ຂປລ
ທ່ານ ກົ່ວເຈ່ຍຄຸ່ນ ໂຄສົກ ກະຊວງ ການຕ່າງປະເທດຈີນ ໄດ້ກ່າວ ກ່ຽວກັບ ການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ລະຫວ່າງ ສປ ຈີນ-ບັນດາປະເທດ ໃນອາຊີກາງ

ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ ຫລື CMG, ທ່ານ ກົ່ວເຈ່ຍຄຸ່ນ ໂຄສົກ ກະຊວງ ການຕ່າງປະເທດຈີນ ໄດ້ກ່າວ ກ່ຽວກັບ ການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ລະຫວ່າງ ສປ ຈີນ-ບັນດາປະເທດ ໃນອາຊີກາງ ຢູ່ກອງປະຊຸມ ຖະແຫລງຂ່າວວ່າ: ໃນປີ 2024, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກ ລະຫວ່າງ ສປ ຈີນ-ບັນດາປະເທດ ໃນອາຊີກາງໄດ້ບັນລຸເຖິງ 674 ຕື້ກວ່າຢວນ ເຊິ່ງໄດ້ສ້າງ ສະຖິຕິສູງສຸດ ໃນປະຫວັດສາດ, ເພີ່ມຂຶ້ນ 116% ເມື່ອທຽບໃສ່ປີ 2013. ທໍ່ສົ່ງນ້ຳມັນເຊື້ອໄຟຈີນ-ກາຊັກສະຖານ, ທໍ່ສົ່ງອາຍແກັສ ທຳມະຊາດຈີນ-ອາຊີກາງ ໄດ້ສ້າງຮູບແບບໃໝ່ ທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ທາງຫລວງຈີນ-ຕາຈິກິດສະຖານ, ທາງຫລວງຈີນ-ກຽກກິດສະຖານ-ອຸດສະເບກິດສະຖານ ແລະທາງລົດໄຟຈີນ-ກຽກກິດສະຖານ-ອຸດສະເບກິດສະຖານ ໄດ້ຊຸກຍູ້ ໃຫ້ການເຊື່ອມໂຍງ ເຊື່ອມຈອດກັນ ໃນພາກພື້ນ ກ້າວເຂົ້າສູ່ ລະດັບໃໝ່. ອາຊີກາງ ບໍ່ພຽງແຕ່ ແມ່ນພາກພື້ນ ທີ່ໄດ້ຮັບການສະເໜີ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ກ່ອນໝູ່ເທົ່ານັ້ນ, ຍັງແມ່ນພາກພື້ນ ທີ່ພັດທະນາ ກ່ອນໝູ່ ຂອງການຮ່ວມສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL