ອຸທິຍານແຫ່ງຊາດ ຫີນໜາມໜໍ່

16/07/2025 16:36
Email Print 140
ຂປລ *ອຸທິຍານແຫ່ງຊາດຫີນໜາມໜໍ່ຕັ້ງຢູ່ເມືອງບົວລະພາ ແຂວງຄໍາມ່ວນ
         

       *ອຸທິຍານແຫ່ງຊາດຫີນໜາມໜໍ່ຕັ້ງຢູ່ເມືອງບົວລະພາ ແຂວງຄໍາມ່ວນ ມີເນື້ອທີ່ 94.121 ເຮັກຕາ, ອຸທິຍານແຫ່ງນີ້ ມີເນື້ອທີ່ຕິດກັບອຸທິຍານແຫ່ງຊາດຟອງຍາ-ແກບາງ ສສ ຫວຽດນາມ, ຖ້າລວມພື້ນທີ່ອຸທິຍານແຫ່ງຊາດທັງສອງແຫ່ງນີ້ເຂົ້າກັນຈະເປັນພື້ນທີ່ພູຫີນປູນທີ່ມີເນື້ອທີ່ປະມານ 217.447 ເຮັກຕາ ແລະ ອາດກາຍເປັນເຂດພື້ນທີ່ພູຫີນປູນຂະໜາດໃຫຍ່ຍຸກດຶກດໍາບັນທີ່ມີອາຍຸປະມານ 400 ລ້ານປີ.
     ຫີນໜາມໜໍ່ ແປວ່າ “ຫີນທີ່ມີຍອດອັນແຫລມຄົມ” ຊຶ່ງເປັນການສື່ໃຫ້ເຫັນເຖິງອົງປະກອບທີ່ສໍາຄັນຂອງສະຖານທີ່ພິເສດແຫ່ງນີ້ໄດ້ຢ່າງສົມບູນແບບ ແລະ ຮູບຮ່າງລັກສະນະຂອງຫີນທີ່ມີຍອດອັນແຫລມຄົມ ນອນຢູ່ໃນເຂດພື້ນທີ່ປິດອ້ອມຮອບຂອງຮ່ອມພູຫີນປູນ (ຫລື ກວານ) ເຮັດໃຫ້ກາຍເປັນພູມີທັດພູຫີນປູນທີ່ມີຄວາມໂດດເດັ່ນເປັນພິເສດແຕກຕ່າງກັບສະຖານທີ່ອື່ນໆຢູ່ໃນພາກພື້ນ; ໃນນັ້ນ ເອກະລັກທີ່ໂດດເດັ່ນປະກອບດ້ວຍຖ້ໍານ້ໍາລອດເຊບັ້ງໄຟ ຖືວ່າເປັນສິ່ງມະຫັດສະ ຈັນທາງທໍາມະຊາດທີ່ລີ້ຊ້ອນຢູ່ໃນໃຈກາງຂອງແຂວງຄໍາມ່ວນ ແລະ ເປັນຖ້ໍາທີ່ມີຄວາມສວຍງາມງົດງາມເປັນພິເສດ, ມີປະລິມານນ້ໍາໄຫລມີການປ່ຽນແປງຂອງປະລິມານນ້ໍາໄຫລອອກຈາກຖ້ໍາຢ່າງມະຫາສານ ຊຶ່ງໄດ້ຮັບຊື່ວ່າເປັນອ່າງນ້ໍາ ຫລື ຂະໜາດໃຫຍ່ທີ່ສຸດກວ່າໝູ່ໃນໂລກ. ສໍາລັບລະບົບນິເວດຂອງພູຫີນປູນແຫ່ງນີ້ ແມ່ນເປັນບ່ອນຢູ່ອາໄສຂອງສັດນາໆຊະນິດທີ່ໃກ້ສູນພັນ, ສັດສະເພາະຖິ່ນຫລາຍຊະນິດທີ່ແຕກຕ່າງກັນອາໄສຢູ່ພູແຕ່ລະໜ່ວຍ, ມີລະບົບນິເວດທີ່ມີລັກສະນະສະເພາະ ຊຶ່ງເປັນບ່ອນຢູ່ອາໄສຂອງພືດພັນ ແລະ ສັດປ່າທີ່ຫາຍາກຂອງໂລກເປັນຕົ້ນ ຂະຍຸ (ໜູຫີນລາວ), ນົກຫົວໂລ້ນ, ສັດລ້ຽງລູກດ້ວຍນໍ້ານົມ ແລະ ສັດເລືອຄານທີ່ໃກ້ສູນພັນຈຳນວນ 10 ຊະນິດ, ມີທະນີແກ້ມຂາວ ຖິ່ນໃຕ້ ແລະ ນົກກົກຄໍຄໍາ, ຕະກູນລີງ ຢ່າງໜ້ອຍ 10 ຊະນິດ, ມີເຂດປ່າສະຫງວນ. ນອກຈາກນັ້ນແລ້ວ ອຸທິຍານແຫ່ງຊາດຫີນໜາມໜໍ່ຍັງມີຄຸນຄ່າກ່ຽວກັບຄວາມເຊື່ອຖືສິ່ງສັກສິດສໍາລັບຊຸມຊົນ. ບັນດາຖ້ໍາຫລາຍແຫ່ງໃນອຸທິຍານເປັນຕົ້ນແມ່ນຖ້ໍານ້ໍາລອດເຊບັ້ງໄຟໄດ້ຖືກນໍາໃຊ້ເປັນສະຖານທີ່ສັກກະລະບູຊາຂອງປະຊາຊົນ ໃນທ້ອງຖິ່ນມາເປັນເວລາຫລາຍຊົ່ວອາຍຸຄົນ.
      ສຳລັບຄວາມສວຍສົດງົດງາມຂອງອຸທິຍານແຫ່ງຊາດຫີນໜາມໜໍ່ ແມ່ນມີທິວທັດທໍາມະຊາດອັນອັດສະຈັນເກີນກວ່າຄໍາບັນຍາຍ. ປະຊາຊົນໄດ້ເອີ້ນອຸທິຍານແຫ່ງນີ້ວ່າ: ເຮືອນເປັນເວລານັບພັນປີ ຍ້ອນວ່າປະຊາຊົນບັນດາເຜົ່າເປັນຕົ້ນເຜົ່າກຣີ ແລະ ເຜົ່າຕຣີ ໄດ້ດໍາລົງຊີວິດ ແລະ ປົກປັກຮັກສາສວນອຸທິຍານແຫ່ງນີ້ມາໄດ້ຫລາຍຮ້ອຍປີແລ້ວ, ມີຄວາມຮັກ, ຄວາມຜູກພັນທີ່ດີລວມທັງຮີດຄອງປະເພນີຂອງພວກເຂົາເຈົ້າເຫລົ່ານັ້ນໄດ້ຕິດພັນເຊື່ອມໂຍງກັບສິ່ງແວດລ້ອມຂອງອຸທິຍານແຫ່ງນີ້. ເພື່ອເປັນການປົກປັກຮັກສາອຸທິຍານຫີນໜາມໜໍ່ແຫ່ງນີ້ ໃຫ້ຍັງຄົງສະພາບເດີມໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງນັບແຕ່ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ. 

KPL

ຂ່າວອື່ນໆ

ads
ads

Top