ຂປລ
ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໄດ້ເປັນ ປະທານຮ່ວມ ກອງປະຊຸມ ລັດຖະມົນຕີ ກະຊວງ ການຕ່າງປະເທດ ຮ່ວມມື ແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 16, ໃນຂອບເຂດ ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນຄັ້ງທີ 58 ແລະ ບັນດາ ກອງປະຊຸມ ທີ່ກ່ຽວຂ້ອງ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 10 ກໍລະກົດນີ້ ຢູ່ ມາເລເຊຍ, ທ່ານ ບຸຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ຫວຽດນາມ ໄດ້ເປັນ ປະທານຮ່ວມ ກອງປະຊຸມ ລັດຖະມົນຕີ ກະຊວງ ການຕ່າງປະເທດ ຮ່ວມມື ແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 16, ໃນຂອບເຂດ ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນຄັ້ງທີ 58 ແລະ ບັນດາ ກອງປະຊຸມ ທີ່ກ່ຽວຂ້ອງ. ໃນໂອກາດນີ້, ທ່ານ ບຸຍແທັງເຊີນ ສະເໜີ ກົນໄກຮ່ວມມື ແມ່ນ້ຳຂອງ-ຍີ່ປຸ່ນ (MJC, ລວມມີ 6 ປະເທດສະມາຊິກ ຄື: ກຳປູເຈຍ, ສປປ ລາວ, ມຽນມາ, ຍີ່ປຸ່ນ, ໄທ ແລະ ສສ ຫວຽດນາມ) ຕ້ອງປ່ຽນແປງ ຈິນຕະນາການ ແລະ ວິທີການສຳຜັດ, ສຸມໃສ່ 3 ຂົງເຂດ ບຸລິມະສິດ ລວມມີ: ການເຊື່ອມຕໍ່ ພື້ນຖານໂຄງລ່າງ ແລະ ໜູນຊ່ວຍ ບັນດາວິສາຫະກິດ ຂະໜາດກາງ ແລະ ນ້ອຍ, ຈຸນລະວິສາຫະກິດ (MSMEs) ຜ່ານຂໍ້ລິເລີ່ມ ການຄ້າ ຂ້າມຊາຍແດນ, ຍູ້ແຮງ ການຫັນເປັນ ດີຈີຕອນ ແລະ ນະວັດຕະກຳ, ສ້າງສູນດີຈີຕອນ, ໝູນໃຊ້ເຕັກໂນໂລຊີ ສີຂຽວ, ເພີ່ມທະວີ ວິທີການ ລະຫວ່າງ ຂະແໜງ ສຳລັບ ບັນດາສິ່ງທ້າທາຍ ຄວາມໝັ້ນຄົງ ດ້ານສະບຽງ ອາຫານ-ນ້ຳ-ພະລັງງານ, ຊຸກຍູ້ ການຖ່າຍທອດ ເຕັກໂນໂລຢີ ແລະ ພັດທະນາ ພະລັງງານ ທົດແທນ. ນອກນີ້ ຍັງໄດ້ກ່າວ ເນັ້ນໜັກເຖິງ ບົດບາດ ຂອງຂົງເຂດ ເອກະຊົນ ໃນການຫັນການຮ່ວມມື MJC ໃຫ້ປະກົດ ຜົນເປັນຈິງ, ສະເໜີ ຈັດຕັ້ງ ເວທີປາໄສ ວິສາຫະກິດ ແມ່ນ້ຳຂອງ-ຍີ່ປຸ່ນ ເປັນປະຈຳ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL