ຂປລ
*ຖ້ຳຊ້າງ ເປັນອີກສະຖານທີ່ໜຶ່ງທີ່ໜ້າສົນໃຈຕັ້ງຢູ່ເທິງໜ້າຜາບໍລິເວນເຂດບ້ານຖ້ຳ ເມືອງທ່າແຂກ ແຂວງຄຳມ່ວນ

*ຖ້ຳຊ້າງ ເປັນອີກສະຖານທີ່ໜຶ່ງທີ່ໜ້າສົນໃຈຕັ້ງຢູ່ເທິງໜ້າຜາບໍລິເວນເຂດບ້ານຖ້ຳ ເມືອງທ່າແຂກ ແຂວງຄຳມ່ວນ ຫ່າງຈາກຕົວເມືອງປະມານ 8 ກິໂລແມັດ, ໄປຕາມເສັ້ນທາງເລກທີ 12 ພາຍໃນມີຫີນປູນຮູບຮ່າງຄ້າຍຄືກັບຊ້າງ ຈຶ່ງໄດ້ຊື່ວ່າ “ຖ້ຳຊ້າງ” ເຊິ່ງເປັນຖ້ຳທີ່ປະຊາຊົນພາຍໃນທ້ອງຖິ່ນມີຄວາມເຄົາລົບບູຊາ ຕໍ່ສິ່ງສັກສິດທີ່ຢູ່ໃນຖ້ຳແຫ່ງນີ້ ໂດຍສະເພາະແມ່ນໄລຍະປີໃໝ່ລາວ ກໍຈະມີຜູ້ຄົນຈຳນວນຫລາຍເດີນທາງມາເພື່ອຫົດສົງນ້ຳ ແລະ ບູຊາຫົວຊ້າງ ເພາະຢູ່ພາຍໃນຖ້ຳ ມີພະພຸດທະຮູບຫລາຍອົງໄວ້ໃຫ້ກາບໄຫວ້ບູຊາ, ມີຮູບປັ້ນອົງຄະລັກຕ່າງໆ ເຊິ່ງສິ່ງທັງໝົດເຫລົ່ານັ້ນແມ່ນພູມປັນຍາສັດທາຂອງຊາວພຸດໄດ້ພ້ອມກັນສ້າງ ແລະ ເອົາໄປປະດິດສະຖານໄວ້, ແຕ່ໃນສ່ວນທີ່ເປັນທຳມະຊາດນັ້ນ ພາຍໃນຖໍ້າກໍ່ມີຫີນທີ່ເປັນລັກສະນະຮູບສັດຕ່າງໆນາໆ ເຊິ່ງແລ້ວແຕ່ຜູ້ພົບເຫັນຈະຈິນຕະນາການ, ມີວັດຖຸບູຮານ ແລະ ມີຫີບໃສ່ໃບລານທີ່ເຮັດດ້ວຍຫີນຢູ່ເບື້ອງຊ້າຍຂອງຖໍ້າ (ສັງເກດເວລາເຮົາເຂົ້າປາກຖໍ້າ).

