ຂປລ
ການປູກຜັກປະສົມປະສານ ກໍ່ແມ່ນອີກທ່າແຮງໜຶ່ງໃນການສ້າງລາຍຮັບເປັນກອບເປັນກຳໃຫ້ແກ່ຜູ້ມັກຮັກອາຊີບກະສິກຳ ເນື່ອງຈາກໄດ້ເກັບຜົນຜະລິດຂາຍຕໍ່ເນື່ອງ ຫລື ຕະຫລອດປີ.
*ການປູກຜັກປະສົມປະສານ ກໍ່ແມ່ນອີກທ່າແຮງໜຶ່ງໃນການສ້າງລາຍຮັບເປັນກອບເປັນກຳໃຫ້ແກ່ຜູ້ມັກຮັກອາຊີບກະສິກຳ ເນື່ອງຈາກໄດ້ເກັບຜົນຜະລິດຂາຍຕໍ່ເນື່ອງ ຫລື ຕະຫລອດປີ. ດັ່ງຄອບຄົວຂອງ ນາງ ຈັນສະໝອນ ຢ່າງຢູ່ບ້ານໜອງບົວແດງ ເມືອງຮຸນ ແຂວງອຸດົມໄຊ ໄດ້ປູກພືດຜັກເປັນສິນຄ້າຕາມແນວທາງປ່ຽນແປງໃໝ່ຂອງພັກອັນເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນເທື່ອລະກ້າວ.

ນາງ ຈັນສະໝອນ ຢ່າງເລົ່າສ ຟັງວ່າ: ກ່ອນປີ 2014 ໄດ້ຖືເອົາການຄ້າຂາຍເຄື່ອງຍ່ອຍ ແລະ ເຮັດນາ ເປັນອາຊີບຫລັກຍັງບໍ່ທັນມີແນວຄວາມ ຄິດປູກສາລີເທື່ອ, ເຊິ່ງໃນ 2015 ຈຶ່ງ ມີແນວຄິດຢາກປູກຜັກກາດໃນເນື້ອ 0,4 ເຮັກຕາ. ໃນນັ້ນ, ການປູກແມ່ນປູກແບບທຳມະຊາດ ໂດຍຍັງບໍ່ທັນຮູ້ດ້ານເຕັກນິກວິຊາການເຮັດໃຫ້ຜົນໄດ້ຮັບບໍ່ຫລາຍເທົ່າໃດ ແລະ ຂາຍໄດ້ພຽງ 40 ລ້ານກີບຕໍ່ປີ. ໃນເມື່ອໄດ້ຜົນຜະລິດນ້ອຍ ຈຶ່ງໄດ້ໄປຖອດຖອນບົດຮຽນຈາກຄອບຄົວທີ່ມີປະສົບປະການມາພັດທະນາຕົນເອງ, ພ້ອມທັງຂະຫຍາຍເນື້ອທີ່ປູກ 2 ເຮັກຕາໃນປີ 2019 ໂດຍໄດ້ນຳໃຊ້ເຕັກນິກວິຊາການຈາກການຖອດຖອນບົດຮຽນ ແລະ ຈາກການແນະນຳຂອງວິຊາການກະສິກຳ ແລະ ປ່າໄມ້ ເຊ່ິງເຮັດໃຫ້ສາມາດຂາຍສ້າງລາຍຮັບເຂົ້າຄອບຄົວໄດ້ 180 ລ້ານກີບຕໍ່ປີ. ເມື່ອມີລາຍໄດ້ຄືດັ່ງກ່າວ ທ້າຍປີ 2024 ໄດ້ຂະຫຍາຍເນື້ອທີ່ສວນອອກຕື່ມ 3 ເຮັກຕາລວມທັງໝົດປັດຈຸບັນ 5 ເຮັກຕາ. ຈາກການຂະຫຍາຍເນື້ອທີ່ເປັນ 5 ເຮັກຕາສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ 550 ລ້ານກີບຕໍ່ປີ. ໃນນັ້ນ, ຂາຍຜັກກາດຕີນໝີ 250 ລ້ານກີບຕໍ່ປີ, ຜັກກະລໍາປີ 150 ລ້ານກີບ, ຜັກກາດຫ່ໍ 150 ລ້ານກີບ.

ນາງ ຈັນສະໝອນ ຢ່າງ ເລົ່າສູ່ຟັງຕື່ມວ່າ: ພາຍຫລັງໄດ້ຫັນມາເອົາຈິງເອົາຈັງຕໍ່ການຜະລິດພືດຜັກເປັນສິນຄ້າ ກໍ່ເຮັດໃຫ້ຊີວິດການເປັນຂອງຄອບຄົວນັບມື້ດີຂຶ້ນເລື້ອຍໆ ເຊິ່ງສະແດງໃຫ້ເຫັນການພັດທະນາຂອງຄອບຄົວ ໂດຍສ້າງເຮືອນຢູ່ຖາວອນໄດ້ 1 ຫລັງ, ຊື້ລົດໃຫຍ່ຮັບໃຊ້ຄອບຄົວ 2 ຄັນ, ລົດຈັກ 3 ຄັນ, ມີເງິນທ້ອນ ຈໍານວນໜຶ່ງ, ມີເງິນສົ່ງເສີມລູກເຂົ້າໂຮງຮຽນ ແລະ ຮັບໃຊ້ຄອບຄົວຢ່າງບໍ່ຂາດ. ແນວໃດກໍ່ຕາມຜົນສຳເລັດດັ່ງກ່າວ ເຮັດໃຫ້ເສດຖະກິດຄອບຄົວມີຄວາມເຂັ້ມແຂງ ແລະ ຮັ່ງມີຂຶ້ນນັ້ນຍ້ອນພັກ ແລະ ລັດມີນະໂຍບາຍສົ່ງເສີມການຜະລິດເປັນສິນຄ້າ, ມີນະໂຍ ບາຍປ່ອຍເງິນກູ້ໃຫ້ປະຊາຊົນທຳການຜະລິດເປັນສິນຄ້າ, ມີວິຊາການຊີ້ນຳ- ນຳພາດ້ານເຕັກນິກວິຊາການເຊັ່ນ: ປັບດິນ, ໃສ່ຝຸ່ນ, ຫົດນໍ້າ ແລະ ເອົາໃຈໃສ່ປົກປັກຮັກສາເປັນປະຈຳຕິດພັນກັບຄວາມມັກຮັກດ້ານອາຊີບກະສິກຳຂອງສະມາຊິກພາຍໃນຄອບຄົວ, ປະ ຢັດມັດທະຍັດ ແລະ ອື່ນໆ.
ໃນຕໍ່ໜ້າຄອບຄົວ ແມ່ນຈະໄດ້ສືບຕໍ່ນຳໃຊ້ບົດຮຽນ ແລະ ປະສົບການເຂົ້າໃນການຍົກຄຸນນະພາບພືດຜັກ ໃຫ້ໄດ້ຕາມຄວາມຕ້ອງການຂອງຕະຫລາດ, ສືບຕໍ່ຂະຫຍາຍເນື້ອທີ່ປູກໃຫ້ໄດ້ 6 ເຮັກຕາ ເພື່ອຕອບສະໜອງຂອງການບໍລິໂພກພາຍໃນເມືອງ, ພາຍໃນແຂວງໃຫ້ພຽງພໍກັບຄວາມຮຽກຮ້ອງຕ້ອງການ ແລະ ພ້ອມທີ່ຈະຖ່າຍຖອດຄວາມຮູ້ທີ່ຕົນເອງມີໃຫ້ຜູ້ທີ່ມີຄວາມສົນໃຈຢາກປູກພືດ ຜັກຄືຄອບຄົວຕົນເອງຕື່ມອີກ. ນາງ ຈັນສະຫມອນ ຢ່າງ ກ່າວ.
ໂດຍ: ເຂົ້າຈານນໍ້າໂດຍ: ເຂົ້າຈານນໍ້າ ຂໍ້ມູນຈາກ ສະຖານີວິທະຍຸ
KPL