ຈັດກິດຈະກຳແລກປ່ຽນດ້ານວັດທະນະທຳລະຫວ່າງ ສປ ຈີນ-ອາຊີກາງ 2025

17/06/2025 18:18
Email Print 236
ຂປລ ກິດ​ຈະ​ກຳ ​ແລກ​ປ່ຽນ​ ດ້ານ​ວັດ​ທະ​ນະ​ທຳ ລະ​ຫວ່າງ ສປ ​ຈີນ-ອາ​ຊີ​ກາງ 2025 ທີ່​ມີ ​ວິ​ທະ​ຍຸ​ ໂທ​ລະ​ພາບ​ ສູນ​ກາງ​ຈີນ ຫລື CMG ແລະ ອົງ​ການ ​ສັງ​ລວມ ​ວິ​ທະ​ຍຸ ​ໂທ​ລະ​ພາບ ​ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ​ເປັນ​ເຈົ້າ​ພາບ​ຮ່ວມ​ໄດ້ຈັດ​ຂຶ້ນ​ ຢູ່​ສູນ​ປະ​ທາ​ນາ​ທິ​ບໍ​ດີ​ ກາ​ຊັກ​ສະ​ຖານ ​ທີ່​ນະ​ຄອນ​ຫລວງ​ ອັ​ດສະ​ຕາ​ນາ.

ຂປລ. ກິດ​ຈະ​ກຳ ​ແລກ​ປ່ຽນ​ ດ້ານ​ວັດ​ທະ​ນະ​ທຳ ລະ​ຫວ່າງ ສປ ​ຈີນ-ອາ​ຊີ​ກາງ 2025 ທີ່​ມີ ​ວິ​ທະ​ຍຸ​ ໂທ​ລະ​ພາບ​ ສູນ​ກາງ​ຈີນ ຫລື CMG ແລະ ອົງ​ການ ​ສັງ​ລວມ ​ວິ​ທະ​ຍຸ ​ໂທ​ລະ​ພາບ ​ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ​ເປັນ​ເຈົ້າ​ພາບ​ຮ່ວມ​ໄດ້ຈັດ​ຂຶ້ນ​ ຢູ່​ສູນ​ປະ​ທາ​ນາ​ທິ​ບໍ​ດີ​ ກາ​ຊັກ​ສະ​ຖານ ​ທີ່​ນະ​ຄອນ​ຫລວງ​ ອັ​ດສະ​ຕາ​ນາ. ໂດຍມີຜູ້ເຂົ້າຮ່ວມ ຫລາຍກວ່າ 150 ຄົນ ມາຈາກ ວົງ​ການ​ຕ່າງໆ​ເຊັ່ນ: ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສື່ມວນ​ຊົນ, ການ​ສຶກ​ສາ ແລະ ອື່ນໆ​ຂອງ ສປ ​ຈີນ ແລະ 5 ປະ​ເທດໃນ​ອາ​ຊີ​ກາງ ​ໄດ້​ເຂົ້າ​ຮ່ວມ ​ກິດ​ຈະ​ກຳ​ຄັ້ງ​ນີ້.ໃນ​ກິດ​ຈະ​ກຳ​ດັ່ງ​ກ່າວ ​ໄດ້​ປະ​ກາດ​ຂໍ້​ລິ​ເລີ່ມ ​ກ່ຽວ​ກັບ ​ການ​ເພີ່ມ​ທະ​ວີ​ ການ​ຮ່ວ​ມ​ມື ​ລະ​​ຫວ່າງ ​ສື່​ມວນ​ຊົນ​ຈີນ-ອາ​ຊີ​ກາງ​ເພື່ອ​ສົ່ງ​ເສີມ​ໃຫ້​ເພີ່ມ​ທະ​ວີ ການ​ຮ່ວມ​ມື​ ຢ່າງ​ເລິກ​ເຊິ່ງ​ ລະ​ຫວ່າງ​ ບັນ​ດາ​ສື່ມວນ​ຊົນ​ ໃນ​ການ​ລາຍ​ງານ​ຂ່າວ​ ຮ່ວມກັນ, ການ​ຊົມ​ໃຊ້ ​ຂໍ້​ມູນ​ຮ່ວມ​ກັນ, ການ​ອົບ​ຮົມ ​ຜູ້​ມີ​ຄວາມ​ຮູ້ ​ຄວາມ​ສາ​ມາດ ແລະ ດ້ານ​ອື່ນໆ, ສ້າງ​ສະ​ຫະ​ພັນຮ່ວມ​ມື ​ສື່​ມວນ​ຊົນຈີນ-ອາ​ຊີ​ກາງ, ເພື່​ອ​ປະ​ກອບ​ສ່ວນ​ ເຂົ້າ​ໃນ​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊີ​ກາງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top