dkox6 drn f]tf6 /q o 0v'dtly dvog,n v'g'y o leg]a f 98% ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 16.07.2025 ປີທີ 24 ສະບັບທີ 6.227 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a olh k'8A 'ltstra oc,j py ']k; 20 d= ]tdq f 1955 - 20 d= ]tdq f 2025 7q [Iv[ 70 xu 1j k'l5 f.9K ]a f4t,q o8u dt-;'dko8j k'xtgmf g[]ki5 f-u 9tgfu omk'1h P,1k, ]k; F ອ່ານຕໍ່ໜ້າ 7 dkooera d{]a f 8h voIa [sq ;|h kvq 'dko wvptdkol6 'l5 f xt9elkol6 'l5 f dex6 g9p ]a f4t,q o8u dt-;'lb dlkmy dko c]t dy ]k 8h voIa [m6 fpuj x5j o xt9e]k; ຂປລ. ໃນວັນທີ 15 ກໍລະກົດ 2025 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນ ຮັບ ຄະນະຜູ້ແທນຂັ້ນສູງ ອົງການ ໄອຍະການສູງສຸດປະຈໍາສານສູງ ສຸດ ແຫ່ງ ຣາຊະອານາຈັກກໍາປູເຈຍ ນໍາໂດຍ ທ່ານ ນາງ ເຈຍ ລຽງ ຫົວ ຂປລ. ໃນວັນທີ 14 ກໍລະກົດ 2025 ນີ້, ທ່ານ ທອງສະລິດ ມັງໜໍ່ ເມກ ລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ ໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງທ່ານໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໃນໂອກາດທີ່ ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ ຖືກແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງ ເປັນລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ ຄົນໃໝ່. ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ໂຄອິຊຶມິ ຊຶໂຕມຸ ທີ່ໄດ້ນໍາພາຄະນະ ເດີນທາງມາຢ້ຽມຢາມ ແລະ ອວຍ ພອນ ໃນໂອກາດທີ່ໄດ້ຮັບຕຳແໜ່ງ ໃໝ່ໃນຄັ້ງນີ້, ເຊິ່ງເປັນການປະກອບ ສ່ວນອັນສຳຄັນ ເຂົ້າໃນການຮັດ ແໜ້ນການພົວພັນຮ່ວມມືດ້ານຕ່າງໆ ໂດຍສະເພາະດ້ານການສຶກສາ ແລະ ກິລາ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະ ນາ ຂຶ້ນໄປເລື້ອຍໆ ແລະ ສືບຕໍ່ໃຫ້ ການສະໜັບສະໜູນ, ຊ່ວຍເຫລືອ ເຊິ່ງກັນແລະກັນໃນອະນາຄົດແລະ ຍາວນານ. ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດ ຖະບານ ກໍຄື ປະຊາຊົນ ຍີ່ປຸ່ນ ທີ່ໄດ້ ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ດ້ານການສຶກສາ ແກ່ ສປປ ລາວ F ອ່ານຕໍ່ໜ້າ 2 xa [x5 '{IP[IP' Ij k'fe]a f;j kfh ;p 0= h ,6 orq o]tg,n v' c]t [a fxt9e8q ; ທັງໃຫ້ສອດຄ່ອງກັບຫລັກການ ສ້າງນິຕິກຳ, ດ້ານວຽກງານວິຊາ ສະເພາະ ແລະ ສະພາບການຈັດຕັ້ງ ປະຕິບັດວຽກງານໃນປັດຈຸບັນ, ຮ່າງດຳລັດ ວ່າດ້ວຍການຂໍ້ມູນ ພົນລະເມືອງແລະ ບັດປະຈຳຕົວສະ ບັບດັ່ງກ່າວ, ໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງແລະຕິດຕາມ ກວດກາ ວຽກງານຖານຂໍ້ມູນພົນ ລະເມືອງ ແລະ ບັດປະຈຳຕົວເພື່ອ ເຮັດໃຫ້ວຽກງານດັ່ງກ່າວ, ມີປະສິດ ທິພາບ ແລະ ປະສິດທິຜົນແນໃສ່ ຂປລ. ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ພ້ອມດ້ວຍຄະນະຈະເດີນທາງຢ້ຽມຢາມສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ແຕ່ວັນທີ 16-18 ກໍລະກົດ 2025 ເພື່ອສືບຕໍ່ຮັດແໜ້ນການພົວພັນສອງຝ່າຍ ບົນພື້ນຖານມູນເຊື້ອ ແຫ່ງມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເບລາຣຸດຊີ. F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4 ]k;{dex6 g9p ln [8+ gruj ,mt;u dkoIj ;,,n ;Pdwvptdko0v'lv'xtgmf ຂປລ. ໂດຍຕອບສະໜອງ ຕາມຄໍາເຊີນຂອງ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອ F ອ່ານຕໍ່ໜ້າ 2 leg]a f/b dvq [Iq ,sq ;0= h ltgrkt le]a [rtoa d'ko dkooe|5j , [a ofkc0;'muj ,u -kpcfo8y f9vf ຂປລ. ຊຸດຝຶກອົບຮົມຫົວຂໍ້ສະ ເພາະສໍາລັບພະນັກງານການນໍາ ໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດ ຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ໄດ້ປິດລົງດ້ວຍຜົນສຳເລັດ ພາຍຫລັງຈັດຂຶ້ນ ໃນລະຫວ່າງ ວັນທີ 7-14 ກໍລະກົດ 2025, ມີ ຜູ້ເຂົ້າຮ່ວມທັງໝົດ 47 ສະຫາຍ, ຍິງ 3 ສະຫາຍ. ໃນນັ້ນ, ຈາກ ສປປ ລາວ ຈໍານວນ 20 ສະຫາຍ, ຫວຽດ ນາມ 12 