ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ເປີດງານ ວາງສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9

23/06/2025 09:30
Email Print 441
ຂປລ ຂປລ. ໃນວັນທີ 19 ມິຖຸນາ 2025 ຜ່ານມານີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຖານະເປັນແຂກປະເທດກິດຕິມະສັກ ໄດ້ເຂົ້າຮ່ວມ ແລະ ໃຫ້ກຽດຂຶ້ນກ່າວຄຳປາໄສ ໃນພິທີເປີດງານສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9 ແລະ ງານວາງສະແດງ ການນໍາເຂົ້າ-ສົ່ງອອກສິນຄ້າ ຄຸນໝິງ ສປ ຈີນ ຄັ້ງທີ 29



ຂປລ. ໃນວັນທີ 19 ມິຖຸນາ 2025 ຜ່ານມານີ້, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນຖານະເປັນແຂກປະເທດກິດຕິມະສັກ ໄດ້ເຂົ້າຮ່ວມ ແລະ ໃຫ້ກຽດຂຶ້ນກ່າວຄຳປາໄສ ໃນພິທີເປີດງານສະແດງສິນຄ້າ ຈີນ-ອາຊີໃຕ້ ຄັ້ງທີ 9 ແລະ ງານວາງສະແດງ ການນໍາເຂົ້າ-ສົ່ງອອກສິນຄ້າ ຄຸນໝິງ ສປ ຈີນ ຄັ້ງທີ 29 ພາຍໃຕ້ຫົວຂໍ້ “ຄວາມສາມັກຄີ ແລະ ການຮ່ວມມື ເພື່ອການພັດທະນາ - Solidarity and Coordination for Common Development”.



ໃນໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຍົກໃຫ້ເຫັນເຖິງຄວາມສຳຄັນ ໃນການຈັດງານວາງສະແດງດັ່ງກ່າວ ເພື່ອສ້າງກາລະໂອກາດ ໃຫ້ບັນດາພາກທຸລະກິດ ທີ່ມາຈາກປະເທດຕ່າງໆໃນໂລກ, ລວມທັງ ສປປ ລາວ ໄດ້ພົບປະແລກປ່ຽນຂໍ້ມູນຂ່າວສານ ດ້ານການຄ້າ-ການລົງທຶນ, ສົ່ງເສີມການທ່ອງທ່ຽວ ແລະ ສົ່ງເສີມການຮ່ວມມືດ້ານທຸລະກິດ ເພື່ອເຊື່ອມໂຍງຕະຫລາດສິນຄ້ານຳກັນ. ການເຂົ້າຮ່ວມງານວາງສະແດງຄັ້ງນີ້, ບໍ່ແມ່ນພຽງແຕ່ສະແດງສິນຄ້າ ແຕ່ຍັງສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາປະເທດ ກໍຄື ພາກສ່ວນເອກະຊົນ ແລະ ພາກລັດ ທີ່ຈະຮ່ວມສ້າງອະນາຄົດທີ່ໝັ້ນຄົງ ແລະ ຍືນຍົງ. ປີ 2024 ທີ່ຜ່ານມາ, ສປປ ລາວ ໄດ້ຮັບກຽດເປັນປະທານໜູນວຽນອາຊຽນ ຊຶ່ງໄດ້ຈັດກອງປະຊຸມສຸດຍອດອາຊຽນ ຮ່ວມກັບປະເທດຄູ່ຮ່ວມເຈລະຈາຕ່າງໆ ແລະ ກອງປະຊຸມປິ່ນອ້ອມຫລາຍກອງປະຊຸມທີ່ສໍາຄັນ ໂດຍສະເພາະກອງປະຊຸມລົງທຶນອາຊຽນ. ກອງປະຊຸມດັ່ງກ່າວ ໄດ້ກຳນົດທິດທາງການລົງທຶນອາຊຽນໃນໄລຍະໃໝ່ ໂດຍໄດ້ຢຶດຖືເອົາການພັດທະນາເສດຖະກິດ-ສັງຄົມ ຕາມທິດ “ສີຂຽວ ແລະ ຍືນຍົງ” ເປັນເປົ້າໝາຍຫລັກ ຂອງການພັດທະນາໃນໄລຍະໃໝ່ ເຫັນໄດ້ເຖິງກາລະໂອກາດ ກໍຄື ທ່າແຮງຂອງການພັດທະນາແບບຍືນຍົງ.



ພ້ອມກັນນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນເຖິງແນວທາງນະໂຍບາຍຂອງ ສປປ ລາວ ເຖິງແມ່ນວ່າຈະເປັນປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລກໍ່ຕາມ, ແຕ່ ສປປ ລາວ ມີທີ່ຕັ້ງພູມສາດທີ່ສຳຄັນ ແລະ ສິ່ງສຳຄັນ ປະເທດລາວ ມີສະຖຽນລະພາບທາງດ້ານ ການເມືອງທີ່ໜັກແໜ້ນ, ມີນະໂຍບາຍເປີດກວ້າງ ດຶງດູດການຄ້າ-ການລົງທຶນ, ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ແຫລ່ງທ່ອງທ່ຽວ ທີ່ສວຍສົດງົດງາມ. ຄຽງຄູ່ກັບທ່າແຮງດັ່ງກ່າວນັ້ນ, ກໍຈຳເປັນຕ້ອງມີກຳລັງແຮງ ດ້ານທຶນຮອນ, ດ້ານເຕັກໂນໂລຊີ, Know-How ເຂົ້າຊ່ວຍ ເພື່ອບັນລຸແຜນຍຸດທະສາດການພັດທະນາສີຂຽວ-ຍືນຍົງ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ເຊື້ອເຊີນບັນດາວິສາຫະກິດ ຈາກ ສປ ຈີນ ແລະ ປະເທດຕ່າງໆ ເຂົ້າໄປສຶກສາ ໂອກາດການລົງທຶນໃນຂະແໜງການຕ່າງໆທີ່ ສປປ ລາວ ມີທ່າແຮງ ເປັນຕົ້ນ ການຜະລິດສິນຄ້າກະສິກຳສະອາດທີ່ມີມູນຄ່າສູງ, ອຸດສາຫະກຳປຸງແຕ່ງ ທີ່ນຳໃຊ້ນະວັດຕະກໍາ, ການທ່ອງທ່ຽວສີຂຽວ, ພະລັງງານສະອາດ-ພະລັງງານທົດແທນ, ການພັດທະນາພື້ນຖານໂຄງລ່າງ, ໂລຈິສຕິກ, ທ່າບົກ, ການບໍລິການດ້ານການເງິນ ແລະ ອື່ນໆ, ສປປ ລາວ ພ້ອມທີ່ຈະຮ່ວມມື ແລະ ອຳນວຍຄວາມສະດວກຢ່າງເຕັມທີ່ ໃຫ້ແກ່ການລົງທຶນບົນພື້ນຖານ ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.
ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ກໍໄດ້ຢ້ຽມຊົມຫ້ອງວາງສະແດງສິນຄ້າ ທີ່ມາຈາກ ສປປ ລາວ ມີຈຳນວນທັງໝົດ 46 ຫ້ອງ ແລະ ພາຍໃນງານຍັງມີກິດຈະກຳປິ່ນອ້ອມຕ່າງໆ ເປັນຕົ້ນ ງານສັບປະດາເຟຊັນ, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ ແລະ ເສັ້ນທາງສາຍໄໝ ເຄື່ອງແຕ່ງກາຍຢຸນນານ.

ຂ່າວ-ພາບ: ກົມປະຊາສໍາພັນ
KPL

ຂ່າວອື່ນໆ

    • ລົງນາມສັນຍາຮ່ວມມືໂຄງການກອງທຶນ ພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2025ການເມືອງ

      ລົງນາມສັນຍາຮ່ວມມືໂຄງການກອງທຶນ ພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2025

      7/16/2025 11:21:44 AM

      ຂປລ. ໃນວັນທີ 15 ກໍລະກົດ 2025 ນີ້, ສປປ ລາວ ແລະ ສປ ຈີນ ຈັດພິທີຮ່ວມລົງນາມສັນຍາຮ່ວມມື ໂຄງການພາຍໃຕ້ກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທີ່ກະຊວງການຕ່າງປະເທດ, ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ໂດຍ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຕາງໜ້າໃຫ້ລັດຖະບານແຫ່ງ ສປ ຈີນ ໂດຍ ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ.

    • ອົງການໄອຍະການ ລາວ-ກໍາປູເຈຍ ຮ່ວມມືຕ້ານອາຊະຍາກໍາຂ້າມຊາດການເມືອງ

      ອົງການໄອຍະການ ລາວ-ກໍາປູເຈຍ ຮ່ວມມືຕ້ານອາຊະຍາກໍາຂ້າມຊາດ

      7/16/2025 11:14:08 AM

      ຂປລ. ກອງປະຊຸມ ອົງການໄອຍະການ ລາວ-ກໍາປູເຈຍ ຄັ້ງທີ I ວ່າດ້ວຍການຮ່ວມມື ໃນການຕ້ານອາຊະຍາກໍາຂ້າມຊາດ ໂດຍສະເພາະ ການຄ້າຂາຍຢາເສບຕິດ ຈັດຂຶ້ນໃນວັນທີ 15 ກໍລະກົດ 2025 ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເຈຍ ລຽງ ຫົວໜ້າອົງການໄອຍະການສູງສຸດ ປະຈໍາສານສູງສຸດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ

    • ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2025 ຫາລື ຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2025 ຫາລື ຫລາຍບັນຫາສຳຄັນ

      7/16/2025 11:06:42 AM

      ຂປລ. ລັດຖະບານ ​ເປີດກອງປະຊຸມເປີດກວ້າງ ຄັ້ງທີ I ປີ 2025 ໃນລະຫວ່າງວັນທີ 15-16 ກໍລະກົດ 2025 ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາເຈົ້າແຂວງ, ເຈົ້າຄອງນະຄອນຫລວງວຽງຈັນ

    • ເຊີນຮ່ວມ ບັ້ນແຂ່ງຂັນ ບົດນິພົນ ແລະ ຂໍ້ມູນ ຂ່າວສານ ທົ່ວປະເທດ ຈັດໂດຍ ສສ ຫວຽດນາມການເມືອງ

      ເຊີນຮ່ວມ ບັ້ນແຂ່ງຂັນ ບົດນິພົນ ແລະ ຂໍ້ມູນ ຂ່າວສານ ທົ່ວປະເທດ ຈັດໂດຍ ສສ ຫວຽດນາມ

      7/16/2025 11:01:03 AM

      ຂປລ. ໃນວັນທີ 4 ກໍລະກົດ 2025 ຜ່ານມານີ້, ຄະນະຊີ້ນໍາວຽກງານຂໍ້ມູນຂ່າວສານ ດ້ານການຕ່າງປະເທດ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກ ກອມມູນິດຫວຽດນາມ (ອົງການປະຈໍາການຂອງຄະນະຊີ້ນໍາ ວຽກງານຂໍ້ມູນຂ່າວສານ ດ້ານການຕ່າງປະເທດ) ໄດ້ເປີດບັ້ນປະກວດທົ່ວປະເທດ ຄັ້ງທີ XI ຊີງລາງວັນດ້ານມູນຂ່າວສານ ດ້ານການຕ່າງປະທດ

    • ສອງກອງທັບ ຫາລືກະກຽມຝຶກຊ້ອມ ຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”ການເມືອງ

      ສອງກອງທັບ ຫາລືກະກຽມຝຶກຊ້ອມ ຮ່ວມ ລາວ-ຣັດເຊຍ “ລາໂຣສ-2025”

      7/16/2025 10:58:37 AM

      ຂປລ. ໃນລະຫວ່າງວັນທີ 14-15 ກໍລະກົດ 2025 ນີ້, ຄະນະຜູ້ແທນກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ນໍາໂດຍ ສະຫາຍ ພັນເອກ ໂຣເຊນໂກ ອາເລັກເຊ ຮອງຫົວໜ້າກົມອົບຮົມ ທະຫານເຂດຕາເວັນອອກ ກອງທັບສະຫະພັນ ຣັດເຊຍ ພ້ອມຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫລວງວຽງຈັນ

ads
ads

Top