ສຳລັບປະຫວັດຄວາມເປັນມາຂອງຖໍ້າແຫ່ງນີ້ ກໍ່ມີຫລາຍອັນທີ່ຍັງຈະຕ້ອງໄດ້ສຶກສາເກັບກຳຂໍ້ມູນຕື່ມ, ແຕ່ທີ່ຈະແຈ້ງປາກຖໍ້າແຫ່ງນີ້ທະຫານອາສາສະໝັກຫວຽດນາມ ທີ່ມາປະຕິບັດໜ້າທີ່ຄຽງບ່າຄຽງໄຫລ່ກັບທະຫານຂອງກອງທັບລາວອິດສະຫລະໄດ້ສະລະຊີບເປັນຈຳນວນຫລາຍຮ້ອຍຄົນໃນໄລຍະຊຸມປີ 1960. ຖ້ຳດັ່ງກ່າວມີຈຸດພິເສດ ແມ່ນປິ່ນໜ້າທາງທິດຕາເວັນຕົກ ເວລາຍາມແລງຕາເວັນໃກ້ຈະຕົກດິນ, ແສງສະທ້ອນຈາກຕາເວັນໄດ້ຊ່ວຍໃຫ້ພວກເຮົາສາມາດເບິ່ງເຫັນທຸກສິ່ງໃນບໍລິເວນປາກຖໍ້າໂດຍບໍ່ຕ້ອງໃຊ້ໄຟສາຍເຍືອງທາງ ແລະ ປັດຈຸບັນບໍລິເວນປາກຖໍ້າມີການບູລະນະຊ້ອມແປງ ເພື່ອໃຫ້ມີຄວາມສະດວກໃນການເຂົ້າຖ້ຳຂອງນັກທ່ອງທ່ຽວຫລາຍຂຶ້ນ. ພ້ອມນັ້ນ, ສະພາບແວດລ້ອມບໍລິເວນປາກຖໍ້າທາງນອກມີຕົ້ນໄມ້ປົກຫຸ້ມເປັນສ່ວນຫລາຍອັນເຮັດໃຫ້ມີອາກາດເຢັນດີ, ບໍລິສຸດສົດຊື່ນຈາກທຳມະຊາດແທ້ ແລະ ອີກຢ່າງໜຶ່ງທີ່ບໍ່ຄວນພາດເມື່ອທ່ານໄປຖ້ຳຊ້າງນັ້ນຄືການຍ່າງຂຶ້ນໄປຕາມຂັ້ນໄດ ແລະ ເສັ້ນທາງຄົດໂຄ້ງສູງຊັນ ເພື່ອຊົມທິວທັດທຳມະຊາດຄວາມງົດງາມຂອງທົ່ງນາອັນກວ້າງໃຫຍ່ທີ່ອ້ອມຮອບຕົວເມືອງທ່າແຂກ ຈາກສາລາຊົມທິວທັດ ພ້ອມນັ້ນທ່ານຍັງສາມາດແນມເຫັນແມ່ນ້ຳຂອງອັນຍາວຢຽດອີກດ້ວຍ.
ຖໍ້າຊ້າງ ໄດ້ເປີດໃຫ້ບໍລິການນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຢ່າງເປັນທາງການໃນປີ 2010 ເປັນຕົ້ນມາ ແລະ ໄດ້ກາຍເປັນແຫລ່ງທ່ອງທ່ຽວທີ່ມີຊື່ສຽງແຫ່ງໜຶ່ງຂອງແຂວງຄໍາມ່ວນ. ເພື່ອອຳນວຍຄວາສະດວກໃຫ້ກັບແຂກທີ່ມາທ່ຽວຊົມຖ້ຳຊ້າງນັ້ນ ກໍໄດ້ມີການອຳນວຍຄວາມສະດວກເສັ້ນທາງເຂົ້າໄປຫາຖ້ຳ, ສະຖານທີ່ຈອດລົດທີ່ກວ້າງຂວາງ, ມີຫ້ອງນ້ຳ, ຢູ່ບໍລິເວນດ້ານລຸ່ມຂອງຖ້ຳກໍຈະມີຮູບປັ້ນໂຕຊ້າງ, ສາລາ ແລະ ຕົ້ນໄມ້ໃຫຍ່ຫລາຍຕົ້ນທີ່ຮົ່ມເຢັນສະບາຍ. ເອົາເປັນວ່າ, ຖ້າທ່ານໃດໄດ້ມີໂອກາດໄປເມືອງທ່າແຂກ ແຂວງຄຳມ່ວນ ຢ່າລືມຫາໂອກາດໄປທ່ຽວຊົມຄວາມມະຫັດສະຈັນຂອງຫີນປົ່ງຫີນຍ້ອຍອອກມາມີລັກສະນະຄືກັບໂຕຊ້າງ ແລະ ຄວາມງົດງາມຂອງຖ້ຳດັ່ງກ່າວ.
ໂດຍ: ແສງສະຫວັນ

KPL