ອີຢູ ໜູນຊ່ວຍເຊື່ອມຕໍ່ແຫລ່ງສະໜອງນ້ຳມັນທີ່ບໍ່ປົກກະຕິຢູ່ ອູແກຣນ

19/03/2026 20:30
ຂປລ ສະຫະພາບເອີຣົບ (EU) ຈະໜູນຊ່ວຍເປີດທໍ່ສົ່ງນ້ຳມັນ ດຣູຊບາ (Druzhba) ຄືນໃໝ່ ໃນສະພາບການແຫລ່ງສະໜອງ ນ້ຳມັນຜ່ານທໍ່ສົ່ງນ້ຳມັນ ໄປຜ່ານ ອູແກຣນ ພວມຖືກຢຸດຈຶ້ງ.

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ, ວັນທີ 17 ມີນາ, ທ່ານນາງ ອູຣຊູລາ ວອນ ເດີຣເລເຢນ (Ursula von der Leyen) ປະທານຄະນະກຳມະການ ເອີຣົບ ໃຫ້ຮູ້ວ່າ: ສະຫະພາບ ເອີຣົບ (EU) ຈະໜູນຊ່ວຍເປີດທໍ່ສົ່ງນ້ຳມັນ ດຣູຊບາ (Druzhba) ຄືນໃໝ່ ໃນສະພາບການແຫລ່ງສະໜອງ ນ້ຳມັນຜ່ານທໍ່ສົ່ງນ້ຳມັນ ໄປຜ່ານ ອູແກຣນ ພວມຖືກຢຸດຈຶ້ງ.

        ໃນຈົດໝາຍຝາກເຖິງທ່ານ ໂວໂລດີເມຍຣ ເຊເລນກີ ປະທານາທິບໍດີ ອູແກຣນ , ທ່ານນາງ ອູຣຊູລາ ວອນ ເດີຣເລເຢນ ແລະ ທ່ານ ອັນໂຕນິໂອ ໂກສຕາ (Antonio Costa) ປະທານ ສະພາເອີຣົບ  ສະແດງຄວາມຫວັງ ຕໍ່ເລື່ອງສ້ອມແປງ ທໍ່ສົ່ງນ້ຳມັນຢ່າງວ່ອງໄວ ຈະຊ່ວຍ ໃຫ້ອີຢູ ຊຸກຍູ້ວິວັດທະນາການ ຮັບຮອງເອົາບ້ວງເງິນ ກູ້ຢືມ ແລະ ມາດຕະການ ລົງໂທດ ໂດຍໄວ.

        ໃນແຈ້ງການທີ່ໄດ້ປະກາດ ພ້ອມກັບຈົດໝາຍ ແລະ ຄຳຕອບກັບຈາກຝ່າຍ ອູແກຣນ, ທ່ານນາງ ອູຣຊູລາ ວອນ ເດີຣເລເຢນ ຢັ້ງຢືນວ່າ ອີຢູ ໄດ້ສະເໜີໜູນຊ່ວຍ ດ້ານເຕັກນິກ ແລະ ການເງິນໃຫ້ແກ່ ອູແກຣນ, ພ້ອມທັງເນັ້ນໜັກວ່າ ບັນດານັກຊ່ຽວຊານ ເອີຣົບ ກຽມພ້ອມເຂົ້າຮ່ວມຢ່າງທັນທີ. ຝ່າຍ ອູແກຣນ ສະແດງຄວາມຊົມເຊີຍ ແລະ ຍອມຮັບຂໍ້ສະເໜີນີ້.

KPL

ຂ່າວອື່ນໆ

ads
ads

Top