ກຳລັງສັນຕິບານຕ້ອງໃຊ້ເຄື່ອງມືທັນສະໄໝຕອບໂຕ້ອາດຊະຍາກຳຮູບແບບໃໝ່ ແລະ ອາດຊະຍາກຳທາງຄອມພີວເຕີ

05/03/2026 07:29
Email Print 1418
ຂປລ ໃນວາລະດຳເນີນກອງປະຊຸມສະຫລຸບວຽກງານສັນຕິບານ ປະຈຳປີ 2025 ແລະ ວາງທິດທາງແຜນການ ປີ 2026 ໃນວັນທີ 3 ມີນາ 2026.

    ຂປລ. ທ່ານ ພົທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ)  ໄດ້ເນັ້ນໃຫ້ກຳລັງສັນຕິບານຍົກລະດັບຄວາມສາມາດດ້ານວິຊາສະເພາະໃຫ້ທັນສະໄໝ, ນຳໃຊ້ ເຄື່ອງມືທີ່ທັນສະໄໝເຂົ້າໃນການປະຕິບັດໜ້າທີ່ ເພື່ອຕອບໂຕ້ກັບອາຊະຍາກຳຮູບແບບໃໝ່ ແລະ ອາ ຊະຍາກຳທາງຄອມພິວເຕີ.

    ພ້ອມນ້ີ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ແລະ ນາຍ-ພົນຕຳຫລວດ ທຸກສະຫາຍຕ້ອງຍົກສູງວຽກງານການເມືອງ-ນຳພາແນວຄິດ, ຕ້ອງກຳແໜ້ນແນວທາງຂອງພັກ, ເພ່ີມທະວີຄວາມຈົງຮັກພັກດີ, ກໍ່ສ້າງກຳລັງສັນຕິບານໃຫ້ມີຄວາມເຂັ້ມແຂງ, ມີຈັນຍາບັນ ແລະ ເປັນກຳລັງທີ່ໄວ້ເນື້ອເຊື່ອໃຈໄດ້ຂອງປະຊາຊົນ; ຕ້ອງເປັນເຈົ້າການໃນການຕິດຕາມ, ເກັບກຳ ແລະ ວິເຄາະວິໄຈຂໍ້ມູນຂ່າວສານທັງພາຍໃນ ແລະ ຕ່າງປະເທດໃຫ້ທັນການ ເພື່ອສະກັດກັ້ນທຸກກົນອຸບາຍມ້າງເພທຳລາຍຂອງກຸ່ມຄົນບ່ໍດີທີ່ຫວັງສ້າງຄວາມບ່ໍສະຫງົບ; ໃຫ້ສືບຕ່ໍຫັນກຳລັງລົງກໍ່ສ້າງຮາກຖານການເມືອງຢ່າງແທ້ຈິງ, ເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບກາຍເປັນພາລະກິດຂອງທົ່ວປວງຊົນ, ສ້າງໃຫ້ປະຊາຊົນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່; ຕ້ອງເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ອົງການຈັດຕັ້ງສາກົນ ເພື່ອແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການໃນການຕ້ານອາຊະຍາກຳຂ້າມຊາດ.

          ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດບົດ-ສາລະຄະດີ

      ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ

      4/7/2026 11:56:25 AM

      ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

    • ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງບົດ-ສາລະຄະດີ

      ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງ

      4/7/2026 11:53:56 AM

      ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

    • ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນບົດ-ສາລະຄະດີ

      ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນ

      4/7/2026 11:46:49 AM

      ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ

    •  ຫວນຄືນມູນເຊື້ອການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/7/2026 11:43:28 AM

      ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.

    • ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນບົດ-ສາລະຄະດີ

      ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນ

      4/7/2026 11:38:24 AM

      ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.

ads
ads

Top