ຂປລ
ອົງການຈັດຕັ້ງສາກົນ ກອງປະຊຸມອິນເຕີເນັດໂລກ ໄດ້ຈັດກອງປະຊຸມ ຖະແຫລ່ງຂ່າວ ຢູ່ນະຄອນຫລວງປັກກິ່ງຂອງ ຈີນວ່າ: ກອງປະຊຸມສຸດຍອດ ອາຊີປາຊີຟິກຂອງກອງປະຊຸມ ອິນເຕີເນັດໂລກ 2026 ພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງ ດ້ານດີຈີຕອນ
ຂປລ.ວິທະຍຸ ໂທລະພາບສູນກາງຈີນ (CMG): ວັນທີ 17 ມີນານີ້, ອົງການຈັດຕັ້ງສາກົນ ກອງປະຊຸມອິນເຕີເນັດໂລກ ໄດ້ຈັດກອງປະຊຸມ ຖະແຫລ່ງຂ່າວ ຢູ່ນະຄອນຫລວງປັກກິ່ງຂອງ ຈີນວ່າ: ກອງປະຊຸມສຸດຍອດ ອາຊີປາຊີຟິກຂອງກອງປະຊຸມ ອິນເຕີເນັດໂລກ 2026 ພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງ ດ້ານດີຈີຕອນ ແລະ ອັດສະລິຍະ ເພື່ອການພັດທະນາ ທີ່ມີການປະດິດສ້າງໃໝ່-ຮ່ວມກັນສ້າງປະຊາຄົມ ຮ່ວມຊາຕາກຳ ທີ່ມີອະນາຄົດຮ່ວມກັນ ທາງອິນເຕີເນັດ”.
ກອງປະຊຸມຈະສຸມໃສ່ ການແລກປ່ຽນ ແລະ ການສົນທະນາ ໂດຍປິ່ນອ້ອມຫົວຂໍ້ ຫາລືທີ່ເປັນບັນຫາສຳຄັນ ໃນຂົງເຂດດີຈີຕອນ ແລະ ອັດສະລິຍະຕ່າງໆ ເຊັ່ນ: ການປະດິດສ້າງໃໝ່ ແລະ ການນຳໃຊ້ອັດສະລິຍະ, ການເງິນດີຈີຕອນ, ການຄຸ້ມຄອງຄວາມປອດໄພ ຂອງປັນຍາປະດິດ, ການດຳລົງຊີວິດ ອັດສະລິຍະ ແລະ ອື່ນໆ. ກອງປະຊຸມສຸດຍອດຄັ້ງນີ້ ຍັງຈະສ້າງເວທີໃຫ້ແກ່ ການເປີດໂອກາດ ແລະ ຕະຫລາດໃໝ່ແຫ່ງການຮ່ວມມື ດ້ານດີຈີຕອນ ສຳລັບພາກພື້ນອາຊີປາຊິຟິກ ໂດຍຈະຈັດກອງປະຊຸມ ຢູ່ຮົງກົງໃນລະຫວ່າງວັນທີ 13-14 ເມສາໜ້ານີ້./.
KPL