ສປຊ ປະກາດສະພາວະສຸກເສີນ ທາງດ້ານມະນຸດສະທໍາຢ່າງຮ້າຍແຮງ ຢູ່ຕາເວັນອອກກາງ

11/03/2026 21:24
Email Print 670
ຂປລ ວິກິດການ ຢູ່ເຂດຕາເວັນອອກາງ ແມ່ນສະພາວະສຸກເສີນ ທາງມະນຸດສະທຳຢ່າງຮ້າຍແຮງ; ພ້ອມທັງເນັ້ນໜັກວ່າ ປະຊາຊົນທຸກຄົນ ພວມອົບພະຍົບໄປລີ້ໄພ ຕ້ອງໄດ້ຮັບປະກັນ ຄວາມປອດໄພ. ຕາມ UNHCR ແລ້ວ, ວິກິດການ ຢູ່ຕາເວັນອອກາງ

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ຂ້າຫລວງໃຫຍ່ ສະຫະປະຊາຊາດ (ສປຊ) ກ່ຽວກັບຊາວລີ້ໄພ (UNHCR) ໄດ້ປະກາດວ່າ: ວິກິດການ ຢູ່ເຂດຕາເວັນອອກາງ ແມ່ນສະພາວະສຸກເສີນ ທາງມະນຸດສະທຳຢ່າງຮ້າຍແຮງ; ພ້ອມທັງເນັ້ນໜັກວ່າ ປະຊາຊົນທຸກຄົນ ພວມອົບພະຍົບໄປລີ້ໄພ ຕ້ອງໄດ້ຮັບປະກັນ ຄວາມປອດໄພ. ຕາມ UNHCR ແລ້ວ, ວິກິດການ ຢູ່ຕາເວັນອອກາງ, ເລີ່ມແຕ່ວັນທີ 28 ກຸມພາ ຜ່ານມາ ເມື່ອສ.ອາເມລິກາ ແລະ ອິດສະຣາແອນ ບຸກໂຈມຕີເຂົ້າ ອີຣານ ເຮັດໃຫ້ ການປະທະກັນ ໄດ້ແຜ່ລາມອອກໄປ ສູ່ວົງກວ້າງ, ສົ່ງຜົນໃຫ້ປະຊາຊົນ ຈຳນວນຫລວງຫລາຍ ຕ້ອງເສຍຊີວິດ ແລະ ປະລະເຮືອນຊານ.

        ທ່ານ ອາຍາກິ ອິໂຕະ (Ayaki Ito), ເຈົ້າໜ້າທີ່ຂັ້ນສຸງ ຢູ່ UNHCR ໃຫ້ຮູ້ວ່າ ການເພີ່ມທະວີ ເປັນປໍລະປັກ ແລະ ບັນດາບັ້ນບຸກໂຈມຕີ ເມື່ອບໍ່ດົນມານີ້ ຢູ່ຕາເວັນອອກກາງ ໄດ້ເຮັດໃຫ້ ປະຊາຊົນ ຈຳນວນຫລາຍພໍສົມຄວນ ຕ້ອງອົບພະຍົບ. ນອກຈາກນັ້ນ, ທ່ານ ອາຍາກິ ອິໂຕະ ຍັງຮຽກຮ້ອງໃຫ້ເອົາໃຈໃສ່ ຢ່າງຮີບດ່ວນ ຕໍ່ວິກິດການມະນຸດສະທຳ ຢູ່ເຂດຕາເວັນອອກກາງ, ກະຕຸກຊຸກຍູ້ ບັນດາ ຝ່າຍຢຸດຍິງ ແລະ ສ້າງໂອກາດໃຫ້ແກ່ສັນຕິພາບ./

KPL

ຂ່າວອື່ນໆ

    • ການລາດຕະເວນຮ່ວມ ລະຫວ່າງ ສປ ຈີນ-ສສ ຫວຽດນາມ ຄັ້ງທີ 41 ຂ່າວຕ່າງປະເທດ

      ການລາດຕະເວນຮ່ວມ ລະຫວ່າງ ສປ ຈີນ-ສສ ຫວຽດນາມ ຄັ້ງທີ 41

      11/23/2026 2:49:03 PM

      ຂະ​ບວນ​ກຳ​ປັ່ນ​ກອງ​ທັບ​ເຮືອ​ຈີນ ແລະ ຫວຽດ​ນາມ​ ໄດ້​ສຳ​ເລັດ​ ການ​ລາດ​ຕະ​ເວນ​ຮ່ວມ ​ຄັ້ງ​ທີ 41 ​ຢູ່​ອ່າວ​ເປີຍ​ປູ້ຢ່າງ​ຈົບ​ງາມ. ການ​ລາດ​ຕະ​ເວນ​ຮ່ວມ ​ຄັ້ງ​ນີ້ ດໍາເນີນ​ເປັນ​ເວ​ລາ 2 ວັນ, ເດີນ​ເຮືອ 32 ຊົ່ວ​ໂມງ ແລະ ເດີນ​ເຮືອ​ທັງ​ໝົດ 351 ໄມ​ທະ​ເລ.

