ສປ ຈີນ ລົງທຶນດ້ານຊັບສິນຄົງທີ່ຕໍ່ທາງລົດໄຟ 242ຕື້ກວ່າຢວນ

16/06/2025 21:49
Email Print 809
ຂປລ ກາ​ນ​ກໍ່​ສ້າງ​ ທາງ​ລົດ​ໄຟ​ຂອງ ສປ ​ຈີນ ​ໄດ້​ຮັບ​ການ​ຊຸກ​ຍູ້ ​ຢ່າງ​ມີ​ຄຸນ​ນະ​ພາບ ​ແລະ​ ປະ​ສິດ​ທິ​ພາບ​ສູງ. ກຸ່ມ​ບໍ​ລິ​ສັດ ທາງ​ລົດ​ໄຟ ​ແຫ່ງ​ຊາດ​ຈີນ​ ໄດ້​ແຈ້ງ​ໃຫ້​ນັກ​ຂ່າວ​ຮູ້​ວ່າ: ​ນັບແຕ່​ເດືອນ​ມັງ​ກອນ​ຫາ​ ເດືອນ​ພຶດ​ສະ​ພາ ​ຂອງ​ປີ​ນີ້ ​ໄດ້​ສຳ​ເລັດ ​ການ​ລົງ​ທຶນ ​ດ້ານ​ຊັບ​ສິ​ນ​ຄົງ​​ທີ່​ ຕໍ່​ທາງ​ລົດ​ໄຟ 242 ຕື້ກວ່າຢວນ, ເພີ່ມ​ຂຶ້ນ 5,9% ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ

      ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ​ກາ​ນ​ກໍ່​ສ້າງ​ ທາງ​ລົດ​ໄຟ​ຂອງ ສປ ​ຈີນ ​ໄດ້​ຮັບ​ການ​ຊຸກ​ຍູ້ ​ຢ່າງ​ມີ​ຄຸນ​ນະ​ພາບ ​ແລະ​ ປະ​ສິດ​ທິ​ພາບ​ສູງ. ກຸ່ມ​ບໍ​ລິ​ສັດ ທາງ​ລົດ​ໄຟ ​ແຫ່ງ​ຊາດ​ຈີນ​ ໄດ້​ແຈ້ງ​ໃຫ້​ນັກ​ຂ່າວ​ຮູ້​ວ່າ: ​ນັບແຕ່​ເດືອນ​ມັງ​ກອນ​ຫາ​ ເດືອນ​ພຶດ​ສະ​ພາ ​ຂອງ​ປີ​ນີ້ ​ໄດ້​ສຳ​ເລັດ ​ການ​ລົງ​ທຶນ ​ດ້ານ​ຊັບ​ສິ​ນ​ຄົງ​​ທີ່​ ຕໍ່​ທາງ​ລົດ​ໄຟ 242 ຕື້ກວ່າຢວນ, ເພີ່ມ​ຂຶ້ນ 5,9% ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ໄດ້​ເສີມ​ຂະ​ຫຍາຍ​ ບົດ​ບາດ ​ຊຸກ​ຍູ້​ ການ​ລົງ​ທຶນ​ ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ​ ເພີ່ມ​ພະ​ລັງ​ແຮງ​ໃໝ່ ​ເຂົ້າ​ໃນ​ການ​ພັດ​ທະ​ນາ ​ເສດ​ຖະ​ກິດ​ສັງ​ຄົມ. ຜູ້​ຮັບ​ຜິດ​ຊອບ ​ທີ່​ກ່ຽວ​ຂ້ອງ​ ຂອງ​​ພາກ​ສ່ວນ ​ພັດ​ທະ​ນາ​ ແລະ​ ປະ​ຕິ​ຮູບ ​ຂອງ​ກຸ່ມ​ບໍ​ລິ​ສັດ ທາງ​ລົດ​ໄຟ​ແຫ່ງ​ຊາດ​ຈີນ ກ່າວ​ວ່າ​: ໃນໄລ​ຍະ 5 ເດືອນ​ຕົ້ນ​ປີ​ນີ້, ພາກ​ສ່ວນ ​ທາງ​ລົດ​ໄຟ​ຂອງ ສປ ​ຈີນ​ ໄດ້​ປະ​ສານ​ງານ ​ແລະ ​ນຳ​ໃຊ້​ກຳ​ລັງ ​​ແລະ​ ຊັບ​ພະ​ຍາ​ກອນ ​ດ້ານ​ຕ່າງໆ, ເລັ່ງ​ລັດ ​ຊຸກ​ຍູ້​ ການ​ກໍ່​ສ້າງ ​ທາງ​ລົດ​ໄຟ, ລົງ​ເລິກ​ດຳ​ເນີນ​ການ​ຄົ້ນ​ຄວ້າ ​ທາງ​ດ້ານ​ວິ​ທະ​ຍາ​ສາດ, ເພີ່ມ​ທະ​ວີ​ ການ​ຄວບ​ຄຸມ ​ດ້ານ​ຄວາມ​ປອດ​ໄພ, ຄຸນ​ນະ​ພາບ, ການ​ລົງ​ທຶນ​ ແລະ ​ການ​ອະ​ນຸ​ລັກ ​ສິ່ງ​ແວດ​ລ້ອມ.ການ​ກໍ່​ສ້າງ​ໂຄງ​ການ ​ທີ່​ສຳ​ຄັນ​ ໄດ້​ຮັບ​ການ​ຊຸກ​ຍູ້ ​ຢ່າງ​ໝັ້ນ​ທ່ຽງ ​ເປັນ​ກ້າວໆ ເຊິ່ງ​ໄດ້​ສ້າງ​ພື້ນ​ຖານ ​ທີ່​ໝັ້ນຄົງ​ໃຫ້​ແກ່ ​ການ​ສຳ​ເລັດ ​ການ​ປະ​ຕິ​ບັດ ແຜນ​ພັດ​ທະ​ນາ ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ​ຄັ້ງ​ທີ 14 ຢ່າງ​ຈົບ​ງາມ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top