ຂປລ
ເວທີປຶກສາຫາລື ການທ່ອງທ່ຽວຈີນ-ສີລັງກາ-ມານດິດ ທີ່ຈະດຳເນີນ ເປັນເວລາ 1 ອາທິດ ນັບແຕ່ວັນທີ 16ມິຖຸນາ ເປັນຕົ້ນໄປ ຢູ່ນະຄອນຫລວງໂກລົມໂບ ຂອງສີລັງກາ

ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ ຫລື CMG, ເວທີປຶກສາຫາລື ການທ່ອງທ່ຽວຈີນ-ສີລັງກາ-ມານດິດ ທີ່ຈະດຳເນີນ ເປັນເວລາ 1 ອາທິດ ນັບແຕ່ວັນທີ 16ມິຖຸນາ ເປັນຕົ້ນໄປ ຢູ່ນະຄອນຫລວງໂກລົມໂບ ຂອງສີລັງກາ, ມີເຈົ້າໜ້າທີ່ ຈາກລັດຖະບານ ແລະຜູ້ເຮັດວຽກ ໃນຂະແໜງ ການທ່ອງທ່ຽວ, ຂະແໜງການການບິນ ແລະ ອື່ນໆພ້ອມດ້ວຍນັກວິຊາການ ທີີ່ຮັບເຊີນເປັນພິເສດຈາກ ສປ ຈີນ, ສີລັງກາ ແລະ ມານດິດ ທັງໝົດ 100 ກວ່າຄົນ ເຂົ້າຮ່ວມ. ຈາກນັ້ນ ທ່ານ ນາງ ຮາຣີນີ ອາມາຣາຊູຣີຢາ, ນາຍົກລັດຖະມົນຕີສີລັງກາ ໄດ້ກ່າວຄຳປາໄສ ໃນພິທີໄຂງານວ່າ: ຫວັງວ່າ ເວທີປຶກສາຫາລືຄັ້ງນີ້ ຈະລົງເລິກຄວາມເຊື່ອໃຈກັນ ໃນລະດັບພາກພື້ນ, ປ່ຽນວິໄສ ທັດເປັນການສົນທະນາ, ປ່ຽນການສົນທະນາ ເປັນການກະທຳ ແລະຊຸກຍູ້ໃຫ້ຄວາມມຸ່ງມາດ ປາດຖະໜາ ຂອງປະຊາຊົນ ສາມປະເທດ ເຊື່ອມຕໍ່ກັນຕື່ມອີກ. ທ່ານ ສີ່ເຈີ້ນໂຫງ ເອກອັກຄະລັດຖະທູດຈີນ ປະຈຳ ສີລັງກາ ກ່າວວ່າ: ການຮ່ວມມື ດ້ານການທ່ອງທ່ຽວ ລະຫວ່າງ ສປ ຈີນ-ສີລັງກາ-ມານດິດ ບໍ່ພຽງແຕ່ເປັນການເພີ່ມແຫລ່ງທ່ອງທ່ຽວ ເທົ່ານັ້ນ ຫາກຍັງ ແມ່ນການຊ່ວຍຊູຍູ້ໜູນກັນ ທາງດ້ານທ່າແຮງຕື່ມອີກ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL