ຂປລ
ທ່ານ ກົ່ວເຈ່ຍຄຸ່ນ ໂຄສົກກະຊວງການຕ່າງປະເທດຈີນ ກ່າວໃນກອງປະຊຸມ ຖະແຫລງຂ່າວ ປະຈຳວ່າ: ສປ ຈີນ ຍິນດີຕ້ອນຮັບ ສສ ຫວຽດນາມ ໃຫ້ກາຍເປັນ ປະເທດຄູ່ຮ່ວມ ບຣິກສ໌.

ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ ຫລື CMG, ເມື່ອບໍ່ດົນມານີ້, ທ່ານ ກົ່ວເຈ່ຍຄຸ່ນ ໂຄສົກກະຊວງການຕ່າງປະເທດຈີນ ກ່າວໃນກອງປະຊຸມ ຖະແຫລງຂ່າວ ປະຈຳວ່າ: ສປ ຈີນ ຍິນດີຕ້ອນຮັບ ສສ ຫວຽດນາມ ໃຫ້ກາຍເປັນ ປະເທດຄູ່ຮ່ວມ ບຣິກສ໌. ຫລັງຈາກ ສປ ຈີນ ຍິນດີຮ່ວມກັບ ປະເທດ ສະມາຊິກບຣິກສ໌ ແລະ ປະເທດ ຄູ່ຮ່ວມບຣິກສ໌, ຮ່ວມກັນ ສ້າງການພົວພັນຄູ່ຮ່ວມມື ທີ່ຮອບດ້ານ, ແໜ້ນແຟ້ນ, ຕິດແທດຕົວຈິງ ແລະ ກວມລວມກວ່າເກົ່າ ເພື່ອຊຸກຍູ້ ການພັດທະນາ ທີ່ມີຄຸນນະພາບສູງຂອງ “ການຮ່ວມມື ບຣິກສ໌ ໃຫຍ່”. ທ່ານ ກົ່ວເຈ່ຍຄຸ່ນ ໄດ້ກ່າວຕື່ມວ່າ, ສສ ຫວຽດນາມ ເຂົ້າຮ່ວມການຮ່ວມມືບຣິກສ໌, ບໍ່ພຽງແຕ່ມີຜົນດີຕໍ່ ການພັດທະນາ ປະເທດຂອງຕົນເທົ່ານັ້ນ, ຫາກຍັງ ກໍ່ສອດຄ່ອງກັບ ຜົນປະໂຫຍດຮ່ວມກັນ ຂອງປະເທດ ສະມາຊິກ ບຣິກສ໌ ແລະ ເຂດໂລກໃຕ້ ແລະ ເຊື່ອໝັ້ນວ່າ, ສສ ຫວຽດນາມ ຈະປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນກົນໄກ ບຣິກສ໌./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL