ຂປລ
ຄຳວ່າຮີດ 12 ຄອງ 14 ທ່ີພວກເຮົາໄດ້ຍິນຜູ້ເຖົ້າເພິ່ນມັກເວົ້າ ແຕ່ຫລາຍຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍທີ່ແທ້ຈິງຂອງມັນ.
*ຄຳວ່າຮີດ 12 ຄອງ 14 ທ່ີພວກເຮົາໄດ້ຍິນຜູ້ເຖົ້າເພິ່ນມັກເວົ້າ ແຕ່ຫລາຍຄົນອາດຈະຍັງບໍ່ທັນຮູ້ຄວາມໝາຍທີ່ແທ້ຈິງຂອງມັນ. ເຊິ່ງຄວາມໝາຍຂອງຮີດ 12 ຄອງ 14 ມີຢູ່ວ່າ: ຮີດ ແປວ່າ: ແບບຢ່າງ ຫລື ປະເພນີທີ່ເຄີຍປະພຶດສືບທອດກັນມາ ແຕ່ບູຮານນະການຈົນເຖິງປັດຈຸບັນ ທັງພາສາເວົ້າ ແລະ ພາສາຂຽນ ເພິ່ນນິຍົມເວົ້າ ແລະ ຂຽນຄຳວ່າ: ຮີດຄອງປະເພນີ (ຈາຮີດນິຍົມ) ລວມເຂົ້າກັນເປັນຄຳດຽວຄຳວ່າຂະນົບທຳນຽມ ແປເອົາໃຈຄວາມແລ້ວກໍແມ່ນປະເພນີທີ່ເຄີຍປະຕິບັດສືບທອດກັນມານັ້ນເອງ.

ຮີດ ມາຈາກຄຳບາລີທີ່ວ່າ: ຈາ ປິດຕະ ເປັນໄດ້ທັງຄຳນາມ ແລະ ຄຳກະລິຍາ ຮີດ12 ໝາຍເຖິງ ປະເພນີພິທີກຳ (ຫລື ການເຮັດບຸນປະຈຳເດືອນ) ຂອງປະຊາຊົນລາວ ບັນດາເຜົ່າພາຍໃນ 12 ເດືອນ ເພິ່ນ ຈະນັບເອົາຕາມເດືອນລາວ ບໍ່ແມ່ນ ເດືອນສາກົນ ເປັນຕົ້ນແມ່ນ:
1,ເດືອນຈຽງ: ຈະມີພິທີລ້ຽງຜີຟ້າຜີແຖນ ນິມົນພະສົງອົງຄະເຈົ້າ ເຂົ້າປະລິວາດຊະກຳ.
2,ເດືອນຍີ່: ຈະມີພິທີເຮັດບຸນເຂົ້າຄູນລານ (ບຸນກິນຈຽງ) ເຜ່ົາ ມົ້ງ, ບຸນງະ, ບຸນລະປືມ(ລາວເທິງ ພາກໃຕ້), ບຸນກະເລີ (ລາວເທິງ ພາກເໜືອ).
3,ເດືອນສາມເພັງ: ເຮັດບຸນເຂົ້າຈີ່ ບຸນມາຂະບູຊາ, ບຸນວັດພູຈຳ ປາສັກ.
4,ເດືອນສີ່: ເຮັດບຸນພະເວດ ຫລືບຸນມະຫາຊາດ.
5,ເດືອນຫ້າ: ເຮັດບຸນປີໃໝ່ລາວຫລື ບຸນກຸດສົງການ.
6,ເດືອນຫົກ: ເຮັດບຸນວິສາຂະບູຊາ ແລະ ບຸນບັ້ງໄຟ.
7,ເດືອນເຈັດ: ເຮັດບຸນເບີກຊຳລະບ້ານ ແລະ ລ້ຽງ ປູ່ຕາ (ກຽມເຮັດໄຮ່ເຮັດນາ).
8,ເດືອນແປດ: ເຮັດບຸນເຂ້ົາພັນສາ.
9,ເດືອນເກົ້າ: ເຮັດບຸນເຂົ້າປະດັບດິນ.
10,ເດືອນສິບ: ເຮັດບຸນເຂົ້າສະຫລາກ.
11,ເດືອນສິບເອັດ: ເຮັດບຸນອອກພັນສາ.
12,ເດືອນສິບສອງ: ເຮັດບຸນກະຖິນ ແລະ ບຸນພະທາດຫລວງ.
ວ່າດ້ວຍຄອງ 14 ແມ່ນມີຄື: ຄອງ 14 ຢ່າງ ສຳລັບຄົນທົ່ວໄປ ແລະ ຄອງ 14 ຢ່າງຂອງພະ ລາຊາ, ສຳລັບຄົນທົ່ວໄປແມ່ນໜ້າທ່ີ ຂອງໝົດທຸກຄົນຈະຕ້ອງປະພຶດປະຕິບັດຕໍ່ກັນເຊັ່ນ: ຄູ່ຜົວເມຍຊາວບ້ານ ຄອບຄົວເຮືອນຊານ ແລະ ວັດວາອາຮາມສາສະໜາ ລາຍລະອຽດຄືລຸ່ມນີ້:
1,ເມື່ອພືດໂພດເຂົ້າກ້າໝາກໄມ້ເປັນຮວງເປັນໝາກມາແລ້ວຕົນ ຢ່າຟ້າວກິນກ່ອນໃຫ້ເອົາທຳບຸນໃຫ້ທານແກ່ທ່ານຜູ້ມີສິນກິນກ່ອນແລ້ວ ຕົນຈິ່ງກິນພາຍລຸນແຕ່ປັດຈຸບັນບ່ ຄ່ອຍປະຕິບັດຕາມແລ້ວ.
