ສະເໜີຮ່າງກົດໝາຍ ວ່າດ້ວຍສານປະຊາຊົນ ສະບັບປັບປຸງ

17/06/2025 13:51
Email Print 217
ຂປລ ຂປລ. ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2025 ຜ່ານ​ມາ, ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ສານປະຊາຊົນ ສະບັບປັບປຸງ.



ຂປລ. ໃນກອງປະຊຸມສະໄໝສາມັນ ເທື່ອທີ
9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2025 ຜ່ານ​ມາ, ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍສານປະຊາຊົນ ສະບັບປັບປຸງ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນ ໃສ່ ຕາມຄຳຖາມເຈາະຈີ້ມ ຂອງປະທານກອງປະຊຸມ ຢ່າງກົງໄປກົງມາ ເຊິ່ງໂດຍລວມແລ້ວ ແມ່ນເຫັນດີເປັນເອກະພາບ ທາງດ້ານໂຄງສ້າງ ແລະ ເນື້ອໃນ ຂອງຮ່າງກົດໝາຍສະບັບນີ້, ແຕ່ຍັງມີ ສສຊ ບາງທ່ານສະເໜີໃຫ້ຕັດອອກ, ຕື່ມໃສ່ບາງເນື້ອໃນ ທີ່ເຫັນວ່າຍັງບໍ່ທັນຖືກຕ້ອງ, ສອດຄ່ອງ, ຮັດກຸມເທົ່າທີ່ຄວນ ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ ສາມາດນຳໄປຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ທ່ານ ນາງ ວຽງທອງ ສີພັນດອນ ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍສານປະຊາຊົນ ໃນໄລຍະຜ່ານມາ, ລວມທັງເຫດຜົນ ແລະ ຄວາມຈຳເປັນຂອງການປັບປຸງ ເຊິ່ງກົດໝາຍສະບັບນີ້ ຖືໄດ້ວ່າເປັນການປັບປຸງ ຄັ້ງທີ 5. ກົດໝາຍວ່າດ້ວຍສານປະຊາຊົນ ສະບັບທຳອິດ ໄດ້ຖືກຮັບຮອງເອົາໃນ ປີ 1989, ໃນປີ 2003 ໄດ້ຮັບການປັບປຸງເທື່ອທຳອິດ ຕາມການປັບປຸງລັດຖະທຳມະ ນູນ, ໃນປີ 2009 ໄດ້ຮັບການປັບປຸງ ເທື່ອທີ 2 ກ່ຽວກັບລະບົບການຈັດຕັ້ງຂອງສານປະຊາຊົນ, ໃນປີ 2017 ໄດ້ຮັບການປັບປຸງ ເທື່ອທີ 3 ເພື່ອໃຫ້ສອດຄ່ອງກັບ ການປັບປຸງລັດຖະທຳມະນູນ ປີ 2015, ໃນປີ 2022 ໄດ້ຮັບການປັບປຸງບາງມາດຕາ ທີ່ຕິດພັນກັບການແຕ່ງຕັ້ງ ແລະ ສັບປ່ຽນບ່ອນປະຈຳການ ຂອງພະນັກງານສານປະຊາຊົນ. ກົດໝາຍວ່າດ້ວຍ ສານປະຊາຊົນ ໄດ້ເປັນເຄື່ອງມືໃຫ້ແກ່ອົງການຕຸລາ ການ ໃນການເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຢ່າງມີຄຸນນະພາບ ແລະ ມີຜົນສໍາເລັດສະແດງອອກ ໃນການພິຈາລະນາຕັດສິນ, ພິພາກສາຄະດີ ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມ, ຄູ່ຄວາມ ກໍຄື ປະຊາຊົນ ມີຄວາມເຊື່ອໝັ້ນ, ເຊື່ອຖື ແລະ ພໍໃຈຕໍ່ການໄກ່ເກ່ຍ, ຕັດສິນ, ພິພາກສາຄະດີ ຂອງສານປະຊາຊົນດີຂຶ້ນ ຕາມລໍາດັບ ແລະ ເປັນເຄື່ອງມືສໍາຄັນ ໃນການຄຸ້ມຄອງ, ການເຄື່ອນໄຫວ, ການແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ ຫລື ສັບປ່ຽນບ່ອນປະຈຳ ການ, ການຕິດຕາມ, ກວດກາຜູ້ພິພາກສາ ເພື່ອຮັບປະກັນໃຫ້ຜູ້ພິພາກສາ ມີຈັນຍາບັນ, ຈັນຍາທໍາ ໃນການພິຈາລະນາຕັດສິນ ແລະ ພິພາກສາຄະດີໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ, ຄົບຖ້ວນ ແລະ ພາວະວິໄສ, ເຮັດໃຫ້ສັງຄົມມີຄວາມສະຫງົບສຸກ, ມີຄວາມເປັນລະບຽບຮຽບຮ້ອຍ, ປະກອບສ່ວນເຂົ້າໃນການສ້າງລັດ ທີ່ປົກຄອງດ້ວຍກົດໝາຍ ຢູ່ ສປປ ລາວ ເຂົ້າສູ່ລວງເລິກ ເທື່ອລະກ້າວ.

