ຂປລ
ຂປລ. ເມື່ອບໍ່ດົນມານີ້, ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການຕິດຕາມກວດກາ ການດໍາເນີນຄະດີປົກຄອງ ຂອງອົງການໄອຍະການປະຊາຊົນ ຢູ່ແຂວງສະຫວັນນະເຂດ

ຂປລ. ເມື່ອບໍ່ດົນມານີ້, ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການຕິດຕາມກວດກາ ການດໍາເນີນຄະດີປົກຄອງ ຂອງອົງການໄອຍະການປະຊາຊົນ ຢູ່ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີ ທ່ານ ຣີຊາດ ຟີລິບປາ ຫົວໜ້າສະຖາບັນ ອິລສະຕາ ກົມຕິດຕາມກວດກາທົ່ວໄປ, ມີຄະນະສານປົກຄອງ, ອົງການໄອຍະການແຂວງ, ສານປະຊາຊົນແຂວງ, ຫ້ອງວ່າການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ຈາກ 5 ແຂວງພາກໃຕ້ ເຂົ້າຮ່ວມ. ທັງນີ້, ກໍເພື່ອສ້າງຄວາມຮັບຮູ້ກ່ຽວກັບ ລັດທິປົກຄອງດ້ວຍກົດໝາຍ, ກົດໝາຍປົກຄອງ, ການຕິດຕາມກວດກາ ການດຳເນີນຄະດີປົກຄອງ ຂອງອົງການໄອຍະການປະຊາຊົນ, ການພິ ຈາລະນາຄະດີປົກຄອງຂອງສານປະຊາຊົນ, ການປະເມີນຜົນລັດຖະບັນຍັດ ຂອງປະທານປະເທດ ວ່າດ້ວຍການດໍາເນີນຄະດີປົກຄອງ ເພື່ອຍົກລະດັບເປັນກົດໝາຍ.

ໂອກາດນີ້, ທ່ານ ຄຳເພັດ ສົມວໍລະຈິດ ໄດ້ມີຄຳເຫັນທິດຊີ້ນຳໃຫ້ຜູ້ເຂົ້າຮ່ວມ ສຸມໃສ່ຮັບຟັງ, ຄົ້ນຄວ້າ, ປະກອບຄໍາເຫັນ, ປຶກສາຫາລືແລກປ່ຽນກັນຢ່າງກວ້າງຂວາງ ແລະ ກົງໄປກົງມາກັບຜູ້ຊ່ຽວ ຊານ ເພື່ອເປັນການຖອດຖອນບົດຮຽນ ໂດຍສະເພາະຜູ້ທີ່ມີປະສົບການ ໃນການເຮັດວຽກຕົວຈິງ ທີ່ໄດ້ປະສົບພົບພໍ້ ເຖິງຄວາມຫຍຸ້ງຍາກ ໃນການດໍາເນີນຄະດີປົກຄອງ ເພື່ອຍົກສູງຄຸນນະພາບ, ຮັບປະກັນການປົກຄອງດ້ວຍກົດໝາຍ ຢູ່ປະເທດເຮົາຢ່າງສັກສິດ, ຮັບປະກັນໃນການດຳເນີນຄະດີໃຫ້ມີຄວາມເຂັ້ມແຂງ.

ໃນໂອກາດດຽວກັນນີ້, ທ່ານ ຄໍາເພັດ ສົມວໍລະຈິດພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໂດຍທ່ານເຈົ້າແຂວງໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມຄະນະທີ່ໄດ້ລົງມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ, ພ້ອມທັງມີຄໍາເຫັນຈະຊ່ວຍຊຸກຍູ້ ແລະ ສະໜັບສະໜູນຂົງເຂດວຽກງານຍຸຕິທໍາ ໂດຍສະເພາະ ອົງການໄອຍະການປະຊາຊົນແຂວງ, ເຂດ ຢູ່ໃນແຂວງສະຫວັນນະເຂດ ໃຫ້ມີຄວາມສັກສິດທາງດ້ານກົດໜາຍ ແລະ ເຂົ້າສູ່ຂະບວນການຍຸຕິທໍາ, ການຍົກສູງຄຸນນະພາບ ທາງດ້ານລະດັບຄວາມຮູ້, ຄວາມສາມາດແກ່ບຸກຄະລາກອນຫລາຍຂຶ້ນ.

ທ່ານ ຄໍາເພັດ ສົມວໍລະຈິດ ກໍໄດ້ຕາງໜ້າໃຫ້ຄະນະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງລາຍງານການລົງມາເຄື່ອນໄຫວໃນຄັ້ງນີ້ ໃຫ້ທ່ານເຈົ້າແຂວງຮັບຊາບ ເປັນຕົ້ນ ການຈັດກອງປະຊຸມກ່ຽວກັບ ການຕິດຕາມກວດກາ ການດຳເນີນຄະດີປົກຄອງ ໃຫ້ແກ່ພະນັກງານໄອຍະການປະຊາຊົນ, ສານປະຊາຊົນ, ຫ້ອງວ່າການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ຈາກ 5 ແຂວງພາກໃຕ້ ໃນລະຫວ່າງ ວັນທີ 11-13 ມິຖຸນາ 2025.
ຂ່າວ-ພາບ: ອອປສ
KPL