ຂປລ
ກອງປະຊຸມ ມໍລະດົກໂລກ ຄັ້ງທີ 47 ຂອງອົງການ ສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະ ປະຊາຊາດ ຫລື UNESCO ທີ່ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ປາຣີ ຂອງຝຣັ່ງ ໄດ້ຮັບຮອງ ເອົາມະຕິ ໂດຍຈັດເອົາ ສຸສານ ລາຊະວົງ ເຊ້ຍຕາເວັນຕົກທີ່ ສປ ຈີນ ຮ້ອງຂໍ ຂຶ້ນທະບຽນນັ້ນ ເຂົ້າໃນ “ລາຍຊື່ມໍລະດົກໂລກ”

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ກອງປະຊຸມ ມໍລະດົກໂລກ ຄັ້ງທີ 47 ຂອງອົງການ ສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສະຫະ ປະຊາຊາດ ຫລື UNESCO ທີ່ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງ ປາຣີ ຂອງຝຣັ່ງ ໄດ້ຮັບຮອງ ເອົາມະຕິ ໂດຍຈັດເອົາ ສຸສານລາຊະວົງ ເຊ້ຍຕາເວັນຕົກທີ່ ສປ ຈີນ ຮ້ອງຂໍ ຂຶ້ນທະບຽນນັ້ນ ເຂົ້າໃນ “ລາຍຊື່ມໍລະດົກໂລກ”.ມາຮອດ ປັດຈຸບັນ, ຈຳນວນ ມໍລະດົກໂລກຂອງ ສປ ຈີນ ໄດ້ບັນລຸເຖິງ 60 ລາຍ. ສຸສານ ລາຊະວົງເຊ້ຍຕາເວັນຕົກ ແມ່ນກຸ່ມຮ່ອງຮອຍ ສຸສານ ຂອງລາຊະວົງເຊ້ຍຕາເວັນຕົກ ທີ່ສ້າງຂຶ້ນໂດຍຊາວເຜົ່າຕັງຊ້ຽງ ຢູ່ພາກຕາເວັນຕົກ ສຽງເໜືອ ຂອງ ສປ ຈີນ ໃນລະຫວ່າງ ສະຕະວັດທີ 11 ຫາ 13,ຕັ້ງຢູ່ນະຄອນອີ໋ນຊ່ວນ ເຂດປົກຄອງຕົນເອງ ເຜົ່າຮຸຍນີງເຊ້ຍ,ແຈກຢາຍຢູ່ ເຂດບໍລິເວນເກືອບ 40 ຕາລາງກິໂລແມັດ,ມີຖານະສຳຄັນ ທີ່ເຂົ້າແທນ ບໍ່ໄດ້ໃນປະຫວັດສາດອະລິຍະທຳ ຂອງໂລກ. ຂະນະທີ່ ລັດຖະບານຈີນ ຈະສືບຕໍ່ປະຕິບັດພັນທະ ໃນສົນທິສັນຍາ ມໍລະດົກໂລກ ຢ່າງໝັ້ນ ໜຽວບໍ່ປ່ຽນແປງ, ຍົກສູງຄວາມສາມາດ ແລະ ລະດັບການປົກປັກຮັກສາ ມໍລະດົກ ຢ່າງແທ້ຈິງ, ຍິນດີແບ່ງປັນ ບົດຮຽນ ແລະ ແບບຢ່າງຂອງ ສປ ຈີນ ກັບບັນດາປະເທດໃນໂລກ, ສະໜອງ ການສະໜັບ ສະໜູນ ດ້ານວິຊາການ ແລະ ເຕັກນິກ ເພື່ອຮ່ວມກັນ ຮັກສາມິ່ງຂວັນ ວັດທະນະທຳ ຂອງມວນມະນຸດໃຫ້ດີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL