ຂປລ
ຕໍ່ສະພາບຄວາມສ່ຽງ ດ້ານແຫລ່ງສະໜອງ ພະລັງງານທົ່ວໂລກ ທີ່ມີຄວາມຫຍຸ້ງຍາກ. ຍ້ອນຄວາມເຄັ່ງຕຶງ ຢູ່ພາກຕາເວັນອອກກາງ, ກະຊວງການເງິນ ຫວຽດນາມ ໄດ້ສະເໜີ ຫລຸດຜ່ອນອັດຕາພາສີນຳເຂົ້າ ບຸລິມະສິດ (MFN) ລົງລະດັບ 0%
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ຕໍ່ສະພາບຄວາມສ່ຽງ ດ້ານແຫລ່ງສະໜອງ ພະລັງງານທົ່ວໂລກ ທີ່ມີຄວາມຫຍຸ້ງຍາກ. ຍ້ອນຄວາມເຄັ່ງຕຶງ ຢູ່ພາກຕາເວັນອອກກາງ, ກະຊວງການເງິນ ຫວຽດນາມ ໄດ້ສະເໜີ ຫລຸດຜ່ອນອັດຕາພາສີນຳເຂົ້າ ບຸລິມະສິດ (MFN) ລົງລະດັບ 0% ສຳລັບ ນ້ຳມັນເຊື້ອໄຟ ຫລາຍຊະນິດ ແລະ ວັດຖຸດິບ ເພື່ອ ຜະລິດນ້ຳມັນ ເຊື້ອໄຟ.
ກະຊວງການເງິນດັ່ງກ່າວ ໄດ້ສະເໜີຫລຸດ ອັດຕາພາສີ MFN ແຕ່ 10% ລົງເປັນ 0% ສຳລັບນ້ຳມັນແອັດຊັງ ແລະ ບັນດາວັດຖຸດິບປຸງແຕ່ງ ນ້ຳມັນແອັດຊັງຄື: Naphtha, reformate. ໃນຂະນະດຽວກັນ, ພາສີນຳເຂົ້າ MFN ກໍ ຫລຸດລົງ ແຕ່ 7% ລົງເປັນ 0% ໂດຍສະເພາະ ເຊື້ອໄຟ ປະເພດຕ່າງໆ ຄື: ດີເຊວ , ນ້ຳມັນກາສ, ເຊື້ອໄຟເຮືອບິນ ແລະ kerosine./
KPL