ສະຫາຍ ແລະ ກໍາປູເຈຍ ກອງປະຊຸມໃນຄັ້ງນີ້, ຈະໄດ້ພ້ອມ ກັນຄົ້ນຄວ້າ, ປຶກສາຫາລື ແລະ ປະ ກອບຄຳເຫັນດ້ວຍຄວາມເອົາໃຈ ໃສ່ ແລະ ຄວາມຮັບຜິດຊອບສູງ ຕໍ່ ຫົວຂໍ້ສຳຄັນຕ່າງໆ ເປັນຕົ້ນ ລາຍ ງານສະພາບພົ້ນເດັ່ນ ແລະ ວຽກ ງານຈຸດສຸມຮີບດ່ວນຈຳນວນໜຶ່ງ ໂດຍສະເພາະລາຍງານສະພາບ dv'xt-5 ,]a f4t[ko gxu fd;h k' 7A 'mu I xu 2025 sk]n s]kp[a oskle7a o ພົ້ນເດັ່ນການຈັດຕັ້ງປະຕິບັດວຽກ ງານຈຸດສຸມ 6 ເດືອນຕົ້ນປີ 2025 ແລະ ແຜນວຽກຈຸດສຸມ 6 ເດືອນ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 ຂປລ. ລັດຖະບານ ເປີດກອງປະ ຊຸມເປີດກວ້າງ ຄັ້ງທີ I ປີ 2025 ໃນ ລະຫວ່າງວັນທີ 15-16 ກໍລະກົດ 2025 ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ, ມີບັນດາຮອງນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາເຈົ້າແຂວງ, ເຈົ້າຄອງນະ ຄອນຫລວງວຽງຈັນ, ຜູ້ຕາງໜ້າອົງ ການຈັດຕັ້ງພັກ-ລັດ, ທຽບເທົ່າກະ ຊວງ, ສູນກາງແນວລາວສ້າງຊາດ, ອົງການນິຕິບັນຍັດ, ອົງການຕຸລາ ການ, ສະຫະພັນນັກຮົບເກົ່າແຫ່ງ ຊາດລາວ, ບັນດາອົງການຈັດຕັ້ງ ມະຫາຊົນຂັ້ນສູນກາງ, ອົງການ ກວດກາແຫ່ງລັດ ແລະ ອົງການ ກວດສອບແຫ່ງລັດ ເຂົ້າຮ່ວມ. ot7vos];';P'9a o{g,n v'-ko34; Ia fc|h odkoIj ;,,n lv'/j kp ຂປລ. ໃນວັນທີ 14 ກໍລະກົດ 2025, ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫລວງວຽງ ຈັນ ໄດ້ຕ້ອນຮັບຄະນະຜູແທນເມືອງ ຊານໂຖວ ແຂວງກວາງຕຸ້ງ ສປ ຈີນ ນຳໂດຍ ທ່ານ ໄລ່ ສຽວເຫວີຍ ຮອງເລຂາທິການຄະນະພັກ, ເລຂາ ທິການຄະນະກຳມະການຄວບຄຸມ ວຽກງານພັກ ເມືອງຊານໂຖວ F ອ່ານຕໍ່ໜ້າ 4 ຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ, ຄະນະຜູ້ແທນຂັ້ນສູງ ຂປລ. ກອງປະຊຸມປັບປຸງ ແລະ ຮຽບຮຽງ ຮ່າງດຳລັດ ວ່າດ້ວຍຂໍ້ ມູນພົນລະເມືອງ ແລະ ບັດປະຈຳຕົວ ຈັດຂຶ້ນໃນວັນທີ11ກໍລະກົດ2025 ຜ່ານມາ ໂດຍການເປັນປະທານ ຂອງ ທ່ານ ກົງຈີ ຢ່າງຈື່ ຮອງລັດ ຖະມົນຕີ ກະຊວງຍຸຕິທຳ, ມີທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ ສ້າງຮາກຖານ ກະຊວງປ້ອງກັນ ຄວາມສະຫງົບ, ມີບັນດາກະຊວງ, ກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.ທັງນີ້, ກໍເພື່ອໃຫ້ມີເນື້ອໃນ ຄົບຖ້ວນ,ຮັດກຸມແລະສົມບູນ,ພ້ອມ
@ 0j k; c]t gsfdko 16/07/2025 xtgmf]k; ການນຳພັກ-ລັດ... 15 ສະຫາຍ ໂດຍມີ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການ ກົມການເມືອງສູນກາງພັກ, ຫົວໜ້າ ຄະນະຈັດຕັ້ງສູນກາງພັກ, ມີຄະນະ ນຳຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຄະນະ ໂຄສະນາອົບຮົມສູນກາງພັກ, ກະ ຊວງປ້ອງກັນປະເທດ, ກະຊວງອຸດ ສາຫະກຳ ແລະ ການຄ້າ ແລະ ບັນ ດາຫົວໜ້າກົມ, ຮອງກົມ ແລະ ພະ ນັກງານຈາກພາກສ່ວນກ່ຽວຂ້ອງ ຂອງລາວ, ພ້ອມດ້ວຍສໍາມະນາ ກອນຈາກ 3 ພັກ ລາວ-ຫວຽດ ນາມ-ກຳປູເຈຍ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ດາວສະ ຫວັນ ເຄືອມີໄຊ ຮອງຫົວໜ້າສະ ຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ໄດ້ລາຍງານກ່ຽວ ກັບຜົນສຳເລັດການຝຶກອົບຮົມຄັ້ງ ນີ້, ຊຶ່ງໃນໄລຍະການຝຶກອົບຮົມ ສໍາມະນາກອນ ນອກຈາກໄດ້ແລກ ປ່ຽນບົດຮຽນໃນການພັດທະນາ ເສດຖະກິດ-ສັງຄົມ ຂອງແຕ່ລະ ພັກ, ແຕ່ລະປະເທດແລ້ວ, ຍັງໄດ້ໄປ ຢ້ຽມຢາມສະຖານທີ່ປະຫວັດສາດ ແລະ ພື້ນຖານການຜະລິດຈຳນວນ ໜຶ່ງ ເປັນຕົ້ນ ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ, ຫໍພິພິທະພັນ ສິລະປະລາວ, ພະທາດຫລວງວຽງ ຈັນ, ປະຕູໄຊ, ຫໍພິພິທະພັນກອງທັບ ປະຊາຊົນລາວ, ບໍລິສັດສະຕາໂທ ລະຄົມ ເພື່ອໃຫ້ສຳມະນາກອນກຳ ໄດ້ທິດສະດີ ແລະ ປະສົມປະສານ ພຶດຕິກຳຕົວຈິງ. ພ້ອມນັ້ນ, ສຳມະ ນາກອນ ຍັງໄດ້ຢ້ຽມຢາມພື້ນຖານ ການຜະລິດ ແລະ ແຫລ່ງທ່ອງທ່ຽວ ທາງວັດທະນະທຳ, ທຳມະຊາດ ຈຳ ນວນໜຶ່ງຢູ່ເມືອງວັງວຽງ ແຂວງ ວຽງຈັນ ຕື່ມອີກ. ໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ຕີລາຄາສູງ ຕໍ່ຜົນສຳເລັດ ຂອງຊຸດຝຶກອົບຮົມຄັ້ງນີ້ ແລະ ສະ ແດງຄວາມຊົມເຊີຍຕໍ່ສຳມະນາ ກອນທີ່ໄດ້ເອົາໃຈໃສ່ຕິດຕາມ, ຄົ້ນ ຄວ້າ ແລະ ແລກປ່ຽນບົດຮຽນເຊິ່ງ ກັນ ແລະ ກັນ ຢ່າງກົງໄປກົງມາ ແລະ ມີເນື້ອໃນອຸດົມສົມບູນ, ພ້ອມ ທັງໃຫ້ທິດຊີ້ນຳແກ່ຜູ້ເຂົ້າຮ່ວມຝຶກ ອົບຮົມ ໂດຍໄດ້ເນັ້ນໃນການສືບຕໍ່ ເພີ່ມພູນຄູນສ້າງແລະເສີມຂະຫຍາຍ ການພົວພັນຮ່ວມມືຂອງ 3 ພັກ, 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາສູ່ ພັກ, ລັດ ແລະ ປະຊາຊົນ 3 ປະເທດ ກໍຄື ເພື່ອພາລະກິດແຫ່ງ ການເສີມສ້າງສັນຕິພາບ, ມິດຕະ ພາບແລະການຮ່ວມມືເພື່ອການພັດ ທະນາໃນພາກພື້ນ ແລະ ໃນໂລກ. ພ້ອມນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ໃຫ້ກຽດມອບ ໃບຢັ້ງຢືນ ໃຫ້ສຳມະນາກອນ ທັງ 3 ພັກ ແລະ ອວຍພອນໃຫ້ສຳມະນາ ກອນທັງໝົດ ຈົ່ງມີສຸຂະພາບແຂງ ແຮງ, ສືບຕໍ່ປະຕິບັດໜ້າທີ່ອັນມີ ກຽດທີ່ພັກ, ລັດ ມອບໝາຍໃຫ້ ແລະ ເດີນທາງກັບຄືນປະເທດດ້ວຍຄວາມ ສະຫວັດດີພາບທຸກປະການ. ຂ່າວ: ຄຕພ ໜ້າອົງການໄອຍະການສູງສຸດ ປະ ຈໍາສານສູງສຸດ ແຫ່ງ ຣາຊະອານາ ຈັກ ກໍາປູເຈຍ ເຂົ້າຢ້ຽມຂໍ່ານັບ ໃນ ໂອກາດທີ່ນຳພາຄະນະເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢ່າງເປັນ ທາງການຢູ່ ສປປ ລາວ ລະຫວ່າງ ວັນທີ 14-18 ກໍລະກົດ 2025. ທ່ານ ທອງລຸນ ສີສຸລິດ ໄດ້ສະ ແດງຄວາມຊົມເຊີຍ ແລະ ຕີລາຄາ ສູງ ຕໍ່ໝາກຜົນຂອງການຮ່ວມມືທີ່ ນັບມື້ນັບແໜ້ນແຟ້ນ ແລະ ເຂົ້າສູ່ ລວງເລິກ ລະຫວ່າງ ອົງການໄອຍະ ການສູງສຸດ ຂອງສອງປະເທດນັບ ແຕ່ມີການລົງນາມໃນບົດບັນທຶກ ຄວາມເຂົ້າໃຈ ສະບັບທໍາອິດໃນປີ 2014 ເປັນຕົ້ນມາ, ສອງອົງການ ໄດ້ມີການພົບປະແລກປ່ຽນຄະນະ ຜູ້ແທນ ເພື່ອແລກປ່ຽນບົດຮຽນ ນໍາກັນຢ່າງເປັນປົກກະຕິ, ພ້ອມນີ້ ສອງອົງການໄອຍະການສູງສຸດ ຍັງໄດ້ລົງນາມ ແລະ ຈັດຕັ້ງບົດ ບັນທຶກຄວາມເຂົ້າໃຈ (MOU) ວ່າ ດ້ວຍການຮ່ວມມືສອງຝ່າຍ ສະບັບ ລົງວັນທີ 1 ກໍລະກົດ 2024 ໃຫ້ປະ ກົດຜົນເປັນຈິງໄດ້ເປັນຢ່າງດີເຊິ່ງ ສະແດງອອກມື້ນີ້ບັນດາສະຫາຍ ຈະໄດ້ພ້ອມກັນຈັດກອງປະຊຸມອົງ ການໄອຍະການລາວ-ກໍາປູເຈຍ ຄັ້ງທີ I ໃນຫົວຂໍ້ “ການຮ່ວມມືໃນ ການຕ້ານອາຊະຍາກໍາຂ້າມຊາດ ໂດຍສະເພາະການຄ້າຂາຍຢາເສບ ຕິດຢ່າງມີປະສິດທິຜົນ” ຢູ່ນະຄອນ ຫລວງວຽງຈັນ, ສປປ ລາວ ແລະ ໃນຄັ້ງຕໍ່ໄປໃນປີ 2027 ຈະໄດ້ຈັດ ຂຶ້ນເປັນຄັ້ງທີ 2 ທີ່ຣາຊະອານາຈັກ ກໍາປູເຈຍ, ຖືເປັນບາດກ້າວທີ່ສໍາ ຄັນຢ່າງຍິ່ງ ໃນການຈັດຕັ້ງຜັນຂະ ຫຍາຍແຜນປະຕິບັດງານ ວ່າດ້ວຍ ການເປັນຄູ່ຮ່ວມມືຍຸດທະສາດຮອບ ດ້ານ ແລະ ໝັ້ນຄົງຍາວນານ ໃນ ໄລຍະປີ 2023-2027 ໃຫ້ປະກົດ ຜົນເປັນຈິງໃນຂົງເຂດຍຸຕິທໍາ ເພື່ອ ຮ່ວມກັນໃນການແກ້ໄຂບັນຫາ ອາ ຊະຍາກໍາຂ້າມຊາດ ໂດຍສະເພາະ ບັນຫາຢາເສບຕິດ ເຊິ່ງເປັນສິ່ງທ້າ ທາຍຕໍ່ຄວາມສະຫງົບສຸກ ແລະ ທ້າຍປີ 2025 ຂອງລັດຖະບານ; ການຜັນຂະຫຍາຍ ແລະ ປະຕິບັດ 12 ວຽກ ໃນມະຕິ 10 ຂອງຄະນະ ບໍລິຫານງານສູນກາງພັກ ສະໄໝ ທີ XI; ແຜນການຜັນຂະຫຍາຍ ບັນດາມະຕິຂອງກອງປະຊຸມສະໄໝ ສາມັນ ເທື່ອທີ 9 ຂອງສະພາແຫ່ງ ຊາດ ຊຸດທີ IX ທີ່ພົວພັນກັບລັດ ຖະບານ, ການແກ້ໄຂບັນຫາທີ່ສັງ ຄົມສະເໜີ ແລະ 10 ບັນຫາທີ່ສະ ພາແຫ່ງຊາດສັງລວມ; ລາຍງານ ສະພາບພາກພື້ນ-ສາກົນ ແລະ ຄາດ ຄະເນຜົນກະທົບຕໍ່ປະເທດເຮົາ, ທັງ ສະເໜີມາດຕະການຮັບມືຜົນກະ ທົບທີ່ອາດຈະເກີດຂຶ້ນ ແລະ ວຽກ ງານຊາຍແດນ (ການສ້າງຕັ້ງ ຫລື ຍົກລະດັບດ່ານຊາຍແດນ); ລາຍ ງານສະພາບພົ້ນເດັ່ນວຽກງານ ປ້ອງກັນຊາດ ແລະ ວຽກງານກໍ່ ສ້າງຮາກຖານການເມືອງ; ລາຍ ງານສະພາບພົ້ນເດັ່ນວຽກງານ ປ້ອງກັນຄວາມສະຫງົບ ແລະ ສະ ເໜີທິດທາງແກ້ໄຂ ໃນ 6 ເດືອນ ທ້າຍປີ. ພ້ອມທັງລາຍງານຜົນການ ທົບທວນຄືນການປັບຂຶ້ນລາຄາໄຟ ຟ້າ ແລະ ສະເໜີທິດທາງແກ້ໄຂໃນ ຕໍ່ໜ້າ; ການຮັບມື ແລະ ທິດທາງແກ້ ໄຂການຂຶ້ນພາສີ ຂອງສະຫະລັດ ອາເມລິກາ ຕໍ່ ສປປ ລາວ 40%; ສະພາບການຄຸ້ມຄອງລາຄາສິນຄ້າ ລວມທັງລາຄານໍ້າມັນເຊື້ອໄຟ; ການ ສົ່ງອອກສິນຄ້າລະດູຝົນ; ການປະ ຕິບັດກອງທຶນສົ່ງເສີມການຜະລິດ ສິນຄ້າຢູ່ ສປປ ລາວ. ພ້ອມນີ້, ຍັງ ໄດ້ສະເໜີແຜນ, ບັນຊີໂຄງການກໍ່ ສ້າງ ແລະ ປັບປຸງເສັ້ນທາງ ທີ່ເປັນ ບຸລິມະສິດ ໃນປີ 2026 ແລະ ປີຕໍ່ໆ ໄປລວມທັງກົນໄກການປະຕິບັດ ກອງທຶນທາງ. ໃນໂອກາດນີ້,ທ່ານນາຍົກລັດຖະ ມົນຕີ ໄດ້ຍົກໃຫ້ເຫັນສະພາບການ ຈັດຕັ້ງປະຕິບັດວຽກງານສຳຄັນ ໃນ ປີ 2025 ຂອງທົ່ວພັກ-ລັດ, ທົ່ວກໍາ ລັງປະກອບອາວຸດ ແລະ ທົ່ວປວງ ຊົນລາວທັງຊາດໂດຍສະເພາະການ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ 5 ປີ ຄັ້ງທີ IX ໄລຍະມ້ວນ ທ້າຍສະໄໝ ແລະ ການສ້າງຂະ ບວນການສະເຫລີມສະຫລອງ 3 ວັນປະຫວັດສາດ (ວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບ ຮອບ 105 ປີ), ການປັບປຸງກົງ ຈັກການຈັດຕັ້ງທັງຢູ່ສູນກາງ ແລະ ທ້ອງຖິ່ນ, ການກະກຽມ ແລະ ດໍາ ເນີນກອງປະຊຸມໃຫຍ່ 3 ຂັ້ນຂອງ ພັກ ເພື່ອກ້າວໄປເຖິງກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ ໃນຕົ້ນ ປີ 2026; ໄດ້ຍົກໃຫ້ເຫັນສະພາບ ການພົ້ນເດັ່ນທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງ ສະຫລັບສັບຊ້ອນ ໂດຍສະເພາະບັນ ຫາຂໍ້ຂັດແຍ່ງຕ່າງໆ, ການລະບາດ ຂອງພະຍາດ, ບັນດາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ການ ຟື້ນຕົວ ແລະ ຂະຫຍາຍຕົວຂອງ ເສດຖະກິດໂລກ ສະເພາະຢູ່ພາຍໃນ ປະເທດພວກເຮົາ ກໍເກີດມີສະພາບ ຝົນຕົກໜັກຢູ່ຫລາຍແຂວງ ເກີດ ມີສະພາບນໍ້າຖ້ວມ ແລະ ນໍ້າປ່າ ໄຫລຊຸ ເຮັດໃຫ້ມີຜູ້ເສຍຊີວິດຢູ່ບາງ ແຂວງ, ບວກກັບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍບາງດ້ານມີຜົນກະທົບ ຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມ. ແຕ່ດ້ວຍ ຄວາມພະຍາຍາມ, ເອົາໃຈໃສ່ນໍາ ພາ-ຊີ້ນໍາຂອງກົມການເມືອງສູນ ກາງພັກ ແລະ ດ້ວຍຄວາມຮັບຜິດ ຊອບສູງ ຕໍ່ໜ້າທີ່ການເມືອງຂອງ ລັດຖະບານ ແລະ ອົງການປົກຄອງ ທ້ອງຖິ່ນ ໃນການແກ້ໄຂບັນຫາ ຕ່າງໆ ໂດຍສະເພາະການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ໄດ້ມີຜົນສໍາເລັດດີຂຶ້ນ ເລື້ອຍໆ, ເຮັດໃຫ້ເສດຖະກິດຂອງ ປະເທດ ສືບຕໍ່ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ; ບັນດາຄາດໝາຍ ທາງດ້ານເສດຖະກິດ-ສັງຄົມ ຈຳ ນວນໜຶ່ງສາມາດບັນລຸໄດ້ຕາມ ແຜນ, ປະກອບສ່ວນສໍາຄັນ ເຮັດໃຫ້ ປະເທດຊາດ ສືບຕໍ່ມີສະຖຽນລະ ພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດສືບຕໍ່ມີທ່າອ່ຽງເຕີບໂຕ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ບົດບາດຂອງປະເທດເຮົາ ນັບມື້ໄດ້ ຮັບການຍົກສູງພົ້ນເດັ່ນຂຶ້ນ ໃນເວທີ ພາກພື້ນ ແລະ ສາກົນ. ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ຍັງໄດ້ຮຽກຮ້ອງໃຫ້ບັນດາ ທ່ານທີ່ເຂົ້າຮ່ວມກອງປະຊຸມ ພ້ອມ ກັນເອົາໃຈໃສ່ຄົ້ນຄວ້າແລະປະກອບ ຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວ ຂໍ້ທີ່ນຳມາພິຈາລະນາ ດ້ວຍການສະ ເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງ ອອກທີ່ຈະແຈ້ງຊັດເຈນ ເພື່ອເຮັດ ໃຫ້ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ ເຮັດໃຫ້ຜົນຂອງກອງປະຊຸມ ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງເປັນຮູບ ປະທໍາ ແລະ ມີປະສິດທິຜົນສູງ. ຂ່າວ: ກົມປະຊາສຳພັນຫສນຍ ພາບ: ຂັນໄຊ ກອງປະຊຸມລັດຖະບານ... ການພັດທະນາຂອງສອງປະເທດ ກໍຄື ຂອງພາກພື້ນເປັນຢ່າງດີ. ລັດຖະບານແລະປະຊາຊົນລາວ ຂໍຢືນຢັນການສະໜັບສະໜູນຢ່າງ ເຕັມທີ່ ຕໍ່ການຮ່ວມມືໃນຂົງເຂດຍຸຕິ ທໍາຂອງສອງປະເທດ. ຫວັງຢ່າງ ຍິ່ງວ່າ ສອງອົງການໄອຍະການ ຈະ ສືບຕໍ່ເພີ່ມທະວີການຮ່ວມມືໃຫ້ພົ້ນ ເດັ່ນຍິ່ງຂຶ້ນ, ເປັນເສົາຄໍ້າທີ່ເຂັ້ມແຂງ ໃນການປົກຄອງລັດດ້ວຍກົດໝາຍ, ປົກປ້ອງຜົນປະໂຫຍດຂອງລັດ ແລະ ສິດຜົນປະໂຫຍດອັນຊອບ ທໍາ ຂອງປະຊາຊົນສອງປະເທດ; ຂໍໃຫ້ສອງອົງການ ສືບຕໍ່ຮ່ວມມື ແລກປ່ຽນຂໍ້ມູນຂ່າວສານ, ບົດ ຮຽນ ແລະ ປະສານງານກັນຢ່າງ ໃກ້ຊິດ ເພື່ອເຮັດໃຫ້ການສະກັດກັ້ນ ແລະ ປາບປາມອາຊະຍາກໍາຂ້າມ ຊາດ, ການຄ້າຢາເສບຕິດ, ການຄ້າ ມະນຸດ ແລະ ບັນຫາອື່ນໆ ໂດຍຜ່ານ ການຮ່ວມມືຍຸຕິທໍາ ໂດຍສະເພາະ ໃນບັນດາແຂວງທີ່ມີຊາຍແດນຕິດ ຈອດກັນໃຫ້ມີປະສິດທິຜົນສູງຂຶ້ນ, ປະກອບສ່ວນເຂົ້າໃນການສ້າງ ສັງຄົມ ທີ່ປົກຄອງດ້ວຍກົດໝາຍທີ່ ເຂັ້ມແຂງ ແລະ ຮັບປະກັນຄວາມສະ ຫງົບ, ຄວາມປອດໄພ ແລະ ຄວາມ ເປັນລະບຽບຮຽບຮ້ອຍ ໃຫ້ແກ່ປະ ຊາຊົນ, ເຮັດໃຫ້ຊາຍແດນຂອງ ສອງປະເທດເປັນຊາຍແດນແຫ່ງ ສັນຕິພາບ, ການຮ່ວມມື ແລະ ຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດຢ່າງ ແທ້ຈິງ. ໂອກາດດຽວກັນ, ທ່ານຫົວໜ້າ ອົງການໄອຍະການສູງສຸດ ປະຈໍາ ສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໄດ້ສະແດງຄວາມຂອບ ໃຈຕໍ່ກັບການຕ້ອນຮັບອັນອົບອຸ່ນ ຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ໃນຄັ້ງນີ້, ພ້ອມທັງລາຍ ງານຈຸດປະສົງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້ ໃຫ້ທ່ານປະທານປະເທດຮັບຊາບ. ໃນມື້ດຽວກັນ, ທ່ານ ນາງ ວຽງ ທອງສີພັນດອນຄະນະເລຂາທິການ ສູນກາງພັກ, ປະທານສານປະຊາ ຊົນສູງສຸດ ແຫ່ງ ສປປ ລາວ ໄດ້ ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງ ທ່ານ ນາງ ເຈຍ ລຽງ ຫົວໜ້າ ອົງການໄອຍະການສູງສຸດ ປະຈໍາ ສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ເຊັ່ນດຽວກັນ. ທ່ານນາງວຽງທອງສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມ ຢາມຂອງຄະນະຜູ້ແທນຂັ້ນສູງ ອົງ ການໄອຍະການສູງສຸດປະຈໍາສານ ສູງສຸດ ແຫ່ງ ຣາຊະອານາຈັກ ກໍາ ປູເຈຍ ໃນຄັ້ງນີ້, ນັບວ່າເປັນການ ປະກອບສ່ວນເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນມີມູນເຊື້ອນໍາກັນມາແຕ່ດົນ ນານ ລະຫວ່າງສອງພັກ-ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ກໍາປູ ເຈຍ, ກໍາປູເຈຍ-ລາວ ນັບມື້ມີບາດ ກ້າວຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມ ນີ້, ຍັງໄດ້ອວຍພອນໃຫ້ຄະນະຜູ້ ແທນຂັ້ນສູງອົງການໄອຍະການ ສູງສຸດປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກກໍາປູເຈຍ ຈົ່ງປະ ສົບຜົນສໍາເລັດໜ້າທີ່ອັນສໍາຄັນ ໃນ ການຢ້ຽມຢາມແລະ ເຮັດວຽກຂອງ ຄະນະໃນຄັ້ງນີ້. ໂອກາດດຽວກັນ, ທ່ານຫົວໜ້າ ອົງການໄອຍະການສູງສຸດ ປະຈໍາ ສານສູງສຸດ ແຫ່ງ ຣາຊະອານາ ຈັກ ກໍາປູເຈຍ ໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານປະທານສານສູງສຸດ ແຫ່ງ ສປປ ລາວ ພ້ອມທັງແຈ້ງໃຫ້ຮູ້ຜົນ ສໍາເລັດຂອງການຮ່ວມລົງນາມບົດ ບັນທຶກພົບປະສອງຝ່າຍ ລະຫວ່າງ ສອງອົງການໄອຍະການສູງສຸດ ກໍາ ປູເຈຍ-ລາວ ເຊິ່ງມີຫລາຍບັນຫາ ເຫັນວ່າສອງຝ່າຍຕົກລົງເປັນເອ ກະພາບ ໃນການຮ່ວມມືນໍາກັນແນ ໃສ່ເຮັດໃຫ້ຂົງເຂດວຽກງານໄອ ຍະການຂອງສອງປະເທດ ກໍາປູ ເຈຍ-ລາວ, ລາວ-ກໍາປູເຈຍ ໃຫ້ນັບ ມື້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ ໃນຕໍ່ໜ້າ. ແຫ່ງ ຣາຊະອານາຈັກ ກໍາປູເຈຍ ນໍາໂດຍ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອາ ນາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ລະຫວ່າງ ວັນ ທີ 14-18 ກໍລະກົດ 2025. ໃນຕອນເຊົ້າວັນທີ 15 ກໍລະກົດ 2025, ຄະນະຜູ້ແທນຂັ້ນສູງ ອົງ ການໄອຍະການສູງສຸດແຫ່ງຣາຊະ ອານາຈັກກໍາປູເຈຍ ໄດ້ພົບປະກັບ ຄະນະຜູ້ແທນຂັ້ນສູງ ອົງການໄອ ຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ ແຫ່ງ ສປປ ລາວ ເຊິ່ງໄດ້ແຈ້ງໃຫ້ກັນ ແລະ ກັນ ຊາບກ່ຽວກັບສະພາບການພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງ ຄົມ ຂອງສອງປະເທດ, ຕີລາຄາ ຜົນສໍາເລັດໃນການຈັດຕັ້ງປະຕິບັດ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການໄອຍະການປະຊາຊົນສູງ ສຸດ ແຫ່ງ ສປປ ລາວ ແລະ ອົງການ ໄອຍະການສູງສຸດ ແຫ່ງ ຣາຊະອາ ນາຈັກກໍາປູເຈຍ ທີ່ໄດ້ລົງນາມຮ່ວມ ກັນ ໃນວັນທີ 31 ກໍລະກົດ 2024 ທີ່ນະຄອນຫລວງພະນົມເປັນ ຣາຊະ ອານາຈັກກໍາປູເຈຍ ໂດຍໄດ້ຕີລາ ຄາສູງຜົນສໍາເລັດ ຂອງການຈັດ ຕັ້ງປະຕິບັດບົດບັນທຶກດັ່ງກ່າວ ເປັນ ຢ່າງດີ, ການຈັດກອງປະຊຸມອົງ ການໄອຍະການ ລາວ-ກໍາປູເຈຍ ຄັ້ງທີ I ວ່າດ້ວຍການຮ່ວມມື ໃນ ການຕ້ານອາຊະຍາກໍາຂ້າມຊາດ ໂດຍສະເພາະການຄ້າຂາຍຢາເສບ ຕິດຢ່າງມີປະສິດທິຜົນ ແລະ ບັນຫາ ອື່ນຈໍານວນໜຶ່ງ ດ້ວຍບັນຍາກາດ ອັນອົບອຸ່ນ, ສະໜິດສະໜົມ ແລະ ໄມ ຕີຈິດມິດຕະພາບອັນດູດດື່ມ, ອັນ ໄດ້ປະກອບສ່ວນອັນສໍາຄັນເຂົ້າ ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ຄວາມສາມັກຄີ ອັນເປັນມູນເຊື້ອ ຂອງສອງປະເທດ ສປປ ລາວ-ຣາຊະອານາຈັກ ກໍາປູ ເຈຍ ກໍຄື ສາຍພົວພັນ, ການພັດທະ ນາ ແລະ ການຮ່ວມມືວຽກງານໄອ ຍະການ ລະຫວ່າງ ອົງການໄອຍະ ການ ແຫ່ງ ສປປ ລາວ ແລະ ຣາຊະ ອານາຈັກ ກໍາປູເຈຍ ເປັນຢ່າງດີ. ລາວ-ກຳປູເຈຍ... ສຳເລັດຝຶກອົບຮົມ... ໃນໂອກາດນີ້, ທ່ານຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ທ່ານຫົວໜ້າ ອົງການໄອຍະການສູງສຸດ ປະຈໍາ ສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ກໍໄດ້ຮ່ວມລົງນາມເຊັນ ໃນບົດບັນທຶກການພົບປະສອງຝ່າຍ ເພື່ອຈັດຕັ້ງປະຕິບັດບົດບັນທຶກສະ ບັບນີ້ (ຄູ່ພາຄີ) ຈະຮ່ວມມືກັນໃນ ຂົງເຂດຄື: ຄູ່ພາຄີ ເຫັນດີສືບຕໍ່ການ ແລກປ່ຽນການຢ້ຽມຢາມ ຂອງ ຄະນະຜູ້ແທນຂັ້ນສູງ ແລະ ການ ແລກປ່ຽນຂັ້ນວິຊາການສອງປີຕໍ່ ຄັ້ງ ໂດຍການຜັດປ່ຽນກັນເປັນເຈົ້າ ພາບ ເພື່ອຮັກສາ ແລະ ເພີ່ມທະວີມິດ ຕະພາບ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ລະຫ່ວາງ ອົງການໄອຍະ ການສອງຝ່າຍ ກໍຄື ເພື່ອທົບທວນ ການຈັດຕັ້ງປະຕິບັດບົດບັນທຶກ ສະບັບນີ້, ຍົກເວັ້ນໃນກໍລະນີຈໍາເປັນ ອາດຈະມີການແລກປ່ຽນການ ຢ້ຽມຢາມປີລະຄັ້ງກໍໄດ້; ຄູ່ພາຄີ ເຫັນດີຈັດກອງປະຊຸມອົງການໄອ ຍະການ ລາວ-ກໍາປູເຈຍ ເພື່ອສົ່ງ ເສີມການຮ່ວມມືຕ້ານ ແລະ ສະກັດ ກັ້ນ ອາຊະຍາກໍາຂ້າມຊາດ ສອງປີ ຕໍ່ຄັ້ງ ໂດຍການຜັດປ່ຽນກັນເປັນ ເຈົ້າພາບ, ພ້ອມທັງຈັດກອງປະຊຸມ ຝຶກອົບຮົມອື່ນໆ ເພື່ອແລກປ່ຽນ ປະສົບການ, ຂໍ້ມູນຂ່າວສານກ່ຽວ ກັບກົດໜາຍ, ບົດຮຽນທີ່ດີ, ບັນຫາ ທີ່ພົ້ນເດັ່ນໃນປັດຈຸບັນ ໃນການຕ້ານ ອາຊະຍາກໍາຂ້າມຊາດທີ່ມີການ ຈັດຕັ້ງ ແລະ ຫົວຂໍ້ອື່ນໆ ທີ່ຄູ່ພາຄີ ມີຄວາມສົນໃຈ; ຄູ່ພາຄີ ເຫັນດີເພີ່ມ ທະວີການພົວພັນຮ່ວມມື ໃນວຽກ ງານຮ່ວມມື ລະຫວ່າງປະເທດທາງ ອາຍາ ແລະ ການສົ່ງຜູ້ຮ້າຍຂ້າມ ແດນ, ຄໍາຮ້ອງຂໍການຮ່ວມມື ຈາກ ສອງຝ່າຍຈະຕ້ອງໄດ້ຮັບການແກ້ ໄຂຢ່າງທັນການ ແລະ ມີປະສິດທິ ພາບ; ຄູ່ພາຄີ ເຫັນດີອໍານວຍຄວາມ ສະດວກໃຫ້ແກ່ ອົງການໄອຍະການ ທ້ອງຖິ່ນ, ແຂວງທີ່ມີຊາຍແດນຕິດ ຈອດ ເພື່ອສ້າງ ແລະ ເພີ່ມທະວີສາຍ ພົວພັນໃຫ້ແໜ້ນແຟ້ນ, ຮັບປະກັນ ການຊ່ວຍເຫລືອ ແຈ້ງໃຫ້ກັນຊາບ ໂດຍໄວ ກ່ຽວກັບການລະເມີດກົດ ໝາຍ ແລະ ອາຊະຍາກໍາໃນຂອບ ເຂດສິດອໍານາດຂອງຕົນ, ພ້ອມທັງ ປຶກສາຫາລືບັນດາມາດຕະການ ຕ່າງໆ ໃນການແກ້ໄຂສະພາບການ ດັ່ງກ່າວ ແລະ ຄູ່ພາຄີ ສາມາດຈະ ຂະຫຍາຍກິດຈະກໍາ ການຮ່ວມມື ໃນຂອບທີ່ບໍ່ໄດ້ກໍານົດໄວ້ໃນບົດບັນ ທຶກສະບັບນີ້. ຂ່າວ: ອອປສ; ພາບ: ເກດສະໜາ lkmk]tot]a f xt-kmy xtw8 xt-k-q o]k; \A opn oK
16/07/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ອ່ານຕໍ່¤Å ໜ້າ xts;a f7;k,gxa o,k0v'xtgmffh vpra fmtok ນັບແຕ່ປີ 1971 ເປັນຕົ້ນມາ, ອົງການສະຫະປະຊາຊາດ (ຫລື ສປຊ) ໄດ້ກໍານົດສະຖານະພາບ ປະເທດດ້ອຍພັດທະນາ (-FBTU %FWFMPQFE $PVOUSJFT ຫລື -%$T) ຢ່າງເປັນທາງການ ໂດຍ ອີງຕາມມະຕິຂອງສະມັດຊາໃຫຍ່ ອົງການ ສປຊ ສະບັບເລກທີ " 3&4 2768, ລົງວັນທີ 18 ພະຈິກ 1971, ເຊິ່ງໄດ້ກໍານົດເອົາບັນດາ ປະເທດທີ່ມີລາຍຮັບຕໍ່າ ແລະ ຜະ ເຊີນກັບອຸປະສັກທາງດ້ານໂຄງສ້າງ ຢ່າງໜັກໜ່ວງຕໍ່ການພັດທະນາເຂົ້າ ໃນບັນຊີປະເທດດ້ອຍພັດທະນາ. ໃນ ນັ້ນ, ສປປ ລາວ ຈຶ່ງຖືກຈັດເຂົ້າໃນ ບັນຊີປະເທດດ້ອຍພັດທະນານັບແຕ່ ນັ້ນມາຈົນເຖິງປັດຈຸບັນ. ບັນຊີປະເທດດ້ອຍພັດທະນາ ແມ່ນຖືກກໍານົດໂດຍຄະນະກໍາມະ ການດ້ານນະໂຍບາຍເພື່ອການ ພັດທະນາຂອງອົງການ ສປຊ ($PNNJUUFF GPS %FWFMPQ NFOU 1PMJDZ ຫລື$%1), ເຊິ່ງໄດ້ ກໍານົດ 3 ເງື່ອນໄຂ ຫລື ມາດຖານ ລວມມີ: 1. ລາຍຮັບແຫ່ງຊາດ ສະເລ່ຍຕໍ່ຫົວຄົນ ((SPTT /B UJPOBM IODPNFT ຫລື (/I) ໂດຍ ກໍານົດເປັນສະກຸນເງິນໂດລາສະ ຫະລັດ; 2. ດັດສະນີຊັບສິນມະນຸດ ()VNBO "TTFUT IOEFY ຫລື )"I) ໂດຍຄິດໄລ່ຈາກ 0-100; ແລະ 3. ດັດສະນີຄວາມບອບ ບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (&DPOPNJD BOE &OWJSPONFOUBM 7VMOFSBCJMJUZ IOEFY ຫລື &7I) ໂດຍຄິດໄລ່ຈາກ 0-100. ໃນເບື້ອງຕົ້ນ, ປະເທດ ທີ່ກໍານົດໃຫ້ຢູ່ໃນສະຖານະພາບ ດ້ອຍພັດທະນາແມ່ນຈະມີລາຍຮັບ ແຫ່ງຊາດສະເລ່ຍຕໍ່ຫົວຄົນ ((/I) ຈໍານວນ 1.088 ໂດລາສະຫະລັດ Ê ¤§ໜÇ s;o7n o,6 og-N vdkodegou f0v' vq 'dko9a f8A 'ltstra oc,j py ']k; ນັບແຕ່ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງ (22 ມີນາ 1955), ພັກໄດ້ເອົາໃຈໃສ່ຢ່າງ ຈົດຈໍ່ໃນການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງ ໃຫ້ມີຄວາມຕື່ນຕົວ ປະກອບສ່ວນເຂົ້າໃນພາລະກິດ ປະຕິວັດ ແລະ ຖືແມ່ຍິງ ເປັນ ພາກສ່ວນໜຶ່ງໃນກໍາລັງແຮງທີ່ສໍາ ຄັນຂອງພັກ. ມາຮອດວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງ ໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ ຊຶ່ງເປັນຕົ້ນ ກໍາເນີດຂອງອົງການຈັດຕັ້ງແມ່ ຍິງລາວ ໃນປັດຈຸບັນ. ໃນນັ້ນ, ໄດ້ ແຕ່ງຕັ້ງຄະນະໜ່ວຍ 3 ສະຫາຍ ຄື: ສະຫາຍ ນາງ ຄໍາຫລ້າ ວົງສັກ ເປັນ ຫົວໜ້າ, ສະຫາຍ ນາງ ຄໍາສຸກ ວົງວິ ຈິດ ເປັນຮອງ ແລະ ສະຫາຍ ນາງ ຄໍາແພງ ບຸບຜາ ເປັນກໍາມະການ ຊຶ່ງ ໃນໄລຍະນັ້ນ ຢູ່ທ້ອງຖິ່ນຮາກຖານ ຍັງແມ່ນໜ່ວຍຍຸວັນນະລີ ໜ່ວຍ ແມ່ຍິງນັກຮົບ, ໜ່ວຍເອື້ອຍນັກຮົບ ມີໜ້າທີ່ຕົ້ນຕໍເບິ່ງແຍງ, ລ້ຽງດູ ຊຸກເຊື່ອງ, ຕິດຕໍ່, ສົ່ງເອກະສານ ຕ່າງໆໃຫ້ທະຫານທີ່ພວມປະຕິບັດ ໜ້າທີ່ຢູ່ແນວໜ້າ ແລະ ໃນເຂດ ຄວບຄຸມຂອງສັດຕູ ດ້ວຍຫລາຍ ຮູບແບບ ແລະ ຫລາຍວິທີການເປັນ ຕົ້ນແມ່ນການລໍາລຽງອາຫານ, ອາ ວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ ນັກຮົບຢູ່ແນວໜ້າ. ພ້ອມນັ້ນ, ໄດ້ ປຸກລະດົມຂົນຂວາຍຊາວໜຸ່ມ, ລູກ ຫລານອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການແມ່ຍິງ ປະ ຕິບັດວຽກງານແນວຫລັງ, ເພີ່ມ ພູນຜະລິດຜົນຫາລ້ຽງກຸ້ມຕົນເອງ ພ້ອມທັງເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມແມ່ຍິງບັນດາເຜົ່າ ເຂົ້າ ເປັນກໍາລັງແຮງໃຫ້ກໍາລັງປະຕິວັດ ປົດປ່ອຍຊາດຄຽງບ່າຄຽງໄຫລ່ກັບ ເພດຊາຍຕະຫລອດມາ. (ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ວັນທີ 20 ກໍລະກົດ 1955- 20 ກໍລະກົດ 2025) ເມື່ອມໍ່ໆມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງ ພັກ ເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ ພ້ອມດ້ວຍຄະນະ ການນໍາຂອງແຂວງໄດ້ລົງເຄື່ອນ ໄຫວພົບປະໂອ້ລົມພະນັກງານການ ນຳເມືອງອາດສະພອນ ທັງໄດ້ເນັ້ນ g9Q kc0;'lts;a ootg0f goA o.sh dkooeg,n v'vkfltrvo xt8y [a f,t8y dv'xt-5 ,.spj 0A o0v'8q o;k'vvd ໜັກໃຫ້ການນຳເມືອງເອົາໃຈໃສ່ ຈັດຕັ້ງປະຕິບັດ ແລະ ປະເມີນຄືນ ການຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຂອງອົງຄະນະພັກເມືອງ ອາດສະພອນ ຄັ້ງທີ 7II ວາງອອກ ໃຫ້ໄດ້ຜົນດີ. ທ່ານ ບຸນລັດ ລໍບານເຢັນ ເລຂາ ພັກເມືອງອາດສະພອນ ລາຍງານ ສະພາບການນໍາພາ-ຊີ້ນໍາວຽກງານ ທີ່ພົ້ນເດັ່ນວ່າ: ພາຍຫລັງສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ 7II ຂອງ ອົງຄະນະພັກເມືອງຄະນະບໍລິຫານ ງານພັກເມືອງ ໄດ້ສຸມໃສ່ການນໍາ ພາຈັດຕັ້ງຜັນຂະຫຍາຍມະຕິ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຢ່າງມີຜົນສໍາເລັດຫລາຍດ້ານ. ໃນ ນີ້, ສໍາເລັດການຈັດກອງປະຊຸມ ຄົບຄະນະບໍລິຫານພັກເມືອງ ຄັ້ງ ທີ 1 ສະໄໝທີ 7I I, ເຊື່ອມຊຶມ ມະຕິ, ບົດລາຍງານການເມືອງ ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີ (2025-2029) ໃຫ້ ບັນດາສະຫາຍຄະນະພັກ, ຫົວໜ້າ ຫ້ອງການອ້ອມຂ້າງເມືອງ ທັງໄດ້ ມອບໝາຍໃຫ້ແຕ່ລະຫ້ອງການນໍາ ໄປສ້າງເປັນແຜນວຽກ, ກໍານົດກິດ ຈະກໍາ, ໂຄງການລະອຽດຂອງ ໃຜລາວ. ສໍາລັບການພັດທະນາ ພື້ນຖານໂຄງລ່າງໃນໄລຍະຜ່ານ ມາເປັນຕົ້ນແມ່ນບັນດາໂຄງການ ຟື້ນຟູ ແລະ ສ້ອມແປງເສັ້ນທາງດິນ ແດງສໍາເລັດ 100%ມີ 4 ໂຄງການ ລວມມູນຄ່າທັງໝົດ 8.720 ຕື້ ກວ່າກີບ, ສ້າງທາງປູຢາງ 2 ຊັ້ນ ໃນເທສະບານຄວາມຍາວ 1.300 ແມັດ ມູນຄ່າ 4.800 ຕື້ກວ່າກີບ, ໄດ້ຮັບທຶນສ້າງຂົວເບຕົງອັດແໜ້ນ ເຊຈໍາພອນ ຍາວ 100 ແມັດ ກວ້າງ 5,5 ແມັດ ມູນຄ່າ 19.994 ຕື້ກວ່າ ກີບ, ນອກນັ້ນ ຍັງໄດ້ລະດົມທຶນທຸກ ທ່າແຮງບົ່ມຊ້ອນໃນການພັດທະນາ ພື້ນຖານໂຄງລ່າງດ້ວຍການປະ ກອບສ່ວນຂອງປະຊາຊົນ, ນັກທຸ ລະກິດ-ຜູ້ປະກອບການໃນການປົວ ແປງເສັ້ນທາງ-ຂົວ, ໂຮງຮຽນ, ສຸກສາລາ. ຂ ະ ນ ະທີ່ ທ່ານ ບຸນ ໂ ຈມ ອຸບົນປະເສີດ ເລຂາພັກແຂວງ ເຈົ້າ ແຂວງສະຫວັນນະເຂດ ກໍ່ໄດ້ມີ ຄຳເຫັນໂອ້ລົມ, ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານໃນຫລາຍ ດ້ານທີ່ຄະນະພັກ-ຄະນະນຳຂອງ ສອງເມືອງທີ່ຍາດມາໄດ້, ພ້ອມ ຍົກໃຫ້ເຫັນຈຸດປະສົງຂອງການ ມາພົບປະການນໍາເມືອງຄັ້ງນີ້ ກໍ ເພື່ອມາປະເມີນຄືນການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງອາດສະ ພອນ ຄັ້ງທີ 7II ວາງອອກ, ໂດຍ ເນັ້ນໜັກເຖິງຄະນະພັກ ຕ້ອງກຳ ໃຫ້ໄດ້ຜົນສຳເລັດຂໍ້ຄົງຄ້າງ ເພື່ອ ວາງແຜນການແກ້ໄຂ, ເປັນເອກະ ພາບເປັນອັນໜຶ່ງອັນດຽວດ້ວຍ ຄວາມເຄົາລົບເຖິງການຈັດຕັ້ງ ປະຕິບັດບັນດາບັນຫາທີ່ເປັນຈຸດ ອ່ອນພື້ນຖານທີ່ຈະແກ້ໄຂ, ສ່ວນ ວຽກງານຕາແສງແມ່ນໃຫ້ເຂົ້າໃຈ ນຳກັນກ່ຽວກັບລະບົບຮາກຖານ ການເມືອງ, ການສ້າງຕັ້ງຕາແສງ ແມ່ນການປັບປຸງບູລະນະລະບອບ ປະຊາທິປະໄຕປະຊາຊົນແມ່ນເນື້ອ ໃນຈິດໃຈຂອງພັກຄື: ຫັນວຽກ, ຫັນ ບໍລິການຂອງລັດ, ຫັນນະໂຍບາຍ, ຫັນງົບປະມານ ເພື່ອໃຫ້ມີຄວາມ ສະດວກສະບາຍແກ່ປະຊາຊົນ, ໃຫ້ ບໍລິການປະຊາຊົນທີ່ໃກ້ທີ່ສຸດ, ໂດຍ ການສ້າງພະນັກງານລັດລົງນຳພາ ເພື່ອໃຫ້ປະຊາຊົນຮູ້ການຜະລິດ, ສ້າງເສດຖະກິດປ່ຽນແປງໃໝ່, ນໍາພາການຜະລິດຂອງປະຊາຊົນ ໃຫ້ມີຄຸນນະພາບ. ພະນັກງານທີ່ ຈະເຮັດວຽກຕາແສງບໍ່ແມ່ນການ ລົງຮາກຖານແຕ່ແມ່ນການຮັບ ໜ້າທີ່ໃໝ່ເຊິ່ງຜູ້ທີ່ຈະປະກອບເປັນ ອົງຄະນະພັກຕາແສງຕ້ອງເປັນເຈົ້າ ພັດທະນາທ້ອງຖິ່ນເຮັດໃຫ້ປະຊາຊົນ ມີສ່ວນຮ່ວມໃນການພັດທະນາ ເສດຖະກິດສັງຄັມ, ໃຫ້ປະຊາຊົນ ຮັບຮູ້ທຸກແນວທາງການປ່ຽນແປງ ໃໝ່ຂອງພັກ ແລະ ລັດ ເພື່ອໃຫ້ປະ ຊາຊົນໄດ້ຊົມໃຊ້ໝາກຜົນທີ່ພວກ ເຂົາມີສ່ວນຮ່ວມ. ທັງໃຫ້ຮັບຮູ້ ແລະ ກໍາແໜ້ນເຖິງເນື້ອໃນຈິດໃຈຂອງ ມະຕິ 04 ກມສພ ວ່າດ້ວຍການ ສ້າງເສດຖະກິດເອກະລາດເປັນເຈົ້າ ຕົນເອງໃນໄລຍະ ໃໝ່. ເພື່ອໃຫ້ສອດຄ່ອງກັບສະພາບ ການເຕີບໃຫຍ່ຂະຫຍາຍຕົວຂອງ ການຈັດຕັ້ງ ແລະ ໜ້າທີ່ ທີ່ຖືກ ຈາລຶກໄວ້ໃນປະຫວັດສາດໃນການ ປະກອບສ່ວນເພື່ອກອບກູ້ເອກະລາດ ແລະ ສ້າງສາພັດທະນາປະເທດ ຊາດ, “ໜ່ວຍຄົ້ນຄວ້າວຽກງານ ແມ່ຍິງ” ໄດ້ປ່ຽນຊື່ເປັນ “ສະມາຄົມ ແມ່ຍິງລາວຮັກຊາດ” ເດືອນມັງ ກອນ ປີ 1956 ສະມາຄົມແມ່ ຍິງລາວຮັກຊາດແມ່ນສືບທອດ ມາຈາກໜ່ວຍຄົ້ນຄວ້າວຽກງານ ແມ່ຍິງ, ອະດີດຄະນະນໍາໜ່ວຍຄົ້ນ ຄວ້າວຽກງານແມ່ຍິງ ກໍໄດ້ຖືກ ແຕ່ງຕັ້ງໃຫ້ສືບຕໍ່ນໍາພາສະມາຄົມ ແມ່ຍິງລາວຮັກຊາດ ແຕ່ໃນຖານະ ບົດບາດສູງກວ່າ. ຈາກນັ້ນ ກໍ່ໄດ້ ຂະຫຍາຍສະມາຄົມແມ່ຍິງລາວ ຮັກຊາດລົງສູ່ຮາກຖານເພື່ອປ່ຽນ ແທນໜ່ວຍແມ່ນັກຮົບ, ໜ່ວຍ ເອື້ອຍນັກຮົບ ແລະ ໜ່ວຍຍຸວັນນາ ລີ ທີ່ໄດ້ຮັບການຈັດຕັ້ງ ແລະ ໄດ້ ເຄື່ອນໄຫວປະຕິວັດມາແຕ່ກ່ອນນັ້ນ. ສະມາຄົມແມ່ຍິງລາວຮັກຊາດແມ່ນ ເຮັດໜ້າທີ່ເຕົ້າໂຮມຄວາມສາມັກຄີ ຢ່າງກວ້າງຂວາງລະຫວ່າງແມ່ ຍິງລາວບັນດາເຜົ່າ, ຜູ້ມີນ້ໍາໃຈ ຮັກຊາດ, ຮັກສັນຕິພາບໂດຍບໍ່ຈໍາ ແນກຜູ້ຮັ່ງມີ, ຜູ້ທຸກຈົນ, ຊົນຊັ້ນ, ຊົນຊາດ, ສາສະໜາ, ໂດຍຮ່ວມ ກັບປວງຊົນລາວທັງຊາດ ຕັດສິນ ໃຈຕໍ່ສູ້ໂຄ່ນລົ້ມຈັກກະພັດຜູ້ຮຸກຮານ ແລະ ລູກແຫລ່ງຕີນມື, ເພື່ອປົດປ່ອຍ ປະເທດຊາດຍາດເອົາຄວາມເປັນ ເອກະລາດ, ອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງຊາດ ລາວ; ກໍ່ສ້າງປະເທດໃຫ້ມີສັນຕິ ພາບ, ເອກະລາດ, ເປັນກາງ, ປະ ຊາທິປະໄຕ, ເອກະພາບ ແລະ ວັດ ທະນາຖາວອນ. ເພື່ອຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການຂອງທີ່ການ ເມືອງຂອງພັກ ກໍ່ຄື ຂອງປະເທດ ຊາດໃນໄລຍະໃໝ່. ສະນັ້ນ, ກອງ ປະຊຸມໃຫຍ່ຄັ້ງປະຫວັດສາດຂອງ ແມ່ຍິງ ລາວທົ່ວປະເທດ ຄັ້ງທີ I ໄດ້ໄຂຂຶ້ນໃນວັນທີ 21-24 ມີນາ 1984 ແລະ ໄດ້ຕົກລົງເປັນເອກະ ພາບປ່ຽນຊື່ຈາກ “ສະມາຄົມແມ່ ຍິງລາວຮັກຊາດ” ມາເປັນ “ສະຫະ ພັນແມ່ຍິງລາວ” ຈົນເຖິງປັດຈຸບັນ. ລົງມາ; ດັດສະນີຊັບສິນມະນຸດ ()"I) ໃນຕົວເລກ 60 ຫລື ໜ້ອຍ ກວ່າ; ແລະ ດັດສະນີຄວາມບອບ ບາງທາງດ້ານເສດຖະກິດ ແລະ ສິ່ງ ແວດລ້ອມ (&7I) ໃນຕົວເລກ 36 ຫລື ຫລາຍກວ່າ. ສໍາລັບເງື່ອນໄຂຂອງປະເທດ ທີ່ສາມາດຫລຸດພົ້ນອອກຈາກສະ ຖານະພາບດ້ອຍພັດທະນາໄດ້ນັ້ນ, ປະເທດດັ່ງກ່າວ ຕ້ອງຜ່ານການ ປະເມີນອີງຕາມມາດຖານທັງສາມ ເງື່ອນໄຂ, ເຊິ່ງໃນປີ 2024 ໄດ້ກໍາ ນົດໄວ້ວ່າ: 1. ລາຍຮັບແຫ່ງຊາດ ສະເລ່ຍຕໍ່ຫົວຄົນ ((/I) ຕ້ອງມີ ຈໍານວນ 1.306 ໂດລາສະຫະລັດ ຂຶ້ນໄປ; 2. ດັດສະນີຊັບພະຍາກອນ ມະນຸດ ()"I) ໃນຕົວເລກ 66 ຫລື ຫລາຍກວ່າ; ແລະ 3. ດັດສະນີ ຄວາມບອບ ບາງ (&7I) ໃນຕົວ ເລກ 32 ຫລື ໜ້ອຍກວ່າ. າ¤ອ
RkJQdWJsaXNoZXIy MTc3MTYxMQ==