    • ທະນາຄານລົງທຶນ ພື້ນຖານໂຄງລ່າງ ອາຊີ ຈະສ້າງຕັ້ງຫ້ອງການຢູ່ຮົງກົງຂ່າວຕ່າງປະເທດ

      ທະນາຄານລົງທຶນ ພື້ນຖານໂຄງລ່າງ ອາຊີ ຈະສ້າງຕັ້ງຫ້ອງການຢູ່ຮົງກົງ

      11/23/2026 2:41:10 PM

      ລັດຖະບານຈີນ ແລະ ທະນາຄານ ລົງທຶນ ພື້ນຖານໂຄງລ່າງອາຊີ ໄດ້ເຊັນ “ສັນຍາການສ້າງ ຫ້ອງການທະນາຄານລົງ ທຶນພື້ນ ຖານໂຄງລ່າງອາຊີ ຢູ່ເຂດບໍລິຫານພິເສດຮົງກົງ ລະຫວ່າງ ລັດຖະບານ ສາທາລະນະລັດ ປະຊາຊົນຈີນ ແລະ ທະນາຄານລົງທຶນພື້ນຖານໂຄງລ່າງອາຊີ” ເພື່ອສ້າງພື້ນຖານ ໃຫ້ແກ່ ທະນາຄານ ດັ່ງກ່າວ ໃນການສ້າງຫ້ອງການ ຢູ່ຮົງກົງ.

    • ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ ຂອງອາຊີ-ປາຊີຟິກຂ່າວຕ່າງປະເທດ

      ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ ຂອງອາຊີ-ປາຊີຟິກ

      11/23/2026 2:37:05 PM

      ກອງ​ປະ​ຊຸມ​ສຸ​ດຍອດ ​ຜູ້​ບໍ​ລິ​ຫານ​ ທຸ​ລະ​ກິດ ​ອົງ​ການ​ຮ່ວມ​ມື​ ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນເຊີ່ນ​ເຈີ້ນ ​ແຂວງກວາງ​ຕຸ້ງ​ ຂອງ ສປ ຈີນ ​ໃນ​ປີ 2026, ທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ໄດ້​ສະ​ເໜີ ​ຂໍ້​ລິ​ເລີ່ມ​ທີ່​ສຳ​ຄັນ​ຂໍ້​ໜຶ່ງ ຄື: ສ້າງ​ຕັ້ງສະ​ຫະ​ພັນ​ການ​ຮ່ວມ​ມື​ ເສດ​ຖະ​ກິດ ​ເຂດ​ອ່າວ​ໂລກ.

    • ທ່ານ ສີ ຈິ້ນຜິງ ໄດ້ຊີ້ທິດທາງທີ່ຖືກຕ້ອງໃຫ້ແກ່ການຮ່ວມມືໃນອາຊີ-ປາຊີຟິກຂ່າວຕ່າງປະເທດ

      ທ່ານ ສີ ຈິ້ນຜິງ ໄດ້ຊີ້ທິດທາງທີ່ຖືກຕ້ອງໃຫ້ແກ່ການຮ່ວມມືໃນອາຊີ-ປາຊີຟິກ

      11/23/2026 2:23:14 PM

      ທ່ານ ສີ​ ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ທີ່​ກ່າວ​ ໃນ​ກອງ​ປະ​ຊຸມ​ ສຸດຍອດ​​ ອຸດ​ສາ​ຫະ​ກຳ​ການ​ຄ້າ ​ອົງ​ການ​ຮ່ວມ​ມື ເສດ​ຖະ​ກິດ ​ອາ​ຊີ-ປາ​ຊີ​ຟິກ ຫລື APEC ແລະ ກອງ​ປະ​ຊຸມ ​ບໍ່​ເປັນ​ທາງ​ການ​ ຂອງ​ຜູ້​ນຳ APEC ໄດ້​​ຊີ້​ທິດ​ທາງ​​ທີ່ຖືກ​ຕ້ອງ​​ ໃຫ້ແກ່​ ການ​ຮ່ວມ​ມື​ ໃນ​ອາ​ຊີ-ປາ​ຊີ​ຟິກ, ຈະ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊີ-ປາ​ຊີ​ຟິກ ໃຫ້ເລິກເຊິ່ງກວ່າເກົ່າ ແລະ ເປັນຮູບ ປະທຳກວ່າເກົ່າ.

    • ມຽນມາ ແນະນຳສະພາບການດຳເນີນງານ- ແຜນການປະຕິບັດງານໃນຕໍ່ໜ້າຂ່າວຕ່າງປະເທດ

      ມຽນມາ ແນະນຳສະພາບການດຳເນີນງານ- ແຜນການປະຕິບັດງານໃນຕໍ່ໜ້າ

      11/23/2026 2:17:10 PM

      ທ່ານ ນາງ ໄຄອິງ ໄຄງ ຊໍ ຮອງລັດຖະມົນຕີ ຂອງທຳນຽບປະທານາທິບໍດີ ທັງເປັນໂຄສົກ ຂອງປະທານາທິບໍດີມຽນມາ ໄດ້ແນະນຳ ສະພາບການປະຕິບັດງານ ຂອງ ລັດຖະບານຊຸດໃໝ່ ໃນໄລຍະ ເຄິ່ງປີທີ່ຜ່ານມາ ພ້ອມດ້ວຍ ແຜນການ ພັດທະນາ 5 ປີ ຂອງລັດຖະບານຊຸດໃໝ່ ຄືແຕ່ປີ 2026-2030.

ads
ads

Top