ຫາລື ສົ່ງເສີມດ້ານການຄ້າ-ການລົງທຶນ ລາວ-ຈີນ

17/07/2025 17:06
Email Print 134
ຂປລ ຂປລ. ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຈັດກອງປະຊຸມປືກສາຫາຫລື ກ່ຽວກັບການຈັດ ຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານ ຂອງຄະນະກຳມາທິການສົ່ງເສີມ ການຮ່ວມມືທຸລະກິດ ລາວ-ຈີນ (ຄທລຈ) ປະຈຳ ສຄອຊ

ຂປລ. ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຈັດກອງປະຊຸມປືກສາຫາຫລື ກ່ຽວກັບການຈັດ ຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານ ຂອງຄະນະກຳມາທິການສົ່ງເສີມ ການຮ່ວມມືທຸລະກິດ ລາວ-ຈີນ (ຄທລຈ) ປະຈຳ ສຄອຊ ໃນວັນທີ  16 ກໍລະກົດ 2025 ໂດຍມີ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ປະທານ ຄທລຈ ປະຈຳ ສຄອຊ, ພ້ອມດ້ວຍ ຮອງປະທານ, ສະພາການຄ້າຈີນ ປະຈຳ ສປປ ລາວ, ສະພາການຄ້າຈີນຕ່າງດາວ, ທະນະຄານຈີນປະຈຳລາວ, ບໍລິສັດທາງລົດໄຟ ລາວ-ຈີນ ແລະ ພາກທຸລະກິດ ເຂົ້າຮ່ວມ.

ທ່ານ ອຸເດດ ສຸວັນນະວົງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນເພື່ອປືກສາຫາຫລື ລະດົມຂົນຂວາຍ ການຊຸກຍູ້ສົ່ງເສີມທຸລະກິດ ລາວ-ຈີນ ໃຫ້ມີປະສິດທິຜົນ, ເພື່ອລາຍງານວຽກງານ ຂອງ ຄທລຈ ປະຈຳປີ 2020-2025 ແລະ ສິ່ງທ້າທາຍແຜນການໃນຕໍ່ໜ້າ ເຊັ່ນ: ການປັບປຸງບຸກຄະລາກອນ ແລະ ຈັດແບ່ງໜ້າທີ່ຊັດເຈນໃຫ້ຄະນະກຳມາທິການ, ລະດົມທຶນຮອນເພື່ອໃຊ້ຈ່າຍ ໃນການເຄື່ອນໄຫວກິດຈະກຳຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ, ກຳນົດໂຄງການຮ່ວມມືຕົວແບບ ແລະ ຈັດສັນລາຍຮັບຈຳນວນໜຶ່ງ ຈາກໂຄງການດັ່ງກ່າວ, ສະໜັບສະໜູນການຢ້ຽມຢາມ ຂອງບັນດາກະຊວງ ແລະ ພາກ ສ່ວນກ່ຽວຂ້ອງ ສປປ ລາວ ແລະ ສປ ຈີນ ເພື່ອພົບປະປືກສາຫາຫລື ແລະ ສະເໜີພາລະບົດບາດ ຂອງຄະນະກຳມາທິການ, ສະເໜີສຶກສາກ່ຽວກັບໂຄງການທີ່ມີທ່າແຮງ (ໂຄງການທ່ອງທ່ຽວ, ເຂດປຸງແຕ່ງກະສິກຳ, ເຂດອຸດສາຫະກຳ, ເຂດໂລຈິສຕິກ ແລະ ອື່ນໆ) ຕາມເສັ້ນທາງລົດໄຟ ລາວ-ຈີນ. ພ້ອມນີ້, ກອງປະຊຸມ ຍັງມີຄວາມໝາຍສຳຄັນ ຕໍ່ກັບວຽກງານການຊຸກຍູ້ສົ່ງ ເສີມວຽກງານການຄ້າ ແລະ ການລົງທຶນລາວ-ຈີນ ເພື່ອຂະຫຍາຍຂອບການຮ່ວມມືຂອງ ຄທລຈ ໃຫ້ເລິກເຊິ່ງ ແລະ ເເໜ້ນ ແຟ້ນກວ່າເກົ່າ.

ທ່ານ ອຸເດດ ສຸວັນນະວົງ ຍັງໃຫ້ຮູ້ອີກວ່າ: ກອງປະຊຸມໃນຄັ້ງນີ້, ຈະເປັນບາດກ້າວບຸກທະລຸວຽກງານ ການສົ່ງເສີມການຮ່ວມມື ລາວ-ຈີນ ແນໃສ່ສົ່ງເສີມຊຸກຍູ້ການຮ່ວມມືພັດທະນາ ແລະ ອຳນວຍຄວາມສະດວກ ໃນກອບແຜນວຽກການຮ່ວມມື ລຽບຕາມເສັ້ນທາງລົດໄຟ ລາວ-ຈີນ, ປັບປຸງສະພາບແວດລ້ອມທຸລະກິດ ລາວ-ຈີນ ໃຫ້ດີຂຶ້ນ, ຊຸກຍູ້ ແລະ ແກ້ໄຂຂໍ້ຂັດແຍ່ງ, ບັນຫາຕ່າງໆ ທີ່ພາກທຸລະກິດຈີນ ເຂົ້າມາລົງທຶນໃນ ສປປ ລາວ ໃຫ້ມີປະສິດທິຜົນຂຶ້ນກວ່າເກົ່າ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top