ຂປລ
ຂປລ. ໃນວັນທີ 16 ມິຖຸນາ 2025 ນີ້, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ (ສພຊ) ໄດ້ຖະແຫລງຜົນການພິຈາລະນາ ການຈັດຕັ້ງປະຕິບັດນະໂຍບາຍ, ນິຕິກຳ, ກົນໄກ ການພັດທະນາພະລັງງານ ໄຟຟ້າທີ່ສະເໜີໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX
ຂປລ. ໃນວັນທີ 16 ມິຖຸນາ 2025 ນີ້, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ (ສພຊ) ໄດ້ຖະແຫລງຜົນການພິຈາລະນາ ການຈັດຕັ້ງປະຕິບັດນະໂຍບາຍ, ນິຕິກຳ, ກົນໄກ ການພັດທະນາພະລັງງານ ໄຟຟ້າທີ່ສະເໜີໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IXໃນທ້າຍອາທິດທີ່ຜ່ານມາ ເຊິ່ງຜ່ານການຄົ້ນຄວ້າ-ພິຈາລະນາ, ກອງປະຊຸມໄດ້ສະເໜີລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດ ຫລາຍບັນຫາສຳຄັນ ເພື່ອພັດທະນາພະລັງງານໄຟຟ້າ ໃນລາວ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ.
ທ່ານ ສົມມາດ ພົນເສນາ ໄດ້ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IXໃນວັນທີ 12 ມິຖຸນາ 2025 ຜ່ານມານີ້, ກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາບົດລາຍງານ ຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ບັນດານະໂຍບາຍ, ນິຕິກຳ, ກົນໄກໃນການພັດທະນາພະລັງງານໄຟຟ້າ. ຜ່ານການຄົ້ນຄວ້າ-ພິຈາລະນາ ກອງປະຊຸມ ໄດ້ສະເໜີໃຫ້ ລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດ ບາງບັນຫາເພີ່ມເຕີມ ເປັນຕົ້ນ ການພັດທະນາພະລັງງານໄຟຟ້າ ຕ້ອງປະຕິບັດຈິດໃຈ ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ສຸມໃສ່ຮັບປະກັນການສະໜອງໄຟຟ້າ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມຂອງປະເທດຊາດ, ຫລຸດຜ່ອນການນຳເຂົ້າໄຟຟ້າ ໂດຍການປັບປຸງລະບົບພະລັງງານ ໄຟຟ້າໃຫ້ມີຄວາມໝັ້ນຄົງ, ພິຈາລະນາການຜະລິດພະລັງງານ ໄຟຟ້າປະເພດອື່ນເຊັ່ນ: ພະລັງງານຄວາມຮ້ອນ, ພະລັງງານໄຟຟ້າ ແສງຕາເວັນ ແລະ ການຜະລິດໄຟຟ້າ ພະລັງງານລົມ ແລະ ພະລັງານປະເພດອື່ນ, ຮັບປະກັນໃຫ້ຜູ້ຊົມໃຊ້ ສາມາດນຳໃຊ້ໄຟຟ້າ ທີ່ລາຄາເໝາະສົມ ແລະ ເປັນທຳ; ລົງທຶນເຂົ້າໃນການສ້າງສາຍສົ່ງໄຟຟ້າແຮງສູງ ແຕ່ເໜືອຮອດໃຕ້ ໃຫ້ສາມາດຮອງຮັບເອົາກະແສໄຟ ຈາກເຂື່ອນຕ່າງໆ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ ແລະ ໃຫ້ພິຈາລະນາລວມເອົາສາຍສົ່ງໄຟຟ້າ ໄປຕ່າງປະເທດເຂົ້າໃນລະບົບດັ່ງກ່າວ, ບໍ່ຄວນອະນຸຍາດ ໃຫ້ບັນດາໂຄງການລົງທຶນກໍ່ສ້າງ ສາຍສົ່ງໄຟຟ້າເປັນຂອງຕົນເອງ, ພ້ອມທັງຄົ້ນຄວ້າສ້າງນິຕິກຳຄຸ້ມຄອງ ວຽກງານດັ່ງກ່າວໃຫ້ສຳເລັດ; ປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໂດຍສະເພາະກົດໝາຍວ່າດ້ວຍໄຟຟ້າໃຫ້ຊັດເຈນ, ຮັດກຸມພ້ອມກັບການປະເມີນຄືນ, ສ້າງ ແລະ ປັບປຸງກົດໝາຍດັ່ງກ່າວໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບ ການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມ ໃນແຕ່ລະໄລຍະໂດຍກຳນົດບັນຈຸເອົາ ພະລັງງານຄວາມຮ້ອນ, ພະລັງງານທົດແທນເຊັ່ນ: ພະລັງງານລົມ, ພະລັງງານແສງຕາເວັນເຂົ້າໃນກົດໝາຍດັ່ງກ່າວ; ຄຸ້ມຄອງຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ສັນຍາສຳປະທານ ແລະ ເອກະສານຊ້ອນທ້າຍ ໂຄງການທີ່ພົວພັນກັບ ການປະຕິບັດພັນທະດ້ານການເງິນ, ການຊົດເຊີຍຄ່າເສຍຫາຍ, ການປູກປ່າທົດແທນ, ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນກ່ວາເກົ່າ;ແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງຕາມທິດສາມສ້າງ ຄື: ກະຊວງ, ອົງການຂັ້ນສູນກາງ ດຳເນີນໜ້າທີ່ມະຫາພາກ ມອບຄວາມຮັບຜິດຊອບໃນການຈັດ ຕັ້ງປະຕິບັດ, ຕິດຕາມກວດກາ ໃຫ້ອົງການປົກຄອງທ້ອງຖິ່ນປັບປຸງກົນໄກ ແລະ ສ້າງເງື່ອນໄຂໃຫ້ຂະແໜງການ ອື່ນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນ ກໍຄື ປະຊາຊົນໄດ້ເຂົ້າຮ່ວມ ແລະ ມີສ່ວນຮ່ວມແຕ່ຫົວທີ ໃນການສຶກສາຄົ້ນ ຄວ້າຄວາມເປັນໄປໄດ້ ທາງດ້ານເສດຖະກິດເຕັກນິກ, ການເກັບກຳຂໍ້ມູນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງການເຂົ້າຮ່ວມ ການເຈລະຈາຮ່າງສັນຍາສຳປະທານໂຄງການ.
ພ້ອມນີ້, ໃຫ້ພິຈາລະນາຄົ້ນຄ້ວາປັບປຸງໂຄງສ້າງລາຄາໄຟຟ້າ ເພື່ອໃຫ້ສອດຄ່ອງກັບສະພາບການ ດຳລົງຊີວິດຂອງປະຊາຊົນ ກໍຄື ການດຳເນີນທຸລະກິດຂອງບັນດາວິສາຫະກິດ ຄຽງຄູ່ກັບການປັບປຸງລາຄາໄຟຟ້າ ກໍຕ້ອງປັບປຸງການຄຸ້ມຄອງລັດ ວິສາຫະກິດໄຟຟ້າລາວ ໃຫ້ເຂັ້ມງວດ, ໂປ່ງໃສ, ເປັນມືອາຊີບ; ມີແຜນການພັດທະນາຊັບພະຍາ ກອນມະນຸດ ໃນຂະແໜງການໄຟຟ້າໃຫ້ມີສິນທຳປະຕິວັດ, ມີຈັນຍາບັນ, ເປັນມືອາຊີບ ເພື່ອກຽມພ້ອມຮອງຮັບໃນການຄຸ້ມຄອງ ແລະ ບໍລິຫານຈັດການບັນຫາໂຄງການ ພັດທະນາພະລັງງານໄຟຟ້າ ທີ່ຈະໄດ້ຮັບຫລັງຈາກສິ້ນສຸດສັນຍາສຳປະທານ.
ຂ່າວ-ພາບ: ທະນູທອງ
KPL