2,ຢ່າໂລບລ່າຍຕາຊິງຕາຍ່ອຍຢ່າຈ່າຍເງິນແດງ ຢ່າແປງເງິນຄວ່າງ ແລະ ຢ່າກ່າວຄຳຫຍາບຊ້າກ້າແຂງໃສ່ກັນ.
3,ໃຫ້ພ້ອມພາກັນເຮັດຮົ້ວຕ້າຍແລະ ກຳແພງອ້ອມຮອບວັດວາອາຮາມ ແລະ ເຮືອນແຫ່ງຕົນດ້ວຍການປຸກຫໍບູຊາເທວະດາໃນສີ່ແຈເຮືອນ
4,ເມື່ອຈະຂຶ້ນເຮືອນນັ້ນໃຫ້ຊ່ວຍລ້າງຕີນເສຍກ່ອນແລ້ວຈິ່ງຂຶ້ນ.
5,ເມື່ອເຖິງວັນສິນ 7-8-14-15 ຄໍ່າ ໃຫ້ສົມມາກ້ອນເສົ້າແມ່ຄີໄຟ ແມ່ຂັ້ນໄດ ແລະ ປະຕູທີ່ຕົນໄດ້ອາໄສ ຢູ່ທຸກເຊົ້າຄໍ່າວັນຄືນ.
6,ເມ່ືອຈະເຂ້ົານອນນັ້ນໃຫ້ເອົານ້ຳສ່ວຍລ້າງຕີນຜົວແຫ່ງຕົນ ເສຍກ່ອນແລ້ວຈິ່ງເຂ້ົານອນ ເຊ່ິງປັດຈຸບັນບໍ່ນິຍົມໃຊ້ແລ້ວ.
7,ເຖິງວັນສິນໃຫ້ເອົາດອກໄມ້ທູບທຽນສົມມາຜົວແຫ່ງຕົນພໍ່ແມ່ ເຖົ້າແກ່ລຸງຕາຂອງຕົນເຖິງວັນອຸໂປສົດພະສົງຂອງອົງຄະເຈົ້າໃຫ້ແຕ່ງຂັນດອກໄມ້ທູບທຽນໄປເຄນສັງຄະເຈົ້າ.
8,ເຖິງວັນສິນດັບສີນເພັງມາໃຫ້ນິມົນພະສັງຄະເຈົ້າມາສູນມຸງ ຄຸນເຮືອນ ແລ້ວທຳບຸນໃສ່ບາດ ຖວາຍທານ.
9,ເມ່ືອພະສົງມາບິນທະບາດນັ້ນຢ່າໃຫ້ເພິ່ນຄອຍຖ້າເວລາໃສ່ບາດກໍຢ່າໃຫ້ຊູນບາດ ຊູນພິກຂຸສາມະເນນ ແລະ ຍາມໃສ່ບາດນັ້ນຢ່າໄດ້ໃສ່ເກີບ ກັ້ງຄັນຮົ່ມບໍ່ເອົາຜ້າປົກຫົວບໍ່ອູ້ມລູກຫລານ ແລະ ຖືສາດຕາວຸດຕ່າງໆ.
10,ເມື່ອພິກຂຸເຂົ້າປະລິດວາສະກຳຊຳລະເນື້ອຕົວແລ້ວເວລາອອກປະລິວາສະກຳໃຫ້ມີຂັນດອກໄມ້ທູບທຽນ ແລະ ເຄື່ອງອັດທະປະລິຂານໄປຖວາຍ.
11,ເມື່ອພິກຂຸສັງຄະເຈົ້າກາຍມາໃຫ້ນັ່ງລົງຍໍມືໄຫວ້ກ່ອນແລ້ວຈິ່ງຄ່ອຍເຈລະຈາ.
12,ຢ່າຢຽບເງົາເຈົ້າພິກຂຸສຳມະເນນ.
13,ຢ່າເອົາອາຫານເງື່ອນຂອງຕົນກິນແລ້ວໄປທານໃຫ້ສັງຄະເຈ້ົາ ແລະ ຢ່າເອົາໄວ້ຄອຍໃຫ້ຜົວກິນ.
14,ຢ່າເສບກາມມະຄຸນໃນວັນສິນ ວັນເຂົ້າພັນສາ ວັນອອກພັນສາ ແລະ ວັນມະຫາສົງການຂຶ້ນປີໃໝ່.
ທັງໝົດເຫລົ່ານັ້ນແມ່ນຮີດ 12 ຄອງ 14 ທີ່ຄົນລາວເຮົານັບຖືມາ ແຕ່ດຶກດຳບັນຈົນມາຮອດປັດຈຸບັນ ໄດ້ເຄົາລົບນັບຖື ແລະ ປະຕິບັດໃຫ້ ຖືກກັບຮີດຄອງປະເພນີອັນດີງາມ ຂອງຊາດຕະຫລອດມາ.
KPL