ຂປລ
ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 17 ມິຖຸນາ 2025 ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນເຜົ່າ ໄດ້ຜັດປ່ຽນກັນສຸມໃສ່ພິຈາລະນາ ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ

ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 17 ມິຖຸນາ 2025 ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນເຜົ່າ ໄດ້ຜັດປ່ຽນກັນສຸມໃສ່ພິຈາລະນາ ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍສັງຄົມສົງເຄາະ (ສະບັບສ້າງໃໝ່) ທີ່ສະເໜີໂດຍ ທ່ານ ນາງ ແກ້ວ ຈັນທະມີໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ. ທັງນີ້, ກໍເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດກຸມ, ເລິກເຊິ່ງ, ຖືກຕ້ອງສອດຄ່ອງກັບສະພາບຕົວຈິງ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງພົນລະເມືອງລາວ

ໂອກາດນີ້, ທ່ານ ນາງ ເກສອນ ໄຊຍະວົງ ສສຊ ປະຈຳເຂດ 3 ແຂວງຫລວງນໍ້າທາ ໄດ້ສະແດງຄວາມເຫັນດີຕໍ່ເນື້ອໃນ ແລະ ຮ່າງຂອງກົດໝາຍ ວ່າດ້ວຍສັງຄົມສົງເຄາະ ວ່າ: ຮ່າງກົດໝາຍ ດັ່ງກ່າວ, ຍັງຕ້ອງປັບປຸ່ງແກ້ໄຂເນື້ອໃນ, ບາງໝວດ, ບາງມາດຕາເປັນຕົ້ນແມ່ນ ມາດຕາ 6 ພັນທະຂອງພົນລະເມືອງ ຕໍ່ວຽກງານສັງຄົມສົງເຄາະ ເຊິ່ງພົນລະເມືອງທຸກຄົນ ມີພັນທະ ປະກອບສ່ວນເຂົ້າໃນວຽກງານສັງຄົມສົງເຄາະ ໂດຍການຊ່ວຍເຫລືອ, ບໍລິການທາງວັດຖຸ-ປັດໄຈ ແລະ ການພັດທະນາເປົ້າໝາຍສັງຄົມສົງເຄາະ ໂດຍສະເໜີໃຫ້ຄະນະຮັບຜິດຊອບ ເພີ່ມເນື້ອໃນເຂົ້າຕື່ມ ເຊິ່ງບໍ່ສະເພາະ ແຕ່ເປັນພົນ ລະເມືອງລາວເທົ່ານັ້ນ ຄົນຕ່າງປະເທດ ທີ່ມີຈິດໃຈຢາກຊ່ວຍເຫລືອ ຫລື ຢາກຈະບໍລິຈາກວັດຖຸສິ່ງຂອງ, ເງິນສົດ ສາມາດປະກອບ ສ່ວນໄດ້ ທັງເປັນການສ້າງບຸນ, ສ້າງກຸສົນ ດຶງດູດ ແລະ ຈູງໃຈ ໃຫ້ຄົນເຂົ້າປະກອບສ່ວນຊ່ວຍເຫລືອຫລາຍຂຶ້ນ. ສຳລັບມາດຕາ 19 ຮູບແບບສັງຄົມສົງເຄາະ ປະກອບມີ 2 ຮູບແບບຄື: ສັງຄົມສົງເຄາະແບບປົກກະຕິ ແລະ ສັງຄົມສົງເຄາະແບບຮີບດ່ວນ ຍົກຕົວຢ່າງ: ເຫດການໄພພິບັດເກີດຂຶ້ນ ລະບົບຄົມມະນາຄົມໃຊ້ການບໍ່ໄດ້, ບໍ່ມີໄຟຟ້າ, ບໍ່ມີນໍ້າປະປາ, ເສັ້ນທາງລົດ ບໍ່ສາມາດເຂົ້າເຖິງໄດ້. ຕໍ່ກັບການແກ້ໄຂບັນຫາ ເຫັນວ່າກົດໝາຍດັ່ງກ່າວ ຍັງບໍ່ໄດ້ລະບຸວິທີການຢ່າງຈະແຈ້ງ ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ກຳນົດຂັ້ນຕອນຢ່າງຈະແຈ້ງໃນການຈັດຕັັ້ງ ປະຕິບັດໃຫ້ລະອຽດ, ຕ້ອງມີກົນໄກການປະສານງານລະອຽດ, ມີການກຳນົດ ແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ ວ່າຈະຈັດຕັ້ງປະ ຕິບັດອັນໃດກ່ອນ, ອັນໃດຫລັງຫາກເກີດເຫດ ການຮີບດ່ວນ. ທັງນີ້, ກໍເພື່ອແນໃສ່ໃຫ້ທັນກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການທີີ່ຮີບດ່ວນ ເປັນຕົ້ນ ການແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ, ການກຳນົດຈຸດ ປະສານງານ, ກຳນົດເບີໂທສຸກເສີນ, ການເປີດບັນຊີທະນາຄານເພື່ອຮັບບໍລິ ຈາກ ແລະ ອື່ນໆ .

