ປະທານສານປະຊາຊົນສູງສຸດ ຕ້ອນຮັບຜູ້ແທນ ອົງການໄອຍະການສູງສຸດ ປະຈໍາສານສູງສຸດກໍາປູເຈຍ

16/07/2025 10:31
ຂປລ ຂປລ. ວັນທີ 15 ກໍລະກົດ 2025 ນີ້, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ



ຂປລ. ວັນທີ
15 ກໍລະກົດ 2025 ນີ້, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ລະຫ່ວາງວັນທີ 14-18 ກໍລະ ກົດ 2025 ນີ້.

ທ່ານ  ນາງ ວຽງທອງ ສີພັນດອນ  ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ ອົງການໄອຍະການສູງສຸດປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້, ນັບວ່າເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນມີມູນເຊື້ອ ນໍາກັນມາແຕ່ດົນນານ ລະຫວ່າງສອງພັກ-ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ນັບມື້ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມນີ້, ຍັງໄດ້ອວຍພອນໃຫ້ ຄະນະຜູ້ແທນຂັ້ນສູງອົງການ ໄອຍະການສູງສຸດປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກກໍາປູເຈຍ ຈົ່ງປະສົບຜົນສໍາເລັດໜ້າທີ່ອັນສໍາຄັນ ໃນການຢ້ຽມຢາມ ແລະ ເຮັດວຽກຂອງຄະນະໃນຄັ້ງນີ້.

ໂອກາດດຽວກັນ, ທ່ານຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາ ຈັກກໍາປູເຈຍ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານປະທານສານສູງສຸດ ແຫ່ງ ສປປ ລາວ ພ້ອມທັງແຈ້ງໃຫ້ຮູ້ຜົນສໍາເລັດຂອງ ການຮ່ວມລົງນາມບົດບັນທຶກພົບປະສອງຝ່າຍ ລະ ຫວ່າງສອງອົງການໄອຍະການສູງສຸດ ກໍາປູເຈຍ-ລາວ ເຊິ່ງມີຫລາຍບັນຫາ ເຫັນວ່າສອງຝ່າຍຕົກລົງເປັນເອກະພາບ ໃນການຮ່ວມມືນໍາກັນ ແນໃສ່ເຮັດໃຫ້ຂົງເຂດວຽກງານ ໄອຍະການຂອງສອງປະເທດ ກໍາປູເຈຍ-ລາວ, ລາວ-ກໍາປູເຈຍ ໃຫ້ນັບມື້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນໃນຕໍ່ໜ້າ.

ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top