ຫລາຍແຫ່ງໃນເອີຣົບ ຜະເຊີນກັບອາກາດຮ້ອນຢ່າງຕໍ່ເນື່ອງ

03/07/2025 17:08
Email Print 125
ຂປລ ພື້ນ​ທີ່​ສ່ວນ​ໃຫຍ່​ໃນ​ເອີ​ຣົບ ​ພວມ​​ຜະເຊີນກັບ​ອາ​ກາດ​ຮ້ອນ​ຫລາຍ, ເດືອນ​ມິ​ຖຸ​ນາ​ ຜ່ານ​ມາ ​ອາດ​ຈະ​ເປັນ​ໜຶ່ງ ​ໃນ​ເດືອນ​ທີ່​ຮ້ອນ​ທີ່​ສຸດ​ນັບ​ແຕ່​ເອີ​ຣົບ​ມີ​ການ​ບັນ​ທຶກ​ເປັນ​ຕົ້ນ​ມາ.

ຂປ.ວິທະຍຸສາກົນແຫ່ງ ສປ ຈີນ, ສູນພະ​ຍາ​ກອນ ​ອາ​ກາດ​ ໄລ​ຍະ​ກາງ​ ເອີ​ຣົບ ​ໄດ້​ປະ​ກາດ ​ບົດ​ລາຍ​ງານ​ວ່າ: ພື້ນ​ທີ່​ສ່ວນ​ໃຫຍ່​ໃນ​ເອີ​ຣົບ ​ພວມ​​ຜະເຊີນກັບ​ອາ​ກາດ​ຮ້ອນ​ຫລາຍ, ເດືອນ​ມິ​ຖຸ​ນາ​ ຜ່ານ​ມາ ​ອາດ​ຈະ​ເປັນ​ໜຶ່ງ ​ໃນ​ເດືອນ​ທີ່​ຮ້ອນ​ທີ່​ສຸດ​ນັບ​ແຕ່​ເອີ​ຣົບ​ມີ​ການ​ບັນ​ທຶກ​ເປັນ​ຕົ້ນ​ມາ. ໃນ​ເດືອນ​ກໍ​ລະ​ກົດ ​ທີ່​ຫາ​ກໍ່​ຮອດ​ນີ້, ເອີ​ຣົບ ສືບ​ຕໍ່​​ປະ​ສົບ​ ອາ​ກາດ​​ຮ້ອນ​ຫລາຍ. ອົງ​ການ​ອຸ​ຕຸ​ນິ​ຍົມ​ຝ​ຣັ່ງ​ຢືນ​ຢັນ​ວ່າ:ນັບແຕ່ຕົ້ນກໍ​ລະ​ກົດ​ນີ້, ອຸນ​ຫະ​ພູມ​ຢູ່ ​ຝ​ຣັ່ງ​ ໄດ້​ເຖິງ​ລະ​ດັບ​ສູງ​ສຸດ ​ໃນ​ອາ​ກາດ​ທີ່​ຮ້ອນ​ຫລາຍ​ໃນ​ຮອບ​ນີ້, ບາງ​ເຂດ​ມີ​ອຸນ​ຫະ​ພູມ ຫລາຍກວ່າ 40 ອົງ​ສາ. ກະ​ຊວງ​ສຶກ​ສາ​ທິ​ການ​ຝ​ຣັ່ງ​ແຈ້ງ​ໃຫ້​ຮູ້​ວ່າ: ຍ້ອນ​ສະ​ພາບ​ອາ​ກາດ​ຮ້ອນ​ຫລາຍ, ​​ຝ​ຣັ່ງ ມີ​ໂຮງ​ຮຽນ​ປະ​ມານ 1.350 ແຫ່ງ​ ໄດ້​ປິດ​ການ​ຮຽນ-ການ​ສອນ ສ່ວນ​ໜຶ່ງ ຫລື ປິດ​​ການຮຽນ-ການ​ສອນ​ ທັງ​ໝົດ. ນອກ​ນີ້, ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຂະນະທີ່ ພາກ​ສ່ວນ​ຄຸ້ມ​ຄອງ ຫໍ​ໄອ​ເຟ​ລ​ເຊິ່ງ​ເປັນແຫລ່ງ​ທ່ອງ​ທ່ຽວ​ ທີ່​ມີ​ຊື່​ສຽງ​ຂອງ​ຝ​ຣັ່ງ ໄດ້​ຍຸດ​​ຕິ​ ການ​ບໍ​ລິ​ການ ​ຢູ່​ເຂດຍອດ​ຫໍ​​ໄອ​ເຟ​ລ ​ຕໍ່​ນັກ​ທ່ອງ​ທ່ຽວ​ ເປັນ​ການ​ຊົ່ວ​ຄາວ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top