ຂປລ
*ໃນລະດູຝົນ ມົດມັກຈະແນມຫາການຕັ້ງຖິ່ນຖານໃໝ່ ແລະ ຊອກຢູ່ຫາກິນ ເຊິ່ງປາສະຈາກບໍ່ໄດ້ທີ່ມັນກັດກິນຜັກ ແລະ ໝາກໄມ້ຂອງທ່ານ

*ໃນລະດູຝົນ ມົດມັກຈະແນມຫາການຕັ້ງຖິ່ນຖານໃໝ່ ແລະ ຊອກຢູ່ຫາກິນ ເຊິ່ງປາສະຈາກບໍ່ໄດ້ທີ່ມັນກັດກິນຜັກ ແລະ ໝາກໄມ້ຂອງທ່ານ ແຕ່ມົດກໍ່ມີປະໂຫຍດຕໍ່ການກະສິກໍາ ແລະ ພືດຂອງທ່ານນຳເຊັ່ນກັນ ເພາະມົດຮັກສາສານອາຫານໃນດິນໄດ້. ສະນັ້ນ, ການໃຊ້ສານກຳຈັດສັດຕູພືດ ເພື່ອຂ້າມົດມີແຕ່ຈະກໍ່ໃຫ້ເກີດອັນຕະລາຍຕໍ່ພືດຜົນຂອງທ່ານນັ້ນ ຈຶ່ງເປັນເຫດຜົນທີ່ເຮົາຄວນຊອກຫາວິທີແກ້ບັນຫາດ້ວຍວິທີທຳມະຊາດ ເຊິ່ງມີດັ່ງນີ້:
1. ປູກຢາພື້ນເມືອງໃນສວນຂອງທ່ານ ເຊັ່ນ ຜັກຫອມ, ກະທຽມ, ຕົ້ນໝາກນາວ ຫລື ຕົ້ນໝາກເຜັດ ທີ່ສາມາດປ້ອງກັນ ແລະ ເຮັດໜ້າທີ່ເປັນຄືຢາຂັບໄລ່ມົດ ແລະ ປ້ອງກັນສັດຕູພືດຊະນິດອື່ນໆອີກດ້ວຍ.
2. ໃຊ້ນ້ຳໝາກນາວ ຫລື ໃຊ້ນ້ຳສົ້ມສາຍຊູ ແລ້ວສີດຕາມທາງຍ່າງທີ່ມີມົດ, ມົດບໍ່ມັກສານທີ່ເປັນກົດ ໂດຍນ້ຳສົ້ມສາຍຊູ ແລະ ນ້ຳໝາກນາວມີກົດຫລາຍພຽງພໍແລ້ວທີ່ຈະໄລ່ມົດອອກໄປໄດ້. ສຳລັບນ້ຳສົ້ມສາຍຊູ 1 ສ່ວນປະສົມກັບນ້ຳ 1 ສ່ວນ ເທໃສ່ຂວດສະເປແລ້ວສີດໄປຕາມທາງມົດ, ສຳລັບໝາກນາວ ໃຊ້ນ້ຳໝາກນາວ 1 ສ່ວນກັບນ້ຳ 3 ສ່ວນ ແລະເຮັດແບບດຽວກັນ.
3. ແປ້ງເດັກນ້ອຍ ເປັນສິ່ງທີ່ພວກມົດບໍ່ມັກພໍໆກັບນ້ຳສົ້ມສາຍຊູ ແລະ ນ້ຳໝາກນາວ ຫາກໂຮຍໄປຮອບໆທາງຍ່າງ ແລະ ຮັງມົດ ຜົງແປ້ງຈະສາມາດປິດປະສາດສຳພັດຂອງພວກມົດໄດ້ດ້ວຍເຫດນີ້ ພວກມັນຈຶ່ງບໍ່ສາມາດສື່ສານກັນ ແລະ ລົບກວນພືດຜັກຂອງທ່ານໄດ້.
4. ບັນຈຸຜັກ ໝາກໄມ້ໃສ່ຖົງ ແລະ ການປິດຝາໃຫ້ແໜ້ນຖືເປັນວິທີທີ່ໄດ້ຜົນທີ່ສຸດພວກມົດບໍ່ສາມາດເຂົ້າໄປໄດ້ແນ່ນອນ.
ໂດຍ: ມາລີດາ
KPL