ຂປລ
ການປະທະກັນ ໄດ້ສືບຕໍ່ເພີ່ມຂຶ້ນ ຢູ່ ຕາເວັນອອກກາງ ເຮັດໃຫ້ປະຊາຄົມສາກົນ ມີຄວາມວິຕົກກັງວົນທີ່ສຸດ ແລະ ຫລາຍປະເທດ ໄດ້ຮຽກຮ້ອງໃຫ້ ບັນດາຝ່າຍ ຈົ່ງລະງັບໃຈ ເພືຶ່ອຫລີກລ່ຽງ ການແຜ່ລາມອອກ ໄປສູ່ວົງກວ້າງ ຢູ່ພາກພື້ນ.
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ການປະທະກັນ ໄດ້ສືບຕໍ່ເພີ່ມຂຶ້ນ ຢູ່ ຕາເວັນອອກກາງ ເຮັດໃຫ້ປະຊາຄົມສາກົນ ມີຄວາມວິຕົກກັງວົນທີ່ສຸດ ແລະ ຫລາຍປະເທດ ໄດ້ຮຽກຮ້ອງໃຫ້ ບັນດາຝ່າຍ ຈົ່ງລະງັບໃຈ ເພືຶ່ອຫລີກລ່ຽງ ການແຜ່ລາມອອກ ໄປສູ່ວົງກວ້າງ ຢູ່ພາກພື້ນ.
ທ່ານ ເຊີຣເກຍ ລາຟຣໍຟ, ລັດຖະມົນຕີ ການຕ່າງປະເທດ ຣັດເຊຍ ລະບຸວ່າ ນີ້ແມ່ນຈຸດເວລາ ທີ່ເໝາະສົມ ເພື່ອຜັນຂະຫຍາຍ ຂໍ້ສະເໜີຂອງ ທ່ານ ປະທານາທິບໍດີ ວາລາດີເມຍ ປູຕິນ ກ່ຽວກັບ ການຈັດກອງປະຊຸມ ສຸດຍອດ 5 ປະເທດກຳມະການຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາດ.
ທ່ານ ອັນວາຣ ອິມບຣາຮິມ, ນາຍົກ ລັດຖະມົນຕີ ມາເລເຊຍ ກ່າວວ່າ ບັນດາ ການເຄື່ອນໄຫວ ດ້ານການທະຫານ ຂອງ ສ.ອາເມລິກາ ແລະ ອິດສະຣາແອນ ເພື່ອແນໃສ່ ອີຣານ ແມ່ນ “ລະເມີດ ກົດໝາຍສາກົນ ກໍຄື ບັນດາຫລັກການ ນິຕິກຳ ແລະ ຄຸນສົມບັດ”.
ໃນຂະນະນັ້ນ, ທ່ານ ຮາການ ຟີດານ, ລັດຖະມົນຕີ ການຕ່າງປະເທດ ຕວັກກີ ກ່າວເຕືອນ ຄວາມສ່ຽງ ຂາດສະ ຖຽນລະພາບ ຢູ່ ອີຣານ ຈະເພີ່ມຂຶ້ນ. ຄຽງຄູ່ກັນນັ້ນ ທ່ານ ຍັງ ເນັ້ນໜັກວ່າ ຕວັກກີ ຄັດຄ້ານ ທຸກແຜນການ, ສວຍໃຊ້ການຈຳແນກ ເຊື້ອຊາດເຜົ່າພັນ ເພື່ອແບ່ງແຍກ ພາຍໃນ ອີຣານ, ສະນັ້ນ ຈຶ່ງຖືວ່າເປັນ “ແຜນການອັນຕະລາຍ ທີ່ສຸດ” ຕໍ່ກັບ ຄວາມສະຖຽນລະພາບ ຢູ່ພາກພື້ນ./
KPL