງເກດຕີລາຄາສະພາບການ ແລະ ວາງທິດທາງການຕໍ່ສູ້ປະຕິວັດ ໃນໄລຍະໃໝ່. ມາເຖິງປີ 1934, ອົງຄະນະພັກແຄວ້ນລາວໄດ້ສ້າງ ຕັ້ງຂຶ້ນ ຊຶ່ງເປັນບາດກ້າວທໍາອິດ ແຫ່ງການປັບປຸງຂະຫຍາຍການ ຈັດຕັ້ງພັກ ແລະ ອົງການຈັດຕັ້ງ ມະຫາຊົນ. ຈາກນັ້ນອົງຄະນະພັກ ແຄວ້ນລາວໄດ້ຍູ້ແຮງການປຸກ ລະດົມຂົນຂວາຍກໍາລັງປະຕິວັດ ໂດຍຖືເອົາຊາວໄຮ່ນາ ແລະ ຊັ້ນຄົນ ຕ່າງໆຢູ່ເຂດຊົນນະບົດ ແລະ ບໍລິ ເວນຊົນເຜົ່າເປັນກໍາລັງພື້ນຖານ ຂອງການປະຕິວັດ. ກໍາລັງການ ປະຕິວັດໄດ້ຂະຫຍາຍຕົວແຕ່ໜ້ອຍ ຫາຫລາຍ, ການຕໍ່ສູ້ໄດ້ເກີດຂຶ້ນ ແຕ່ຕໍ່າຫາສູງໃນທົ່ວປະເທດຈົນສາ ມາດຍຶດອໍານາດ 23 ສິງຫາ1945 ແລະ ກ້າວໄປສູ່ປະກາດເອກະລາດ ອັນເປັນປະຫວັດສາດຂອງຊາດ ລາວ ໃນວັນທີ 12 ຕຸລາ 1945. ຕໍ່ຈາກນັ້ນບໍ່ເທົ່າໃດປີກ່ໍໄດ້ສ້າງຕັ້ງ ກອງທັບປະຊາຊົນລາວຂ້ຶນໃນວັນທີ 20 ມັງກອນ 1949 ແລະ ສ້າງຕັ້ງ ແນວລາວອິດສະລະຂຶ້ນໃນ ວັນທີ 13 ສິງຫາ 1950. ນັບແຕ່ນັ້ນມາ, ການຈັດຕັ້ງແນວລາວອິດສະລະໄດ້ ກາຍເປັນຄັນທຸງສໍາຄັນເຕົ້າໂຮມ, ດຶງດູດເອົາທຸກຊັ້ນຄົນເຂົ້າຮ່ວມການ ປະຕິວັດໄດ້ຢ່າງກວ້າງຂວາງ ແລະ ແຂງແຮງ. ປີ 1951 ກອງປະຊຸມ ໃຫຍ່ ຄັ້ງທີ II ຂອງພັກກອມມູນິດ ອິນດູຈີນ ໄດ້ມີມະຕິຕົກລົງໃຫ້ແຕ່ລະ ປະເທດສ້າງຕັ້ງພັກເອກະລາດຂອງ ຕົນຂຶ້ນບົນພື້ນຖານນັ້ນ, ບັນດາ ສະຫາຍສະມາຊິກພັກກອມມູນິດ ອິນດູຈີນ ທີ່ເປັນຄົນລາວກໍ່ໄດ້ຈັດຕັ້ງ “ຄະນະກໍາມະການປະຊາຊົນລາວ” ຂຶ້ນ ເພ່ືອສືບຕ່ໍນໍາພາການປະຕິວັດ ຢູ່ລາວ ແລະ ກະກຽມຄວາມພ້ອມ ດ້ານຕ່າງໆເປັນເວລາ 4 ປີ ຈຶ່ງສາ ມາດດໍາເນີນກອງປະຊຸມໃຫຍ່ຄັ້ງ ທໍາອິດ ( ຄັ້ງທີ I) ຂອງຕົນຂຶ້ນໃນ ວັນທີ 22 ມີນາ 1955 ຢູ່ບ້ານນາ ແມວ ເມືອງວຽງໄຊ ແຂວງຫົວ ພັນ ຊ່ຶງເປັນເຂດທ່ີໝ້ັນຂອງການ ປະຕິວັດໃນເວລານັ້ນ ແລະ ໄດ້ເອ້ີນ ວ່າ: “ພັກປະຊາຊົນລາວ” ໂດຍ ແມ່ນປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ຂອງພັກ ປະຊາຊົນລາວ. ສັງລວມແລ້ວການສ້າງຕັ້ງພັກ ປະຊາຊົນລາວໃນວັນທີ 22 ມີນາ 1955 ແມ່ນຄວາມຈໍາເປັນພາວະ ວິໄສ ເພື່ອໃຫ້ມີການຈັດຕັ້ງຂອງ ພັກປະຕິວັດເປັນຜູ້ນໍາພາຢ່າງລວມ ສູນ-ເປັນເອກະພາບຕໍ່ຂະບວນການ ປະຕິວັດຂອງປະຊາຊົນລາວ ທີ່ພວມ ຟົດເດືອດ ແລະ ແຜ່ຂະຫຍາຍຢ່າງ ກວ້າງຂວາງໃນທົ່ວປະເທດໃນ ເວລານັ້ນ. ບົນພື້ນຖານການກໍາເນີດເກີດ ຂຶ້ນຂອງພັກປະຊາຊົນ ປະຕິວັດລາວ ຄືດັ່ງກ່າວມານັ້ນ ໄດ້ສະທ້ອນໃຫ້ ເຫັນວ່າ ພັກປະຊາຊົນປະຕິວັດລາວ ແມ່ນພັກປະຕິວັດຂອງປະຊາຊົນ ທີ່ມາຈາກປະຊາຊົນ ແລະ ເພື່ອ ປະຊາຊົນ, ເປັນພັກ ຖືເອົາຫລັກ ມູນພື້ນຖານຂອງລັດທິມາກ-ເລນິນ ແລະ ຕໍ່ມາໄດ້ເພີ່ມແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມ ຂອງພັກ ເປັນພື້ນຖານແຫ່ງແນວ ຄິດ-ທິດສະດີຂອງພັກເຮົາ.
RkJQdWJsaXNoZXIy MTc3MTYxMQ==