ຂປລ
ສະຫະ ສະມາຄົມ ນັກຮົບເກົ່າ ມາເລເຊຍ (PVATM) ມີແຜນການໜູນຊ່ວຍ ສສ ຫວຽດນາມ ສ້າງຕັ້ງສູນ ຮາລານ(Hala), ຊື່ງແມ່ນສູນລົງເລິກ ກ່ຽວກັບ ມາດຕະຖານ ອາຫານ ທີ່ສະຫງວນ ໃຫ້ແກ່ ຊາວມຸດສະລິມ ເພື່ອແນໃສ່ ປະກອບສ່ວນ ຊຸກຍູ້ ການຮ່ວມມື ສອງຝ່າຍ ກໍ່ຄືເປີດກວ້າງ ຂອບເຂດ ຮ່ວມມືດ້ານການຄ້າຂອງ ມາເລເຊຍ ໃນທ່ົວໂລກ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສະຫະ ສະມາຄົມ ນັກຮົບເກົ່າ ມາເລເຊຍ (PVATM) ມີແຜນການໜູນຊ່ວຍ ສສ ຫວຽດນາມ ສ້າງຕັ້ງສູນ ຮາລານ(Hala), ຊື່ງແມ່ນສູນລົງເລິກ ກ່ຽວກັບ ມາດຕະຖານ ອາຫານ ທີ່ສະຫງວນ ໃຫ້ແກ່ ຊາວມຸດສະລິມ ເພື່ອແນໃສ່ ປະກອບສ່ວນ ຊຸກຍູ້ ການຮ່ວມມື ສອງຝ່າຍ ກໍ່ຄືເປີດກວ້າງ ຂອບເຂດ ຮ່ວມມືດ້ານການຄ້າຂອງ ມາເລເຊຍ ໃນທ່ົວໂລກ. ກ່າວຄຳເຫັນ ທີ່ພິທີ ສະເຫລີມ ສະຫລອງ 103 ປີ ແຫ່ງວັນສ້າງຕັ້ງ PVATM ຊື່ງຈັດຂຶ້ນ ເມື່ອບໍ່ດົນມານີ້ຢູ່ ກົວລາລຳເປີ, ທ່ານ ດາຕຸກ ຊາຮາຣູດດິນ ໂອມານ(Datuk Shaharuddin Omar) ປະທານ ສະຫະ ສະມາຄົມ ໃຫ້ຮູ້ວ່າ: ແຜນການໄດ້ຮັບ ການຜັນຂະຫຍາຍ ດ້ວຍການໜູນຊ່ວຍ ຈາກສະມາຄົມ ນັກຮົບເກົ່າ ຫວຽດນາມ. ການຮ່ວມມື ລະຫວ່າງ 2 ສະມາຄົມ ໄດ້ຮັບຄວາມຫວັງວ່າ ຈະຊ່ວຍຫລຸດຜ່ອນ ເວລາແກ້ໄຂລະບຽບ ການບໍລິຫານ ໃນການເຄື່ອນໄຫວ ນຳເຂົ້າອາຫານ ເຂົ້າເມືອງ ມາເລເຊຍ ຜ່ານການສ້າງຕັ້ງ ບັນດາໂຮງງານ ຊື່ງໄດ້ຮັບໜັງສືຢັ້ງຢືນ Halal ຢູ່ ສສ ຫວຽດນາມ ເພື່ອຈຳໜ່າຍ ບັນດາຜະລິດ ຕະພັນ ພາຍໃນ. PVATM ໄດ້ລົງນາມ ໃນບົດບັນທຶກ ຄວາມເຂົ້າໃຈ (MoU) ກ່ຽວກັບ ການຮ່ວມມື ເສດຖະກິດຂອງ ນັກຮົບເກົ່າ ກັບຫວຽດນາມ, ອິນໂດເນເຊຍ, ບຣູໄນ, ໄທ ແລະ ກຳປູເຈຍ. ຕາມທ່ານ Shaharuddin ແລ້ວ, ບົດບັນທຶກຄວາມເຂົ້າໃຈ ສະບັບນີ້ ແມ່ນເພື່ອແນໃສ່ ປະກອບສ່ວນເປີດກວ້າງ ຕະຫລາດ ສົ່ງອອກໃຫ້ແກ່ ສິນຄ້າ ຂອງທ້ອງຖິ່ນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL