ລາຄາອາຍແກັສທຳມະຊາດ ຢູ່ ເອີຣົບ ເພີ່ມຂຶ້ນ 60%

07/03/2026 12:10
ຂປລ ລາຄາ ອາຍແກັສທຳມະຊາດ ທີ່ຊື້ຂາຍລ່ວງຫນ້າ ຢູ່ ເອີຣົບ ໄດ້ບຸກທະລຸ 56 ເອີໂຣ ຕໍ່ເມກາວັດໂມງ ເຊິ່ງເປັນ ການສືບຕໍ່ ເພີ່ມຂຶ້ນຢ່າງຕໍ່ເນື່ອງແລະ ໄດ້ສ້າງຕົວເລກ ສະຖິິຕິສູງສຸດ ຄັ້ງໃໝ່ ໃນໄລຍະ 3 ປີ ຜ່ານມາ.

ຂປລ.ນັກຂ່າວ ວິທະຍຸ ໂທລະພາບ ສູນກາງຈີນ (CMG) ລາຍງານວ່າ: ວັນທີ 4 ມີນານີ້, ລາຄາ ອາຍແກັສທຳມະຊາດ ທີ່ຊື້ຂາຍລ່ວງຫນ້າ ຢູ່ ເອີຣົບ ໄດ້ບຸກທະລຸ 56 ເອີໂຣ ຕໍ່ເມກາວັດໂມງ ເຊິ່ງເປັນ ການສືບຕໍ່ ເພີ່ມຂຶ້ນຢ່າງຕໍ່ເນື່ອງແລະ ໄດ້ສ້າງຕົວເລກ ສະຖິິຕິສູງສຸດ ຄັ້ງໃໝ່ ໃນໄລຍະ 3 ປີ ຜ່ານມາ.

ໃນຂະນະທີ່ 2 ວັນຜ່ານມານີ້, ເນື່ອງຈາກ ສິ່ງກໍ່ສ້າງ ອາຍແກັສ ທຳມະຊາດແຫລວ ຢູ່ ກາຕາ ຢຸດຕິ ການຜະລິດແລະ ຊ່ອງແຄບຮໍມຸສ ໄດ້ຖືກປິດ ຍ້ອນສະຖານະການ ຢູ່ພາກພື້ນ ຕາເວັນອອກກາງ ເຄັ່ງຕຶງຂຶ້ນ ເຮັດໃຫ້ ລາຄາອາຍແກັສທຳມະຊາດ ເພີ່ມຂຶ້ນ 60%. ເຫດການດັ່ງກ່າວ ນີ້ໄດ້ ສ້າງຄວາມກົດດັນ ເພີ່ມຂຶ້ນ ຕໍ່່ຄັງສຳຮອງ ອາຍແກັສທຳມະຊາດ ຂອງ ທະວີບ ເອີຣົບ ທີ່ ຂາດແຄນຢູ່ແລ້ວ./

 

KPL

ຂ່າວອື່ນໆ

ads
ads

Top