ນອກຈາກນີ້, ທ່ານ ຄຳປະສິດ ເທບວົງສາ ສສຊ ປະຈຳເຂດເລືອກຕັ້ງ 16 ແຂວງເຊກອງ ໄດ້ສະແດງຄວາມຄິດເຫັນ ຕໍ່ພາກທີ III ເປົ້າໝາຍສັງຄົມສົງເຄາະ ແລະ ການຄຸ້ມຄອງການ ຊ່ວຍເຫລືອ ໂດຍສະເພາະ ໝວດທີ 2 ການຄຸ້ມຄອງການຊ່ວຍເຫລືອ ເຊິ່ງເຫັນວ່າມີຄວາມສ່ຽງຕໍ່ການສໍ້ລາດບັງຫລວງ ໃນການຈັດສັນງົບປະມານທີ່ມີມູນຄ່າສູງ ໃຫ້ແກ່ໂຄງການ ສະຫວັດດີການສັງຄົມສົງເຄາະ ເຊັ່ນ:ການຊ່ວຍເຫລືອດ້ານການເງິນ, ເງິນບໍານານ ຫາກບໍ່ມີລະບົບການກວດກາທີ່ເຂັ້ມງວດ ການສໍ້ລາດບັງຫລວງອາດຈະເກີດຂຶ້ນ ເປັນຕົ້ນ ແມ່ນການ ເບີກຈ່າຍເງິນ ທີ່ບໍ່ມີຜູ້ໄດ້ຮັບຜົນປະໂຫຍດຕົວຈິງ ຫລື ຕົວເລກຜີ, ການໃຫ້ສິນບົນຕໍ່ຜູ້ທີ່ໄດ້ຮັບຜົນປະໂຫຍດ ແລະ ອື່ນໆ. ສະນັ້ນ, ກົດໝາຍວ່າດ້ວຍສັງຄົມສົງເຄາະ ຕ້ອງມີກົນໄກ, ຄວບຄຸມລະບົບພາຍໃນ, ມີການຕິດຕາມການປະເມີນຜົນທີ່ໂປງໃສ. ສຳລັບມາດຕາ 26 ການຮັບການຊ່ວຍເຫລືອ ສະເໜີໃຫ້ກວດສອບແຫລ່ງທີ່ມາຂອງເງິນ, ການກວດສອບຢ່າງ ເຂັ້ມງວດໃນການນໍາໃຊ້ເງິນ, ຄວນໃຫ້ສຳນັກງານ ປາບປາມການຟອກເງິນ ເຂົ້າມາກວດສອບຕື່ມ ເພື່ອຮັບປະກັນບໍ່ໃຫ້ມີການຟອກເງິນ.
ຂ່າວ ກິດຕາ
ພາບ: ຂັນໄຊ
KPL