ສຳລັບ ຄວາມຈຳເປັນໃນການປັບປຸງ ກົດໝາຍສະບັບນີ້, ແມ່ນອີງໃສ່ສະພາບຄວາມຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດຕົວຈິງ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສານປະຊາຊົນ ໃຫ້ມີຄວາມສອດຄ່ອງ ແລະ ກົມກຽວກັນ; ການແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕຳແໜ່ງ ຂອງພະນັກງານສານປະຊາຊົນ ຍັງມີກົນໄກທີ່ບໍ່ລະອຽດ, ຈະແຈ້ງ, ມີບາງອັນຊໍ້າຊ້ອນ ເຮັດໃຫ້ມີປາກົດ ການ ການແກ້ໄຂບຸກຄະລາກອນ ມີຄວາມຊັກຊ້າ, ແກ່ຍາວ; ການຄຸ້ມຄອງ, ການຕິດຕາມກວດກາ ການປະຕິບັດໜ້າທີ່ ແລະ ການປະພຶດຂອງພະນັກງານສານປະຊາຊົນ ຍັງບໍ່ທັນຮັດກຸມ ແລະ ຜ່ານຫລາຍຂັ້ນຕອນ ໂດຍບໍ່ສົມເຫດສົມຜົນ. ການປັບປຸງກົດໝາຍໃນຄັ້ງນີ້ ​ແມ່ນໄດ້ປັບປຸງທັງໝົດ 6 ມາດຕາ.

ພາຍຫລັງໄດ້ຮັບການຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ, ກົດໝາຍສະບັບນີ້ ຈະກາຍ ເປັນເຄື່ອງມືສໍາຄັນ ໃຫ້ສານປະຊາຊົນສູງສຸດ ແລະ ສານປະຊາຊົນທ້ອງຖິ່ນ ນໍາໃຊ້ເຂົ້າໃນການຄຸ້ມຄອງ, ຕິດຕາມ, ກວດກາການປະຕິບັດໜ້າທີ່ຂອງສານປະຊາຊົນ ໄດ້ຢ່າງມີປະສິດທິພາບ, ຮັບປະກັນໃຫ້ການຕັດສິນ, ພິພາກສາຄະດີ ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ເປັນທຳຍິ່ງຂຶ້ນ ແລະ ຈະເຮັດໃຫ້ ການແຕ່ງຕັ້ງ, ຍົກຍ້າຍ ຫລື ບົດຕຳແໜ່ງ ຂອງພະນັກງານສານປະຊາຊົນ ມີຄວາມໂປ່ງໃສ, ຖືກຕ້ອງກັບສະພາບການຕົວຈິງ.

ຂ່າວ: ທະນູທອງ

ພາບ: ພອນປະເສີດ

KPL

ຂ່າວອື່ນໆ

ads
ads

Top