ອີຣັກ ຜະລິດນໍ້າມັນຫລຸດລົງ 70%

11/03/2026 21:24
Email Print 353
ຂປລ ເຈົ້າໜ້າທີ່ບໍລິສັດ ບາສາຣ ອອຍສ (BOC ) ຂອງ ທາງການ ອີຣັກ ຝ່າຍຮັບຜິດຊອບການຜະລິດ ແລະ ສົ່ງອອກ ແຫລ່ງນໍ້າມັນ ທາງພາກໃຕ້ ເປີດເຜີຍວ່າ: ການຜະລິດນໍ້າມັນ ຂອງ ອີຣັກ ໃນແຫລ່ງນໍ້າມັນຫລັກ ທາງພາກໃຕ້ ຫລຸດລົງເຖິງ 70%

ຂປລ.ສຳນັກຂ່າວ ອິນໂຟເຄວສ: ເຈົ້າໜ້າທີ່ບໍລິສັດ ບາສາຣ ອອຍສ (BOC ) ຂອງ ທາງການ ອີຣັກ ຝ່າຍຮັບຜິດຊອບການຜະລິດ ແລະ ສົ່ງອອກ ແຫລ່ງນໍ້າມັນ ທາງພາກໃຕ້ ເປີດເຜີຍວ່າ: ການຜະລິດນໍ້າມັນ ຂອງ ອີຣັກ ໃນແຫລ່ງນໍ້າມັນຫລັກ ທາງພາກໃຕ້ ຫລຸດລົງເຖິງ 70% ຈາກ ລະດັປະມານ 4,3 ລ້ານຖັງ ຕໍ່ວັນ ເຫລືອພຽງ 1,3 ລ້ານຖັງຕໍ່ວັນ, ເນື່ອງຈາກ ການປະທະກັນ ທີ່ ພວມເກີດຂຶ້ນ ໃນພາກພື້ນ ສົ່ງຜົນໃຫ້ ອີຣັກ ບໍ່ສາມາດ ສົ່ງອອກ ນໍ້າມັນ ຜ່ານຊ່ອງແຄບຮໍມຸຊໄດ້. ປັດຈຸບັນ, ສາງເກັບນໍ້າມັນດີບ ຂອງ ອີຣັກ ໄດ້ເພີ່ມຂຶ້ນສູ່ລະດັບ ສູງສຸດແລ້ວ ແລະ ຜົນຜະລິດທີ່ເຫລືອ ຫລັງຈາກ ການຫລຸດ ກຳລັງການຜະລິດ ຄັ້ງໃຫຍ່ ຈະຖືກນໍາໄປປ້ອນ ໃຫ້ແກ່ ໂຮງກັ່ນ ພາຍໃນປະເທດ.

ການສົ່ງອອກ ນໍ້າມັນຂອງ ອີຣັກ ຊຶ່ງເປັນ ສະມາຊິກຂອງ ໂອເປກ ຫລຸດລົງ ຢ່າງວ່ອງໄວ ໄປສູ່ລະດັບ ສະເລ່ຍ 800.000 ຖັງຕໍ່ວັນ (ວັນທີ 8 ມີນາ ຜ່ານມາ) ໂດຍມີ ກຳປັ່ນ ບັນທຸກ ນໍ້າມັນພຽງ 2 ລຳ ທີ່ເຮັດການໂຫລດສິນຄ້າ, ເນື່ອງຈາກ ກຳປັ່ນອື່ນໆ ບໍ່ສາມາດ ແລ່ນຜ່ານຊ່ອງແຄບ ເຂົ້າສູ່ທ່າກຳປັ່ນ ທາງພາກໃຕ້ ຂອງ ອີຣັກໄດ້ ຢ່າອິດສະລະ. ຕົວເລກດັ່ງກ່າວ ຫລຸດລົງ ຢ່າງຫລວງຫລາຍ ເມື່ອພິຈາລະນາ ຈາກ ເອກະສານ ຂອງ ກະຊວງນໍ້າມັນ ທີ່ ລະບຸວ່າ ຍອດສົ່ງອອກນໍ້າມັນ ຈາກແຫລ່ງ ທາງພາກໃຕ້ ລວມມີ 3,334 ລ້ານຖັງຕໍ່ວັນ ເມື່ອເດືອນກຸມພາ.

ການຫລຸດລົງ ຂອງ ປະລິມານ ການຜະລິດ ແລະ ການສົ່ງອອກ ນໍ້າມັນ ໃນຄັ້ງນີ້, ຄາດວ່າ ຈະສ້າງ ຄວາມເຄັ່ງຕຶງຕໍ່ສະຖານະການ ການເງິນ ຂອງ ອີຣັກ ເນື່ອງຈາກ ລັດຖະບານ ຕ້ອງເພິ່ງພາ ລາຍໄດ້ ຈາກ ການຂາຍນໍ້າມັນດີບ ສຳລັບ ການໃຊ້ຈ່າຍ ພາກລັດ, ໃນຂະນະທີ່ ລາຍໄດ້ ຈາກນໍ້າມັນ ກວມເອົາ ອັດຕາສ່ວນ ຫລາຍກວ່າ 90% ຂອງລາຍໄດ້ທັງໝົດ ຂອງ ປະເທດ./

KPL

ຂ່າວອື່ນໆ

    • ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນຂ່າວຕ່າງປະເທດ

      ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນ

      4/30/2026 5:33:08 PM

      ທາງການ ອິນໂດເນເຊຍ ເປີດເຜີຍວ່າ: ຍອດຜູ້ເສຍຊີວິດຈາກ ເຫດການ ລົດໄຟຕຳກັນ ໃກ້ກັບ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເພີ່ມຂຶ້ນ ເປັນ 16 ຄົນ, ໂດຍທັງໝົດ ເປັນແມ່ຍິງ ແລະ ໄດ້ຮັບບາດເຈັບ 90 ຄົນ.

    • ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາຂ່າວຕ່າງປະເທດ

      ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາ

      4/30/2026 5:30:00 PM

      ເລີ່ມແຕ່ ​ວັນ​ທີ 1 ພຶດ​ສະ​ພາ 2026 ​ເປັນ​ຕົ້ນ​ໄປ, ນະ​ໂຍ​ບາຍ ​ຍົກ​ເວັ້ນ​ພ​າ​ສີ​ ຢ່າງ​ຮອບ​ດ້ານ​ທີ່​ ສປ ຈີນ ​ຈະ​ປະ​ຕິ​ບັດ​ຕໍ່ 53 ປະ​ເທດ ​ອາ​ຟ​ຣິ​ກາ​ ທີ່ໄດ້​ສ້າງ​​ຕັ້ງສາຍ​ພົວ​ພັນ ​ທາງ​ການ​ທູດ​ກັບ ສປ ​ຈີນ​ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ຢ່າງ​ເປັນ​ທາງ​ການ, ເສດ​ຖະ​ກິດ​ ອາ​ຟ​ຣິ​ກາ ​ກໍ​ຈະ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ຄາດ​ຄະ​ເນ​ ໄດ້​ຫລາຍ​ຂຶ້ນ.

    • ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູຂ່າວຕ່າງປະເທດ

      ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູ

      4/30/2026 5:29:57 PM

      ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025–2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ ແບບ​ຍືນ​ຍົງ​ ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ ​ລະ​ຫວ່າງ​ສອງ​ພາກ​ພື້ນ.

    • ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%ຂ່າວຕ່າງປະເທດ

      ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%

      4/30/2026 5:29:55 PM

      ທ່ານ ເຢ້ຊ້ຽວ​ຢາງ ຮອງຜູ້​ອຳ​ນວ​ຍການ​ໃຫຍ່ ​ໂຄງ​ການກໍ່ສ້າງ​ເສັ້ນ​ທາງລົດ​ໄຟ ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ ມາ​ເລ​ເຊຍ ເຊິ່ງ​ຮັບ​ເໝົາກໍ່​ສ້າງ​ ໂດຍ​ບໍ​ລິ​ສັດ​ການ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນ ​ຫຸ້ນ​ສ່ວນ​ຈຳ​ກັດ ໄດ້​ຢືນ​ຢັນ​ຢູ່​ນະ​ຄອນຫລວງ​ ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ມີ​ນາ​ປີ​ນີ້, ​ໂດຍ​ລວມ​ແລ້ວ ໂຄງ​ການ​ດັ່ງ​ກ່າວ​ໄດ້​ສຳ​ເລັດ​ ການກໍ່​ສ້າງ 93% ເຊິ່ງ​ຢູ່​ໃນ​ໄລ​ຍະ​ສຳ​ຄັນຂອງ​ໂຄງ​ການ​ເພື່ອ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ.

    • ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍຂ່າວຕ່າງປະເທດ

      ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍ

      4/30/2026 5:29:52 PM

      ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປ​ະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ຢັ້ງ​ຢືນ​ວ່າ: ດ້ວຍ​ຖາ​ນະ ​ເປັນ​ປະ​ເທດ ​ເຂົ້າ​ຮ່ວມ​ ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ ​ຕໍ່​ສົນ​ທິ​ສັນ​ຍາ ​ແຜ່​ຂະ​ຫຍາຍອາ​ວຸດ​ນິ​ວ​ເຄຼຍ (NPT), ຣັດ​ເຊຍ ຍາມ​ໃດ​ກໍ​ປະ​ຕິ​ບັດ ​ບັນ​ດາ​ຂໍ້​ກຳ​ນົດ ແລະ ເນື້ອ​ໃນ​ຈິດ​ໃຈ ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ​ຢ່າງ​ເຂັ້ມ​ງວດ.

ads
ads

Top